ສະບາຍດີທຸກໆຄົນ,
ເວລາຜ່ານໄປໄວອີ່ຫຼີ. ຂ້າພະເຈົ້າຮູ້ສຶກຄືກັບວ່າຕົນເອງຫາກໍ່ໂພສ ບົດຄວາມບົດທຳອິດ ກ່ຽວກັບບັນທຶກການຫຼຸດນ້ຳໜັກສ່ວນເກີນຂອງຕົນໄປຫວ່າງສອງສາມມື້ຜ່ານມານີ້ ແລະ ມື້ນີ້ກໍ່ຮອດເວລາທີ່ຕ້ອງໄດ້ມານັ່ງສະຫຼຸບຜົນຄືບໜ້າພາຍໃນອາທິດທີໜຶ່ງໃຫ້ພວກທ່ານຊາບແລ້ວ.
ຊິເວົ້າຄວາມຈິງໃຫ້ຟັງ, ມືນຕາຂຶ້ນມາມື້ເຊົ້ານີ້ ມີອາການຮ້ອນໆໜາວໆ ເພາະບໍ່ແນ່ໃຈວ່າຜົນມັນຈະອອກມາຄືແນວໃດ.
ເພື່ອໃຫ້ພວກທ່ານຫາຍສົງໄສ ຂ້າພະເຈົ້າຈະຕັດ ດຣາມມາ ອອກ. ຂໍແຈ້ງໃຫ້ພວກທ່ານຊາບເລີຍວ່າ ຜົນໄດ້ຮັບແມ່ນເປັນທີ່ພໍໃຈ. ຕົວເລກຢູ່ຊິງ ເຕັ້ນໄປເຕັ້ນມາ ລະຫວ່າງ 126 ແລະ 127 ປອນ (2.2046 ປອນ = 1 ກິໂລ). ນີ້ໝາຍຄວາມວ່າ ຢ່າງໜ້ອຍທີ່ສຸດຂ້າພະເຈົ້າກໍ່ຫຼຸດໄດ້ 1 ປອນ ຫຼືເກືອບເທົ່າກັບເຄິ່ງກິໂລ ຈາກອາທິດຜ່ານມາ ຊຶ່ງຢູ່ທີ່ 128 ປອນ. ຖ້າພວກທ່ານຢາກຮູ້ວ່າຂ້າພະເຈົ້າເຮັດແນວໃດ, ກະລຸນາອ່ານຕໍ່.
ຂ້າພະເຈົ້າປິດບົດຄວາມທີແລ້ວດ້ວຍການເອີ່ຍເຖິງເຄັກວັນເກີດເຄິ່ງກ່ອນໃຫຍ່ ຊຶ່ງຄົນຂ້າງບ້ານໃຈດີ ໄດ້ເອົາມາໃຫ້. ພາຍຫຼັງໂພສບົດຄວາມລົງໃນເວັບໄຊທ໌ແລ້ວ ຂ້າພະເຈົ້າຕື່ນເຕັ້ນຕໍ່ການກະທຳຂອງຕົນທີ່ສຸດ. ຄວາມໝັ້ນໃຈວ່າ ຕົນຈະຕ້ອງເຮັດສຳເລັດແນ່ນ່ອນນັ້ນ ໄດ້ພາໃຫ້ຂ້າພະເຈົ້າຄິດວ່າ ຖ້າຕົນເອງຫາກອອກກຳລັງກາຍທຸກໆມື້ ເຄັກມື້ລະປ່ຽງ ມັນຊິມີລີກີຫຍັງ.
