ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ (1 ອາ​ທິດ​ຜ່ານ​ໄປ)

 

ສະ​ບາຍ​ດີ​ທຸກ​ໆ​ຄົນ,

ເວ​ລາຜ່ານໄປ​ໄວ​ອີ່ຫຼີ. ຂ້າ​ພະ​ເຈົ້າ​ຮູ້​ສຶກຄື​ກັບວ່າ​ຕົນເອງ​ຫາກໍ່​ໂພ​ສ ບົດ​ຄວາມ​ບົດ​ທຳ​ອິດ​ ກ່ຽວ​ກັບບັນ​ທຶກ​ການ​ຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນຂອງ​ຕົນ​ໄ​ປຫວ່າງ​ສອ​ງ​ສາມມື້​ຜ່ານ​ມາ​ນີ້ ແລະ ມື້ນີ້ກໍ່​ຮອດ​ເວ​ລາ​ທີ່​ຕ້ອງ​ໄດ້​ມາ​ນັ່ງສະຫຼຸບ​ຜົນ​ຄືບ​ໜ້າ​ພາຍ​ໃນ​ອາ​ທິດ​ທີ​ໜຶ່ງໃຫ້​ພວກ​ທ່ານ​ຊາບແລ້ວ​.

​ຊິ​ເວົ້າ​ຄວາມ​ຈິງ​ໃຫ້​ຟັງ, ມືນ​ຕາ​ຂຶ້​ນ​ມາມື້​ເຊົ້າ​ນີ້ ມີ​ອາ​ການ​ຮ້ອນໆ​ໜາວໆ​ ເພາະບໍ່​ແນ່​ໃຈ​ວ່າ​ຜົນ​ມັນ​ຈະ​ອອກ​ມາ​ຄື​ແນວ​ໃດ.

ເພື່ອ​ໃຫ້​ພວກ​ທ່າ​ນ​ຫາຍ​ສົງ​ໄສ​ ຂ້າ​ພະ​ເຈົ້າຈະຕັດ​ ດ​ຣາມ​ມາ ອອກ​. ​ຂໍ​ແຈ້ງ​ໃຫ້​ພວກ​ທ່ານ​ຊາບ​ເລີຍ​ວ່າ ຜົນ​ໄດ້​ຮັບ​ແມ່ນເປັນ​ທີ່ພໍ​ໃຈ. ຕົວ​ເລກ​ຢູ່​ຊິງ ເຕັ້ນ​ໄປ​ເຕັ້ນ​ມາ ລະ​ຫວ່າງ 126 ແລະ 127 ປອນ (2.2046 ປອນ = 1 ກິ​ໂລ). ນີ້​ໝາຍ​ຄວ​າມ​ວ່າ ຢ່າງ​ໜ້ອຍ​ທີ່​ສຸດຂ້າ​ພະ​ເຈົ້າກໍ່ຫຼຸດ​ໄດ້ 1 ປອນ ຫຼື​ເກືອບ​ເທົ່າ​ກັບ​ເຄິ່ງ​ກິ​ໂລ ຈາກ​ອາ​ທິດ​ຜ່ານ​ມາ ຊຶ່ງຢູ່​ທີ່ 128 ປອນ. ຖ້າ​ພວກ​ທ່ານ​ຢາກ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ເຮັດ​ແນວ​ໃດ, ກະ​ລຸ​ນາ​ອ່ານ​ຕໍ່.

ຂ້າ​ພະ​ເຈົ້າ​ປິດ​ບົດ​ຄວາມ​ທີແລ້ວດ້ວຍ​ການ​ເອີ່ຍ​ເຖິງ​ເຄັກ​ວັນ​ເກີດເຄິ່ງ​ກ່ອນ​ໃຫຍ່ ຊຶ່ງ​ຄົນ​ຂ້າງ​ບ້ານ​ໃຈ​ດີ ໄດ້ເອົາ​ມາ​ໃຫ້. ພາຍຫຼັງ​ໂພ​ສ​ບົດ​ຄວາມ​ລົງ​ໃນ​ເວັບ​ໄຊ​ທ໌​ແລ້ວ ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນຕໍ່​ການ​ກະ​ທຳ​ຂອງ​ຕົນ​ທີ່​ສຸດ. ຄວາມ​ໝັ້ນ​ໃຈ​ວ່າ ຕົນ​ຈະ​ຕ້ອງ​ເຮັດ​ສຳ​ເລັດ​ແນ່​ນ່ອນ​ນັ້ນ ໄດ້​ພາ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ຕົນ​ເອງ​ຫາກອອກ​ກຳ​ລັງ​ກາຍ​ທຸກໆ​ມື້ ​ເຄັກ​ມື້​ລະ​ປ່ຽງ ມັນ​ຊິ​ມີ​ລີ​ກີຫຍັງ.

