ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 5 ອາ​ທິດ​ຜ່ານ​ໄປ

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ຂ້າ​ພະ​ເຈົ້າ​ກຳ​ລັງ​ນັ່ງ​ລົດ​ກັບ​ບ້ານ. ມື້ນີ້​ກັບ​ມື້​ອື່ນ ອາ​ກາດ​ຢູ່​ຣັດ South Carolina ອຸ່ນ​ຂຶ້ນ. ອຸນ​ຫະ​ພູມມື້ນີ້ ແມ່ນ 70 ຟ​າ​ເຣນ​ໄຮ​ທ໌ ຫຼື ປະ​ມານ 21 ອົງ​ສາ​ເຊ​ລ​ຊຽ​ສ ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ​ກະ​ເລີຍ​ເຮັດ ເຊີ​ຣ໌​ໄພ​ຣ​ສ໌ ດ້ວຍ​ການ​ພາ​ຄອບ​ຄົວ (ຂ້າ​ພະ​ເຈົ້າ ແລະ ໝາເວ​ສ​ຕີ້ ຂອງ​ພວກ​ເຮົາ) ໄປ​ທ່ຽວ​ທະ​ເລ. ພວກ​ເຮົາ​ໄປ​ນອນ​ຄືນ​ຢູ່ Myrtle Beach, ຊຶ່ງ​ຫ່າງ​ຈາກ​ບ້ານ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄປ​ປະ​ມານ 3 ຊົ່ວ​ໂມງ​ທາ​ງ​ລົດ.

Anong_2_2_004

ກະ​ໂປ່ງ​ໂຕນີ້​ຂ້າ​ພະ​ເຈົ້າ​ໃສ່​ບໍ່​​ເຂົ້າເກືອບ 7 ປີ​ແລ້ວ. ຫາກໍ່​ມາ​ໃສ່​ໄດ້​ຄືນ.

ຄື​ກັບ​ເທື່ອ​ກ່ອນໆ, ອາ​ທິດ​ທີ່​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ເລື່ອງ​ການ​ກິນ​ຜັກ ແລະ ປາ. ຜັກ​ດິບ, ຜັກ​ລວກ, ຕຳ​ໝາກ​ຫຸ່ງ, ປາ​ເອາະ, ປາ​ປີ້ງ. ກິນ​ທາດ​ແປ້ງ​ແຕ່​ຄາບ​ເຊົ້າ – ຊີ​ຣຽ​ລ​ທີ່​ເຮັດ​ຈາກ​ເຂົ້າ​ອົບ. ສຳ​ລັບ​ການ​ອອກ​ກຳ​ລັງ​ກາຍ ຂ້າ​ພະ​ເຈົ້າ​ບໍ່​ຄ່ອຍ​ໄດ້​ເຕັ້ນ​ລຳ​ຢ່າງ​ຈິງ​ຈັງ – ຮູ້​ສຶກ​ເຊັງໆ​ກັບ​ມັນ ກະ​ເລີຍ​ປ່ຽນ​ມາ​ເນັ້ນ​ໜັກ​ການ​ຍົກ​ດຳ​ແບ​ລ 1 ແລະ 2 ກິ​ໂລ​ແທນ. ນອກ​ຈາກນີ້​ແລ້ວ​ຂ້າ​ພະ​ເຈົ້າ​ຍັງ​ນັ່ງ​ທ່າ​ຢອງໆ (squat) ອີກ​ຕັ້ງ​ວ່າ 40-60 ເທື່ອ​ຕໍ່​ມື້. ດຽວນີ້​ກ້າມ​ສະ​ໂພກ​ຂອງ​ຂ້າ​ພະ​ເຈົ້າ​ແຂງ​ແຮງ​ຂຶ້ນກວ່າ​ເກົ່າ​ຫຼາຍ ເວ​ລາ​ຫັດ​ຈຶ່ງບໍ່​ຄ່ອຍ​ເຈັບ​ຄື​ແຕ່​ກ່ອນ. ສຳ​ລັບ​ການ​ຝຶກ​ໜ້າ​ທ້ອງ, ອາ​ທິດ​ຜ່ານ​ມານີ້​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຍົກ​ຂາ​ຂຶ້ນ​ຕາມ​ຄຳ​ແນະ​ນຳ​ຂອງ​ແມ່. ມັນ​ຍາກ​ໂພດ, ກະ​ເລີຍ​ຫັນ​ໄປ​ໃຊ້​ເຄື່ອງ​ຊ່ວຍ​ຫັດ​ໜ້າ​ທ້ອງ​ຊຶ່ງ​ຕົນ​ເອງ​ເຄີຍ​ໃຊ້​ມາຫຼາຍ​ປີ. ມັນ​ແມ່ນ​ໂຄງ​ເຫຼັກ​ທີ່​ມີ​ໝອນ​ໝູນ​ຫົວເພື່ອປ້ອງ​ກັນ​ບໍ່​ໃຫ້​ເຈັບ​ຄໍ​ເວ​ລາ​ຫ​ຍໍ້​ທ້ອງ​ຂຶ້ນ. ຫຼາຍໆ​ທ່ານ​ອາດ​ເຫັນ​ວ່າ​ມັນ​ບໍ່​ມີ​ປະ​ສິດ​ທິ​ຜົນ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ການ​ຝຶກ​ຄ່ອຍໆ​ແຕ່ຫຼາຍ​ເທື່ອ – ຂ້າ​ພະ​ເຈົ້າ​ໃຊ້​ເຄື່ອງນີ້ ຊ່ວຍ​ຕົນ​ຫ​ຍໍ້​ກ້າມ​ທ້ອງ​ດ້ານ​ກົງ​ເທື່ອ​ລະ 1000 ຄັ້ງ, ຂ້າງ​ຊ້າຍ 200 ຄັ້ງ ແລະ ຂ້າງ​ຂວາ​ອີກ 200 ຄັ້ງ – ມັນ​ທັງ​ໄດ້​ຜົນ ແລະ ບໍ່​ສົ່ງ​ຜົນ​ຮ້າຍ​ໃຫ້​ຮ່າງ​ກາຍ.

