ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 2 ອາ​ທິດ​ຜ່ານ​ໄປ

 

ສະ​ບາຍ​ດີ ແຟ​ນໆ​ ຂອງ LomKan.com ແລະ ບັນ​ດາແຂກ​ທີ່​ແວະ​ເຂົ້າ​ມາ​ຢ້ຽມ​ຢາມ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ,

ຮອດ​ເວ​ລາ​ມາ​ລົມ​ກັນ​ອີກ​ແລ້ວ. ອາ​ທິດນີ້ ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ໝົດ​ອາ​ທິດ ຢາກ​ຂຶ້ນ​ຊິງ​ສັ່ງ​ເບິ່ງ​ຜົນ​ຄືບ​ໜ້າ​ຂອງ​ຕົນ. ອົດ​ໃຈ​ລໍ​ມາ​ຈົນ​ຮອດ​ເຊົ້າ​ມື້ນີ້ (ວັນ​ເສົາ ທີ 17). ຜົນ​ອອກ​ມາ​ເປັນ​ທີ່​ພໍໃຈ​ທີ່​ສຸດ. ມື້ນີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ມາ​ຢູ່ທີ່ 125 ປອນ ຫຼື ທຽບ​ເທົ່າ​ກັບ 56.7 ກິ​ໂລ. ໄຊ​ໂຍ!!!

ວິ​ທີ​ການຫຼັກ​ທີ່​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ພາຍ​ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມານີ້ແມ່ນ:

1. ດ້ານ​ການ​ກິນ: ຕັດ​ທາດ​ແປ້ງ​ອອກ​ເຖິງ 90%, ຈົ່ງ​ໄວ້​ແຕ່​ຊີ​ຣຽ​ລ ໃນ​ຍາມ​ເຊົ້າ ເພື່ອບໍ່​ໃຫ້​ຮ່າງ​ກາຍ​ກະ​ຫາຍ​ທາດ​ແປ້ງ​ເກີນ​ໄປ. ຂ້າ​ພະ​ເຈົ້າ​ກິນເຂົ້າ​ອົບ​ຂອງ Kellogg’s. ກິນ​ລ້າໆ, ໃຊ້​ມື​ຈັບ​ເອົາ​ເທື່ອ​ລະ​ຕ່ອນ​ສອງ​ຕ່ອນ. ກິນ​ໄປ, ດື່ມ​ກາ​ເຟ​ໄປ​ນຳ. ຂ້າ​ພະ​ເຈົ້າ​ເຮັດ​ແນວນີ້ ເພື່ອ​ຫຼີກ​ເວັ້ນ​ການ​ດື່ມ​ນົມ​ສົດຫຼາຍ​ເກີນ​ໄປ. ຕົນ​ເອງບໍ່​ມັກ​ລົດ​ຊາດ​ຂອງ​ນົມ​ສົດ​ຜ່ອງ​ມັນ​ເນີຍ​ (ໄຂ​ມັນ 1% ຫຼື 2%) ຢູ່​ໃນ​ກາ​ເຟ, ກະ​ເລີຍ​ຕັດອັດ​ຕາ​ນ້ຳ​ນົມ​ອອກ​ຈາກ​ຊີ​ຣຽ​ລ ເພື່ອ​ໃຫ້​ຕົນ​ໄດ້​ໃຊ້​ນ້ຳ​ນົມ​ທຳ​ມະ​ດາ (ໄຂ​ມັນ 4%) ໃນ​ກາ​ເຟ. ອາ​ຫານ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ກິນ​ໃນ​ອາ​ທິດນີ້ ແມ່ນ​ສະຫຼັດ ແລະ ໂປຼ​ຕີນ​ທີ່​ມີ​ໄຂ​ມັນ​ຕ່ຳ – ປາ​ເຊ​ລມອນ (ປີ້ງ​ກະ​ແຊບ, ເຮັດ​ກ້ອຍ​ກິນ​ແຮງ​ແຊບ), ທູ​ນາ (ກະ​ປ໋ອງ), ໄຂ່​ໄກ່​ຕົ້ມ, ໄກ່​ງວງ (ຊື້​ເອົາ​ໄກ່​ງວງ​ບົດ​ຢູ່​ຮ້ານ​ຄ້າມາ​ເຮັດ​ລາບ​ກິນ – ງ່າຍໆ​ ແຕ່ແຊບ​ອີ່ຫຼີ). ຂ້າ​ພະ​ເຈົ້າ​ຮູ້​ວ່າ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ ເຮັດ​ໃຫ້​ຕົນ​ສາ​ມາດ​ຄວບ​ຄຸມ​ອາ​ຫານ ໄດ້​ງ່າຍກວ່າ​ບັນ​ດາ​ທ່ານ​ທີ່​ຢູ່​ປະ​ເທດ​ລາວ. ວິ​ຖີ​​ຊີ​ວິດ​ຂອງ​ຄົນ​ບ້ານ​ເຮົາ​ແມ່ນ​ມີ​ລັກ​ສະ​ນະ​ລວມ​ໝູ່​ທີ່​ສຸດ. ເຮົາ​ບໍ່​ຢາກ, ແຕ່​ໝູ່ຫຼາຍ​ຄົນ​ຢາກ. ເຮົາ​ຫິວ, ໝູ່​ຍັງ​ບໍ່​ຫິວ. ເຮົາ​ອີ່ມ, ໝູ່​ພັດ​ຄຸມ​ໃຫ້​ນັ່ງ​ຕໍ່. ຂໍ້​ແນະ​ນຳ​ສຳ​ລັບ​ການຄວບ​ຄຸມ​ອາ​ຫານ​ຢູ່​ລາວ: ແມ່ນ​ວ່າ​ພວກ​ທ່ານ​ຕ້ອງ​ວາງ​ແຜນ​ການ ແລະ ກະ​ກຽມ​ລ່ວງ​ໜ້າ​ວ່າ​ຈະ​ກິນ​ຫຍັງ. ດີ​ແທ້ ແມ່ນ​ຕ້ອງ​ໃຫ້​ແນ່​ໃຈ​ອີກວ່າ ຮອດ​ເວ​ລາ​ກິນ ຕົນ​ຕ້ອງ​ໄດ້​ກິນອາ​ຫານ​ເຫຼົ່າ​ນັ້ນ. ເພາະ​ວ່າ​ພວກ​ເຮົາ​ກິນ​ແຕ່​ໃນ​ປະ​ລິ​ມານພໍ​ດີ, ​ຮອດ​ຍາມ​ກິນ​ມາ​​ມັນ​ຈຶ່ງ​ຫິວ​ແຮງ. ຖ້າບໍ່​ໄດ້​ກິນ ແມ່ນຕະ​ບະ​ແຕກ​ແນ່ນອນ – ເວົ້າ​ຈາກ​ປະ​ສົບ​ການ​ຕົວ​ເອງ. ຖ້າ​ພວກ​ທ່ານ​ເຮັດ​ໄດ້, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້ຕັດ​ທາດ​ແປ້ງ​ອອກ – ເວົ້າ​ງ່າຍ, ກະ​ທຳ​ຍາກ​ໃນ​ຕອນ​ທຳ​ອິດ. ແຕ່​ເມື່ອ​ເຮັດ​ໄປ​ແລ້ວ 4-5 ມື້ ທ່ານກໍ່​ຈະ​ລຶ້ງ​ເອງ. ຫຼັງ​ຈາກນັ້ນ ທ່ານ​ຈະ​ຮູ້​ສຶກ​ເບົາ​ຕົນ​ເບົາ​ໂຕ, ສຸ​ຂະ​ພາບ​ຈະ​ແຂງ​ແຮງ​ຂຶ້ນ​ອີກ​ຕ່າງ​ຫາກ. ຄັນ​ຕັດ​ບໍ່​ໄດ້​ແທ້ໆ, ກໍ່​ໃຫ້​ຜ່ອນ​ປະ​ລິ​ມານ​ລົງ​.