ຂ້າ​ພະ​ເຈົ້າ​ເຮັດ​ຕາມ​ນັ້ນ​ແທ້… ​ກາ​ເຟ​ຮ້ອນ​ໆ ກັບ​ເຄັກ​ແຊບໆ ຕ້ອນ​ຮັບ​ຮຸ່ງ​ອາ​ລຸນ​ຂອງມື້​ໃໝ່ (ຄວາມຈິງ ແມ່ນ​ຫ້າວ​ຫັນຕື່ນ​ມາ​ກິນ​ຕັ້ງແຕ່ 5:30 ໂມງ​ເຊົ້າພຸ້ນ – 2 ຊົ່ງ​ໂມງ ກ່ອນ​ທີ່​ຕາ​ເວັນ​ຈະ​ໂຜ່​ຂຶ້ນ). ກິນ​ແລ້ວກໍ່ເຂົ້າ​ເຮັດ​ວຽກ​ຂີດ​ຂຽນ​ຂອງ​ຕົນ​. ຄຽງ​ຄູ່​ກັນ​ນັ້ນ ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຫັດ​ກາຍ​ຕາມ​ວິ​ທີທີ່​ໄດ້ບອກ​ໃຫ້​ພວກ​ທ່ານ​ຊາບກ່ອນ​ແລ້ວ – ເຕັ້ນ​ລຳ, ຍົກ​ນ້ຳ​ໜັກ ແລະ ປັ່ນ​ລົດ​ຖີບ. ຊີ​ວິດ​ຈັ່ງ​ແມ່ນ​ລຽບ​ງ່າຍ ແລະ ມີ​ແບບ​ມີ​ແຜນ. ທຸກ​ຢ່າງ​ເປັນ​ໄປ​ຕາມ​ແຜນ​ການ​ທີ່ວາງ​ໄວ້!

ສອງມື້​ຜ່ານ​ໄປດ້ວຍ​ດີ. ມື້​ທີ​ສາມ (ແນ່ນອນ, ກິນເຄັກ​ອັດ​ຕາ​ຂອງມື້​ນັ້ນ​ໄປລຽບ​ລ້ອຍ​ແລ້ວ) ໃນ​ຂະ​ນະ​ທີ່​ພວມ​ນັ່ງ​ຫຼິ້ນ​ເຟ​ສ​ບຸກ​ຢູ່​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ສຶກຄັບໆຢູ່​ສອງ​ຂອກ​ຂ້າງ​ຂອງຫຼັງ. ມັນຄື​ກັບ​ວ່າ​ມີ​ຫຍັງ​ພະ​ຍາ​ຍາມ​ດັນ​ອອກ​ມາ. ເປັນ​ໄປ​ບໍ່​ໄດ້​ທີ່ເຮົາ​​​ກຳ​ລັງ​ຈະ​ມີ​ປີກປົ່ງອອກ​ມາ! ພາຍຫຼັງ​ບິດ​ຂ້າງ​ບິດ​ແອວ ຍືດ​ເສັ້ນ​ຍືດສາຍ​, ແຕ່​ອາ​ການ​ແໜ້ນໆ​ຄັບໆ ຢູ່​ສອງ​ດ້ານນອກ​ຂອງຫຼັງ (ລຸ່ມ​ຂີ້​ແຮ້, ເໜືອ​ແອວ) ກໍ່​ບໍ່​ຫາຍ​ໄປ ຂ້າ​ພະ​ເຈົ້າ​​ຈຶ່ງ​ສະຫຼຸບເອົາວ່າ ຮ່າງ​ກາຍ​ຂອງ​ຕົນ​ກຳ​ລັງ​ສະ​ສົມ​ນ້ຳ​ມັນ​ຢູ່​ສອງ​ບ່ອນ​ນັ້ນ. ເຄັກ​ນໍ​ເຄັກ. ເຫັນ​ສີ​ງາມໆ, ເນື້ອນຸ້ມໆ​, ​​ຣົດ​ຊາດຫວານໆ; ໃນ​ຄວາມ​ເປັນ​ຈິງ​ແມ່ນ​ເຕັມ​ໄປ​ດ້ວຍ​ພິດ​ດ້ວຍ​ໄພ. ຄຳ​ສຸ​ພາ​ສິດ​ທີ່​ວ່າ “ລົງ​ທ້ອງ​ເຮົາ ເປັນ​ຂອງ​ເຮົາ” ນັ້ນ ເຫັນ​ທີ​ຈະໃຊ້​ກັບ​ກໍ​ລະ​ນີນີ້ບໍ່​ໄດ້​ສາ​ແລ້ວ. ອັນ​ນີ້​ມັນ​ແມ່ນ “​ລົງ​ທ້ອງ​ເຮົາ, ເຮົາເປັນ​ມັນ”, ຫຼື ອີກ​ຈັ່ງ​ໜຶ່ງ​ແມ່ນ “ເຮົາ​ກິນ​ມັນ, ມັນ​ກິນ​ເຮົາ​ຕາມຫຼັງ” ເພາະ​ວ່າແທນ​ທີ່ຈະ​ຖືກເຜົາ​ຜານໄປ, ມັນ​ພັດ​ຄົງ​ຢູ່. ມັນ​ພຽງ​ແຕ່ປ່ຽນ​ຮູບ​ໄປ​ເປັນ​ນ້ຳ​ມັນ ແລ້ວ​ທ້ອນ​ໂຮມ​ກັນຂຶ້ນ​ຢູ່​ໃນ​ໂຕ​ເຮົາ. ຂ້າ​ພະ​ເຈົ້າ​ຈ້ອງ​ເບິ່ງ​ເຄັກ​ສ່ວນ​ທີ່​ຍັງ​ເຫຼືອ​ດ້ວຍ​ຄວາມ​ນັບ​ຖື. ຕໍ່​ໄປ​ຊິບໍ່​ປະ​ໝາດ​ມັນ​ອີກ​ແລ້ວ.

