ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ (3 ອາ​ທິດ​ຜ່ານ​ໄປ)

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຫຼຸດ​ລົງ​ເລີຍ​ແມ່ນ​ແຕ່​ຂີດ​ດຽວ. ຍັງ​ຢູ່​ທີ່ 125 ປອນ ຫຼື ເກືອບ​ເທົ່າ​ກັບ 56.7 ກິ​ໂລ. ກະ​ຄິດໆ​ຢູ່​ວ່າ​ມັນ​ອາດ​ອອກ​ມາ​ໃນ​ຮູບນີ້ ເພາະ​ກຳ​ລັງ​ຢູ່​ໃນ​ເວ​ລາ​ນັ້ນ​ຂອງ​ເດືອນ, ຊຶ່ງ​ຕາມ​ປົກ​ກະ​ຕິ ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເພີ້ມ​ຂຶ້ນ ບາງ​ຄັ້ງ​ເຖິງ 1.5 ກິ​ໂລ. ຖື​ເອົາປັດ​ໄຈ​ອັນ​ນີ້​ເປັນ​ສາ​ເຫດ ກະ​ເລີຍ​ເຮັດ​ໃຫ້ຂ້າ​ພະ​ເຈົ້າ​ຍັງ​ມອງ​ໂລກ​ເປັນ​ສີ​ກຸຫຼາບ​ຢູ່.

ຊິບໍ່​ໃຫ້​ຄິດ​ໃນ​ແງ່ບວກໄດ້​ຈັ່ງ​ໃດ, ຂ້າ​ພະ​ເຈົ້າ​ອອກ​ກຳ​ລັງ​ກາຍ​ທຸກໆ​ມື້. ເຕັ້ນ​ລຳເປັນ​ຊົ່ວ​ໂມງໆ (ດຽວນີ້​ແມ່ນ​ແຕ່​ເວ​ລາ​ຂີດ​ຂຽນ​ກໍ່​ຢືນ​ເອົາ ເພາະ​ທັງ​ຟັງ​ເພງ ແລະ ເຕັ້ນ​ລຳ​ໄປ​ນຳ). ຕອນ​ເຊົ້າໆ​ກໍ່​ໄດ້​ອອກ​ໄປ​ຫັດ​ກາຍ​ຢູ່​ຂັ້ນ​ໃດຫຼັງ​ບ້ານ. ກ້າວ​ຂາ​ຂຶ້ນ, ກ້າວ​ຂາ​ລົງ, ໂດຍທີ່​ມື​ທັງ​ສອງ​ຂ້າງກໍ່​ຖືດຳ​ແບລ 2 ປອນ​ ໄປ​ພ້ອມ (ມື້​ລະ 100 ຂັ້ນ​ຕໍ່​ຂາ​ໜຶ່ງ​ຂ້າງ). ​ສິ່ງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຕື່ມ​ເຂົ້າ​ໃສ່​ໂປຼ​ແກັມ​ຫັດ​ກາຍ​ໃນ​ອາ​ທິດ​ທີ່​ຜ່ານ​ມານີ້ ແມ່ນ​ການ​ນັ່ງ​ຢອງໆ​ເພື່ອ​ຝຶກ​ກ້າມ​ສະ​ໂພກ (ຈື່​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເລົ່າ​ວ່າ​ຕົນ​ເອງບໍ່​ມີ​ທ້າຍບໍ່?). ມີ​ແຜນ​ວ່າ​ຈະ​ເຮັດ​ໄປ​ເທື່ອ​ລະ​ໜ້ອຍ ໂດຍ​ເລີ້ມ​ເຮັດ 35 ບາດ​ຕໍ່​ມື້. ໂອ້ຍ ເຈັບ​ກ້າມ​ສະ​ໂພກ​ເດ! ແຕ່​ວ່າ​ເຈັບ​ຫັ້ນ​ລະ​ດີ. ໝາຍ​ວ່າ​ເຮົາ​ກຳ​ລັງ​ເຮັດ​ໄດ້​ຜົນ. ຕື່ນ​ມາ​ແຕ່​ລະ​ມື້ກໍ່​ຮູ້​ສຶກວ່າ​ຕົນ​ໂຕ​ເບົາ​ລົງກວ່າ​ເກົ່າ ຮູ້​ສຶກ​ດີ​ໃຈ​ຮຸ່ມໆ. ຕອນ​ທ້າຍໆ​ອາ​ທິດ ມາ​ສັງ​ເກດ​ເບິ່ງ​ຕົນ​ເອງ​ຢູ່​ໃນ​ແວ່ນ ເຫັນ​ວ່າ ທ້ອງ​ນ້ອຍ​ແມ່ນ​ບ່ອນ​ທີ່​ຍັງມີ​ບັນ​ຫາກວ່າ​ໝູ່. ລົມ​ໃຫ້​ແມ່​ຟັງ, ເພິ່ນ​ເວົ້າ​ມາທາງ​ໂທ​ລະ​ສັບດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ:

