ສະບາຍດີປີໃໝ່ 2015!
ຂ້າພະເຈົ້າຊື່ວ່າ ສີອານົງ ພົມກອງ, ເປັນຫົວໜ້າບັນນາທິການ ແລະ ຜູ້ກໍ່ຕັ້ງ LomKan.com. ບົດຄວາມປະຖົມມະເລີກທີ່ຂ້າພະເຈົ້າເລືອກນຳມາສົນທະນາໃນ ບລອກ ຂອງພວກເຮົາ ແມ່ນການຫຼຸດນ້ຳໜັກ.
ປີເກົ່າ 2014 ຜ່ານໄປ, ປີໃໝ່ 2015 ເຄື່ອນເຂົ້າມາແທນ. ໃຜໆກໍ່ຕັ້ງປະນິທານວ່າຈະເຮັດອັນນັ້ນອັນນີ້ໃຫ້ສຳເລັດພາຍໃນປີໃໝ່ນີ້. ບໍ່ວ່າປີໃດກໍ່ຄືກັນ ປະເດັນການຫຼຸດນ້ຳໜັກ ຈະຢູ່ໃນອັນດັບຕົ້ນໆ (ຖ້າບໍ່ແມ່ນຢູ່ອັນດັບໜຶ່ງເລີຍ) ຂອງຈຳນວນປະນິທານ ທີ່ຜູ້ຄົນຕັ້ງໃຈວ່າຈະເຮັດໃຫ້ໄດ້. ຂ້າພະເຈົ້າກໍ່ແມ່ນໜຶ່ງ ໃນຈຳນວນຜູ້ຄົນ ທີ່ເຮັດໃຫ້ປະນິທານຂໍ້ນີ້ ພົ້ນເດັ່ນຢູ່ຕະຫຼອດ. ແຕ່ວ່າ ກ່ອນໜ້ານີ້ ຂ້າພະເຈົ້າຕັ້ງມັນຢູ່ໃນວົງແຄບ, ບອກໃຫ້ແຕ່ເພື່ອນສະໜິດມິດສະຫາຍຮູ້. ມາປີນີ້ ຂ້າພະເຈົ້າຄິດວ່າມັນສົມຄວນແລ້ວ ທີ່ຈະຈັດການກັບບັນຫາຄວາມອ້ວນນີ້ຢ່າງເອົາຈິງເອົາຈັງ – ຊິປະກາດໃຫ້ຄົນທັງໂລກຮູ້ເລີຍໂລດລະ ວ່າຕົນຊິກຳຈັດນ້ຳໜັກສ່ວນເກີນອອກໃຫ້ໄດ້… ໂດຍຖາວອນ! (ເພາະຜ່ານມາກໍ່ເຄີຍຫຼຸດໄດ້ແລ້ວຫຼາຍຄັ້ງຫຼາຍຄາວ ແຕ່ມັນກໍ່ກັບຄືນມາອີກ).
ແມ່ນລະ, ເມື່ອເວົ້າເຖິງວິທີການຫຼຸດນ້ຳໜັກທີ່ໄດ້ຜົນແລ້ວ ຂ້າພະເຈົ້າບໍ່ຕ້ອງການຄຳແນະນຳຈາກໃຜ. ເຮັດມາແລ້ວຫຼາຍເທື່ອ. ເທື່ອທຳອິດທີ່ຂ້າພະເຈົ້າຫຼຸດນ້ຳໜັກໄດ້ອີ່ຫຼີ (ຈາກທີ່ບໍ່ເຄີຍເຊື່ອເລີຍວ່າຊາດນີ້ຕົນເອງຈະສາມາດຈ່ອຍໄດ້) ແມ່ນຫຼຸດຈາກນ້ຳໜັກ 74 ກິໂລ ໄປຢູ່ທີ່ 49 ກິໂລ ພາຍໃນເວລາສາມເດືອນເຄິ່ງ ດ້ວຍວິທີການກິນກວ້າຍນ້ຳຫວ້າ (ຢ່າງເຕັມອີ່ມ) ແທນເຂົ້າສວາຍ, ແລະ ກິນແກງກະລ່ຳແທນເຂົ້າແລງ ແລ້ວຄ່ອຍໆປ່ຽນໄປເປັນກິນປາກັບຜັກໃນຕອນແລງ. ຄຽງຄູ່ກັນນັ້ນກໍ່ຫັດກາຍຢ່າງໜ້ອຍມື້ລະໜຶ່ງຊົ່ວໂມງດ້ວຍການເຕັ້ນລຳໃສ່ເພງທີ່ຕົນມັກ. ຫຼັງຈາກທຳສຳເລັດແລ້ວ ຄວາມຮູ້ສຶກມັນຄືກັບວ່າໄດ້ເກີດໃໝ່. ເຖິງຂັ້ນທີ່ວ່າ ເຄີຍເຫັນຄົນຕຸ້ຍຢືນຢູ່ແຄມທາງເມືອງວຽງຈັນ ກະຢາກຈອດລົດລົງໄປບອກເຂົາເຈົ້າວ່າ “ຄັນພວກເຈົ້າຕັ້ງໃຈແທ້, ພວກເຈົ້າກະສາມາດຈ່ອຍໄດ້ຄືກັນ.” ຕອນນັ້ນມີຄວາມພໍໃຈໃນຮູບຮ່າງຂອງໂຕເອງຂະໜາດ. ຂອງແນວວ່າບໍ່ບ້າແຟຊັນປານໃດແນ່, ຫຸ່ນດີຂຶ້ນກະມີໂອກາດໄດ້ແຕ່ງໂຕງາມໆ ເຮັດວຽກຢູ່ອົງການ UNIDO ກາງເມືອງໂຕກຽວ. ຊາໄປມາຫຼາຍປະເທດແລ້ວເຫັນວ່າ ສາວໆຍີ່ປຸ່ນກ້າສະແດງອອກທາງແຟຊັນຫຼາຍ ແລະ ແຕ່ງໂຕມີໄຕລ໌ທີ່ສຸດ. ເຮົາເອງກະເຂົ້າກັບແວດລ້ອມອັນນັ້ນຢ່າງແຍກບໍ່ອອກ. ຈົນຢູ່ມາວັນໜຶ່ງ ໃນຂະນະທີ່ພວມຍ່າງແຫຍ້ຜູ້ຄົນຂ້າມທາງຢູ່ ຊີບູຢ້າ ແນມໄປເຫັນຜູ້ຍິງຍີ່ປຸ່ນຄົນໜຶ່ງທ້າຍແປແລບແຊບ ພາໃຫ້ຈື່ໄດ້ວ່າຕອນຍັງນ້ອຍມີຄົນເຄີຍເວົ້າວ່າເຮົາບໍ່ມີກົ້ນ…ຈາກນັ້ນ ກະວາດພາບໄປເຫັນທ້າຍຂອງຕົນເອງ ຄືຊິຄືຂອງຜູ້ຍິງຄົນນີ້ ນີ້ລະ ແລ້ວກໍ່ເລີຍເກີດແນວຄວາມຄິດວ່າຕ້ອງຕຸ້ຍຂຶ້ນໜ້ອຍໜຶ່ງ ເພື່ອໃຫ້ມີກົ້ນ. ໂອ໋ຍ ຈັ່ງແມ່ນມັນເປັນຄວາມຄິດທີ່ບໍ່ຖືກຕ້ອງ!!! ຈາກມື້ນັ້ນມາຮອດມື້ນີ້ ຕົນເອງກະເລີຍໄດ້ຕຸ້ຍຂຶ້ນ, ຈ່ອຍລົງ ຫຼາຍຮອບຈົນຂີ້ຄ້ານນັບແລ້ວ.
ສິ່ງທີ່ຂ້າພະເຈົ້າຕ້ອງການຢາກຮູ້ ແລະ ເຮັດໃຫ້ໄດ້ ດຽວນີ້ ແມ່ນວິທີປ້ອງກັນບໍ່ໃຫ້ນຳໜັກສ່ວນເກີນກັບມາອີກ.
ຂ້າພະເຈົ້າແມ່ນຄົນປະເພດທີ່ເພິ່ນເອີ້ນວ່າ Emotional Eater, ຊຶ່ງໝາຍເຖິງພວກທີ່ໃຊ້ອາຫານເປັນເຄື່ອງລະບາຍຄວາມຄຽດ, ລະບາຍຄວາມກັງວົນທັງຫຼາຍ. ແຮງກັງວົນ, ແຮງກິນ, ແຮງກິນ, ພັດແຮງຕຸ້ຍ ແລະ ເຮັດໃຫ້ຄຽດກວ່າເກົ່າອີກ. ຍາມໃດທີ່ຂ້າພະເຈົ້າມີຄວາມສຸກ, ມີສະຕິສົມບູນ, ຂ້າພະເຈົ້າຈະກິນແຕ່ພໍຄວນ ແລະ ນ້ຳໜັກຈະຄ່ອຍໆຫຼຸດລົງ. ເພາະສະນັ້ນ, ຂ້າພະເຈົ້າຈຶ່ງຄິດວ່າ ກຳລັງໃຈຈາກຄົນອ້ອມຂ້າງ ແມ່ນສິ່ງປະເສີດທີ່ສຸດ.