ວ່າ​ແຕ່​ວ່າ​ຊິ​ຈັດ​ການ​ກັບ​ບັນ​ຫານີ້​ແນວ​ໃດ​ດີ? ອອກ​ກຳ​ລັງ​ກາຍ​ທຸກໆ​ມື້​ຢູ່​ແລ້ວ.

ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ເພີ້ມ​ກິດ​ຈະ​ກຳກວາດ​ໃບ​ໄມ້ຢູ່ຫຼັງ​ບ້ານ​ເຂົ້າ​ໃສ່​. ເດີ່ນ​ຫຼັງ​ບ້ານ​ເຮົາ​ບໍ່​ໄດ້​ໃຫຍ່​ໂຕ​ພີ​ລຶກຫຍັງ. ປະ​ມານ 25 ມ x 20 ມ, ແຕ່​ພັດ​ມີ​ໃບ​ໄມ້​ແຫ້ງ​ປົກ​ເຕັມ​ໄປ​ໝົດ (ເບິ່ງ​ໃນ​ຮູບ).

OLYMPUS DIGITAL CAMERA

ກວາດ​ໃບ​ໄມ້​ໃສ່​ຜ້າ​ໃບ​ກັນ​ນ້ຳ ຂະ​ໜາດ 2.5 ມ x 3 ມ ແລ້ວ​ແກ່​ໄປ​ຖິ້ມ​ຢູ່​ດິນ​ປ່າ​ສະ​ຫງວນນອກ​ຮົ້ວ​ເຮົາ. ສອງ​ຊົ່ວ​ໂມງ​ຜ່ານ​ໄປ, ເຮັດ​ໄດ້​ແຕ່​ປະ​ມານ 1 ສ່ວນ 5 ຂອງ​ເນື້ອ​ທີ່. ໃບ​ໄມ້ຫຼາຍ​ແທ້ໆ. ອາ​ກາດ​ໜາວ ເປັນ​ເພື່ອນ​ທີ່​ດີ​ຂອງ​ຄົນ​ທີ່​ຢາກ​ຫຼຸດນ້ຳ​ໜັກ​ສ່ວນ​ເກີນ (ຈະ​ອະ​ທິ​ບາຍ​ປະ​ໂຫຍດ​ຂອງ​ຄວາມ​ເຢັນ ຕໍ່​ການ​ລົດ​ຄວາມ​ອ້ວນ ໃຫ້​ທ່ານ​ຟັງ​ໃນ​ໂອ​ກາດ​ໜ້າ). ຂ້າ​ພະ​ເຈົ້າ​ເລືອກ​ອອກ​ໄປ​ກວາດ​ໃບ​ໄມ້​ເວ​ລາ​ທີ່​ອຸນ​ຫະ​ພູມ​ຢູ່​ປະ​ມານ 10 ເຖິງ 15 ອົງ​ສາ​ເຊ​ລ​ຊຽສ (ອຸ່ນ​ທີ່​ສຸດ​ໃນ​ມື້​ນັ້ນໆ). ຕ່ຳ​ກວ່າ​ນັ້ນ​ກໍ່​ຢ້ານ​ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ. ທຳ​ອິດ​ໃສ່​ເສື້ອ​ກັນ​ໜາວ. ເມື່ອ​ຮ່າງ​ກາຍ​ເລີ້ມ​ຜະ​ລິດ​ອາຍ​ອຸ່ນ​ອອກ​ມາ​ຈົນ​ຮ້ອນ​ແລ້ວກໍ່​ແກ້​ເສື້ອ​ກັນ​ໜາວ​ອອກ. ຕະ​ຫຼອດ​ເວ​ລາ​ຂອງ​ການ​ແກວ່ງ​ແຂນກວາດ​ໃບ​ໄມ້ ກໍ່​ຄຶງ​ກ້າມ​ທ້ອງ​ໄປ​ພ້ອມ – ນີ້​ແມ່ນກ້າມ​ສ່ວນ​ສູນ​ກາງ​ຂອງ​ຮ່າງ​ກາຍ. ​ເຮັດ​ຢູ່​ຈັ່ງ​ຊັ້ນສາມມື້​ລຽນ​ກັນ ຮູ້​ສຶກ​ເບົາ​ຕົນ​ເບົາ​ໂຕ, ກ້າມ​ທ້ອງ​ແຂງ​ແຮງກວ່າ​ເກົ່າ.

