ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – ຮອດ 6 ອາ​ທິດ​ແລ້ວ!

  ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com, ຫວັງ​ວ່າ​ພວກ​ທ່ານ​ທຸກໆ​ຄົນ ຄົງ​ຈະ​ໄດ້​ມອບ ແລະ ຮັບ ຄວາມ​ສຸກ​ຈາກ​ຄົນ​ທີ່​ທ່ານ​ຮັກ​ ກັນ​ຢ່າງ​ເຕັມ​ອີ່ມ ໃນ​ຊ່ວງ​ເທດ​ສະ​ການ​ວາ​ເລນ​ໄທ​ນ໌ ທີ່​ຫາກໍ່​ຜ່ານ​ມາ​ສົດໆ​ຮ້ອນໆ​ນີ້. ສຳ​ລັບ​ທ່ານ​ທີ່​ຍັງ​ຊອກ​ຫາ​ຄົນໆ​ນັ້ນ​ບໍ່​ທັນ​ພົບ, ຂ້າ​ພະ​ເຈົ້າ​ເຄີຍ​ຖືຄະ​ຕິ​​ວ່າ: ຖ້າ​ຈະ​ມີ ຕໍ່​ຕ້ອງ​ແມ່ນ​ຄົນ​ດີ ທີ່​ຮັກ​ເຮົາ​ແທ້. ຄົນ​ບໍ່​ດີບໍ່​ໄດ້​ວ່າ​ຊິ​ເອົາ​ມາ​ໃຫ້​ປວດ​ຫົວ ແລະ ທຸກ​ໃຈ. ຮັກ​ຜູ້​ບັງ​ເກີດ​ເກົ້າ​ເຮົາ​ດີກວ່າ ເພາະ​ວ່າ​ພວກ​ເພິ່ນ​ຮັກ​ເຮົາ​ໂດຍບໍ່​ມີ​ເງື່ອນ​ໄຂ ແລະ ຮັກຢ່າງບໍ່​ມີ​ວັນ​ເຊື່ອມ​ຄາຍ. ເວົ້າ​ແທ້, ຮັກ​ໝາ​ຮັກ​ແມວພວກ​ມັນ​ກະ​ຍັງ​ຮັກ​ເຮົາ​ຄືນ. ສຳ​ລັບ​ຄົນ​ທີ່​ຄິດ​ວ່າ ຈະ​ຄວງ​ຄົນ​ທີ່​ຕົນ​ບໍ່​ຮັກ​ປານ​ໃດ ຫຼື ຄວງ​ຄົ​ນທີ່ບໍ່​ຮັກຕົນ ໄປ​ຊາມ​ຊາ ພໍ້​ຄົນ​ດີ, ຂໍ​ບອກວ່ານີ້​ແມ່ນ​ຄວາມ​ຄິດ​ທີ່​ຜິດ​ທີ່​ສຸດ​ເດີ! ເວ​ລາ​ເຮົາ​ມີ​ຄູ່​ຄວງ​ເປັນ​ຕົນ​ເປັນ​ໂຕ​ຢູ່, ຄົນ​ດີໆ​ບໍ່​ເຂົ້າ​ມາ​ແຊກ​ແຊງ​ຊີ​ວິດ​ເຮົາ​ດອກ. ຢ່າ​ຫຼອກ​ໂຕ​ເອງ! ​ຂໍ​ໂທດ​ເດີ, ຂ້າ​ພະ​ເຈົ້າ​ຖື​ວ່າ​ໂຕ​ເອງ​ອາ​ຍຸຫຼາຍກວ່າຫຼາຍໆ​ທ່ານ​ທີ່​ເປັນ​ແຟນ​ຄັບ​ຂອງ​ລົມ​ກັນ​ດອດ​ຄຳ​ແລ້ວ, ແລະ ໄດ້​ມາ​ຢືນ​ຢູ່​ໃນ​ຈຸດ​ທີ່​ຕົນ​ຖື​ວ່າ​ດີ​ທີ່​ສຸດ​ແລ້ວ ໃນ​ເລື່ອງ​ຄວາມ​ຮັກ, ກໍ່​ເລີຍ​ຢາກຂໍ​ແລກ​ປ່ຽນ​ປະ​ສົບ​ການ (ລະ​ບາຍ) ກ່ຽວ​ກັບປະ​ເດັນ​ທີ່​ມັນ​ຄັນ​ປາກ​ຄັນ​ໃຈນີ້​ອອກ​ໄປ​ໃຫ້​ແລ້ວໆ​ກ່ອນ​ຊ໋ະ. ທັງ​ນີ້ກໍ່​ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ບັນ​ດາ​ທ່ານ​ທີ່​ຍັງ​ບໍ່​ທັນ​ພົບ​ຄວາມ​ສຸກ​ດ້ານນີ້ ໄດ້​ລິ້ມ​ລອງ​ລົດ​ຊາດ​ຂອງ​ມັນ​ຈິງໆ. ເອົາ​ລະ, ບາດນີ້​ມາ​ເຂົ້າ​ເລື່ອງ​ການຫຼຸດ​ນ້ຳ​ໜັກ. ບໍ່​ຢາກ​ເຊື່ອ ກໍ່​ຕ້ອງ​ໄດ້​ເຊື່ອ​ລະ​ວ່າ​ອາ​ທິດນີ້ ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 1.5 ກິ​ໂລ. ມື້ນີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ສັ່ງ​ໄດ້ 121 … Continue reading ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – ຮອດ 6 ອາ​ທິດ​ແລ້ວ!