2. ອອກ​ກຳ​ລັງ​ກາຍ: ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຸກ​ກັບ​ການ​ເຕັ້ນ​ລຳ. ເພງ​ຮິດ​ສຳ​ລັບ​ອາ​ທິດນີ້ ແມ່ນ​ເພງ I’m all about that bass ຂອງ Meghan Trainor. ຈັງ​ຫວະ​ຄຶກ​ຄັກ​ແບບ​ໜ້າ​ຮັກ, ຄວາມ​ໝາຍ​ດີໆ ສຳ​ລັບ​ຄົນ​ອວບໆ​ແບບ​ພວກ​ເຮົາ. ຄັນ​ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ເພງນີ້, ລອງ​ເຂົ້າ​ໄປ​ຟັງ​ໃນ ຢູ​ທູບ ເບິ່ງ​ແມ໋! ບາງ​ເຊົ້າ ຂ້າ​ພະ​ເຈົ້າ​ຟັງ​ມັນ​ກັບ​ໄປ​ກັບ​ມາ 10 ເທື່ອ, ຊຶ່ງ​ພໍ​ດີ​ເທົ່າ​ກັບ​ໄດ້​ເຕັ້ນ​ລຳ​ໄປແລ້ວ 30 ນາ​ທີ.

 

ນອກ​ຈາກ​ເຕັ້ນ​ລຳ​ແລ້ວ ຂ້າ​ພະ​ເຈົ້າ​ຍັງ​ໃຊ້​ເວ​ລາ​ຫັດ​ກ້າມ​ແຂນ. ວິ​ທີ​ງ່າຍໆ ທີ່ບໍ່​ຕ້ອງ​ໄດ້​ໃຊ້​ອຸ​ປະ​ກອນ​ຫຍັງ, ແຕ່​ວ່າ​ມັນ​ໄດ້​ຜົນ​ແທ້ໆ (ບໍ່​ເຊື່ອ ກໍ່​ເຮັດ​ລອງ​ເບິ່ງ) ແມ່ນ​ຂອງ Tracy Campoli ເຂົ້າ​ໄປ​ຕາມ​ລິງ​ຄ໌ ນີ້ https://www.youtube.com/watch?v=i299Oy_zRz0&index=13&list=WL ລາວ​ຍັງ​ມີ​ວິ​ທີ​ຫັດ​ກາຍອີກຫຼາຍໆອັນ​ທີ່​ຖືກ​ໃຈ​ຂ້າ​ພະ​ເຈົ້າ. (ພວກ​ທ່ານ​ຕ້ອງ​ໄດ້​ກອບ​ປີ້ ລິງ​ຄ໌ນີ້ ແລ້ວ​ໄປ​ໂພ​ສ​ໃສ່ ອາ​ແດຼ​ສບອກ​ສ໌ ເອົາ​ເອງ ເພາະ Tracy ລາວບໍ່​ອະ​ນຸ​ຍາດ​ໃຫ້​ລິງ​ຄ໌​ໂດຍ​ກົງ. ຮັບ​ຮອງວ່າ​ຄຸ້ມ).