ຈົນມາ​ຮອດ​ມື້​ວານ​ນີ້ ອອກ​ໄປ​ກິນ​ເຂົ້າ​ນອກບ້ານເອົາ​ໃຈ​ສາ​ມີ. ໂຕ​ຂ້າ​ພະ​ເຈົ້າ​ເອງ​ນັ້ນ​ມີ​ຄວາມ​ຕັ້ງ​ໃຈ​ດີ​ຢູ່​ແລ້ວ. ກິນ​ເຂົ້າ​ນອກ ຫຼື ກິນ​ຢູ່​ເຮືອນ​ເຮົາ​ເອງກໍ່​ຕ້ອງ​ກິນ​ແຕ່​ອາ​ຫານ​ທີ່​ເປັນ​ປະ​ໂຫຍດ. ສັ່ງເລີຍ, “​ສະ​ເຕັກ​ທູ​ນາ​ກັບ​ສະຫຼັດອາ​ຊີ”. ທາງ​ຝ່າຍ​ສາ​ມີ (ຜູ້ຊຶ່ງບໍ່​ກັງ​ວົນ​ເລື່ອງ​ຄວາມ​ອ້ວນ ເພາະ​ມີນ້ຳ​ໜັກ 79 ກິ​ໂລ​ ທຽບ​ໃສ່​ສ່ວນ​ສູງ 1.93 ມ) “ຂໍ​ເປັນ ຕັກ​ໂກ​ໝູ​ອົບ ກັບ​ມັນ​ຝ​ຣັ່ງ​ຈືນ​​.” ບໍ່​ຮູ້​ວ່າ​ລາວ​ຄິດ​ຫຍັງ, ບາດ​ສາວ​ເສີບ​ເອົາ​ອາ​ຫານ​ມາ​ວາງ​ໃສ່​ໂຕະ, ທ່ານ​ສາ​ມີ ຊຸກ​ຖ້ວຍມັ​ນ​ຝ​ຣັ່ງ​ມາ​ໃສ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ. ຄິດ​ວ່າ​ຊິ​ກິນ​ແຕ່​ຕ່ອນ​ດຽວ… ເອົາ​ໄປ​ເອົາ​ມາ ໂຕ​ເອງ​ກິນຫຼາຍກວ່າ​ສາ​ມີ​ອີກ ຂອງວ່າ​ມັນ​ແມ່ນ​ແນວ​ເຮົາ (ຄົນ​ຕຸ້ຍ) ມັກ.

IMG_2926

ເຊົ້າ​ມື້ນີ້ ຕົນ​ເອງ​ກະ​ເລີຍ​ລັ່ງໆ​ລໍໆ ບໍ່​ຢາກກ້າວ​ຂາຂຶ້ນ​ຊິງ. ແຕ່​ວ່າ​ໃນ​ທີ່​ສຸດກໍ່ຕ້ອງ​ເຮັດ​ໃນ​ສິ່ງ​ທີ່​ຕ້ອງ​ໄດ້​ເຮັດ. ໃຄ​ແຕ່​ວ່າຜົນ​ອອກ​ມາ​ເປັນ​ໜ້າ​ພໍ​ໃຈ – ຫຼຸດ​ໄປ​ຢ່າງ​ໜ້ອຍ​ເຄິ່ງ​ກິ​ໂລ. ນ້ຳ​ໜັກ​ສັ່ງ​ໄດ້​ໃນ​ມື້ນີ້: 57 ເຖິງ 57.5 ກິ​ໂລ. ດີ​ໃຈ​ໝົດ​ມື້​ເລີຍ!