ອະລຳພະບົດໄປຫຼາຍກໍ່ຍືດຍາວໄປຊື່ໆ. ເນື້ອໃນສຳຄັນຂອງບົດຄວາມນີ້ ແມ່ນຂ້າພະເຈົ້າຂໍປະກາດວ່າຕົນຈະຫຼຸດນ້ຳໜັກສ່ວນເກີນ ແລະ ຢາກເຊີນຊວນໃຫ້ບັນດາທ່ານຜູ້ອ່ານທີ່ສົນໃຈຢາກຫຼຸດນ້ຳໜັກ ມາເຂົ້າກຸ່ມເປັນເພື່ອນຫຼຸດນ້ຳໜັກກັບຂ້າພະເຈົ້າ. ຂ້າພະເຈົ້າເຄີຍເຂົ້າກຸ່ມຫຼຸດນ້ຳໜັກແບບນີ້ກັບໝູ່ ໂດຍໄດ້ຜົນມາແລ້ວ. ພວກເຮົາແຕ່ລະຄົນໄດ້ລາຍງານຜົນຄືບໜ້າຂອງຕົນໃຫ້ຜູ້ອື່ນຮູ້ ອາທິດລະເທື່ອ. ພ້ອມກັນນັ້ນກໍ່ໄດ້ບອກໃຫ້ໝູ່ໃນກຸ່ມຮູ້ວ່າຕົນເຮັດຫຍັງແນ່ນ້ຳໜັກຈຶ່ງລົງ, ຄົງທີ່ ຫຼື ເພີ້ມຂຶ້ນ – ຫັດກາຍວິທີໃດ, ກິນອາຫານປະເພດໃດ, ເປັນຕົ້ນ – ແລະ ນອກຈາກນັ້ນກໍ່ໄດ້ໃຫ້ກຳລັງໃຈຊຶ່ງກັນແລະກັນ. ພວກທ່ານທີ່ບໍ່ເຄີຍເຂົ້າກຸ່ມແບບນີ້ອາດບໍ່ເຊື່ອວ່າມັນຈະໄດ້ຜົນ, ແຕ່ວ່າຄວາມຈິງແລ້ວມັນມີປະສິດທິຜົນແທ້ໆ. ສະມາຊິກຂອງກຸ່ມຫຼຸດນ້ຳໜັກຂອງພວກຂ້າພະເຈົ້າຕອນນັ້ນ ແມ່ນ ຢູ່ອາເມລິກາ (ຂ້າພະເຈົ້າເອງ), ຢູ່ລາວ ແລະ ອອສເຕຼເລັຍ. ພວກເຮົາມີຄວາມຈິງໃຈຕໍ່ກັນ ແລະ ຕ່າງກໍ່ບໍ່ຢາກໃຫ້ຄົນອື່ນຜິດຫວັງ ຈຶ່ງໄດ້ຕັ້ງໃຈອອກກຳລັງກາຍ ແລະ ເລືອກກິນແຕ່ອາຫານທີ່ມີປະໂຫຍດ.
ພວກທ່ານບໍ່ຈຳເປັນຕ້ອງສະແດງຕົວໃຫ້ຂ້າພະເຈົ້າ ແລະ ຜູ້ອ່ານຄົນອື່ນໆ ຮູ້ວ່າທ່ານແມ່ນໃຜ, ມີນ້ຳໜັກເທົ່າໃດ ແລະ ຢາກຫຼຸດລົງຈັກກິໂລ. ທ່ານພຽງແຕ່ຈົດກ່າຍຕົວເລກເຫຼົ່ານັ້ນໄວ້ໃຫ້ທ່ານເອງໄດ້ຮັບຮູ້ ແລະ ທຽບຄຽງຜົນຄວາມຄືບໜ້າຂອງທ່ານ ກັບຂອງຂ້າພະເຈົ້າ. ກົງກັນຂ້າມ, ຂ້າພະເຈົ້າຈະເປີດເຜີຍ ແລະ ກົງໄປກົງມາກັບພວກທ່ານ ແລະ ຈະບອກໃຫ້ພວກທ່ານຮູ້ໃນທຸກໆອາທິດ ເຖິງຜົນຄືບໜ້າຂອງຂ້າພະເຈົ້າ.
ມາເລີ້ມກັນເທາະ!
ຂ້າພະເຈົ້າອາຍຸ 45 ປີ, ສ່ວນສູງ 1.58 ມ, ນ້ຳໜັກປະຈຸບັນ: 58 ກິໂລ. ເປົ້າໝາຍທີ່ຂ້າພະເຈົ້າຕັ້ງໄວ້ ແມ່ນ ຮອດວັນວາເລນໄທນ໌ ຂ້າພະເຈົ້າຈະຫຼຸດນ້ຳໜັກໄປຢູ່ທີ່ 55 ກິໂລ. ວິທີການທີ່ຂ້າພະເຈົ້າຈະໃຊ້ແມ່ນ ຈະປະສົມປະສານ ການເຕັ້ນລຳ, ປັ່ນລົດຖີບ, ຍ່າງຢູ່ຈັກຍ່າງ ແລະ ການຍົກນ້ຳໜັກ – 1 ແລະ 2.5 ກິໂລ. ນອກຈາກນັ້ນກໍ່ຈະກິນແຕ່ອາຫານທີ່ມີປະໂຫຍດ ເປັນສ່ວນໃຫຍ່. ສາມຄຳເວົ້າຂ້າງຫຼັງນີ້ ຖືກຕື່ມໃສ່ ຍ້ອນວ່າເວລາທີ່ຂ້າພະເຈົ້າພວມຂຽນບົດຄວາມນີ້ຢູ່ ມີຄົນຂ້າງບ້ານເອົາເຄັກວັນເກີດຂອງເຂົາເຈົ້າມາໃຫ້ເຄິ່ງກ້ອນ (ເຄິ່ງກ້ອນໃຫຍ່ – ໜັກ 5 ປອນ). ເບິ່ງໃນຮູບນີ້ແມ໋ ວ່າມັນເປັນຕາແຊບຂະໜາດໃດ *_^
ຊີວິດກະເປັນແບບນີ້ລະ, ມີຄວາມຕັ້ງໃຈ ແລ້ວ ກະມີອຸປະສັກມາທ້າທາຍເຮົາໂລດ.
ອີກອາທິດໜຶ່ງຈຶ່ງມາເບິ່ງນຳກັນວ່າ ລະຫວ່າງເຄັກກ້ອນນີ້ ກັບຂ້າພະເຈົ້າ ໃຜຈະຊະນະ.
ຢ່າລືມສະແດງຄວາມຄິດເຫັນຂອງທ່ານກ່ຽວກັບບົດຄວາມນີ້. ພວກຂ້າພະເຈົ້າຍິນດີຮັບຟັງຄຳຕຳນິຕິຊົມແບບສ້າງສັນຂອງທ່ານ. ເຖິງວ່າແບບຟອມຂອງພວກເຮົາຍັງບໍ່ທັນມີຄຳອະທິບາຍເປັນພາສາລາວ, ແຕ່ທ່ານກໍ່ສາມາດຂຽນພາສາລາວໃສ່ໃນຟອມໄດ້.
ເປັນການລິເລີ່ມທີ່ດີຫລາຍ. ເຫັນດີທີ່ສຸດກ່ຽວກັບການຫລຸດນໍ້າຫນັກ. ການມີນໍ້າຫນັກເກີນ ເຮັດໃຫ້ເກີດຜົນເສຽ ຫລາຍໆ ຢ່າງ ຕໍ່ສຸຂະພາບ. ຊິເລີ່ມນໍາເດີ. ຊິລາຍງານຫລັງຈາກຫນຶ່ງອາທິດ ຖ້າຫລຸດ ຈະເລົ່າສິ່ງທີ່ປະຕິບັດໃຫ້ຟັງ. ຂໍໃຫ້ໂຊກດີ!!!
ຂອບໃຈຫຼາຍໆ ສົມໃຈ. ຊິຖ້າຟັງຄວາມຄືບໜ້າຈາກເຈົ້າເດີ!
This is very good topic so i would like to join the group because i had the same experience n now ຂ້ອຍຕ້ອງການ ຈະຫຼຸດນຳ້ໜັກເຊັນກັນ.
ສະບາຍດີ ຄູນ, ຂອບໃຈທີ່ໃຫ້ຄຳເຫັນເດີ. ພວກເຮົາກຳລັງປັບປຸງໄຊທ໌ ເພື່ອໃຫ້ຄົນສາມາດລົງທະບຽນເຂົ້າກຸ່ມຫຼຸດນ້ຳໜັກຮ່ວມກັນ. ພວກເຮົາຈະແຈ້ງໃຫ້ຊາບ ເມື່ອຟັງຊັນໂຕນີ້ເລີ້ມເຮັດວຽກ.
ດີໃຈທີ່ມີຫົວຂໍ້ດີໆແບບນີ້ ໃຫ້ສຶກສາ
ຂໍຕິຕາມນຳເດີ້
thanks admin for the very good topic…very interesting. Hope to read the next topic
Thanks for your kind words. Do follow. We definitely will have more weight loss tips in our upcoming articles.