3. ການ​ໃຊ້​ຄວາມ​ເຢັນ​ໃຫ້​ເປັນ​ປະ​ໂຫຍດ: ອາ​ທິດ​ແລ້ວນີ້ ຂ້າ​ພະ​ເຈົ້າ​ເອີ່ຍ​ໄວ້​ວ່າ ຄວາມ​ເຢັນ​ມີ​ປະ​ໂຫຍດ​ສຳ​ລັບ​ຜູ້​ທີ່​ຢາກຫຼຸດ​ນ້ຳ​ໜັກ. ກໍ່​ພໍ​ດີ​ມາ​ປະ​ຈວບ​ເໝາ​ະ​ກັບ​ທີ່​ອາ​ກາດ​ຢູ່​ປະ​ເທດ​ລາວ ເຢັນ​ລົງຫຼາຍ​ໃນ​ໄລ​ຍະ​ນີ້. ສຳ​ລັບ​ທ່ານ​ທີ່​ຍັງ​ບໍ່​ຮູ້​ເທື່ອ, ຄວາມ​ເຢັນ​ຊ່ວຍ​ໃຫ້ຮ່າງ​ກາຍເຮົາ​ດຶງ​ເອົາ​ນ້ຳ​ມັນ​ສ່ວນ​ເກີນ​ມາ​ເຜົາ​ໄໝ້​​ເພື່ອ​ສ້າງ​ຄວາມ​ອຸ່ນ. ທ່ານ​ເຄີຍ​ຮູ້​ບໍ​ວ່າ​ໃນ​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ນີ້ ມີ​ນ້ຳ​ມັນ​ສອງ​ປະ​ເພດ? ນ້ຳ​ມັນ​ສີ​ນ້ຳ​ຕານ ແລະ ນ້ຳ​ມັນ​ສີ​ຂາວ. ນ້ຳ​ມັນ​ສີ​ນ້ຳ​ຕານ ຈະ​ໂຮມ​ໂຕ​ກັນ​ຢູ່​ທາງຫຼັງ​ສ່ວນ​ບົນ. ທີ່​ພວກ​ມັນ​ເປັນສີ​ນ້ຳ​ຕານ ກໍ່​ເພາະ​ມັນ​ມີ​ປະ​ລິ​ມານ​ທາດ​ເຫຼັກ​ສູງ. ໜ້າ​ທີ່​ຂອງ​ມັນ​ແມ່ນ​​ເປັນ​ວັດ​ຖຸເຜົາ​ໄໝ້​ໃຫ້​ຄວາມ​ອົບ​ອຸ່ນ​​ແກ່​ອະ​ໄວ​ຍະ​ວະ​ທີ່​ສຳ​ຄັນ​ຂອງ​ຮ່າງ​ກາຍ​ຄົນ. ນ້ຳ​ມັນ​ພວກນີ້​ຈະ​ມີຫຼາຍ (ຕາມອັດ​ຕາ​ສ່ວນ​ຮ້ອຍ) ໃນ​ຕົວ​ຂອງ​ເດັກ​ນ້ອຍ, ແລະ ຫຼຸດ​ລົງ​ເປັນ​ລຳ​ດັບ​ເມື່ອ​ຄົນ​ໃຫຍ່​ຂຶ້ນ. ເພາະ​ສະ​ນັ້ນ, ພວກ​ເຮົາ​ຈຶ່ງ​ພົບ​ວ່າ​ເດັກ​ນ້ອຍບໍ່​ຂີ້ໜາວຄື​ຜູ້​ໃຫຍ່, ແລະ ຜູ້​ເຖົ້າ​ຈະ​ໜາວ​ໄວ​ກວ່າ​ຜູ້​ໜຸ່ມ. ສ່ວນ​ນ້ຳ​ມັນ​ສີ​ຂາວ ແມ່ນ​ນ້ຳ​ມັນ​ທີ່​ເປັນ​ອັນ​ຕະ​ລາຍຕໍ່​ສຸ​ຂະ​ພາບ​ຄົນ ຊຶ່ງ​ພວກ​ເຮົາ​ພະ​ຍາ​ຍາມ​ກຳ​ຈັດ​ຖິ້ມ​ຢູ່ນີ້. ຂ່າວ​ດີ​ມີ​ຢູ່​ວ່າ ຫວ່າງ​ສອງ​ສາມ​ປີ​ມານີ້ ນັກ​ວິ​ທະ​ຍາ​ສາດ​ໄດ້​ຄົ້ນ​ພົບ​ວ່າ ຄວາມ​ເຢັນ ເມື່ອ​ຢູ່​ໃນ​ລະ​ດັບ​ທີ່​ພໍ​ດີ (ປະ​ມານ 12 ອົງ​ສາເຊ​ລ​ຊຽ​ສ – ເພາະ​ເຢັນ​ກວ່ານີ້ກໍ່​ຈະ​ເປັນ​ອັນ​ຕະ​ລາຍ​ແກ່​ສຸ​ຂະ​ພາບ​ເຮົາ) – ແລະ ໃນໄລ​ຍະເວ​ລາ​ທີ່​ພໍ​ດີ ຈະ​ຊ່ວຍ​ໃຫ້​ຮ່າງ​ກາຍເລີ່ມ​ປ່ຽນ​ແປງ​ນ້ຳ​ມັນສີ​ຂາວ​ໃຫ້​ເປັນ​ນ້ຳ​ມັນສີ​ນ້ຳ​ຕານ ແລ້ວ​ເຜົາ​ໄໝ້​ພວກ​ມັນ​ເພື່ອ​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ຮ່າງ​ກາຍ. ຕາມ​ການ​ທົດ​ລອງ ສະຫຼຸບ​ໄດ້​ວ່າ ຖ້າ​ຄົນ​ເຮົາ​ຫາກ​ໄປ​ຢູ່​ໃນ​ແວດ​ລ້ອມ​ທີ່​ມີ​ອາ​ກາດ​ເຢັນ (12 ເຊ​ລ​ຊຽ​ສ) ຈົນ​ຮ່າງ​ກາຍ​ສັ່ນ ໄດ້​ເຖິງ 15 ນາ​ທີ ກໍ່​ຈະ​ສາ​ມາດ​ເຜົາ​ຜານ​ພະ​ລັງ​ງານ​ທຽບ​ເທົ່າ​ກັບ​ທີ່​ໄດ້​ອອກ​ກຳ​ລັງ​ກາຍ​ໜັກໆ ໄປ​ເຖິງ 1 ຊົ່ວ​ໂມງ. ທ່ານ​ສາ​ມາດ​ເຂົ້າ​ໄປ​ອ່ານ​ເພີ້ມ​ເຕີມ​ໄດ້​ຕາມ​ລິງ​ຄ໌ນີ້: http://news.nationalgeographic.com/news/2014/02/140211-shivering-cold-exercise-brown-fat-white-fat-irisin-metabolism-weight-loss/ ນອກ​ຈາກນີ້​ແລ້ວ ທ່ານ​ຍັງ​ສາ​ມາດ​ກູ​ເກີ​ລ​ເບິ່ງ​ເອງ​ໄດ້. ມີ​ຂໍ້​ມູນ​ຫຼວງຫຼາຍ​ສຳ​ລັບ​ຫົວ​ຂໍ້​ນີ້. ຮູ້​ແລ້ວ​ບາດນີ້ ກໍ່​ຈົ່ງ​ຍິ້ມ​ຮັບ​ຄວາມ​ເຢັນ ແລະ ໃຊ້​ມັນ​ໃຫ້​ເປັນ​ປະ​ໂຫຍດ. ສຳ​ຄັນ​ແມ່ນ​ຢ່າ​ຢູ່​ໜາວ​ເກີນ​ໄປ​ດົນ​ເກີນ​ໄປ, ເພາະ​ຖ້າ​ທ່ານ​ຈັບ​ໜາວ ກໍ່​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ​ໄດ້.