ເວົ້າ​ໄປ​ຈົນ​ຍືດ​ຍາວ. ຜົນ​ອອກ​ມາ​ຂອງ​ທິດ​ແລ້ວນີ້ກໍ່​ຄື: ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ເພີ້ມ​ຂຶ້ນ 500 ກຼາມ. ແມ່ນ​ແທ້​ຫວະນີ້? ມັນ​ເປັນ​ໄປ​ໄດ້​ຈັ່ງ​ໃດ? ຂ້າ​ພະ​ເຈົ້າ​ຕັ້ງ​ຄຳ​ຖາມ​ເຫຼົ່າ​ນີ້​ກັບ​ຕົນ​ເອງ ໃນ​ຂະ​ນະ​ທີ່​ກ້າວ​ຂາ​ລົງ​ຈາກ​ຊິງ ແລ້ວ​ກະ​ກ້າວ​ຂາ​ຂຶ້ນ​ສັ່ງ​ໃໝ່​ອີກ​ສອງ-ສາມ​ເທື່ອ. ຕົວ​ເລກ​ຢູ່​ຊິງ​ມັນ​ຍັງ​ອອກ​ມາ​ຄື​ເກົ່າ. 56.3 ກິ​ໂລ!!!

ໃນ​ທາງ​ທິດ​ສະ​ດີ​ນັ້ນ ພວກ​ເຮົາ​ຕ່າງກໍ່​ຮູ້ຫຼາຍ​ຢູ່: ກ້າມ​ຊີ້ນ​ໜັກ​ກວ່າ​ນ້ຳ​ມັນ, ຊຶ່ງ​ໝາຍ​ຄວາມ​ວ່າ ນ້ຳ​ໜັກ​ເຮົາ​ອາດ​ເພີ້ມ​ຂຶ້​ນ ໃນ​ຂະ​ນະ​ທີ່​ຮ່າງ​ກາຍ​ເຮົາ​ເບິ່ງ​ຟິດກວ່າ​ເກົ່າ; ການ​ບໍ​ລິ​ຫານ​ຮ່າງ​ກາຍ​ດ້ວຍ​ການ​ຍົກ​ນ້ຳ​ໜັກ ຈະ​ພາ​ໃຫ້​ມີ​ກ້າມ​ຊີ້ນ; ກ້າມ​ຈະຊ່ວຍ​ເຜົາ​ໄໝ້​ໄຂ​ມັນ ແມ່ນ​ກະ​ທັ້ງ​ເວ​ລາ​ທີ່​ເຮົາ​ເຊົາ​ອອກ​ກຳ​ລັງ​ກາຍ​ແລ້​ວ…