ບົດ​ຮຽນ​ສຳ​ຄັນທີ່​ຂ້າ​ພະ​ເຈົ້າ​ຖອດ​ຖອນ​ໄດ້​ຈາກ​ຄວາມ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມາ ແມ່ນ: ເຖິງ​ຈະ​ໝັ້ນ​ໃຈ​ຕົນ​ເອງຊ່ຳ​ໃດ​ ກໍ່​ບໍ່​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ຕົນເຜີ​ທຳ​ຜິດ​ໄດ້​ງ່າຍໆ – ຢ່າ​ເກັບ​ອາ​ຫານ​ທີ່​ຈະ​ພາ​ໃຫ້​ຕຸ້ຍ ໄວ້​ໃນ​ເຮືອນ (ແລະ ຢ່າ​ກິນ​ອາ​ຫານ​ທີ່​ຕົນ​ບໍ່​ໄດ້​ສັ່ງ!). ຖ້າ​ຫ້າມ​ໃຈ​ບໍ່​ໄດ້, ຫຼົງກິນ​ອາ​ຫານ​ພວກ​ນັ້ນ​ໄປ​ແລ້ວ ຫຼື ກິນຫຍັງ​ກໍ່​ຕາມ ຫຼາຍ​ເກີນ​ຂອບ​ເຂດ​ແລ້ວ ຈົ່ງ​ຢ່າ​ຄິດ​ວ່າ​ຕົນ​ເອງຫຼົ້ມ​ເຫຼວ ແລ້ວ​ຕີ​ໂພຍ​ຕີ​ພາຍ​ໄປ​ວ່າໂຄງ​ການຫຼຸດ​ນ້ຳ​ໜັກ​ຂອງ​ໂຕ​ນັ້ນ​ເປັນ​ໂມ​ຄະ​ໄປ​ແລ້ວ ຈາກ​ນັ້ນ​ກໍ່​ຖື​ເອົາເປັນ​ເຫດ​ຜົນ​ໃຫ້​ຕົນກັບ​ໄປ​ກິນ​ຂອງໂລ​ເລ ແລະ ເຊົາ​ອອກ​ກຳ​ລັງ​ກາຍ. ກົງ​ກັນ​ຂ້າມ, ເມື່ອ​ຮູ້​ໂຕວ່າ​ອອກນອກ​ລູ້​ນອກ​ທາງ ກໍ່​ຈົ່ງ​ຍິ້ມ​ຮັບ​ບັນ​ຫາ ແລະ ຊອກ​ເວ​ລາ​ອອກ​ກຳ​ລັງ​ກາຍ​ໃຫ້​ໄວ​ເທົ່າ​ທີ່​ຮ່າງ​ກາຍ​ຈະ​ອະ​ນຸ​ຍາດ​ໃຫ້​ເຮັດ (ບໍ່​ແມ່ນ​ກິນ​ເຕັມ​ພຸງ​ແລ້ວ​ລຸກ​ໄປ​ແລ່ນ​ເລີຍ) ແລະ ອອກ​ໃຫ້ເໝາະ​ສົມ​ກັບ​ຈຳ​ນວນ​ພະ​ລັງ​ງານ​ທີ່​ຕົນ​ເອງ​ກິນ​ເຂົ້າ​ໄປ​.

ສຳ​ລັບ​ທ່ານ​ທີ່​ຍັງ​ບໍ່​ທັນ​ຮູ້, 3,500 ແຄ​ລໍ​ຣີ ເຜົາ​ໄໝ້​ນ້ຳ​ມັນໃນ​ຮ່າງ​ກາຍ​ຄົນ​ໄດ້ປະ​ມານ 1 ປອນ. ຂ້າ​ພະ​ເຈົ້າ​ບໍ່​ມັກ​ໄປ​ອອກ​ກຳ​ລັງ​ກາຍ​ຢູ່​ໂຮງ​ຢິມ, ຈຶ່ງ​ໄດ້​ສະ​ແຫວງ​ຫາ​ວິ​ທີ​ຫັດ​ກາຍ​ງ່າຍໆ​ຢູ່​ກັບ​ເຮືອນ ແບບ​ໄດ້​ຜົນ. ວິ​ທີ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ນຳ​ມາ​ບອກ​ບັນ​ດາ​ທ່ານມື້ນີ້ ແມ່ນ​ການ​ຂຶ້ນ​ຂັ້ນ​ໄດ. ມັນ​ໄດ້​ຜົນ​ແທ້ໆ. ສິບກວ່າ​ປີ​ກ່ອນ​ໜ້ານີ້ ຂ້າ​ພະ​ເຈົ້າ​ເຄີຍ​ອ່ານ​ຢູ່​ວາ​ລະ​ສານ​ເພື່ອ​ສຸ​ຂະ​ພາບ​ສະ​ບັບ​ໜຶ່ງວ່າ ການ​ຍ່າງ​ຂຶ້ນ​ລົງ​ຂັ້ນ​ໃດ​ເຮືອນ​ຊັ້ນ​ໜຶ່ງນີ້ ສາ​ມາດ​ເຜົາ​ໄໝ້​ພະ​ລັງ​ງານ​ເຖິງ 10 ແຄ​ລໍ​ຣີ. ຍ່າງ​ຂຶ້ນ​ຍ່າງ​ລົງ 10 ຖ້ຽວ ກະ​ເຜົາ​ໄໝ້​ໄດ້​ປະ​ມານ 100 ແຄ​ລໍ​ຣີ. ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ຄວາມ​ຟິດ​ທາງ​ຮ່າງ​ກາຍ ຂ້າ​ພະ​ເຈົ້າ​ເຄີຍ​ຍ່າງ​ມາ​ແລ້ວ 50-60 ຖ້ຽວ ຕໍ່​ເທື່ອ (ເຜົາ​ໄໝ້​ແຄ​ລໍ​ຣີ​ໄດ້​ເທົ່າ​ໆ​ກັບ​ການ​ເຮັດ​ຄາ​ດີ​ໂອ​ໜັກໆ ເປັນ​ຊົ່ວ​ໂມງ). ມື້​ລະ 500 ແຄ​ລໍ​ຣີ x 7 ມື້ ໃນ​ໜຶ່ງ​ອາ​ທິດ = 3,500. ​ແນ່ນອນ​ວ່ານີ້​ແມ່ນ​ໂຕ​ເລກ​ສະ​ເລັ່ຍ. ມັນ​ຍັງ​ມີອີກຫຼາຍໆ​ປັດ​ໄຈ​ທີ່​ກຳ​ນົດ​ວ່າ​ຄົນ​ຜູ້​ໜຶ່ງ​ຈະ​ເຜົາ​ໄໝ້​ນ້ຳ​ມັນ​ໃນ​ຮ່າງ​ກາຍ​ໄດ້ຫຼາຍ​ປານ​ໃດ.

