ສະບາຍດີເພື່ອນໆ ແຟນຄັບຂອງ LomKan.com,
ນ້ຳໜັກຂອງຂ້າພະເຈົ້າບໍ່ຫຼຸດລົງເລີຍແມ່ນແຕ່ຂີດດຽວ. ຍັງຢູ່ທີ່ 125 ປອນ ຫຼື ເກືອບເທົ່າກັບ 56.7 ກິໂລ. ກະຄິດໆຢູ່ວ່າມັນອາດອອກມາໃນຮູບນີ້ ເພາະກຳລັງຢູ່ໃນເວລານັ້ນຂອງເດືອນ, ຊຶ່ງຕາມປົກກະຕິ ນ້ຳໜັກຂອງຂ້າພະເຈົ້າຈະເພີ້ມຂຶ້ນ ບາງຄັ້ງເຖິງ 1.5 ກິໂລ. ຖືເອົາປັດໄຈອັນນີ້ເປັນສາເຫດ ກະເລີຍເຮັດໃຫ້ຂ້າພະເຈົ້າຍັງມອງໂລກເປັນສີກຸຫຼາບຢູ່.
ຊິບໍ່ໃຫ້ຄິດໃນແງ່ບວກໄດ້ຈັ່ງໃດ, ຂ້າພະເຈົ້າອອກກຳລັງກາຍທຸກໆມື້. ເຕັ້ນລຳເປັນຊົ່ວໂມງໆ (ດຽວນີ້ແມ່ນແຕ່ເວລາຂີດຂຽນກໍ່ຢືນເອົາ ເພາະທັງຟັງເພງ ແລະ ເຕັ້ນລຳໄປນຳ). ຕອນເຊົ້າໆກໍ່ໄດ້ອອກໄປຫັດກາຍຢູ່ຂັ້ນໃດຫຼັງບ້ານ. ກ້າວຂາຂຶ້ນ, ກ້າວຂາລົງ, ໂດຍທີ່ມືທັງສອງຂ້າງກໍ່ຖືດຳແບລ 2 ປອນ ໄປພ້ອມ (ມື້ລະ 100 ຂັ້ນຕໍ່ຂາໜຶ່ງຂ້າງ). ສິ່ງໜຶ່ງທີ່ຂ້າພະເຈົ້າຕື່ມເຂົ້າໃສ່ໂປຼແກັມຫັດກາຍໃນອາທິດທີ່ຜ່ານມານີ້ ແມ່ນການນັ່ງຢອງໆເພື່ອຝຶກກ້າມສະໂພກ (ຈື່ທີ່ຂ້າພະເຈົ້າເຄີຍເລົ່າວ່າຕົນເອງບໍ່ມີທ້າຍບໍ່?). ມີແຜນວ່າຈະເຮັດໄປເທື່ອລະໜ້ອຍ ໂດຍເລີ້ມເຮັດ 35 ບາດຕໍ່ມື້. ໂອ້ຍ ເຈັບກ້າມສະໂພກເດ! ແຕ່ວ່າເຈັບຫັ້ນລະດີ. ໝາຍວ່າເຮົາກຳລັງເຮັດໄດ້ຜົນ. ຕື່ນມາແຕ່ລະມື້ກໍ່ຮູ້ສຶກວ່າຕົນໂຕເບົາລົງກວ່າເກົ່າ ຮູ້ສຶກດີໃຈຮຸ່ມໆ. ຕອນທ້າຍໆອາທິດ ມາສັງເກດເບິ່ງຕົນເອງຢູ່ໃນແວ່ນ ເຫັນວ່າ ທ້ອງນ້ອຍແມ່ນບ່ອນທີ່ຍັງມີບັນຫາກວ່າໝູ່. ລົມໃຫ້ແມ່ຟັງ, ເພິ່ນເວົ້າມາທາງໂທລະສັບດ້ວຍຄວາມໝັ້ນໃຈວ່າ:
ແມ່: “ມັນຊິຍາກອີ່ຫຍັງ. ນອນຫງາຍ, ຍົກຂາຊ້າຍຂຶ້ນ 600 ຄັ້ງ, ຈາກນັ້ນກະຍົກຂາຂວາຂຶ້ນອີກ 600 ຄັ້ງ. ນອນສະແຄງ, ຍົກຂາທາງລຸ່ມຂຶ້ນ 6–.”