ແຕ່​ວ່າຫຼາຍ​ເທື່ອ ຄວາມ​ຮູ້​ດ້ານ​ທິດ​ສະ​ດີ ກະ​ບໍ່​ສາ​ມາດຊ່ວຍ​ໃຫ້​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ດີ​ຂຶ້ນ. ສິ່ງ​ທີ່​ຕາມ​ມາກໍ່​ຄື: ພໍ​ແຕ່​ເຈັກ​ອິນ​ເຂົ້າ​ໂຮງ​ແຮມ​ແລ້ວ ສັ່ງ​ສາ​ມີ​ເລີຍ, “ທີ່​ຮັກ, ເວ​ລາ​ເຈົ້າອອກໄປ​ຮ້ານ​ຄ້າ​ຫັ້ນ ​ຢ່າ​ລືມຊື້​ເບັຍ​ກັບ Cheetos Puffs ມາໃຫ້​ຂ້ອຍ​ແນ່​ເດີ! ຊິ​ກິນ​ມັນຫຼາຍໆ​ໂລດ​ລະ​ຂອງ​ຕຸ້ຍໆ​ຫັ້ນ.” ທາງ​ສາ​ມີ​ກະ​ຢ້ານ​ແຕ່ບໍ່​ໄດ້​ຕົວ​ເດັ່ນ, ເຫັນ​ວ່າ​ເຮົາ​ມີ​ ສ​ຕໍ​ເບີ​ຣ໌​ຣີ ຢູ່​ແລ້ວ ກະ​ຊື້​ກະ​ແລັມ Haagen-Dazs, whipped cream, white chocolate & chocolate-covered caramel ມາ​ພ້ອມ. ຂ້າ​ພະ​ເຈົ້າ​ກະ​ເລີຍ​ຈັດ​ການ​ໄປ​ຊ໋ະ – ກະ​ແລັມ ໃສ່​ ສ​ຕໍ​ເບີ​ຣ໌​ຣີ ແລະ ວິ​ປ​ຄ​ຣີມ 2 ຈາ​ນ​ໃຫ​ຍ່. ​ຈາກ​ນັ້ນ​ກະ​ກິນ Cheetos Puffs ກັບ​ເບັຍ. ກິນ​ມັນ​ຈົນ​ວິນ​ຫົວ.