ຂ້າພະເຈົ້າເຮັດຕາມນັ້ນແທ້… ກາເຟຮ້ອນໆ ກັບເຄັກແຊບໆ ຕ້ອນຮັບຮຸ່ງອາລຸນຂອງມື້ໃໝ່ (ຄວາມຈິງ ແມ່ນຫ້າວຫັນຕື່ນມາກິນຕັ້ງແຕ່ 5:30 ໂມງເຊົ້າພຸ້ນ – 2 ຊົ່ງໂມງ ກ່ອນທີ່ຕາເວັນຈະໂຜ່ຂຶ້ນ). ກິນແລ້ວກໍ່ເຂົ້າເຮັດວຽກຂີດຂຽນຂອງຕົນ. ຄຽງຄູ່ກັນນັ້ນ ຂ້າພະເຈົ້າກໍ່ໄດ້ຫັດກາຍຕາມວິທີທີ່ໄດ້ບອກໃຫ້ພວກທ່ານຊາບກ່ອນແລ້ວ – ເຕັ້ນລຳ, ຍົກນ້ຳໜັກ ແລະ ປັ່ນລົດຖີບ. ຊີວິດຈັ່ງແມ່ນລຽບງ່າຍ ແລະ ມີແບບມີແຜນ. ທຸກຢ່າງເປັນໄປຕາມແຜນການທີ່ວາງໄວ້!
ສອງມື້ຜ່ານໄປດ້ວຍດີ. ມື້ທີສາມ (ແນ່ນອນ, ກິນເຄັກອັດຕາຂອງມື້ນັ້ນໄປລຽບລ້ອຍແລ້ວ) ໃນຂະນະທີ່ພວມນັ່ງຫຼິ້ນເຟສບຸກຢູ່ນັ້ນ ຂ້າພະເຈົ້າຮູ້ສຶກຄັບໆຢູ່ສອງຂອກຂ້າງຂອງຫຼັງ. ມັນຄືກັບວ່າມີຫຍັງພະຍາຍາມດັນອອກມາ. ເປັນໄປບໍ່ໄດ້ທີ່ເຮົາກຳລັງຈະມີປີກປົ່ງອອກມາ! ພາຍຫຼັງບິດຂ້າງບິດແອວ ຍືດເສັ້ນຍືດສາຍ, ແຕ່ອາການແໜ້ນໆຄັບໆ ຢູ່ສອງດ້ານນອກຂອງຫຼັງ (ລຸ່ມຂີ້ແຮ້, ເໜືອແອວ) ກໍ່ບໍ່ຫາຍໄປ ຂ້າພະເຈົ້າຈຶ່ງສະຫຼຸບເອົາວ່າ ຮ່າງກາຍຂອງຕົນກຳລັງສະສົມນ້ຳມັນຢູ່ສອງບ່ອນນັ້ນ. ເຄັກນໍເຄັກ. ເຫັນສີງາມໆ, ເນື້ອນຸ້ມໆ, ຣົດຊາດຫວານໆ; ໃນຄວາມເປັນຈິງແມ່ນເຕັມໄປດ້ວຍພິດດ້ວຍໄພ. ຄຳສຸພາສິດທີ່ວ່າ “ລົງທ້ອງເຮົາ ເປັນຂອງເຮົາ” ນັ້ນ ເຫັນທີຈະໃຊ້ກັບກໍລະນີນີ້ບໍ່ໄດ້ສາແລ້ວ. ອັນນີ້ມັນແມ່ນ “ລົງທ້ອງເຮົາ, ເຮົາເປັນມັນ”, ຫຼື ອີກຈັ່ງໜຶ່ງແມ່ນ “ເຮົາກິນມັນ, ມັນກິນເຮົາຕາມຫຼັງ” ເພາະວ່າແທນທີ່ຈະຖືກເຜົາຜານໄປ, ມັນພັດຄົງຢູ່. ມັນພຽງແຕ່ປ່ຽນຮູບໄປເປັນນ້ຳມັນ ແລ້ວທ້ອນໂຮມກັນຂຶ້ນຢູ່ໃນໂຕເຮົາ. ຂ້າພະເຈົ້າຈ້ອງເບິ່ງເຄັກສ່ວນທີ່ຍັງເຫຼືອດ້ວຍຄວາມນັບຖື. ຕໍ່ໄປຊິບໍ່ປະໝາດມັນອີກແລ້ວ.
ວ່າແຕ່ວ່າຊິຈັດການກັບບັນຫານີ້ແນວໃດດີ? ອອກກຳລັງກາຍທຸກໆມື້ຢູ່ແລ້ວ.