ຂໍ​ໂພ​ສ​ຮູບ​ທີ່​ຂ້າ​ພະ​ເຈົ້າ​ຖ່າຍ​ ກ່ອນ​ອອກ​ໄປ​ກວາດ​ໃບ​ໄມ້​ຢູ່​ເດີ່ນຫຼັງ​ບ້ານ​ຕອນ​ສວາຍນີ້ ໃຫ້​ພວກ​ທ່ານ​ເບິ່ງ. ອາ​ກາດ​ຢູ່​ເມືອງ​ຂ້າ​ພະ​ເຈົ້າ​ມື້ນີ້ກໍ່​ອຸ່ນ​ຂຶ້ນ​ມາ​ຢູ່​ທີ່ 12 ອົງ​ສາ​ເຊ​ລ​ຊຽ​ສ​ພໍ​ດີ​ເລີຍ. ກວາດ​ໄປ​ໄດ້ 5 ນາ​ທີ ກໍ່​ຕ້ອງ​ໄດ້​ແກ້​ເສື້ອ​ກັນ​ໜາວ​ອອກ ເພາະຮ່າງ​ກາຍ​ເລີ່ມ​ເຜົາ​ໄໝ້​ນ້ຳ​ມັນ​ແລ້ວ. ໂອ, ຂໍ​ບອກ​ໃຫ້​ຮູ້​ເລີຍ​ວ່າ​ໃນ​ຮູບນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄອນ​ທົວ​ຣ໌ ແກ້ມ​ເດີ! ຕັ້ງ​ແມ່ນ​ຍ້ອນ​ຈ່ອຍ​ລົງ​ແທ້ໆ!