ຖ້າ​ທ່ານບໍ່​ຢາກ​ເຮັດ​ແນວ​ນັ້ນ, ທ່ານ​ສາ​ມາດ​ກ້າວ​ຂາ​ຂຶ້ນ ແລະ ລົງ ຢູ່​ຂັ້ນ​ໃດ​ຂັ້ນ​ທຳ​ອິດ​ຂອງ​ເຮືອນ. ໃຊ້​ຂາ​ຂວາ​ກ້າວ​ຂຶ້ນ​ກ່ອນ, ຕາມ​ດ້ວຍ​ຂາ​ຊ້າຍ. ເຮັດ​ຈັ່ງ​ຊັ້ນ 10 ເທື່ອ ແລ້ວ​ປ່ຽນ ໄປ​ກ້າວ​ຂາ​ຊ້າຍ​ຂຶ້ນ​ກ່ອນ ຕາມ​ດ້ວຍ​ຂາ​ຂວາ. ເຮັດ 10 ເທື່ອ ແລ້ວ​ປ່ຽນ​ໄປ ປ່ຽນ​ມາ (ເຮັດ​ໃຫ້​ສະ​ເໝີ​ກັນ ເພື່ອ​ໃຫ້​ຂາ​ສອງ​ຂ້າງ​ໄດ້​ອອກ​ກຳ​ລັງ​ກາຍ​ເທົ່າ​ກັນ). ​ເວ​ລາ​ທ່ານ​ອອກ​ກຳ​ລັງ​ກາຍ​ແບບນີ້ ຈົ່ງ​ຖື​ດຳ​ແບ​ລຂະ​ໜາດເບົາໆ (ຄັນ​ບໍ່​ມີດຳ​ແບລ ກະ​ຖື​ກະ​ປ໋ອງ​ໝາກ​ໄມ້ ແນວ​ໃດ​ທີ່​ຈັບ​ໄດ້​ໝັ້ນ ເພື່ອ​ຮັບ​ປະ​ກັນ​ບໍ່​ໃຫ້​ມັນຫຼຸດ​ມື​ລົງ​ໄປ​ໃສ່​ພື້ນ​ເຮືອນ​ງາມໆ ຫຼື ເຟີ​ນີ​ເຈີ​ລາ​ຄາ​ແພງ​ຂອງ​ທ່ານ) ແລ້ວ​ແກວ່ງ​ແຂນ​ໄປ​ມາ ເພື່ອ​ຝຶກ​ກ້າມ​ແຂນ​ໄປ​ນຳ. ຂໍ້​ສຳ​ຄັນ​ຂອງ​ການ​ຍ່າງ​ຂຶ້ນ​ຂັ້ນ​ໄດ​ນີ້ ແມ່ນ​ທ່ານ​ຕ້ອງ​ຫັດ​ວາງ​ນ້ຳ​ໜັກ​ໃສ່​ກ້າມ​ກົກ​ຂາ ແລະ ກ້າມ​ກົ້ນ​ຂອງ​ທ່ານ. ພະ​ຍາ​ຍາມຫຼີກ​ເວັ້ນ​ການວາງ​ນ້ຳ​ໜັກ​ໃສ່​ຫົວ​ເຂົ່າ​! ຂໍ້​ນີ້ສຳ​ຄັນ​ຕໍ່​ສຸ​ຂ​ະ​ພາບ​ຫົວ​ເຂົ່າ – ຄວາມ​ສາມ​າດ​ເຄື່ອນ​ໄຫວ​ໄປ​ມາ​ຂອງ​ທ່ານ – ທີ່​ສຸດ. ບໍ່​ວ່າ​ທ່ານ​ຈະ​ຫັດ​ກາຍ ຫຼື ໃຊ້​ຂັ້ນ​ໄດຕາມ​ປົກ​ກະ​ຕິໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ ກໍ່​ຕ້ອງ​ມີ​ສະ​ຕິເລື່ອງນີ້. ວ່າ​ກັນ​ວ່າ​ຜູ້​ຍິງ​ສ່ວນ​ໃຫຍ່​ມັກ​ວາງ​ນ້ຳ​ໜັກ​ໃສ່​ຫົວ​ເຂົ່າ ຈຶ່ງ​ພາ​ໃຫ້​ເຈັບ​ເຂົ່າ ເມື່ອ​ອາ​ຍຸ​ເຂົ້າ​ສູ່​ເລກ 40.