ແມ່:    “ມັນ​ຊິ​ຍາກ​ອີ່​ຫຍັງ. ນອນ​ຫງາຍ, ຍົກ​ຂາ​ຊ້າຍ​ຂຶ້​ນ 600 ຄັ້ງ, ຈາກ​ນັ້ນ​ກະ​ຍົກ​ຂາ​ຂວາ​ຂຶ້ນ​ອີກ 600 ຄັ້ງ. ນອນ​ສະ​ແຄງ, ຍົກ​ຂາ​ທາງ​ລຸ່ມ​ຂຶ້ນ 6–.”

ຂ້າ​ພະ​ເຈົ້າ:  “ລູກ​ເຮັດ​ບໍ່​ໄດ້​ດອກ. ມັນຫຼາຍ​ໂພດ,” ຂ້າ​ພະ​ເຈົ້າ​ຕັດ​ຄວາມ. ໃນ​ໃຈ​ກໍ່ຄິດ​ຢາກ​ຫົວ​ທີ່ແມ່​ບໍ່​ເຫັນ​ວ່າ​ເປັນ​ເລື່ອງ​ຍາກ, ທັງ​ໆ​ທີ່​ຊ່ຽວ​ຊານ​ເລື່ອງ​ການ​ຫຼຸດ​ນ້ຳ​ໜັກ​ຕ່າງກໍ່​ເຫັນ​ເປັນ​ສຽງ​ດຽວ​ກັນ​ວ່າຫຼຸດ​ນ້ຳ​ມັນ​ທ້ອງ​ນ້ອຍນີ້​ຍາກ​ກວ່າ​ໝູ່.

ແມ່:       “ເປັນ​ຫຍັງ​ຊິ​ເຮັດ​ບໍ່​ໄດ້. ລູກ​ຍັງ​ໜຸ່ມ​ຢູ່. ຄັນ​ດອກ​ເຕີ​ແມ່ບໍ່​ຫ້າມ, ປານນີ້​ແມ່​ຍັງ​ເຮັດ​ຢູ່. ຍ້ອນດອກ​ເຕີ​ຂໍ​ຮ້ອງ, ແລະ ຍ້ອນດຽວນີ້​ອາ​ກາດຢູ່​ວຽງ​ໜາວໂພດ ແມ່​​ໄດ້​ນຸ່ງ​ໂສ້ງ​ຫຼາຍ​ໂຕ​ຊ້ອນ​ກັນ, ແມ່​ກະ​ເລີຍ​ຍົກ​ແຕ່ 300 ເທື່ອ ຕໍ່​ຂາ.”

ຂ້າ​ພະ​ເຈົ້າ:  ລູກ​ຊິ​ພະ​ຍາ​ຍາມ​ເຮັດ​ເດີ​ຊັ້ນ​ນ່າ.

ຊິ​ໃຫ້​ຂ້າ​ພະ​ເຈົ້າ​ຕອບ​ແນວ​ອື່ນ​ໄດ້​ຈັ່ງ​ໃດ? ແມ່​ຂອງ​ຂ້າ​ພະ​ເຈົ້າ​ອາ​ຍຸ​ໄດ້ 78 ປີ​ແລ້ວ, ແຕ່​ໃຈເພິ່ນ​ຍັງ​ເອົາ​ຢູ່.

ຄັນ​ພວກ​ທ່ານ​ຜູ້​ໃດ​ມີ​ວິ​ທີ​ການ​ດີໆ​ກ່ຽວ​ກັບ​ການຫຼຸດ​ນ້ຳ​ມັນ​ທ້ອງ​ນ້ອຍ ກະ​ຂໍ​ເຊີນ​ນຳ​ມາ​ເລົ່າ​ໃຫ້​ກັນ​ຟັງ​ແນ່. ມື້​ຄືນ​ວານນີ້ ຂ້າ​ພະ​ເຈົ້າ​ອອກ​ເດດ​ກັບ​ສາ​ມີ. ເຫັນ​ວ່າ​ກິນ​ໜ້ອຍ​ມາ​ໝົດ​ອາ​ທິດ ແລະ ກິນ​ແຕ່​ຂອງ​ມີ​ສຸ​ຂະ​ພາບ ກະ​ເລີຍ​ກິນ​ເບັຍ​ໄປ​ສະ​ 2 ແກ້ວ. ອັດ​ທ້າຍ​ດ້ວຍ​ຈີ​ສ​ເຄັກ.