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 5 ອາ​ທິດ​ຜ່ານ​ໄປ

  ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com, ຂ້າ​ພະ​ເຈົ້າ​ກຳ​ລັງ​ນັ່ງ​ລົດ​ກັບ​ບ້ານ. ມື້ນີ້​ກັບ​ມື້​ອື່ນ ອາ​ກາດ​ຢູ່​ຣັດ South Carolina ອຸ່ນ​ຂຶ້ນ. ອຸນ​ຫະ​ພູມມື້ນີ້ ແມ່ນ 70 ຟ​າ​ເຣນ​ໄຮ​ທ໌ ຫຼື ປະ​ມານ 21 ອົງ​ສາ​ເຊ​ລ​ຊຽ​ສ ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ​ກະ​ເລີຍ​ເຮັດ ເຊີ​ຣ໌​ໄພ​ຣ​ສ໌ ດ້ວຍ​ການ​ພາ​ຄອບ​ຄົວ (ຂ້າ​ພະ​ເຈົ້າ ແລະ ໝາເວ​ສ​ຕີ້ ຂອງ​ພວກ​ເຮົາ) ໄປ​ທ່ຽວ​ທະ​ເລ. ພວກ​ເຮົາ​ໄປ​ນອນ​ຄືນ​ຢູ່ Myrtle Beach, ຊຶ່ງ​ຫ່າງ​ຈາກ​ບ້ານ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄປ​ປະ​ມານ 3 ຊົ່ວ​ໂມງ​ທາ​ງ​ລົດ. ກະ​ໂປ່ງ​ໂຕນີ້​ຂ້າ​ພະ​ເຈົ້າ​ໃສ່​ບໍ່​​ເຂົ້າເກືອບ 7 ປີ​ແລ້ວ. ຫາກໍ່​ມາ​ໃສ່​ໄດ້​ຄືນ. ຄື​ກັບ​ເທື່ອ​ກ່ອນໆ, ອາ​ທິດ​ທີ່​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ເລື່ອງ​ການ​ກິນ​ຜັກ ແລະ ປາ. ຜັກ​ດິບ, ຜັກ​ລວກ, ຕຳ​ໝາກ​ຫຸ່ງ, ປາ​ເອາະ, ປາ​ປີ້ງ. ກິນ​ທາດ​ແປ້ງ​ແຕ່​ຄາບ​ເຊົ້າ – ຊີ​ຣຽ​ລ​ທີ່​ເຮັດ​ຈາກ​ເຂົ້າ​ອົບ. ສຳ​ລັບ​ການ​ອອກ​ກຳ​ລັງ​ກາຍ ຂ້າ​ພະ​ເຈົ້າ​ບໍ່​ຄ່ອຍ​ໄດ້​ເຕັ້ນ​ລຳ​ຢ່າງ​ຈິງ​ຈັງ – ຮູ້​ສຶກ​ເຊັງໆ​ກັບ​ມັນ ກະ​ເລີຍ​ປ່ຽນ​ມາ​ເນັ້ນ​ໜັກ​ການ​ຍົກ​ດຳ​ແບ​ລ 1 … Continue reading ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 5 ອາ​ທິດ​ຜ່ານ​ໄປ