ຂ້າພະເຈົ້າຕັດສິນໃຈເພີ້ມກິດຈະກຳກວາດໃບໄມ້ຢູ່ຫຼັງບ້ານເຂົ້າໃສ່. ເດີ່ນຫຼັງບ້ານເຮົາບໍ່ໄດ້ໃຫຍ່ໂຕພີລຶກຫຍັງ. ປະມານ 25 ມ x 20 ມ, ແຕ່ພັດມີໃບໄມ້ແຫ້ງປົກເຕັມໄປໝົດ (ເບິ່ງໃນຮູບ).
ກວາດໃບໄມ້ໃສ່ຜ້າໃບກັນນ້ຳ ຂະໜາດ 2.5 ມ x 3 ມ ແລ້ວແກ່ໄປຖິ້ມຢູ່ດິນປ່າສະຫງວນນອກຮົ້ວເຮົາ. ສອງຊົ່ວໂມງຜ່ານໄປ, ເຮັດໄດ້ແຕ່ປະມານ 1 ສ່ວນ 5 ຂອງເນື້ອທີ່. ໃບໄມ້ຫຼາຍແທ້ໆ. ອາກາດໜາວ ເປັນເພື່ອນທີ່ດີຂອງຄົນທີ່ຢາກຫຼຸດນ້ຳໜັກສ່ວນເກີນ (ຈະອະທິບາຍປະໂຫຍດຂອງຄວາມເຢັນ ຕໍ່ການລົດຄວາມອ້ວນ ໃຫ້ທ່ານຟັງໃນໂອກາດໜ້າ). ຂ້າພະເຈົ້າເລືອກອອກໄປກວາດໃບໄມ້ເວລາທີ່ອຸນຫະພູມຢູ່ປະມານ 10 ເຖິງ 15 ອົງສາເຊລຊຽສ (ອຸ່ນທີ່ສຸດໃນມື້ນັ້ນໆ). ຕ່ຳກວ່ານັ້ນກໍ່ຢ້ານເປັນອັນຕະລາຍຕໍ່ສຸຂະພາບ. ທຳອິດໃສ່ເສື້ອກັນໜາວ. ເມື່ອຮ່າງກາຍເລີ້ມຜະລິດອາຍອຸ່ນອອກມາຈົນຮ້ອນແລ້ວກໍ່ແກ້ເສື້ອກັນໜາວອອກ. ຕະຫຼອດເວລາຂອງການແກວ່ງແຂນກວາດໃບໄມ້ ກໍ່ຄຶງກ້າມທ້ອງໄປພ້ອມ – ນີ້ແມ່ນກ້າມສ່ວນສູນກາງຂອງຮ່າງກາຍ. ເຮັດຢູ່ຈັ່ງຊັ້ນສາມມື້ລຽນກັນ ຮູ້ສຶກເບົາຕົນເບົາໂຕ, ກ້າມທ້ອງແຂງແຮງກວ່າເກົ່າ.
ຈົນມາຮອດມື້ວານນີ້ ອອກໄປກິນເຂົ້ານອກບ້ານເອົາໃຈສາມີ. ໂຕຂ້າພະເຈົ້າເອງນັ້ນມີຄວາມຕັ້ງໃຈດີຢູ່ແລ້ວ. ກິນເຂົ້ານອກ ຫຼື ກິນຢູ່ເຮືອນເຮົາເອງກໍ່ຕ້ອງກິນແຕ່ອາຫານທີ່ເປັນປະໂຫຍດ. ສັ່ງເລີຍ, “ສະເຕັກທູນາກັບສະຫຼັດອາຊີ”. ທາງຝ່າຍສາມີ (ຜູ້ຊຶ່ງບໍ່ກັງວົນເລື່ອງຄວາມອ້ວນ ເພາະມີນ້ຳໜັກ 79 ກິໂລ ທຽບໃສ່ສ່ວນສູງ 1.93 ມ) “ຂໍເປັນ ຕັກໂກໝູອົບ ກັບມັນຝຣັ່ງຈືນ.” ບໍ່ຮູ້ວ່າລາວຄິດຫຍັງ, ບາດສາວເສີບເອົາອາຫານມາວາງໃສ່ໂຕະ, ທ່ານສາມີ ຊຸກຖ້ວຍມັນຝຣັ່ງມາໃສ່ຕໍ່ໜ້າຂ້າພະເຈົ້າ. ຄິດວ່າຊິກິນແຕ່ຕ່ອນດຽວ… ເອົາໄປເອົາມາ ໂຕເອງກິນຫຼາຍກວ່າສາມີອີກ ຂອງວ່າມັນແມ່ນແນວເຮົາ (ຄົນຕຸ້ຍ) ມັກ.