ຂ້າພະເຈົ້າ: “ລູກເຮັດບໍ່ໄດ້ດອກ. ມັນຫຼາຍໂພດ,” ຂ້າພະເຈົ້າຕັດຄວາມ. ໃນໃຈກໍ່ຄິດຢາກຫົວທີ່ແມ່ບໍ່ເຫັນວ່າເປັນເລື່ອງຍາກ, ທັງໆທີ່ຊ່ຽວຊານເລື່ອງການຫຼຸດນ້ຳໜັກຕ່າງກໍ່ເຫັນເປັນສຽງດຽວກັນວ່າຫຼຸດນ້ຳມັນທ້ອງນ້ອຍນີ້ຍາກກວ່າໝູ່.
ແມ່: “ເປັນຫຍັງຊິເຮັດບໍ່ໄດ້. ລູກຍັງໜຸ່ມຢູ່. ຄັນດອກເຕີແມ່ບໍ່ຫ້າມ, ປານນີ້ແມ່ຍັງເຮັດຢູ່. ຍ້ອນດອກເຕີຂໍຮ້ອງ, ແລະ ຍ້ອນດຽວນີ້ອາກາດຢູ່ວຽງໜາວໂພດ ແມ່ໄດ້ນຸ່ງໂສ້ງຫຼາຍໂຕຊ້ອນກັນ, ແມ່ກະເລີຍຍົກແຕ່ 300 ເທື່ອ ຕໍ່ຂາ.”
ຂ້າພະເຈົ້າ: ລູກຊິພະຍາຍາມເຮັດເດີຊັ້ນນ່າ.
ຊິໃຫ້ຂ້າພະເຈົ້າຕອບແນວອື່ນໄດ້ຈັ່ງໃດ? ແມ່ຂອງຂ້າພະເຈົ້າອາຍຸໄດ້ 78 ປີແລ້ວ, ແຕ່ໃຈເພິ່ນຍັງເອົາຢູ່.
ຄັນພວກທ່ານຜູ້ໃດມີວິທີການດີໆກ່ຽວກັບການຫຼຸດນ້ຳມັນທ້ອງນ້ອຍ ກະຂໍເຊີນນຳມາເລົ່າໃຫ້ກັນຟັງແນ່. ມື້ຄືນວານນີ້ ຂ້າພະເຈົ້າອອກເດດກັບສາມີ. ເຫັນວ່າກິນໜ້ອຍມາໝົດອາທິດ ແລະ ກິນແຕ່ຂອງມີສຸຂະພາບ ກະເລີຍກິນເບັຍໄປສະ 2 ແກ້ວ. ອັດທ້າຍດ້ວຍຈີສເຄັກ.
ຢ່າໃຫ້ຮູບນີ້ຫຼອກຕາທ່ານເດີ! ຍ້ອນວ່າຈານໃນຮ້ານອາຫານອາເມລິກາມັນໃຫຍ່ໂພດ ເຄັກຈຶ່ງຄືວ່ານ້ອຍໆ. ຕົວຈິງແລ້ວ ເຄັກປ່ຽງນີ້ໃຫຍ່ກວ່າ Philadelphia cream cheese ຂະໜາດ 8 ອອນຊ໌ ພຸ້ນນ່າ. ແລະ ຂ້າພະເຈົ້າກິນຈົນໝົດ!!!
ກິນແລ້ວກະຮູ້ສຶກຜິດ ຈຶ່ງໄດ້ກັບມາເຕັ້ນລຳຢູ່ເຮືອນອີກເປັນຊົ່ວໂມງ. ເພງທີ່ຖືກໃຈຂ້າພະເຈົ້າທີ່ສຸດໃນອາທິດທີ່ຜ່ານມານີ້ ແມ່ນເພງຂອງ Cher: Believe, Song for the Lonely, The Shoop Shoop Song… ແຕ່ເພງທີ່ຂ້າພະເຈົ້າເລືອກມາລົງໃນຄໍລຳອາທິດນີ້ແມ່ນເພງ If I Could Turn Back Time. ໃນວີດີໂອນີ້ Cher ແຕ່ງໂຕເຊັກຊີຫຼາຍ, ແຕ່ຂ້າພະເຈົ້າບໍ່ຖື. ຂ້າພະເຈົ້າຊື່ນຊົມຄວາມສາມາດ ແລະ ພອນສະຫວັນຂອງລາວ.
ຫວັງວ່າບົດຄວາມອັນນີ້ຈະຊ່ວຍເປັນກຳລັງໃຈບໍ່ຫຼາຍກໍ່ໜ້ອຍ ໃຫ້ບັນດາທ່ານທີ່ພວມພະຍາຍາມຫຼຸດນ້ຳໜັກຢູ່. ຂໍໃຫ້ທຸກໆທ່ານທີ່ເຂົ້າມາອ່ານ ແລະ ລົງຄວາມເຫັນ ຈົ່ງມີສຸຂະພາບແຂງແຮງ, ຫຸ່ນດີກັນທຸກຄົນເດີ!