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 4 ອາ​ທິດ​ຜ່ານ​ໄປ

  ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com, ອາ​ທິດ​ທີ່​ຜ່ານ​ມານີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 2 ປອນ ຫຼືເກືອບເທົ່າ​ກັບ 900 ກ​ຣາມ – ຈາກ 56.7 ກິ​ໂລ ລົງ​ມາ​ເປັນ 55.8 ກ​ລ (123 ປອນ). ແອບ​ຫວັງ​ໄວ້​ວ່າ​ມັນ​ຈະ​ຫຼຸດລົງ​ຫຼາຍກວ່ານີ້ ເພາະ​ວ່າ​ອາ​ທິດ​ແລ້ວນີ້ບໍ່​ລົງ​ຈັກ​ດີ້. ແຕ່​ຊິ​ເຮັດ​ຈັ່ງ​ໃດ​ໄດ້​ລະ? ລະ​ບົບ​ເຜົາ​ຜານ​ພະ​ລັງ​ງານ​ຂອງຮ່າງ​ກາຍ​ເຮົາມັນ​ສະຫຼັບ​ສັບ​ຊ້ອນ​ ແລະ ຂຶ້ນ​ກັບຫຼາຍໆ​ປັດ​ໄຈ. ທີ່​ເຮົາ​ເຮັດ​ໄດ້​ກໍ່​ຄື​ການ​ສືບ​ຕໍ່​ມອງ​ປະ​ເດັນໃນ​ແງ່​ບວກ – ລົງ 900 ກ​ຣາມ ກະ​ຍັງ​ດີກວ່າບໍ່​ລົງ, ແລະ ດີຫຼາຍໆ​ກວ່າ​ກໍ​ລະ​ນີ​ທີ່​ນ້ຳ​ໜັກ​​ເພີ້ມ​ຂຶ້ນ. ພວກ​ທ່ານອາດ​ຈະ​ເລີ້ມ​ໄດ້​ຍິນ​ວິ​ທະ​ຍາ​ກອນ​ຂອງ​ລາຍ​ການ​ໂທ​ລະ​ພາບ ເວົ້າ​ເຖິງຄວາມຫຼົ້ມ​ເຫຼວ​ຂອງປະ​ນິ​ທານທີ່​ຜູ້​ຄົນ​ຕັ້ງ​ໄວ້​ໃນ​ວິ​ນາ​ທີ​ຕົ້ນໆຂອງ​ປີ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ການຫຼຸດ​ນ້ຳ​ໜັກ. ມັນ​ເປັນ​ແນວນີ້​ທຸກໆ​ປີ. ຄົນ​ເປັນ​ລ້ານໆ​ຄົນ ຕັ້ງ​ໃຈ​ວ່າ​ປີນີ້​ຕົນ​ຈະ​ເປັນ​ຄົນ​ໃໝ່, ຈະ​ກິນ​ແຕ່​ອາ​ຫານ​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ ຈະ​ອອກ​ກຳ​ລັງ​ກາຍຫຼາຍໆ ເພື່ອຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ໃຫ້​ໄດ້. ແລະ​ແລ້ວ, ພະ​ລັງ ແລະ ຄວາມ​ຕັ້ງ​ໃຈ​ເຫຼົ່າ​ນັ້ນ​ກໍ່​ອ່ອນ​ເພັຍ ແລະ ຈາງ​ຫາຍ​ໄປ ເມື່ອການ​ປະ​ຕິ​ບັດ​ຕົວ​ຈິງ​ນັ້ນ ມັນ​ບໍ່​ງ່າຍ​ຄື​ຄວາມ​ຕັ້ງ​ໃຈ. ຂ້າ​ພະ​ເຈົ້າ​ຟັງ​ແລ້ວ​ກະ​ຍິ້ມໆ ເພາະ​ຕົນ​ເອງບໍ່​ໄດ້​ຢູ່​ໃນ​ກຸ່ມ​ຄົນ​​ທີ່​ວິ​ທະ​ຍາ​ກອນ​ເຫຼົ່າ​ນີ້ ພວມ​ປອບ​ໃຈ ແລະ … Continue reading ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 4 ອາ​ທິດ​ຜ່ານ​ໄປ

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ (3 ອາ​ທິດ​ຜ່ານ​ໄປ)

  ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com, ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຫຼຸດ​ລົງ​ເລີຍ​ແມ່ນ​ແຕ່​ຂີດ​ດຽວ. ຍັງ​ຢູ່​ທີ່ 125 ປອນ ຫຼື ເກືອບ​ເທົ່າ​ກັບ 56.7 ກິ​ໂລ. ກະ​ຄິດໆ​ຢູ່​ວ່າ​ມັນ​ອາດ​ອອກ​ມາ​ໃນ​ຮູບນີ້ ເພາະ​ກຳ​ລັງ​ຢູ່​ໃນ​ເວ​ລາ​ນັ້ນ​ຂອງ​ເດືອນ, ຊຶ່ງ​ຕາມ​ປົກ​ກະ​ຕິ ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເພີ້ມ​ຂຶ້ນ ບາງ​ຄັ້ງ​ເຖິງ 1.5 ກິ​ໂລ. ຖື​ເອົາປັດ​ໄຈ​ອັນ​ນີ້​ເປັນ​ສາ​ເຫດ ກະ​ເລີຍ​ເຮັດ​ໃຫ້ຂ້າ​ພະ​ເຈົ້າ​ຍັງ​ມອງ​ໂລກ​ເປັນ​ສີ​ກຸຫຼາບ​ຢູ່. ຊິບໍ່​ໃຫ້​ຄິດ​ໃນ​ແງ່ບວກໄດ້​ຈັ່ງ​ໃດ, ຂ້າ​ພະ​ເຈົ້າ​ອອກ​ກຳ​ລັງ​ກາຍ​ທຸກໆ​ມື້. ເຕັ້ນ​ລຳເປັນ​ຊົ່ວ​ໂມງໆ (ດຽວນີ້​ແມ່ນ​ແຕ່​ເວ​ລາ​ຂີດ​ຂຽນ​ກໍ່​ຢືນ​ເອົາ ເພາະ​ທັງ​ຟັງ​ເພງ ແລະ ເຕັ້ນ​ລຳ​ໄປ​ນຳ). ຕອນ​ເຊົ້າໆ​ກໍ່​ໄດ້​ອອກ​ໄປ​ຫັດ​ກາຍ​ຢູ່​ຂັ້ນ​ໃດຫຼັງ​ບ້ານ. ກ້າວ​ຂາ​ຂຶ້ນ, ກ້າວ​ຂາ​ລົງ, ໂດຍທີ່​ມື​ທັງ​ສອງ​ຂ້າງກໍ່​ຖືດຳ​ແບລ 2 ປອນ​ ໄປ​ພ້ອມ (ມື້​ລະ 100 ຂັ້ນ​ຕໍ່​ຂາ​ໜຶ່ງ​ຂ້າງ). ​ສິ່ງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຕື່ມ​ເຂົ້າ​ໃສ່​ໂປຼ​ແກັມ​ຫັດ​ກາຍ​ໃນ​ອາ​ທິດ​ທີ່​ຜ່ານ​ມານີ້ ແມ່ນ​ການ​ນັ່ງ​ຢອງໆ​ເພື່ອ​ຝຶກ​ກ້າມ​ສະ​ໂພກ (ຈື່​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເລົ່າ​ວ່າ​ຕົນ​ເອງບໍ່​ມີ​ທ້າຍບໍ່?). ມີ​ແຜນ​ວ່າ​ຈະ​ເຮັດ​ໄປ​ເທື່ອ​ລະ​ໜ້ອຍ ໂດຍ​ເລີ້ມ​ເຮັດ 35 ບາດ​ຕໍ່​ມື້. ໂອ້ຍ ເຈັບ​ກ້າມ​ສະ​ໂພກ​ເດ! ແຕ່​ວ່າ​ເຈັບ​ຫັ້ນ​ລະ​ດີ. ໝາຍ​ວ່າ​ເຮົາ​ກຳ​ລັງ​ເຮັດ​ໄດ້​ຜົນ. ຕື່ນ​ມາ​ແຕ່​ລະ​ມື້ກໍ່​ຮູ້​ສຶກວ່າ​ຕົນ​ໂຕ​ເບົາ​ລົງກວ່າ​ເກົ່າ ຮູ້​ສຶກ​ດີ​ໃຈ​ຮຸ່ມໆ. ຕອນ​ທ້າຍໆ​ອາ​ທິດ ມາ​ສັງ​ເກດ​ເບິ່ງ​ຕົນ​ເອງ​ຢູ່​ໃນ​ແວ່ນ ເຫັນ​ວ່າ ທ້ອງ​ນ້ອຍ​ແມ່ນ​ບ່ອນ​ທີ່​ຍັງມີ​ບັນ​ຫາກວ່າ​ໝູ່. … Continue reading ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ (3 ອາ​ທິດ​ຜ່ານ​ໄປ)