ເຊົ້າມື້ນີ້ ຕົນເອງກະເລີຍລັ່ງໆລໍໆ ບໍ່ຢາກກ້າວຂາຂຶ້ນຊິງ. ແຕ່ວ່າໃນທີ່ສຸດກໍ່ຕ້ອງເຮັດໃນສິ່ງທີ່ຕ້ອງໄດ້ເຮັດ. ໃຄແຕ່ວ່າຜົນອອກມາເປັນໜ້າພໍໃຈ – ຫຼຸດໄປຢ່າງໜ້ອຍເຄິ່ງກິໂລ. ນ້ຳໜັກສັ່ງໄດ້ໃນມື້ນີ້: 57 ເຖິງ 57.5 ກິໂລ. ດີໃຈໝົດມື້ເລີຍ!
ບົດຮຽນສຳຄັນທີ່ຂ້າພະເຈົ້າຖອດຖອນໄດ້ຈາກຄວາມພະຍາຍາມຫຼຸດນ້ຳໜັກໃນໜຶ່ງອາທິດທີ່ຜ່ານມາ ແມ່ນ: ເຖິງຈະໝັ້ນໃຈຕົນເອງຊ່ຳໃດ ກໍ່ບໍ່ຄວນສ້າງເງື່ອນໄຂໃຫ້ຕົນເຜີທຳຜິດໄດ້ງ່າຍໆ – ຢ່າເກັບອາຫານທີ່ຈະພາໃຫ້ຕຸ້ຍ ໄວ້ໃນເຮືອນ (ແລະ ຢ່າກິນອາຫານທີ່ຕົນບໍ່ໄດ້ສັ່ງ!). ຖ້າຫ້າມໃຈບໍ່ໄດ້, ຫຼົງກິນອາຫານພວກນັ້ນໄປແລ້ວ ຫຼື ກິນຫຍັງກໍ່ຕາມ ຫຼາຍເກີນຂອບເຂດແລ້ວ ຈົ່ງຢ່າຄິດວ່າຕົນເອງຫຼົ້ມເຫຼວ ແລ້ວຕີໂພຍຕີພາຍໄປວ່າໂຄງການຫຼຸດນ້ຳໜັກຂອງໂຕນັ້ນເປັນໂມຄະໄປແລ້ວ ຈາກນັ້ນກໍ່ຖືເອົາເປັນເຫດຜົນໃຫ້ຕົນກັບໄປກິນຂອງໂລເລ ແລະ ເຊົາອອກກຳລັງກາຍ. ກົງກັນຂ້າມ, ເມື່ອຮູ້ໂຕວ່າອອກນອກລູ້ນອກທາງ ກໍ່ຈົ່ງຍິ້ມຮັບບັນຫາ ແລະ ຊອກເວລາອອກກຳລັງກາຍໃຫ້ໄວເທົ່າທີ່ຮ່າງກາຍຈະອະນຸຍາດໃຫ້ເຮັດ (ບໍ່ແມ່ນກິນເຕັມພຸງແລ້ວລຸກໄປແລ່ນເລີຍ) ແລະ ອອກໃຫ້ເໝາະສົມກັບຈຳນວນພະລັງງານທີ່ຕົນເອງກິນເຂົ້າໄປ.