OLYMPUS DIGITAL CAMERA

ພໍ​ຮອດເວ​ລາ​ດິນ​ເນີ, ທີ່​ຮ້ານ​ອາ​ຫານ​ໄທ​ແຫ່ງ​ໜຶ່ງ​ກາງ​ເມືອງ​ເມີ​ຣ໌​ເຕີ​ລ​ບີ​ຈ໌, ທ່ານ​ສາ​ມີ​ສັ່ງ​ເອົາ​ສະ​ເຕ​ໄກ່​ມາ​ຍົວະ​ນ້ຳ​ລາຍ ກ່ອນ​ຈະ​ເຂົ້າ​​ເມ​ນູຫຼັກ​ຂອງ​ເພິ່ນເປັນ​ຕົ້ມ​ຍຳ​ກຸ້ງ​. ສ່ວນ​ຂ້າ​ພະ​ເຈົ້າ​ນັ້ນ ​ສັ່ງ​ກິນ​ຜັດ​ເປັດ​ກ​ຣອບ. ຄັນ​ທ່ານ​ໃດ​ບໍ່​ຮູ້​ວ່າ​ເມ​ນູນີ້​ເປັນ​ແນວ​ໃດ ກະ​ໃຫ້​ວາດ​ພາບ​ເບິ່ງ​ເປັດ​ອາ​ເມ​ລິ​ກາ​ໂຕ​ຕຸ້ຍໆ ເຄິ່ງ​ໂຕ, ຖືກ​ຕັດ​ເປັນ​ຕອນ​ລະ​ນິ້ວ​ໜຶ່ງ​ເຖິງ​ສອງ​ນິ້ວ, ເອືອບ​ເຄື່ອງ​ປຸງ​ແລ້ວທອດ​ຈົນ​ກ​ຣອບໆ​ທີ່​ສຸດ. ຈາກ​ນັ້ນ​ກະ​ນຳ​ເອົາ​ມາ​ຜັດ​ໃສ່​ຫົວ​ຜັກ​ທຽມ, ​ບົວ​ລະ​ພາ, ຫອມ​ບົ່ວ​ໃຫ​ຍ່ ແລະ ໝາກ​ເຜັດ​ໃຫ​ຍ່. ເສີບ​ກັບ​ເຂົ້າ​ອີກ​ອູບ​ບັກ​ໃຫ​ຍ່. ສາມີ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ໃຊ້​ສະ​ເນ່​ຂອງ​ເພິ່ນ ຂໍ​ເອົາ​ໝາກ​ເຜັດ​ຂີ້​ໜູ​ຈາກ​ເຈົ້າ​ຂອງ​ຮ້ານ​ມາ​ກັດ​ໃສ່​ອີກ. ທາງ​ຮ້ານ​ຄິດ​ວ່າ​ພວກ​ເຮົາ​ແຊ​ອາ​ຫານ​ກັນ, ກະ​ເອົາ​ຈານ​ເສີບ​ມາ​ໃຫ້​ພ້ອມ. ຂ້າ​ພະ​ເຈົ້າ​ກະ​ລຸຍ​ເລີຍ, ກິນ​ແບບ​ບໍ່​ມີມື້​ອື່ນ.

ຕົກ​ກາງ​ຄືນ​ມາ, ທ້ອງ​ໄສ້​ມັນ​ປັ່ນ​ປ່ວນ. ເຈັບ​ກະ​ເພາະ. ຫຼັບ​ຕາ​ໄວ້, ແຕ່ນອນ​ບໍ່ຫຼັບ, ກະ​ເລີຍ​ໄດ້​ຟັງ​ສຽງ​ຄື້ນ​ທະ​ເລ ຈົນ​ເກືອບ​ແຈ້ງ​ຈ່າງ​ປ່າງ (​ປົກ​ກະ​ຕິ​ໂຕ​ເອງ​ມັກ​ຟັງສຽງ​ຄື້ນ​ກະ​ທົບ​ຝັ່ງ ຈຶ່ງ​ເປີດ​ປະ​ຕູ​ສູ່​ລະ​ບຽງງັບ​ແງ​ໄວ້​ສະ​ເໝີ. ໃນ​ກໍ​ລະ​ນີ​ອາ​ກາດ​ຈະ​ໜາວຄື​ຍາມນີ້ ກໍ່​ຈະ​ເປີດ​ອາຍ​ອຸ່ນ​ແຮງໆ​ເຕີ້​ໃສ່). ທັງ​ເຈັບ ທັງ​ຄິດ​ເອືອມ​ລະ​ອາ​ຕົນ​ເອງ ທີ່ປ່ອຍ​ໃຫ້​ອາ​ລົມ​ຊົ່ວ​ວູບ​ເຂົ້າ​ມາ​ເປັນ​ເຈົ້າ​ການ​ໃນ​ການ​ຕັດ​ສິນ​ໃຈ​ຕ່າງໆ. ພໍ​ຕອນ​ຕາ​ເວັນ​ກຳ​ລັງ​ຊິ​ຂຶ້ນ, ​ທ້ອງ​ໄສ້​ມັນ​ຜ່ອນ​ຄາຍ​ຄວາມ​ຄຽດ​ລົງ ໂຕ​ເອງ​ກະ​ເລີຍ​ພໍ​ນອນ​ໄດ້​ແນ່. ສາ​ມີ​ພັດ​ມາປຸກ​ໃຫ້​ຕື່ນ​ໄປ​ເບິ່ງ​ຕາ​ເວັນ​ຂຶ້ນ – ຂອງ​ມັກ​ຄື​ກັນ. ຂ້າ​ພະ​ເຈົ້າ​ກະ​ໄດ້​ແຕ່​ຕອບ​ໄປ​ວ່າ, “ຕາ​ເວັນ​ມັນ​ກະ​ຂຶ້ນ​ທາງ​ທິດ​ຕາ​ເວັນ​ອອກ​ຈັ່ງ​ຊີ້​ທຸກ​ມື້​ຫັ້ນ​ລະ. ຂໍ​ນອນ​ດີກວ່າ.”

