ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 4 ອາ​ທິດ​ຜ່ານ​ໄປ

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ອາ​ທິດ​ທີ່​ຜ່ານ​ມານີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 2 ປອນ ຫຼືເກືອບເທົ່າ​ກັບ 900 ກ​ຣາມ – ຈາກ 56.7 ກິ​ໂລ ລົງ​ມາ​ເປັນ 55.8 ກ​ລ (123 ປອນ). ແອບ​ຫວັງ​ໄວ້​ວ່າ​ມັນ​ຈະ​ຫຼຸດລົງ​ຫຼາຍກວ່ານີ້ ເພາະ​ວ່າ​ອາ​ທິດ​ແລ້ວນີ້ບໍ່​ລົງ​ຈັກ​ດີ້. ແຕ່​ຊິ​ເຮັດ​ຈັ່ງ​ໃດ​ໄດ້​ລະ? ລະ​ບົບ​ເຜົາ​ຜານ​ພະ​ລັງ​ງານ​ຂອງຮ່າງ​ກາຍ​ເຮົາມັນ​ສະຫຼັບ​ສັບ​ຊ້ອນ​ ແລະ ຂຶ້ນ​ກັບຫຼາຍໆ​ປັດ​ໄຈ. ທີ່​ເຮົາ​ເຮັດ​ໄດ້​ກໍ່​ຄື​ການ​ສືບ​ຕໍ່​ມອງ​ປະ​ເດັນໃນ​ແງ່​ບວກ – ລົງ 900 ກ​ຣາມ ກະ​ຍັງ​ດີກວ່າບໍ່​ລົງ, ແລະ ດີຫຼາຍໆ​ກວ່າ​ກໍ​ລະ​ນີ​ທີ່​ນ້ຳ​ໜັກ​​ເພີ້ມ​ຂຶ້ນ.

ພວກ​ທ່ານອາດ​ຈະ​ເລີ້ມ​ໄດ້​ຍິນ​ວິ​ທະ​ຍາ​ກອນ​ຂອງ​ລາຍ​ການ​ໂທ​ລະ​ພາບ ເວົ້າ​ເຖິງຄວາມຫຼົ້ມ​ເຫຼວ​ຂອງປະ​ນິ​ທານທີ່​ຜູ້​ຄົນ​ຕັ້ງ​ໄວ້​ໃນ​ວິ​ນາ​ທີ​ຕົ້ນໆຂອງ​ປີ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ການຫຼຸດ​ນ້ຳ​ໜັກ. ມັນ​ເປັນ​ແນວນີ້​ທຸກໆ​ປີ. ຄົນ​ເປັນ​ລ້ານໆ​ຄົນ ຕັ້ງ​ໃຈ​ວ່າ​ປີນີ້​ຕົນ​ຈະ​ເປັນ​ຄົນ​ໃໝ່, ຈະ​ກິນ​ແຕ່​ອາ​ຫານ​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ ຈະ​ອອກ​ກຳ​ລັງ​ກາຍຫຼາຍໆ ເພື່ອຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ໃຫ້​ໄດ້. ແລະ​ແລ້ວ, ພະ​ລັງ ແລະ ຄວາມ​ຕັ້ງ​ໃຈ​ເຫຼົ່າ​ນັ້ນ​ກໍ່​ອ່ອນ​ເພັຍ ແລະ ຈາງ​ຫາຍ​ໄປ ເມື່ອການ​ປະ​ຕິ​ບັດ​ຕົວ​ຈິງ​ນັ້ນ ມັນ​ບໍ່​ງ່າຍ​ຄື​ຄວາມ​ຕັ້ງ​ໃຈ.