ສຳລັບທ່ານທີ່ຍັງບໍ່ທັນຮູ້, 3,500 ແຄລໍຣີ ເຜົາໄໝ້ນ້ຳມັນໃນຮ່າງກາຍຄົນໄດ້ປະມານ 1 ປອນ. ຂ້າພະເຈົ້າບໍ່ມັກໄປອອກກຳລັງກາຍຢູ່ໂຮງຢິມ, ຈຶ່ງໄດ້ສະແຫວງຫາວິທີຫັດກາຍງ່າຍໆຢູ່ກັບເຮືອນ ແບບໄດ້ຜົນ. ວິທີທີ່ຂ້າພະເຈົ້າຢາກນຳມາບອກບັນດາທ່ານມື້ນີ້ ແມ່ນການຂຶ້ນຂັ້ນໄດ. ມັນໄດ້ຜົນແທ້ໆ. ສິບກວ່າປີກ່ອນໜ້ານີ້ ຂ້າພະເຈົ້າເຄີຍອ່ານຢູ່ວາລະສານເພື່ອສຸຂະພາບສະບັບໜຶ່ງວ່າ ການຍ່າງຂຶ້ນລົງຂັ້ນໃດເຮືອນຊັ້ນໜຶ່ງນີ້ ສາມາດເຜົາໄໝ້ພະລັງງານເຖິງ 10 ແຄລໍຣີ. ຍ່າງຂຶ້ນຍ່າງລົງ 10 ຖ້ຽວ ກະເຜົາໄໝ້ໄດ້ປະມານ 100 ແຄລໍຣີ. ຕອນທີ່ຂ້າພະເຈົ້າໄປເຖິງຈຸດສູງສຸດຂອງຄວາມຟິດທາງຮ່າງກາຍ ຂ້າພະເຈົ້າເຄີຍຍ່າງມາແລ້ວ 50-60 ຖ້ຽວ ຕໍ່ເທື່ອ (ເຜົາໄໝ້ແຄລໍຣີໄດ້ເທົ່າໆກັບການເຮັດຄາດີໂອໜັກໆ ເປັນຊົ່ວໂມງ). ມື້ລະ 500 ແຄລໍຣີ x 7 ມື້ ໃນໜຶ່ງອາທິດ = 3,500. ແນ່ນອນວ່ານີ້ແມ່ນໂຕເລກສະເລັ່ຍ. ມັນຍັງມີອີກຫຼາຍໆປັດໄຈທີ່ກຳນົດວ່າຄົນຜູ້ໜຶ່ງຈະເຜົາໄໝ້ນ້ຳມັນໃນຮ່າງກາຍໄດ້ຫຼາຍປານໃດ.
ຖ້າທ່ານບໍ່ຢາກເຮັດແນວນັ້ນ, ທ່ານສາມາດກ້າວຂາຂຶ້ນ ແລະ ລົງ ຢູ່ຂັ້ນໃດຂັ້ນທຳອິດຂອງເຮືອນ. ໃຊ້ຂາຂວາກ້າວຂຶ້ນກ່ອນ, ຕາມດ້ວຍຂາຊ້າຍ. ເຮັດຈັ່ງຊັ້ນ 10 ເທື່ອ ແລ້ວປ່ຽນ ໄປກ້າວຂາຊ້າຍຂຶ້ນກ່ອນ ຕາມດ້ວຍຂາຂວາ. ເຮັດ 10 ເທື່ອ ແລ້ວປ່ຽນໄປ ປ່ຽນມາ (ເຮັດໃຫ້ສະເໝີກັນ ເພື່ອໃຫ້ຂາສອງຂ້າງໄດ້ອອກກຳລັງກາຍເທົ່າກັນ). ເວລາທ່ານອອກກຳລັງກາຍແບບນີ້ ຈົ່ງຖືດຳແບລຂະໜາດເບົາໆ (ຄັນບໍ່ມີດຳແບລ ກະຖືກະປ໋ອງໝາກໄມ້ ແນວໃດທີ່ຈັບໄດ້ໝັ້ນ ເພື່ອຮັບປະກັນບໍ່ໃຫ້ມັນຫຼຸດມືລົງໄປໃສ່ພື້ນເຮືອນງາມໆ ຫຼື ເຟີນີເຈີລາຄາແພງຂອງທ່ານ) ແລ້ວແກວ່ງແຂນໄປມາ ເພື່ອຝຶກກ້າມແຂນໄປນຳ. ຂໍ້ສຳຄັນຂອງການຍ່າງຂຶ້ນຂັ້ນໄດນີ້ ແມ່ນທ່ານຕ້ອງຫັດວາງນ້ຳໜັກໃສ່ກ້າມກົກຂາ ແລະ ກ້າມກົ້ນຂອງທ່ານ. ພະຍາຍາມຫຼີກເວັ້ນການວາງນ້ຳໜັກໃສ່ຫົວເຂົ່າ! ຂໍ້ນີ້ສຳຄັນຕໍ່ສຸຂະພາບຫົວເຂົ່າ – ຄວາມສາມາດເຄື່ອນໄຫວໄປມາຂອງທ່ານ – ທີ່ສຸດ. ບໍ່ວ່າທ່ານຈະຫັດກາຍ ຫຼື ໃຊ້ຂັ້ນໄດຕາມປົກກະຕິໃນຊີວິດປະຈຳວັນຂອງທ່ານ ກໍ່ຕ້ອງມີສະຕິເລື່ອງນີ້. ວ່າກັນວ່າຜູ້ຍິງສ່ວນໃຫຍ່ມັກວາງນ້ຳໜັກໃສ່ຫົວເຂົ່າ ຈຶ່ງພາໃຫ້ເຈັບເຂົ່າ ເມື່ອອາຍຸເຂົ້າສູ່ເລກ 40.