ມາ​ລຸກ​ຂຶ້ນ​ໄດ້​ອີ່ຫຼີ​ແມ່ນ​ຕອນ ເກືອບ 8 ໂມງ​ເຊົ້າ. ຫຼັງ​ຈາກ​ກິນ Cheetos Puffs (ເຈັບ​ບໍ່​ຈຳ) ແທນ ຊີ​ຣຽ​ລ ກັບ​ກາ​ເຟ​ຮ້ອນ​ໄປ​ແລ້ວ ສາ​ມີ​ໃຈ​ດີ ຊວນ​ລົງ​ໄປ​ອາບ​ນ້ຳ​ຢູ່​ປີ​ຊິນ​ອຸ່ນ. ທຳ​ອິດບໍ່​ແນ່​ໃຈ​ວ່າ​ໂຕ​ເອງຄວນ​ນຸ່ງ​ຊຸດ​ອາບ​ນ້ຳ​ໄປ​ອາບ​ລວມ​ນຳ​ໝູ່ຫຼືບໍ່ ເພາະ​ວ່າ​ກິນ​ໄປຫຼາຍ​ໂພດແລ້ວ, ຄື​ຊິ​ຕຸ້ຍ​ປະ​ໂທ​ລະ​ບາດນີ້. ແຕ່​ພໍ​ໃສ່​ຊຸດ​ເຂົ້າ​ໄປ, ຄວາມ​ຮູ້​ສຶກ​ມັນ​ປ່ຽນ. ໂອ, ການ​ທີ່​ເຮົາ​ຄະ​ລຳ​ຂອງ​ກິນ ແລະ ຫັດ​ກາຍ​ມາ​ເປັນ​ເວ​ລາ 5 ອາ​ທິດນີ້ ຄວາມ​ຈິງ​ແລ້ວ​ມັນ​ໄດ້​ຜົນ​ຢູ່​ເດ! ຂ້າ​ພະ​ເຈົ້າ​ຊື້​ຊຸດ​ລອຍ​ນ້ຳ​ໂຕນີ້ ເປັນ​ເວ​ລາ 10 ກວ່າ​ປີ​ແລ້ວ. ມັກ​ມັນ, ແຕ່​ໃສ່​ຍາມ​ໃດ​ກະ​ຄື​ວ່າ​ຍັງ​ຄັບໆ​ຢູ່, ກະ​ເລີຍ​ໄດ້​ຊື້​ໂຕ​ອື່ນ​ໃສ່​ແທນ. ເຊົ້າມື້ນີ້ ໃສ່​ມັນ​ເຂົ້າ​ໄປ​ແລ້ວ​ພໍ​ດີ​ເລີຍ (ຄວາມ​ຈິງ ຖ້າ​ອີກ​ຈັກ​ໜ່ອຍ​ມັນ​ອາດຫຼົມ​ເກີນ​ໄປ ດ້ວຍ​ຊ້ຳ). ໃຊ້​ເວ​ລາ​ລອຍ​ນ້ຳ​ຢູ່ ໜຶ່ງ​ຊົ່ວ​ໂມງ​ເຕັມໆ ຮູ້​ສຶກວ່າ​ເຜົາ​ໄໝ້​ເປັດ​ກ​ຣອບ ແລະ Cheetos Puffs ໄປຫຼາຍ​ເຕີບ.

