ສະບາຍດີ ແຟນໆ ຂອງ LomKan.com ແລະ ບັນດາແຂກທີ່ແວະເຂົ້າມາຢ້ຽມຢາມເວັບໄຊທ໌ຂອງພວກເຮົາ,
ຮອດເວລາມາລົມກັນອີກແລ້ວ. ອາທິດນີ້ ຂ້າພະເຈົ້າຕື່ນເຕັ້ນໝົດອາທິດ ຢາກຂຶ້ນຊິງສັ່ງເບິ່ງຜົນຄືບໜ້າຂອງຕົນ. ອົດໃຈລໍມາຈົນຮອດເຊົ້າມື້ນີ້ (ວັນເສົາ ທີ 17). ຜົນອອກມາເປັນທີ່ພໍໃຈທີ່ສຸດ. ມື້ນີ້ນ້ຳໜັກຂອງຂ້າພະເຈົ້າລົງມາຢູ່ທີ່ 125 ປອນ ຫຼື ທຽບເທົ່າກັບ 56.7 ກິໂລ. ໄຊໂຍ!!!
ວິທີການຫຼັກທີ່ຂ້າພະເຈົ້າປະຕິບັດພາຍໃນໜຶ່ງອາທິດທີ່ຜ່ານມານີ້ແມ່ນ:
1. ດ້ານການກິນ: ຕັດທາດແປ້ງອອກເຖິງ 90%, ຈົ່ງໄວ້ແຕ່ຊີຣຽລ ໃນຍາມເຊົ້າ ເພື່ອບໍ່ໃຫ້ຮ່າງກາຍກະຫາຍທາດແປ້ງເກີນໄປ. ຂ້າພະເຈົ້າກິນເຂົ້າອົບຂອງ Kellogg’s. ກິນລ້າໆ, ໃຊ້ມືຈັບເອົາເທື່ອລະຕ່ອນສອງຕ່ອນ. ກິນໄປ, ດື່ມກາເຟໄປນຳ. ຂ້າພະເຈົ້າເຮັດແນວນີ້ ເພື່ອຫຼີກເວັ້ນການດື່ມນົມສົດຫຼາຍເກີນໄປ. ຕົນເອງບໍ່ມັກລົດຊາດຂອງນົມສົດຜ່ອງມັນເນີຍ (ໄຂມັນ 1% ຫຼື 2%) ຢູ່ໃນກາເຟ, ກະເລີຍຕັດອັດຕານ້ຳນົມອອກຈາກຊີຣຽລ ເພື່ອໃຫ້ຕົນໄດ້ໃຊ້ນ້ຳນົມທຳມະດາ (ໄຂມັນ 4%) ໃນກາເຟ. ອາຫານທີ່ຂ້າພະເຈົ້າເລືອກກິນໃນອາທິດນີ້ ແມ່ນສະຫຼັດ ແລະ ໂປຼຕີນທີ່ມີໄຂມັນຕ່ຳ – ປາເຊລມອນ (ປີ້ງກະແຊບ, ເຮັດກ້ອຍກິນແຮງແຊບ), ທູນາ (ກະປ໋ອງ), ໄຂ່ໄກ່ຕົ້ມ, ໄກ່ງວງ (ຊື້ເອົາໄກ່ງວງບົດຢູ່ຮ້ານຄ້າມາເຮັດລາບກິນ – ງ່າຍໆ ແຕ່ແຊບອີ່ຫຼີ). ຂ້າພະເຈົ້າຮູ້ວ່າການດຳລົງຊີວິດຢູ່ຕ່າງປະເທດ ເຮັດໃຫ້ຕົນສາມາດຄວບຄຸມອາຫານ ໄດ້ງ່າຍກວ່າບັນດາທ່ານທີ່ຢູ່ປະເທດລາວ. ວິຖີຊີວິດຂອງຄົນບ້ານເຮົາແມ່ນມີລັກສະນະລວມໝູ່ທີ່ສຸດ. ເຮົາບໍ່ຢາກ, ແຕ່ໝູ່ຫຼາຍຄົນຢາກ. ເຮົາຫິວ, ໝູ່ຍັງບໍ່ຫິວ. ເຮົາອີ່ມ, ໝູ່ພັດຄຸມໃຫ້ນັ່ງຕໍ່. ຂໍ້ແນະນຳສຳລັບການຄວບຄຸມອາຫານຢູ່ລາວ: ແມ່ນວ່າພວກທ່ານຕ້ອງວາງແຜນການ ແລະ ກະກຽມລ່ວງໜ້າວ່າຈະກິນຫຍັງ. ດີແທ້ ແມ່ນຕ້ອງໃຫ້ແນ່ໃຈອີກວ່າ ຮອດເວລາກິນ ຕົນຕ້ອງໄດ້ກິນອາຫານເຫຼົ່ານັ້ນ. ເພາະວ່າພວກເຮົາກິນແຕ່ໃນປະລິມານພໍດີ, ຮອດຍາມກິນມາມັນຈຶ່ງຫິວແຮງ. ຖ້າບໍ່ໄດ້ກິນ ແມ່ນຕະບະແຕກແນ່ນອນ – ເວົ້າຈາກປະສົບການຕົວເອງ. ຖ້າພວກທ່ານເຮັດໄດ້, ຂ້າພະເຈົ້າສະເໜີໃຫ້ຕັດທາດແປ້ງອອກ – ເວົ້າງ່າຍ, ກະທຳຍາກໃນຕອນທຳອິດ. ແຕ່ເມື່ອເຮັດໄປແລ້ວ 4-5 ມື້ ທ່ານກໍ່ຈະລຶ້ງເອງ. ຫຼັງຈາກນັ້ນ ທ່ານຈະຮູ້ສຶກເບົາຕົນເບົາໂຕ, ສຸຂະພາບຈະແຂງແຮງຂຶ້ນອີກຕ່າງຫາກ. ຄັນຕັດບໍ່ໄດ້ແທ້ໆ, ກໍ່ໃຫ້ຜ່ອນປະລິມານລົງ.
2. ອອກກຳລັງກາຍ: ຂ້າພະເຈົ້າມີຄວາມສຸກກັບການເຕັ້ນລຳ. ເພງຮິດສຳລັບອາທິດນີ້ ແມ່ນເພງ I’m all about that bass ຂອງ Meghan Trainor. ຈັງຫວະຄຶກຄັກແບບໜ້າຮັກ, ຄວາມໝາຍດີໆ ສຳລັບຄົນອວບໆແບບພວກເຮົາ. ຄັນພວກທ່ານຍັງບໍ່ຮູ້ຈັກເພງນີ້, ລອງເຂົ້າໄປຟັງໃນ ຢູທູບ ເບິ່ງແມ໋! ບາງເຊົ້າ ຂ້າພະເຈົ້າຟັງມັນກັບໄປກັບມາ 10 ເທື່ອ, ຊຶ່ງພໍດີເທົ່າກັບໄດ້ເຕັ້ນລຳໄປແລ້ວ 30 ນາທີ.
ນອກຈາກເຕັ້ນລຳແລ້ວ ຂ້າພະເຈົ້າຍັງໃຊ້ເວລາຫັດກ້າມແຂນ. ວິທີງ່າຍໆ ທີ່ບໍ່ຕ້ອງໄດ້ໃຊ້ອຸປະກອນຫຍັງ, ແຕ່ວ່າມັນໄດ້ຜົນແທ້ໆ (ບໍ່ເຊື່ອ ກໍ່ເຮັດລອງເບິ່ງ) ແມ່ນຂອງ Tracy Campoli ເຂົ້າໄປຕາມລິງຄ໌ ນີ້ https://www.youtube.com/watch?v=i299Oy_zRz0&index=13&list=WL ລາວຍັງມີວິທີຫັດກາຍອີກຫຼາຍໆອັນທີ່ຖືກໃຈຂ້າພະເຈົ້າ. (ພວກທ່ານຕ້ອງໄດ້ກອບປີ້ ລິງຄ໌ນີ້ ແລ້ວໄປໂພສໃສ່ ອາແດຼສບອກສ໌ ເອົາເອງ ເພາະ Tracy ລາວບໍ່ອະນຸຍາດໃຫ້ລິງຄ໌ໂດຍກົງ. ຮັບຮອງວ່າຄຸ້ມ).