ກ້າມຂາ ແລະ ກ້າມສ່ວນກົ້ນ ແມ່ນກ້າມທີ່ໃຫຍ່ທີ່ສຸດໃນຮ່າງກາຍຄົນ. ຖ້າທ່ານອອກກຳລັງກາຍໃຫ້ພວກມັນຂະຫຍາຍໃຫຍ່ຂຶ້ນ, ພວກມັນຈະຊ່ວຍໃຫ້ການຫຼຸດນ້ຳໜັກສ່ວນເກີນຂອງທ່ານເປັນໄປໄດ້ໄວກວ່າເກົ່າຫຼາຍ.
ໝາຍເຫດ: ຖ້າວ່າທ່ານຫາກມີນຳໜັກສ່ວນເກີນຫຼາຍໂພດ, ການອອກກຳລັງກາຍດ້ວຍການຂຶ້ນຂັ້ນໃດນີ້ ອາດບໍ່ເໝາະສົມກັບທ່ານ. ຖ້າມີໂອກາດໄປລອຍນ້ຳໄດ້ ແມ່ນດີທີ່ສຸດ.
ຫວັງວ່າບົດຄວາມນີ້ ຈະເປັນປະໂຫຍດ ແລະ ກຳລັງໃຈ ໃຫ້ແກ່ບັນດາທ່ານທີ່ຕ້ອງການຢາກຫຼຸດນ້ຳໜັກສ່ວນເກີນຂອງຕົນ. ຖ້າທ່ານໃດມີຂໍ້ຂ້ອງໃຈອັນໃດ ທີ່ກ່ຽວຂ້ອງກັບບົດຄວາມນີ້ ຫຼື ຖ້າທ່ານໃດຫາກມີຄຳເຫັນ, ມີບົດຮຽນ ທີ່ຄິດວ່າຈະເປັນປະໂຫຍດແກ່ຂ້າພະເຈົ້າ ຫຼື ແກ່ຜູ້ອ່ານຄົນອື່ນໆ, ກະລຸນາລົງຄວາມເຫັນຂອງທ່ານ ໃສ່ແບບຟອມຂ້າງລຸ່ມນີ້. ຂອບໃຈທີ່ແວະເຂົ້າມາອ່ານບົດຄວາມຂອງພວກເຮົາ.
ຂອບໃຈ ທີ່ແບ່ງປັນປະສົບການ. ຍອມຮັບວ່າເປັນວິທີ ທີ່ດີແຕ່ວ່າຕ້ອງໃຊ້ຄວາມພະຍາຍາມສົມຄວນ
ຖືກຕ້ອງແລ້ວ ພິນທອງ, ມັນຕ້ອງໃຊ້ຄວາມພະຍາຍາມ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ. ຫັກໂຫມຫຼາຍ ກໍ່ມີແຕ່ຈະພາໃຫ້ໄດ້ຮັບບາດເຈັບ ແລ້ວເສັຍກຳລັງໃຈ, ບໍ່ຢາກເຮັດຕໍ່. ຄ່ອຍເປັນຄ່ອຍໄປ ຮ່າງກາຍຈຶ່ງມີເວລາປັບຕົວ. ຂອບໃຈທີ່ເຂົ້າມາອ່ານ ແລະ ລົງຄວາມເຫັນເປັນກຳລັງໃຈໃຫ້ພວກເຮົາເດີ.