Hello Anong,
ກະເປັນຕາສົນໃຈໃ້ດເນາະ ອອກກຳລັງເອົາແທ້ເອົາວ່າແຕ່ນຳ້ຫນັກບໍ່ຍອມລົງ. ເຮົາກະເປັນແບນັ້ນຄືກັນ ບາງເທື່ອ. ແຕ່ຜົນ້ດີກໍ່ຄື ເຮົາຮູ້ສຶກກ້າມຂາ ແລະ ກົ້ນຫັ້ດເຂົ້າ ເຮົາກໍ່ເລີຍບໍ່ສົນກັບນຳ້ຫນັກປານໃ້ດ. ເຮົາເບີ່ງລາຍການ The biggest loser ພວກ candidates ເຂົາເຈົ້າກະເປັນແບນີ້ຄືກັນ. ເຮົາຄຶ້ດວ່າ ຖ້າອກກຳລັງກາຍຕະຫລອ້ດ ແລະ ຄ້ວາມຄຸມອາຫານ ນີ້ເປັນສິ່ງ້ດີ ແລະເຫັນຜົນໃນໄລຍະຍາວ. ເຮົາຄຶ້ດວ່າທີ່ສຳຄັນແມ່ນ ສ້າງນິໃສ ໃຫ້ເຮົາອອກກຳລັງກາຍ ແລະ ຄຸມອາຫານ ໃນແຕ່ລະ ນາທີ່ ຊົ່ວໂມງ ມື້ ເ້ດອືນ ປີ ແລະ ຕະຫລອ້ດໄປ. ເຮົາຄຶ້ດວ່າ ໂຕເລີ້ມຕົ້ນໄ້ດ້້ດີ ເພາະຄົນສ່ວນໃຫ່ຍ ຮອ້ດບໍ່ເລີ້ມເຮັ້ດ ຫລື ຄຶ້ດ ຊິເຮັ້ດເລີຍ ຫນ້າເສຍ້ດາຍ. ເຮົາຂໍເປັນກຳລັງໃຈໃຫ້ . ຖ້າ ອ່ານບົ້ດຕໍ່ໄປ.
Cheers,
Vi Da
ຂອບໃຈນ່ອງເດີທີ່ເປັນກຳລັງໃຈໃຫ້.
ຄິດຮອດພວກໂຕນ່າ!
ແມ່ນແທ້ຕວ໋າ. ຫັດກາຍທຸກໆມື້, ທັງກິນແຕ່ອາຫານທີ່ມີສຸຂະພາບ – ສະຫຼັດສົດ, ຜັກລວກ, ປາ, ກຸ້ງ, ໄກ່ ຊຶ່ງແຕ່ລະອັນບໍ່ມີຂົ້ວ, ບໍ່ມີຈືນເລີຍ. ເຂົ້າໜຽວ, ເຂົ້າຈ້າວ ບໍ່ໄດ້ຕ້ອງ. ມີແຕ່ຕອນເຊົ້າ ກິນຊີຣຽລ ທີ່ເຮັດດ້ວຍເຂົ້າອົບ – ຖ້ວຍໜຶ່ງມີແຕ່ 100 ແຄລໍຣີ ເທົ່ານັ້ນ. ເຮົາຮູ້ສຶກເບົາຕົນເບົາໂຕ, ແລະ ກ້າມໜ້າທ້ອງ, ກ້າມແຂນ, ກ້າມຂາຂອງເຮົາກໍ່ແຂງແຮງກວ່າເກົ່າ. ປານນັ້ນນ້ຳໜັກບໍ່ລົງຈັກດີ້ເລີຍໃນອາທິດນີ້. ແຕ່ວ່າເຮົາກະຊິບໍ່ທໍ້ຖອຍດອກ. ເຮົາເລີ້ມນຸ່ງເຄື່ອງເກົ່າໆສະໄໝເຮົາຈ່ອຍ ນັ້ນໄດ້ຄືນ. ມື້ວານນີ້ເຮົາອອກໄປບາຣ໌ ບັນດາໜຸ່ມໆ, ສາວໆ ທີ່ເຮົາຮູ້ວ່າເປັນລູກເຮົາໄດ້ສະບາຍ ຍັງພາກັນແນມນຳເຮົາ. ພາໃຫ້ເຮົາອົມຍິ້ມບໍ່ເຊົາ