IMG_3013

ຂ້າ​ພະ​ເຈົ້າ​ຟັງ​ແລ້ວ​ກະ​ຍິ້ມໆ ເພາະ​ຕົນ​ເອງບໍ່​ໄດ້​ຢູ່​ໃນ​ກຸ່ມ​ຄົນ​​ທີ່​ວິ​ທະ​ຍາ​ກອນ​ເຫຼົ່າ​ນີ້ ພວມ​ປອບ​ໃຈ ແລະ ປຸກ​ລະ​ດົມ​ໃຫ້​ສືບ​ຕໍ່ຫັດ​ກາຍ ແລະ ອົດ​ອາ​ຫານ. ຂ້າ​ພະ​ເຈົ້າ​ຍັງ​ປະ​ຕິ​ບັດ​ມັນ​ດ້ວຍ​ຄວາມເຕັມ​ໃຈເປັນ​ຢ່າງ​ຍິ່ງ! ຄວາມຄືບ​ໜ້າ​ຂອງ​ຂ້າ​ພະ​ເຈົ້າໃນ​ການຫຼຸດ​ນ້ຳ​ໜັກ​ເທື່ອນີ້ ເປັນ​ໄປ​ຢ່າງ​ຊ້າໆ, ແຕ່​ແນ່ນອນ. 4 ອາ​ທິດ​ຜ່ານ​ໄປ​ແລ້ວ, ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ຈາກ 58 ກິ​ໂລ ລົງ​ມາ​ຢູ່​ທີ່ 55.8. ຮູ້​ດີວ່າ​ມັນ​ຍັງ​ແມ່ນ​ຕົວ​ເລກ​ສູງ​ຢູ່ ສຳ​ລັບ​ມາດ​ຕະ​ຖານ​ຄົນ​ລາວ. ແຕ່​ສຳ​ລັບ​ມາດ​ຕະ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ແລ້ວ, ຕົວ​ເລກນີ້​ແມ່ນ​ດີຫຼາຍ. ບໍ່​ເຫັນ​ມັນຕັ້ງ​ແຕ່​ປີ 2009 ພຸ້ນ. ມື້ນີ້ ຮອບ​ແອວ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 3½ ນິ້ວ ທຽບ​ໃສ່ 4 ອາ​ທິດ​ທີ່​ຜ່ານ​ມາ (ຢ່າ​ຟ້າວ​ໃຫ້​ບອກ​ເລີຍ​ວ່າ​ຕົວ​ເລກ​ຕົວ​ຈິງ​ນັ້ນ​ແມ່ນ​ຫ​ຍັງ​ແທ້. ມັນ​ຍັງ​ຂີ​ຮ້າຍ​ໂພດ. ເອົາ​ໄວ້​ໄປ​ເປີດເຜີຍ​ເວ​ລາ​ໂຄງ​ການນີ້​ຊິ້ນ​ສຸດ​ດີກວ່າ).

ເຫດ​ຜົນ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເດັດ​ດ່ຽວ​ຢາກຫຼຸດ​ນ້ຳ​ໜັກ​ໃຫ້​ສຳ​ເລັດ ແມ່ນ​ຍ້ອນ​ຂ້າ​ພະ​ເຈົ້າ​ໄດ້​ປະ​ກ​າດ​ໃຫ້​ທຸກ​ຄົນ​ໃນ​ໂລກ​ອອນ​ໄລ​ນ໌ຮູ້ວ່າ​ຕົນ​ຈະຫຼຸດ​ນ້ຳ​ໜັກ. ການ​ກະ​ທຳ​ດັ່ງ​ກ່າວໄດ້​ກາຍ​ເປັນ​ເໝືອນ​ແສງ​ກະ​ບອງ​ຮຸ່ງ​ມຽງໆ​ຢູ່​ປາກ​ຖ້ຳ ລໍ້​ຕາ​ລໍ້​ໃຈ​ໃຫ້​ຂ້າ​ພະ​ເຈົ້າ​ບຸກ​ບືນ​ກ້າວ​ໄປ​ເຖິງ. ອີກ​ທັງ​, ມັນເປັນເໝືອນ​ໄມ້​ຄ້ຳ​ຄໍ ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ກົ້ມ​ຫົວ​ໃຫ້​ແກ່​ອຸ​ປະ​ສັກ​ກີດ​ຂວາງ​ໃດໆ. ກຽດ​ຂອງ​ຄົນ​ຜູ້​ໜຶ່ງ, ເມື່ອ​ຫຼັ່​ນ​ວາ​ຈາ​ວ່າ​ຈະ​ເຮັດ ກໍ່​ຕ້ອງ​ເຮັດ​ໃຫ້​ໄດ້. ທັງໆ​ທີ່​ຂ້າ​ພະ​ເຈົ້າ​ກໍ່​ຮູ້​ດີ​ວ່າ ຊິ​ມີ​ຈັກ​ກີ່​ຄົນແທ້ ​ທີ່​ເຂົ້າ​ມາ​ອ່ານ​ຄໍ​ລຳ​ຂອງ​ຂ້າ​ພະ​ເຈົ້າ.