IMG_2969

ຢ່າ​ໃຫ້​ຮູບນີ້ຫຼອກ​ຕາ​ທ່ານ​ເດີ! ຍ້ອນ​ວ່າ​ຈານ​ໃນ​ຮ້ານ​ອາ​ຫານ​ອາ​ເມ​ລິ​ກາ​ມັນ​ໃຫຍ່​ໂພດ ເຄັກ​ຈຶ່ງ​ຄື​ວ່າ​ນ້ອຍໆ. ຕົວ​ຈິງ​ແລ້ວ ເຄັກ​ປ່ຽງ​ນີ້​ໃຫຍ່ກວ່າ Philadelphia cream cheese ຂະ​ໜາດ 8 ອອນ​ຊ໌ ພຸ້ນ​ນ່າ. ແລະ ຂ້າ​ພະ​ເຈົ້າ​ກິນ​ຈົນ​ໝົດ!!!

ກິນ​ແລ້ວ​ກະ​ຮູ້​ສຶກ​ຜິດ ຈຶ່ງ​ໄດ້​ກັບ​ມາ​ເຕັ້ນ​ລຳ​ຢູ່​ເຮືອນ​ອີກ​ເປັນ​ຊົ່ວ​ໂມງ. ເພງ​ທີ່​ຖືກ​ໃຈ​ຂ້າ​ພະ​ເຈົ້າ​ທີ່​ສຸດ​ໃນອາ​ທິດທີ່​ຜ່ານ​ມານີ້ ແມ່ນ​ເພງ​ຂອງ Cher: Believe, Song for the Lonely, The Shoop Shoop Song… ແຕ່​ເພງ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ມາ​ລົງ​ໃນ​ຄໍ​ລຳ​ອາ​ທິດນີ້​ແມ່ນ​ເພງ If I Could Turn Back Time. ໃນ​ວີ​ດີ​ໂອນີ້ Cher ແຕ່ງ​ໂຕ​ເຊັກ​ຊີຫຼາຍ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຖື. ຂ້າ​ພະ​ເຈົ້າ​ຊື່ນ​ຊົມ​ຄວາມ​ສາ​ມາດ ແລະ​ ພອນ​ສະ​ຫວັນ​ຂອງ​ລາວ.

ຫວັງ​ວ່າ​ບົດ​ຄວາມ​ອັນ​ນີ້​ຈະ​ຊ່ວຍ​ເປັນ​ກຳ​ລັງ​ໃຈ​ບໍ່ຫຼາຍກໍ່​ໜ້ອຍ ໃຫ້​ບັນ​ດາ​ທ່ານ​ທີ່​ພວມ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ຢູ່. ຂໍ​ໃຫ້​ທຸກໆ​ທ່ານ​ທີ່​ເຂົ້າ​ມາ​ອ່ານ ແລະ ລົງ​ຄວາມ​ເຫັນ ຈົ່ງມີ​ສຸ​ຂະ​ພາບ​ແຂງ​ແຮງ, ຫຸ່ນ​ດີ​ກັນ​ທຸກ​ຄົນ​ເດີ!

2 thoughts on “ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ (3 ອາ​ທິດ​ຜ່ານ​ໄປ)