ສາ​ມີ​ໃຈ​ດີ​ຂອງ​ຂ້າ​ພະ​ເຈົ້າ​ໜ້າ​ຕາ​ເປັນ​ຈັ່ງ​ຊີ້​ລະ :-)

OLYMPUS DIGITAL CAMERA

ພວກ​ທ່ານ​ຜູ້​ທີ່​ກຳ​ລັງ​ອອກ​ກຳ​ລັງ​ກາຍ ແລະ ຫຼຸດ​ນ້ຳ​ໜັກ​ໄປ​ກັບ​ຂ້າ​ພະ​ເຈົ້າ​ເດ, ມີ​ຄວາມ​ຄືບ​ໜ້າ​ແນວ​ໃດ​ແນ່​ແລ້ວ? ເລົ່າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ແນ່. ຄວາມ​ໝັ້ນ​ໃຈ​ໂຕ​ເອງ​ຂອງ​ທ່ານ ມັນ​ຂຶ້ນໆ​ລົງໆ​ຄື​ທີ່​ຂ້າ​ພະ​ເຈົ້າ​ເປັນຫຼືບໍ່? ພວກ​ທ່ານ​ມີ​ຄົນ​ໃກ້​ຊິດ​ໃຫ້​ກຳ​ລັງ​ໃຈ ຫຼື ຄອຍ​ກັ່ນ​ແກ້ງ​ດ້ວຍ​ການ​ເອົາ​ອາ​ຫານ​ແຊບໆ​ມາ​ກິນ​ລໍ້​ໜ້າຫຼືບໍ່?

ອາ​ທິດ​ໜ້ານີ້ກໍ່​ຈະ​ຮອດ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ຕັ້ງ​ເປົ້າ​ໄວ້​ແຕ່​ຕົ້ນ ວ່າ​ຕ້ອງຫຼຸດ​ນ້ຳ​ໜັກ​ຈາກ 58 ກິ​ໂລ ລົງ​ໄປ​ເປັນ 55 ກິ​ໂລ​ແລ້ວ. ຍ້ອນ​ວ່າ​ທິດ​ຜ່ານ​ມານີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ເພີ້ມ​ຂຶ້ນ 500 ກ​ຣາມ, ຖ້າ​ຢາກ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ, ພາຍ​ໃນ​ໜຶ່ງ​ອາ​ທິດ​ຕໍ່​ໜ້ານີ້ ຂ້າ​ພະ​ເຈົ້າ​ຕ້ອງຫຼຸດໃຫ້​ໄດ້​ເຖິງ 1.3 ກິ​ໂລ ເປັນ​ຢ່າງ​ຕ່ຳ. ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ.

Anong at the beach

ກ່ອນ​ຈາກ​ກັນ ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ກຳ​ລັງ​ໃຈ​ໄປ​ໃຫ້​ແຟນ​ຄັບ ແລະ ແຂກ​ທີ່​ເຂົ້າ​ມາ​ຢ້ຽມ​ຢາມ​ບ​ລອກ​ຂອງ​ພວກ​ເຮົາ​ທຸກໆ​ທ່ານ ທີ່​ກຳ​ລັງ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ຂອງ​ຕົນ​ຢູ່. ຂໍ​ໃຫ້​ຮູ້​ວ່າ​ທ່ານມີ​ເພື່ອນ​ຮ່ວມ​ຮົບທີ່​ຄອຍ​ໃຫ້​ກຳ​ລັງ​ໃຈ ແລະ ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ປະ​ສົບ​ການ​ກັບ​ທ່ານ. ຂໍ​ປ່ຽນ​ສຸ​ພາ​ສິດ​ອັງ​ກິດ​ No pain, no gain ໃຫ້​ມາ​ເຂົ້າ​ກັບ​ຫົວ​ຂໍ້​ຂອງ​ພວກ​ເຮົາ​ເປັນ No pain, no loss!

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>