ກ້າມ​ຂາ ແລະ ກ້າມ​ສ່ວນ​ກົ້ນ ແມ່ນ​ກ້າມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຮ່າງ​ກາຍ​ຄົນ. ຖ້າ​ທ່ານ​ອອກ​ກຳ​ລັງ​ກາຍ​ໃຫ້​ພວກ​ມັນ​ຂະ​ຫຍາຍ​ໃຫຍ່​ຂຶ້ນ, ພວກ​ມັນ​ຈະ​ຊ່ວຍ​ໃຫ້​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ຂອງ​ທ່ານ​ເປັນ​ໄປ​ໄດ້​ໄວ​ກວ່າ​ເກົ່າຫຼາຍ.

ໝາຍ​ເຫດ: ຖ້າ​ວ່າ​ທ່ານ​ຫາກ​ມີ​ນຳ​ໜັກ​ສ່ວນ​ເກີນຫຼາຍ​ໂພດ, ການ​ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ຂຶ້​ນ​ຂັ້ນ​ໃດ​ນີ້ ອາດບໍ່​ເໝາະ​ສົມ​ກັບ​ທ່ານ. ​ຖ້າ​ມີ​ໂອ​ກາດ​ໄປລອຍ​ນ້ຳ​ໄດ້ ແມ່ນ​ດີ​ທີ່​ສຸດ.

ຫວັງ​ວ່າ​ບົດ​ຄວາມນີ້ ຈະ​ເປັນ​ປະ​ໂຫຍດ ແລະ ກຳ​ລັງ​ໃຈ ໃຫ້​ແກ່​ບັນ​ດາ​ທ່ານ​ທີ່​ຕ້ອງ​ການ​ຢາກຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ຂອງ​ຕົນ. ຖ້າ​ທ່ານ​ໃດ​ມີ​ຂໍ້​ຂ້ອງ​ໃຈ​ອັນ​ໃດ ທີ່​ກ່ຽວ​ຂ້ອງ​ກັບ​ບົດ​ຄວາມນີ້ ຫຼື ຖ້າ​ທ່ານ​ໃດ​ຫາກ​ມີ​ຄຳ​ເຫັນ, ມີ​ບົດ​ຮຽນ ທີ່​ຄິດ​ວ່າ​ຈະ​ເປັນ​ປະ​ໂຫຍດ​ແກ່​ຂ້າ​ພະ​ເຈົ້າ ຫຼື ແກ່​ຜູ້​ອ່ານ​ຄົນ​ອື່ນໆ, ກະ​ລຸ​ນາ​ລົງ​ຄວາມ​ເຫັນ​ຂອງ​ທ່ານ ໃສ່​ແບບ​ຟອມ​ຂ້າງ​ລຸ່ມນີ້. ຂອບ​ໃຈ​ທີ່​ແວະ​ເຂົ້າ​ມາ​ອ່ານ​ບົດ​ຄວາມ​ຂອງ​ພວກ​ເຮົາ.

6 thoughts on “ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ (1 ອາ​ທິດ​ຜ່ານ​ໄປ)

  1. ຂອບໃຈ ທີ່ແບ່ງປັນປະສົບການ. ຍອມຮັບວ່າເປັນວິທີ ທີ່ດີແຕ່ວ່າຕ້ອງໃຊ້ຄວາມພະຍາຍາມສົມຄວນ

    1. ຖືກ​ຕ້ອງ​ແລ້ວ ພິນ​ທອງ, ມັນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ ທັງ​ທາງ​ດ້ານ​ຮ່າງ​ກາຍ ແລະ ຈິດ​ໃຈ. ຫັກ​ໂຫມຫຼາຍ ກໍ່​ມີ​ແຕ່​ຈະ​ພາ​ໃຫ້​ໄດ້​ຮັບ​ບາດ​ເຈັບ ແລ້ວ​ເສັຍ​ກຳ​ລັງ​ໃຈ, ບໍ່​ຢາກ​ເຮັດ​ຕໍ່. ຄ່ອຍ​ເປັນ​ຄ່ອຍ​ໄປ ຮ່າງ​ກາຍ​ຈຶ່ງ​ມີ​ເວ​ລາ​ປັບ​ຕົວ. ຂອບ​ໃຈ​ທີ່​ເຂົ້າ​ມາ​ອ່ານ ແລະ ລົງ​ຄວາມ​ເຫັນ​ເປັນ​ກຳ​ລັງ​ໃຈ​ໃຫ້​ພວກ​ເຮົາ​ເດີ.