ສຳ​ລັບ​ບັນ​ດາ​ທ່ານ​ທີ່​ເຂົ້າ​ມາ​ແວະ​ອ່ານ ແລະ ໃຫ້​ກຳ​ລັງ​ໃຈ​ຂ້າ​ພະ​ເຈົ້າ, ຖ້າ​ວ່າ​ຕົວ​ທ່ານ​ເອງກໍ່​ພວມ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້. ຈົ່ງຢ່າ​ທໍ້​ແທ້, ເພາະຜົນ​ໄດ້​ຮັບ​ມັນ​ຄຸ້ມ​ຄ່າ​ອີ່ຫຼີ. 4 ອາ​ທິດ​ຜ່ານ​ໄປ​ແລ້ວ​, ຂ້າ​ພະ​ເຈົ້າ​ໄດ້​ມາ​ຢືນ​ຢູ່​ໃນ​ຈຸດ​ທີ່ໝັ້ນ​ຄົງ​ກວ່າ​ຂອງ​ເສັ້ນ​ທາງ​ສາຍນີ້. ການ​ຕັດ​ທາດ​ແປ້ງ, ທາດ​ນ້ຳ​ຕານ ແລະ ນ້ຳ​ມັນ​ອອກ​ຈາກ​ອາ​ຫານ ແລະ ການ​ອອກ​ກຳ​ລັງ​ກາຍ​ທຸກໆ​ວັນ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ຕົນ​ສະ​ບາຍ​ໂຕກວ່າ​ເກົ່າຫຼາຍ. ດຽວນີ້ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ກະ​ຊັບ​ເຂົ້າ. ສ່ວນ​ເວົ້າ​ສ່ວນ​ໂຄ້ງ ປະ​ກົດ​ຊັດ​ເຈນ​ຂຶ້ນກວ່າ​ເກົ່າຫຼາຍ. ຂ້າ​ພະ​ເຈົ້າ​ພໍ​ໃຈ​ກັບ​ສິ່​ງທີ່​ຂ້າ​ພະ​ເຈົ້າ​ແນມ​ເຫັນ​ຢູ່​ໃນ​ແວ່ນ. ໂສ້ງ​ຢີນ​ທີ່​ເຄີຍ​ດຶງ​ມາ​ຄ້າງ​ຢູ່​ກາງ​ຂາ, ກະ​ໂປ່ງ​ຕົວ​ໂປດ​ທີ່​ຮີດ​ຊິບບໍ່​ໄດ້, ດຽວນີ້​ຂ້າ​ພະ​ເຈົ້າ​ນຸ່ງ​ໄດ້​ເກືອບ​ໝົດ​ທຸກ​ໂຕແລ້ວ.

ອີກ​ເທື່ອ​ໜຶ່ງ, ວິ​ທີ​ຫັດ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ມີ​ແຕ່​ແນວ​ງ່າຍໆ, ເຮັດ​ໄດ້​ຢູ່​ໃນ​ເຮືອນ​ຕົນ​ເອງ (ລະ​ອຽດ ເບິ່ງ​ຢູ່​ຄໍ​ລຳ​ກ່ອນ​ໆ​ຂອງ​ຂ້າ​ພະ​ເຈົ້າ). ອຸ​ປະ​ກອນ​ທີ່​ຈຳ​ເປັນ​ແມ່ນ​ດຳ​ແບ​ລ ຂະ​ໜາດ 1 ແລະ 2 ກິ​ໂລ, ຂັ້ນ​ໃດ, ເພງ​ເຕັ້ນ​ລຳ​ຈັງ​ຫວະ​ທີ່​ຖືກ​ໃຈ​ຜູ້​ເຕັ້ນ. ອາ​ທິດ​ແລ້ວນີ້ ຂ້າ​ພະ​ເຈົ້າ​ປຶກ​ສາ​ກັບ​ແມ່​ຂອງ​ຕົນ ເລື່ອງ​ບັນ​ຫາ​ນ້ຳ​ມັນ​ໜ້າ​ທ້ອງ​ນ້ອຍ. ແມ່​​ແນະ​ນຳ​ໃຫ້​ນອນ​ລົງ ແລ້ວ​ຍົກ​ຂາ​ຂຶ້ນ. ເພິ່ນບອກ​ໃຫ້​ຍົກ​ເບື້ອງ​ລະ 300 ເທື່ອ. ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ແລ້ວ ແຕ່​ເຮັດ​ບໍ່​ໄດ້ຫຼາຍ​ຄື​ແມ່. ເຮັດ​ໄດ້​ແຕ່ 100 ເທື່ອ​ຕໍ່​ເບື້ອງ, ຊຶ່ງ​ມັນ​ກໍ່​ໄດ້​ຜົນ​ເຊັ່ນ​ກັນ. ທ້ອງ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ກະ​ຊັບ​ຂຶ້ນຫຼາຍ.