3. ການໃຊ້ຄວາມເຢັນໃຫ້ເປັນປະໂຫຍດ: ອາທິດແລ້ວນີ້ ຂ້າພະເຈົ້າເອີ່ຍໄວ້ວ່າ ຄວາມເຢັນມີປະໂຫຍດສຳລັບຜູ້ທີ່ຢາກຫຼຸດນ້ຳໜັກ. ກໍ່ພໍດີມາປະຈວບເໝາະກັບທີ່ອາກາດຢູ່ປະເທດລາວ ເຢັນລົງຫຼາຍໃນໄລຍະນີ້. ສຳລັບທ່ານທີ່ຍັງບໍ່ຮູ້ເທື່ອ, ຄວາມເຢັນຊ່ວຍໃຫ້ຮ່າງກາຍເຮົາດຶງເອົານ້ຳມັນສ່ວນເກີນມາເຜົາໄໝ້ເພື່ອສ້າງຄວາມອຸ່ນ. ທ່ານເຄີຍຮູ້ບໍວ່າໃນຮ່າງກາຍຂອງຄົນເຮົານີ້ ມີນ້ຳມັນສອງປະເພດ? ນ້ຳມັນສີນ້ຳຕານ ແລະ ນ້ຳມັນສີຂາວ. ນ້ຳມັນສີນ້ຳຕານ ຈະໂຮມໂຕກັນຢູ່ທາງຫຼັງສ່ວນບົນ. ທີ່ພວກມັນເປັນສີນ້ຳຕານ ກໍ່ເພາະມັນມີປະລິມານທາດເຫຼັກສູງ. ໜ້າທີ່ຂອງມັນແມ່ນເປັນວັດຖຸເຜົາໄໝ້ໃຫ້ຄວາມອົບອຸ່ນແກ່ອະໄວຍະວະທີ່ສຳຄັນຂອງຮ່າງກາຍຄົນ. ນ້ຳມັນພວກນີ້ຈະມີຫຼາຍ (ຕາມອັດຕາສ່ວນຮ້ອຍ) ໃນຕົວຂອງເດັກນ້ອຍ, ແລະ ຫຼຸດລົງເປັນລຳດັບເມື່ອຄົນໃຫຍ່ຂຶ້ນ. ເພາະສະນັ້ນ, ພວກເຮົາຈຶ່ງພົບວ່າເດັກນ້ອຍບໍ່ຂີ້ໜາວຄືຜູ້ໃຫຍ່, ແລະ ຜູ້ເຖົ້າຈະໜາວໄວກວ່າຜູ້ໜຸ່ມ. ສ່ວນນ້ຳມັນສີຂາວ ແມ່ນນ້ຳມັນທີ່ເປັນອັນຕະລາຍຕໍ່ສຸຂະພາບຄົນ ຊຶ່ງພວກເຮົາພະຍາຍາມກຳຈັດຖິ້ມຢູ່ນີ້. ຂ່າວດີມີຢູ່ວ່າ ຫວ່າງສອງສາມປີມານີ້ ນັກວິທະຍາສາດໄດ້ຄົ້ນພົບວ່າ ຄວາມເຢັນ ເມື່ອຢູ່ໃນລະດັບທີ່ພໍດີ (ປະມານ 12 ອົງສາເຊລຊຽສ – ເພາະເຢັນກວ່ານີ້ກໍ່ຈະເປັນອັນຕະລາຍແກ່ສຸຂະພາບເຮົາ) – ແລະ ໃນໄລຍະເວລາທີ່ພໍດີ ຈະຊ່ວຍໃຫ້ຮ່າງກາຍເລີ່ມປ່ຽນແປງນ້ຳມັນສີຂາວໃຫ້ເປັນນ້ຳມັນສີນ້ຳຕານ ແລ້ວເຜົາໄໝ້ພວກມັນເພື່ອສ້າງຄວາມອົບອຸ່ນໃຫ້ຮ່າງກາຍ. ຕາມການທົດລອງ ສະຫຼຸບໄດ້ວ່າ ຖ້າຄົນເຮົາຫາກໄປຢູ່ໃນແວດລ້ອມທີ່ມີອາກາດເຢັນ (12 ເຊລຊຽສ) ຈົນຮ່າງກາຍສັ່ນ ໄດ້ເຖິງ 15 ນາທີ ກໍ່ຈະສາມາດເຜົາຜານພະລັງງານທຽບເທົ່າກັບທີ່ໄດ້ອອກກຳລັງກາຍໜັກໆ ໄປເຖິງ 1 ຊົ່ວໂມງ. ທ່ານສາມາດເຂົ້າໄປອ່ານເພີ້ມເຕີມໄດ້ຕາມລິງຄ໌ນີ້: http://news.nationalgeographic.com/news/2014/02/140211-shivering-cold-exercise-brown-fat-white-fat-irisin-metabolism-weight-loss/ ນອກຈາກນີ້ແລ້ວ ທ່ານຍັງສາມາດກູເກີລເບິ່ງເອງໄດ້. ມີຂໍ້ມູນຫຼວງຫຼາຍສຳລັບຫົວຂໍ້ນີ້. ຮູ້ແລ້ວບາດນີ້ ກໍ່ຈົ່ງຍິ້ມຮັບຄວາມເຢັນ ແລະ ໃຊ້ມັນໃຫ້ເປັນປະໂຫຍດ. ສຳຄັນແມ່ນຢ່າຢູ່ໜາວເກີນໄປດົນເກີນໄປ, ເພາະຖ້າທ່ານຈັບໜາວ ກໍ່ຈະເປັນອັນຕະລາຍຕໍ່ສຸຂະພາບໄດ້.
ຂໍໂພສຮູບທີ່ຂ້າພະເຈົ້າຖ່າຍ ກ່ອນອອກໄປກວາດໃບໄມ້ຢູ່ເດີ່ນຫຼັງບ້ານຕອນສວາຍນີ້ ໃຫ້ພວກທ່ານເບິ່ງ. ອາກາດຢູ່ເມືອງຂ້າພະເຈົ້າມື້ນີ້ກໍ່ອຸ່ນຂຶ້ນມາຢູ່ທີ່ 12 ອົງສາເຊລຊຽສພໍດີເລີຍ. ກວາດໄປໄດ້ 5 ນາທີ ກໍ່ຕ້ອງໄດ້ແກ້ເສື້ອກັນໜາວອອກ ເພາະຮ່າງກາຍເລີ່ມເຜົາໄໝ້ນ້ຳມັນແລ້ວ. ໂອ, ຂໍບອກໃຫ້ຮູ້ເລີຍວ່າໃນຮູບນີ້ ຂ້າພະເຈົ້າບໍ່ໄດ້ຄອນທົວຣ໌ ແກ້ມເດີ! ຕັ້ງແມ່ນຍ້ອນຈ່ອຍລົງແທ້ໆ!
ຫວັງວ່າພວກທ່ານທີ່ພະຍາຍາມຫຼຸດຄວາມອ້ວນໄປກັບຂ້າພະເຈົ້າ ຕ່າງກໍ່ພວມມີຄວາມຄືບໜ້າອັນເປັນທີ່ເພິ່ງພໍໃຈ. ຊ່ວຍລົງຄອມເມັນທ໌ ມາບອກໃຫ້ຮູ້ແນ່.