ຕ້ອງໄດ້ໃຊ້ຄວາມພະຍາຍາມຫລາຍແທ້ໆ ຈຶ່ງຈະເຮັດໄດ້. ປະຈຸບັນແຮງມີແຕ່ງານລ້ຽງ, ງານສັງສັນ…. ເຈົ້າພາບເອີຍອີຕົນຜູ້ກິນແດ່ເດີ
ແມ່ນແທ້ ໄກ່, ຄວາມກົດດັນຈາກສັງຄົມ ແມ່ນສາເຫດສຳຄັນອັນໜຶ່ງ ຂອງຄວາມອ້ວນ. ຄົນລາວເຮົາແຮງມັກສັງສັນ. ໝູ່ວ່າກິນອີ່ມແລ້ວ, ເຈົ້າພາບກະຍັງບໍ່ແນ່ໃຈ ເພາະຂອງກິນເພິ່ນກຽມໄວ້ນັ້ນຍັງເຫຼືອຫຼາຍໂພດ. ພວກເຮົາຕ້ອງຫາຫົນທາງແບບບົວບໍ່ໃຫ້ຊ້ຳ, ນ້ຳບໍ່ໃຫ້ຂຸ່ນ ເພື່ອຫຼີກເວັ້ນການກິນຫຼາຍເກີນໄປ. ອີກວິທີໜຶ່ງກໍ່ຄື, ເມື່ອກິນຫຼາຍໃນມື້ນີ້, ມື້ອື່ນກັບມື້ຮື ເຮົາຕ້ອງກິນໜ້ອຍໆ ແລະ ກິນແຕ່ອາຫານເບົາໆ. ເວົ້າງ່າຍ, ເຮັດຍາກເນາະ.
ຂອບໃຈນົງ. ເປັນບົດຮຽນທີ່ດີ.
ເຮົາຍັງຫຼຸດບໍ່ໄດ້ເທື່ອ. ຖ້າເລົ່າກະຊິມີຫຼາຍ excuses. ໄດ້ມີໂອກາດກວດຮ່າງກາຍເລື່ອງຄວາມອ້ວນ. ປະກົດວ່າ ນໍ້າໜັກ 87, ໃນນັ້ນ ໄຂມັນ 39 ກລ. ດັດຊະນີກ້າມເນື້ອຢູ່ໃນລະດັບດີ ແຕ່ຫຼຸດຍາກຍ້ອນ ໄຂມັນ ແລະ ສະພາບອົມນໍ້າຂອງຮ່າງກາຍເຮັດໃຫ້ການເຜົາຜານໄດ້ໜ້ອຍ. ທັງນີ້ ແມ່ນຍ້ອນມັກກິນອາຫານເຄັມ ແລະ ລົດຈັດ. ຊິພະຍາຍາມເອົາ 39 ໂລນີ້ອອກໃຫ້ໄດ້.
ດີຫຼາຍທີ່ໂຕໄປກວດສຸຂະພາບ ແລະ ຊອກຮູ້ວ່າຮ່າງກາຍໂຕແຂງແຮງຊ່ຳໃດ. ດີໃຈນຳທີ່ຮູ້ວ່າດັດຊະນີກ້າມເນື້ອຂອງໂຕຢູ່ໃນລະດັບດີ. ເວົ້າເລື່ອງຫຼຸດນ້ຳໜັກໄດ້ຍາກ, ກະຍ້ອນວ່າແນວນີ້ ນີ້ລະ ເຮົາຈຶ່ງຂຽນຄໍລຳນີ້ຂຶ້ນມາ ເພື່ອໃຫ້ມີຄົນທີ່ຢູ່ໃນສະພາບດຽວກັນ ມາເປັນກຳລັງໃຈໃຫ້ແກ່ກັນແລະກັນ. ມາຫຼຸດນ້ຳໜັກນຳກັນໃຫ້ໄດ້ອີ່ຫຼີເທາະບາດນີ້.