ໂອ, ເຄັດ​ລັບ​ເລື່ອງ​ການ​ກິນ​ອາ​ຫານ – ຫຼັງ​ຈາກ​ເຄັ່ງ​ຄັດ​ກັບການ​ກິນແຕ່​ອາ​ຫານ​ທີ່​ດີ​ມີ​ຄຸນ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍມາ 5-6 ວັນ ຕໍ່​ອາ​ທິດ, ຂ້າ​ພະ​ເຈົ້າ​ຈະ​ກິນ​ຕາມ​ໃຈ​ຕົນ​ເອງ 1-2 ຄາບ. ເຮັດ​ແນວນີ້ ມັນ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​​ຮູ້​ສຶກວ່າ​ຕົນ​ເອງບໍ່​ໄດ້ອົດ​ຫິວ. ອີກ​ທັງ, ດອກ​ເຕີຫຼາຍໆ​ຄົນ​ເວົ້າ​ວ່າ ຖ້າ​ເຮົາ​ກິນ​ໜ້ອຍ​ຕະຫຼອດ, ຮ່າງ​ກາຍ​ເຮົາ​ຈະ​ປັບ​ລະ​ບົບ​ເຜົາ​ຜານ​ລົງ ເພາະ​ມັນ​ຕ້ອງໄດ້​ປະ​ຢັດ​ນ້ຳ​ມັນ​ໃນ​ຮ່າງ​ກາຍ​ເຮົາ​ໄວ້ສຳ​ລັບ​ກໍ​ລະ​ນີ​ສຸກ​ເສີນ.

ມື້​ວານນີ້ ຂ້າ​ພະ​ເຈົ້າ​ອອກ​ໄປ​ກິນ​ເຂົ້າ​ນອກ​ກັບ​ສາ​ມີ ກະ​ເລີຍສັ່ງ​ກິນ BBQ ກະ​ດູກ​ຂ້າງ​ໝູ ກັບ​ຈືນ​ມັນ​ດ້າງ ແລະ ປີ້ງໝາກ​ອຶ​ຍາວ (ເບິ່ງ​ໃນ​ຮູບ). ບໍ່​ໄດ້​ກິນ​ໝົດ​ດອກ, ເພາະ​ກ່ອນ​ອາ​ຫານ​ຈານ​ໃຫ​ຍ່ນີ້​ມາ​ຮອດ ກໍ່​ໄດ້​ກິນ​ສະຫຼັດ​ໄປ​ແລ້ວ​ຈານ​ໜຶ່ງ.

BBQ Rib

ສ່ວນມື້​ເຊົ້າ​ນີ້ ສອງ​ຜົວ​ເມັຍ​ຕັດ​ສິນ​ໃຈ​ອອກ​ໄປ​ກິນ​ເຂົ້າ​ເຊົ້າ​ຢູ່ iHOP. ຂ້າ​ພະ​ເຈົ້າ​ສັ່ງ​ເອົາ ແພນ​ເຄັກ​ແບບ​ກິນ​ຕາມ​ໃຈ​ມັກ, ແຕ່​ບາດ​ເອົາ​ອີ່ຫຼີ​ເຂົ້າ ກະ​ກິນ​ໝົດ​ແຕ່​ຈານ​ດຽວ​ນັ້ນ​ລະ. ບໍ່​ໄດ້​ຂໍ​ເພີ້ມ​ອີກ. ສາວ​ເສີບ​ກະ​ງົງໆ​ຢູ່.

IMG_3019

 ຍັງ​ບໍ່​ທັນ​ແລ້ວ​ເທົ່າ​ນັ້ນ. ແລງມື້ນີ້ ແມ່ນມືີ້​ທີມ​ອາ​ເມ​ລິ​ກັນ​ຟຸດບອ​ລ ສອງ​ທີມ ກຳ​ລັງ​ຈະ​ແຂ່ງ​ຊີງ​ຊະ​ນະ​ເລີດ ຊຶ່ງ​ເອີ້ນ​ວ່າ Super Bowl. ຈຳ​ເປັນ​ຕ້ອງ​ກິນ​ກັນ​ອີກ​ແລ້ວ. ບໍ່ຫຼາຍດອກ, ກິນ​ແບບ​ຄົນ​ກຳ​ລັງຫຼຸດ​ຄວາມ​ອ້ວນ – ເບັຍ ກັບ​ໄສ້​ກອກ​ລາວ, ເຂົ້າ​ໜຽວ​ຈ້ຳ​ແຈ່ວ ແລະ ລາບ​ໄກ່​ງວງ. ຫຼັງ​ຈາກ​ເຂົ້າ​ແລງມື້ນີ້​ໄປ​ແລ້ວ​ກະ​ຊິ​ກັ​ບ​ໄປ​ກິນ​ສະຫຼັດ​ກັບ​ປາ​ປີ້ງ, ໄຂ່​ຕົ້ມ ຈັກ 5-6 ມື້​ລຽນ​ກັນ​ອີກ.

ຢາກ​ຟັງ​ຄວາມ​ຄືບ​ໜ້າ​ຈາກ​ແຟນໆ ມີ​ໃຜ​ແນ່​ທີ່​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ຢູ່ ແລະ ເຮັດ​ໄດ້​ຊ່ຳ​ໃດ​ແລ້ວ. ກະ​ລຸ​ນາ​ເລົ່າ​ໃຫ້​ຟັງ​ແນ່.

2 thoughts on “ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 4 ອາ​ທິດ​ຜ່ານ​ໄປ

Leave a Reply to Bounmi Cancel reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>