Anong 01_17_15_004

ຫວັງ​ວ່າ​ພວກ​ທ່ານ​ທີ່​ພະ​ຍາ​ຍາມຫຼຸດ​ຄວາມ​ອ້ວນ​ໄປ​ກັບ​ຂ້າ​ພະ​ເຈົ້າ ຕ່າງກໍ່​ພວມ​ມີ​ຄວາມ​ຄືບ​ໜ້າອັນ​ເປັນ​ທີ່​ເພິ່ງພໍ​ໃຈ. ຊ່ວຍລົງ​ຄອມ​ເມັນ​ທ໌ ມາ​ບອກ​ໃຫ້​ຮູ້​ແນ່.

4 thoughts on “ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 2 ອາ​ທິດ​ຜ່ານ​ໄປ

  1. ສະບາຍດີນົງ
    ຂໍສາລະພາບວ່າ ຍັງບໍ່ຈ່ອຍ ແລະ ຍັງຄົງບໍ່ສາມາດຄວບຄຸມການກິນເທື່ອ ແຮ… ອາທິດຜ່ານມາແຮ່ງກິນຫຼາຍ ເພາະໄປເຮັດວຽກຢູ່ນໍ້າເທີນ ອາກາດໜາວໆ ອາຫານກະພັດແຊບໆ
    ອາທິດນີ້ມາຂອນແກ່ນ ອາກາດພັດອຸ່ນຂຶ້ນ. ຊິພາຍາຍາມກິນແປ້ງໜ້ອຍລົງ ຈະຫັດກາຍຕອນເຊົ້າ. ອາທິດໜ້າ ຊິໄປອຸດົມໄຊ ຊິລອງໄປຕາກໜາວເດີ ເພາະປະກົດວ່າ ອາກາດຢູ່ຫັ້ນຈະປະມານ 9 – 16 ອົງສາ. ແຕ່ຢູ່ຫັ້ນພັດ ບໍ່ມີຮ້ານອາຫານ ມີແຕ່ເຝິ ກັບຂອງກິນສຸກ ເຊິ່ງມີແຕ່ເຂົ້າໜຽວ ຮື ຮື ຮື … ແຕ່ນີ້ກະແມ່ນຂໍ້ແກ້ໂຕເນາະ ຖ້າພະຍາຍາມກະໄດ້ຫັ້ນແຫຼະເນາະ
    ຊິພະຍາຍາມເດີ ສູ້ ໆ ສູ້ ໆ
    Lets keep up