  2. ຕ້ອງໄດ້ໃຊ້ຄວາມພະຍາຍາມຫລາຍແທ້ໆ ຈຶ່ງຈະເຮັດໄດ້. ປະຈຸບັນແຮງມີແຕ່ງານລ້ຽງ, ງານສັງສັນ…. ເຈົ້າພາບເອີຍອີຕົນຜູ້ກິນແດ່ເດີ

    1. ແມ່ນ​ແທ້ ໄກ່, ຄວາມ​ກົດ​ດັນ​ຈາກ​ສັງ​ຄົມ ແມ່ນ​ສາ​ເຫດ​ສຳ​ຄັນອັນ​ໜຶ່ງ ຂອງ​ຄວາມ​ອ້ວນ. ຄົນ​ລາວ​ເຮົາ​ແຮງ​ມັກ​ສັງ​ສັນ. ໝູ່​ວ່າ​ກິນ​ອີ່ມ​ແລ້ວ, ເຈົ້າ​ພາບ​ກະ​ຍັງ​ບໍ່​ແນ່​ໃຈ ເພາະ​ຂອງ​ກິນ​ເພິ່ນ​ກຽມ​ໄວ້​ນັ້ນ​ຍັງ​ເຫຼືອຫຼາຍ​ໂພດ. ພວກ​ເຮົາ​ຕ້ອງ​ຫາ​​ຫົ​ນ​ທາງ​ແບບ​ບົວ​ບໍ່​ໃຫ້​ຊ້ຳ, ນ້ຳ​ບໍ່​ໃຫ້​ຂຸ່ນ ເພື່ອຫຼີກ​ເວັ້ນ​ການ​ກິນຫຼາຍ​ເກີນ​ໄປ. ອີກວິ​ທີ​ໜຶ່ງກໍ່​ຄື, ເມື່ອ​ກິນຫຼາຍ​ໃນ​ມື້ນີ້, ມື້​ອື່ນ​ກັບ​ມື້​ຮື ເຮົາ​ຕ້ອງ​ກິນ​ໜ້ອຍໆ ແລະ ກິນ​ແຕ່​ອາ​ຫານ​ເບົາໆ. ເວົ້າ​ງ່າຍ, ເຮັດ​ຍາກ​ເນາະ.

  3. ຂອບໃຈນົງ. ເປັນບົດຮຽນທີ່ດີ.
    ເຮົາຍັງຫຼຸດບໍ່ໄດ້ເທື່ອ. ຖ້າເລົ່າກະຊິມີຫຼາຍ excuses. ໄດ້ມີໂອກາດກວດຮ່າງກາຍເລື່ອງຄວາມອ້ວນ. ປະກົດວ່າ ນໍ້າໜັກ 87, ໃນນັ້ນ ໄຂມັນ 39 ກລ. ດັດຊະນີກ້າມເນື້ອຢູ່ໃນລະດັບດີ ແຕ່ຫຼຸດຍາກຍ້ອນ ໄຂມັນ ແລະ ສະພາບອົມນໍ້າຂອງຮ່າງກາຍເຮັດໃຫ້ການເຜົາຜານໄດ້ໜ້ອຍ. ທັງນີ້ ແມ່ນຍ້ອນມັກກິນອາຫານເຄັມ ແລະ ລົດຈັດ. ຊິພະຍາຍາມເອົາ 39 ໂລນີ້ອອກໃຫ້ໄດ້.

    1. ດີ​ຫຼາຍ​ທີ່​ໂຕ​ໄປ​ກວດ​ສຸ​ຂະ​ພາບ ແລະ ຊອກ​ຮູ້​ວ່າ​ຮ່າງ​ກາຍ​ໂຕ​ແຂງ​ແຮງ​ຊ່ຳ​ໃດ. ດີ​ໃຈ​ນຳ​ທີ່​ຮູ້​ວ່າ​ດັດ​ຊະ​ນີ​ກ້າມ​ເນື້ອ​ຂອງ​ໂຕ​ຢູ່​ໃນ​ລະ​ດັບ​ດີ. ເວົ້າ​ເລື່ອງຫຼຸດ​ນ້ຳ​ໜັກ​ໄດ້​ຍາກ, ກະ​ຍ້ອນ​ວ່າ​ແນວນີ້ ນີ້​ລະ ເຮົາ​ຈຶ່ງ​ຂຽນ​ຄໍ​ລຳ​ນີ້​ຂຶ້ນ​ມາ ເພື່ອ​ໃຫ້​ມີ​ຄົນ​ທີ່​ຢູ່​ໃນ​ສະ​ພາບ​ດຽວ​ກັນ ມ​າ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ກັນ​ແລະ​ກັນ. ມາຫຼຸດ​ນ້ຳ​ໜັກ​ນຳ​ກັນ​ໃຫ້​ໄດ້​ອີ່ຫຼີ​ເທາະບາດນີ້.

Leave a Reply

Your email address will not be published. Required fields are marked *

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>