  1. Hello Anong,

    ກະເປັນຕາສົນໃຈໃ້ດເນາະ ອອກກຳລັງເອົາແທ້ເອົາວ່າແຕ່ນຳ້ຫນັກບໍ່ຍອມລົງ. ເຮົາກະເປັນແບນັ້ນຄືກັນ ບາງເທື່ອ. ແຕ່ຜົນ້ດີກໍ່ຄື ເຮົາຮູ້ສຶກກ້າມຂາ ແລະ ກົ້ນຫັ້ດເຂົ້າ ເຮົາກໍ່ເລີຍບໍ່ສົນກັບນຳ້ຫນັກປານໃ້ດ. ເຮົາເບີ່ງລາຍການ The biggest loser ພວກ candidates ເຂົາເຈົ້າກະເປັນແບນີ້ຄືກັນ. ເຮົາຄຶ້ດວ່າ ຖ້າອກກຳລັງກາຍຕະຫລອ້ດ ແລະ ຄ້ວາມຄຸມອາຫານ ນີ້ເປັນສິ່ງ້ດີ ແລະເຫັນຜົນໃນໄລຍະຍາວ. ເຮົາຄຶ້ດວ່າທີ່ສຳຄັນແມ່ນ ສ້າງນິໃສ ໃຫ້ເຮົາອອກກຳລັງກາຍ ແລະ ຄຸມອາຫານ ໃນແຕ່ລະ ນາທີ່ ຊົ່ວໂມງ ມື້ ເ້ດອືນ ປີ ແລະ ຕະຫລອ້ດໄປ. ເຮົາຄຶ້ດວ່າ ໂຕເລີ້ມຕົ້ນໄ້ດ້້ດີ ເພາະຄົນສ່ວນໃຫ່ຍ ຮອ້ດບໍ່ເລີ້ມເຮັ້ດ ຫລື ຄຶ້ດ ຊິເຮັ້ດເລີຍ ຫນ້າເສຍ້ດາຍ. ເຮົາຂໍເປັນກຳລັງໃຈໃຫ້ . ຖ້າ ອ່ານບົ້ດຕໍ່ໄປ.

    Cheers,
    Vi Da

    1. ຂອບ​ໃຈ​ນ່ອງ​ເດີທີ່​ເປັນ​ກຳ​ລັງ​ໃຈ​ໃຫ້.
      ແມ່ນ​ແທ້​ຕວ໋າ. ຫັດ​ກາຍ​ທຸກໆ​ມື້, ທັງ​ກິນ​ແຕ່​ອາ​ຫານ​ທີ່​ມີ​ສຸ​ຂະ​ພາບ – ​ສະຫຼັດສົດ, ຜັກ​ລວກ, ປາ, ກຸ້ງ, ໄກ່ ຊຶ່ງ​ແຕ່​ລະ​ອັນ​ບໍ່​ມີ​ຂົ້ວ​, ບໍ່​ມີ​ຈືນ​ເລີຍ. ເຂົ້າ​​ໜຽວ, ເຂົ້າ​ຈ້າວ ບໍ່​ໄດ້​ຕ້ອງ. ມີ​ແຕ່​ຕອນ​ເຊົ້າ ກິນ​ຊີ​ຣຽ​ລ​ ທີ່​ເຮັດ​ດ້ວຍ​ເຂົ້າ​ອົບ – ຖ້ວຍ​ໜຶ່ງ​ມີ​ແຕ່ 100 ແຄ​ລໍ​ຣີ ເທົ່າ​ນັ້ນ. ເຮົາ​ຮູ້​ສຶກ​ເບົາ​ຕົນ​ເບົາ​ໂຕ, ແລະ ກ້າມ​ໜ້າ​ທ້ອງ, ກ້າມ​ແຂນ, ກ້າມ​ຂາ​ຂອງ​ເຮົາ​ກໍ່​ແຂງ​ແຮງກວ່າ​ເກົ່າ. ປານ​ນັ້ນ​ນ້ຳ​ໜັກ​ບໍ່​ລົງ​ຈັກ​ດີ້​ເລີຍ​ໃນ​ອາ​ທິດນີ້. ແຕ່​ວ່າ​ເຮົາ​ກະ​ຊິບໍ່​ທໍ້​ຖອຍດອກ. ເຮົາ​ເລີ້ມ​ນຸ່ງ​ເຄື່ອງ​ເກົ່າໆ​ສະ​ໄໝ​ເຮົາ​ຈ່ອຍ ນັ້ນ​ໄດ້​ຄືນ. ມື້​ວານນີ້​ເຮົາ​ອອກ​ໄປ​ບາ​ຣ໌ ບັນ​ດາ​ໜຸ່ມໆ, ສາວໆ ທີ່​ເຮົາ​ຮູ້​ວ່າ​ເປັນ​ລູກ​ເຮົາ​ໄດ້​ສະ​ບາຍ ຍັງ​ພາ​ກັນ​ແນມ​ນຳ​ເຮົາ. ພາ​ໃຫ້​ເຮົາ​ອົມ​ຍິ້ມບໍ່​ເຊົາ :-) ຄິດ​ຮອດ​ພວກ​ໂຕ​ນ່າ!

Leave a Reply to Vi Cancel reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>