    1. ຕ້ອງ​ໄດ້​ພະ​ຍາ​ຍາມ​ແນ່​ຫັ້ນ​ລະ​ອ້ວນ. ຄັນ​ບໍ່​ຊັ້ນ​ມັນ​ແຮງ​ຊິ​ຍາກ​ໄປ​ກວ່າ​ເກົ່າ. ໃຊ້​ຄວາມ​ເຢັນ​ໃຫ້​ເປັນ​ປະ​ໂຫຍດ​ເດີ! ອອກ​ໄປ​ຍ່າງ. ທຳ​ອິດ​ນຸ່ງ​ໃຫ້​ອຸ່ນ. ເມື່ອ​ຮ່າງ​ກາຍ​ເລີ້ມ​ເຜົາ​ຜານ​ນ້ຳ​ມັນ, ກະ​ແກ້​ເສື້ອ​ກັນ​ໜາວ​ອອກ. ພະ​ຍາ​ຍາມ​ຢ່າ​ກິນຫຼາຍກວ່າ​ຄວາມ​ສາ​ມາດເຜົາ​ຜານ​​ພະ​ລັງ​ງານ​ຂອງ​ຮ່າງ​ກາຍ​ເຮົາ. ຖ່າຍ​ຮູບ​ວິວ​ງາມໆ (ຫຼື ຮູບ​ໂຕ​ກັບ​ໝູ່ ຕອນ​ໄປ​ຍ່າງ) ມາ​ໃຫ້​ເບິ່ງ​ແນ່ :-)

  2. ສະຍາຍດີ ໝູ່ເພື່ອນທຸກຄົນ ແຟນຄັບ ລົມກັນ ການລຸດນຳ້ຫນັກເປັນສິ່ງທ້າທາຍ ສຳລັບທຸກຄົນ ແຕ່ປະຕິບັດໄດ້ຕາມ ວິທີການຂອງ ສີອານົງ ຄິດວ່າຄືສິໄດ້ຜົນແນ່ນອນ , ແຕ່ສຳລັບວິທີ ຂອງຂ້າພະເຈົ້າ ໃຜຢາກລອງເອົາປະຕິບັດຕາມ ກະຍິນດີ ລອງປະຕິບັດເບິ່ງ ວິທີ່ນີ້ ກິນອາຫານຕາມປົກກະຕິທຸກຄາບ ຕາມທີ່ເຮົາຈະກິນ ພຽງແຕ່ ກິນປະລິມານທີ່ຫນ່ອຍລົງ ສົມມຸດເຄີຍກິນເຂົ້າ ຫນື່ງຈານ ກະລຸດລົງກິນເຄິ່ງຈານ ສະຫລູບກະຄືບໍ່ກິນອີມເກີນໄປ ປະຕິບັດແບບນີ້ ນຳ້ຫນັກກໍ່ຈະລົດລົງໄດ້ຄືກັນ .

    1. ສະ​ບາຍ​ດີ ກົງ​ໃຈ,
      ຂອບ​ໃຈ​ທີ່​ມາ​ແລກ​ປ່ຽນ​ປະ​ສົບ​ການ​ກັບ​ພວກ​ເຮົາ​ເດີ. ວິ​ທີ​ຂອງ​ເຈົ້າ​ນັ້ນ​ໄດ້​ຜົນ​ແທ້. ແຕ່​ວ່າ​ສຳ​ລັບ​ຄົນ​ທີ່​ຍັງ​ຕຸ້ຍຫຼາຍ​ຢູ່ ມັນ​ປະ​ຕິ​ບັດ​ໄດ້​ຍາກ, ເພາະ​ວ່າ​ເຮັດ​ແບບ​ເຈົ້າ ນ້ຳ​ໜັກ​ມັນ​ຈະຫຼຸດ​ລົງ​ຊ້າ ແລະ ສຳ​ລັບ​ຄົນ​ຕຸ້ຍ​ຄື​ພວກ​ຂ້ອຍ ຄັນ​ເຫັນ​ຜົນ​ຊ້າ ພວກ​ຂ້ອຍ​ມັກ​ເກີດ​ຄວາມ​ລັ່ງ​ເລ, ບໍ່​ແນ່​ໃຈ​ວ່າ​ມັນ​ໄດ້​ຜົນ ແລ້ວ ກະ​ໃຊ້​ເປັນ​ເຫດ​ຜົນ​ໃຫ້​ກັບ​ຄືນ​ໄປ​ກິນ​ແບບບໍ່​ລະ​ວັງ​ອີກ. ຖ້າ​ໃຜ​ເຮັດ​ໄດ້ ມັນ​ເປັນ​ວິ​ທີ​ດີຫຼາຍ​.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>