ສະບາຍດີນົງ
ຂໍສາລະພາບວ່າ ຍັງບໍ່ຈ່ອຍ ແລະ ຍັງຄົງບໍ່ສາມາດຄວບຄຸມການກິນເທື່ອ ແຮ… ອາທິດຜ່ານມາແຮ່ງກິນຫຼາຍ ເພາະໄປເຮັດວຽກຢູ່ນໍ້າເທີນ ອາກາດໜາວໆ ອາຫານກະພັດແຊບໆ
ອາທິດນີ້ມາຂອນແກ່ນ ອາກາດພັດອຸ່ນຂຶ້ນ. ຊິພາຍາຍາມກິນແປ້ງໜ້ອຍລົງ ຈະຫັດກາຍຕອນເຊົ້າ. ອາທິດໜ້າ ຊິໄປອຸດົມໄຊ ຊິລອງໄປຕາກໜາວເດີ ເພາະປະກົດວ່າ ອາກາດຢູ່ຫັ້ນຈະປະມານ 9 – 16 ອົງສາ. ແຕ່ຢູ່ຫັ້ນພັດ ບໍ່ມີຮ້ານອາຫານ ມີແຕ່ເຝິ ກັບຂອງກິນສຸກ ເຊິ່ງມີແຕ່ເຂົ້າໜຽວ ຮື ຮື ຮື … ແຕ່ນີ້ກະແມ່ນຂໍ້ແກ້ໂຕເນາະ ຖ້າພະຍາຍາມກະໄດ້ຫັ້ນແຫຼະເນາະ
ຊິພະຍາຍາມເດີ ສູ້ ໆ ສູ້ ໆ
Lets keep up
ຕ້ອງໄດ້ພະຍາຍາມແນ່ຫັ້ນລະອ້ວນ. ຄັນບໍ່ຊັ້ນມັນແຮງຊິຍາກໄປກວ່າເກົ່າ. ໃຊ້ຄວາມເຢັນໃຫ້ເປັນປະໂຫຍດເດີ! ອອກໄປຍ່າງ. ທຳອິດນຸ່ງໃຫ້ອຸ່ນ. ເມື່ອຮ່າງກາຍເລີ້ມເຜົາຜານນ້ຳມັນ, ກະແກ້ເສື້ອກັນໜາວອອກ. ພະຍາຍາມຢ່າກິນຫຼາຍກວ່າຄວາມສາມາດເຜົາຜານພະລັງງານຂອງຮ່າງກາຍເຮົາ. ຖ່າຍຮູບວິວງາມໆ (ຫຼື ຮູບໂຕກັບໝູ່ ຕອນໄປຍ່າງ) ມາໃຫ້ເບິ່ງແນ່
ສະຍາຍດີ ໝູ່ເພື່ອນທຸກຄົນ ແຟນຄັບ ລົມກັນ ການລຸດນຳ້ຫນັກເປັນສິ່ງທ້າທາຍ ສຳລັບທຸກຄົນ ແຕ່ປະຕິບັດໄດ້ຕາມ ວິທີການຂອງ ສີອານົງ ຄິດວ່າຄືສິໄດ້ຜົນແນ່ນອນ , ແຕ່ສຳລັບວິທີ ຂອງຂ້າພະເຈົ້າ ໃຜຢາກລອງເອົາປະຕິບັດຕາມ ກະຍິນດີ ລອງປະຕິບັດເບິ່ງ ວິທີ່ນີ້ ກິນອາຫານຕາມປົກກະຕິທຸກຄາບ ຕາມທີ່ເຮົາຈະກິນ ພຽງແຕ່ ກິນປະລິມານທີ່ຫນ່ອຍລົງ ສົມມຸດເຄີຍກິນເຂົ້າ ຫນື່ງຈານ ກະລຸດລົງກິນເຄິ່ງຈານ ສະຫລູບກະຄືບໍ່ກິນອີມເກີນໄປ ປະຕິບັດແບບນີ້ ນຳ້ຫນັກກໍ່ຈະລົດລົງໄດ້ຄືກັນ .
ສະບາຍດີ ກົງໃຈ,
ຂອບໃຈທີ່ມາແລກປ່ຽນປະສົບການກັບພວກເຮົາເດີ. ວິທີຂອງເຈົ້ານັ້ນໄດ້ຜົນແທ້. ແຕ່ວ່າສຳລັບຄົນທີ່ຍັງຕຸ້ຍຫຼາຍຢູ່ ມັນປະຕິບັດໄດ້ຍາກ, ເພາະວ່າເຮັດແບບເຈົ້າ ນ້ຳໜັກມັນຈະຫຼຸດລົງຊ້າ ແລະ ສຳລັບຄົນຕຸ້ຍຄືພວກຂ້ອຍ ຄັນເຫັນຜົນຊ້າ ພວກຂ້ອຍມັກເກີດຄວາມລັ່ງເລ, ບໍ່ແນ່ໃຈວ່າມັນໄດ້ຜົນ ແລ້ວ ກະໃຊ້ເປັນເຫດຜົນໃຫ້ກັບຄືນໄປກິນແບບບໍ່ລະວັງອີກ. ຖ້າໃຜເຮັດໄດ້ ມັນເປັນວິທີດີຫຼາຍ.