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 2 ອາ​ທິດ​ຜ່ານ​ໄປ

  ສະ​ບາຍ​ດີ ແຟ​ນໆ​ ຂອງ LomKan.com ແລະ ບັນ​ດາແຂກ​ທີ່​ແວະ​ເຂົ້າ​ມາ​ຢ້ຽມ​ຢາມ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ, ຮອດ​ເວ​ລາ​ມາ​ລົມ​ກັນ​ອີກ​ແລ້ວ. ອາ​ທິດນີ້ ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ໝົດ​ອາ​ທິດ ຢາກ​ຂຶ້ນ​ຊິງ​ສັ່ງ​ເບິ່ງ​ຜົນ​ຄືບ​ໜ້າ​ຂອງ​ຕົນ. ອົດ​ໃຈ​ລໍ​ມາ​ຈົນ​ຮອດ​ເຊົ້າ​ມື້ນີ້ (ວັນ​ເສົາ ທີ 17). ຜົນ​ອອກ​ມາ​ເປັນ​ທີ່​ພໍໃຈ​ທີ່​ສຸດ. ມື້ນີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ມາ​ຢູ່ທີ່ 125 ປອນ ຫຼື ທຽບ​ເທົ່າ​ກັບ 56.7 ກິ​ໂລ. ໄຊ​ໂຍ!!! ວິ​ທີ​ການຫຼັກ​ທີ່​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ພາຍ​ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມານີ້ແມ່ນ: 1. ດ້ານ​ການ​ກິນ: ຕັດ​ທາດ​ແປ້ງ​ອອກ​ເຖິງ 90%, ຈົ່ງ​ໄວ້​ແຕ່​ຊີ​ຣຽ​ລ ໃນ​ຍາມ​ເຊົ້າ ເພື່ອບໍ່​ໃຫ້​ຮ່າງ​ກາຍ​ກະ​ຫາຍ​ທາດ​ແປ້ງ​ເກີນ​ໄປ. ຂ້າ​ພະ​ເຈົ້າ​ກິນເຂົ້າ​ອົບ​ຂອງ Kellogg’s. ກິນ​ລ້າໆ, ໃຊ້​ມື​ຈັບ​ເອົາ​ເທື່ອ​ລະ​ຕ່ອນ​ສອງ​ຕ່ອນ. ກິນ​ໄປ, ດື່ມ​ກາ​ເຟ​ໄປ​ນຳ. ຂ້າ​ພະ​ເຈົ້າ​ເຮັດ​ແນວນີ້ ເພື່ອ​ຫຼີກ​ເວັ້ນ​ການ​ດື່ມ​ນົມ​ສົດຫຼາຍ​ເກີນ​ໄປ. ຕົນ​ເອງບໍ່​ມັກ​ລົດ​ຊາດ​ຂອງ​ນົມ​ສົດ​ຜ່ອງ​ມັນ​ເນີຍ​ (ໄຂ​ມັນ 1% ຫຼື 2%) ຢູ່​ໃນ​ກາ​ເຟ, ກະ​ເລີຍ​ຕັດອັດ​ຕາ​ນ້ຳ​ນົມ​ອອກ​ຈາກ​ຊີ​ຣຽ​ລ ເພື່ອ​ໃຫ້​ຕົນ​ໄດ້​ໃຊ້​ນ້ຳ​ນົມ​ທຳ​ມະ​ດາ (ໄຂ​ມັນ 4%) ໃນ​ກາ​ເຟ. ອາ​ຫານ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ກິນ​ໃນ​ອາ​ທິດນີ້ ແມ່ນ​ສະຫຼັດ ແລະ ໂປຼ​ຕີນ​ທີ່​ມີ​ໄຂ​ມັນ​ຕ່ຳ … Continue reading ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 2 ອາ​ທິດ​ຜ່ານ​ໄປ

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ (1 ອາ​ທິດ​ຜ່ານ​ໄປ)

  ສະ​ບາຍ​ດີ​ທຸກ​ໆ​ຄົນ, ເວ​ລາຜ່ານໄປ​ໄວ​ອີ່ຫຼີ. ຂ້າ​ພະ​ເຈົ້າ​ຮູ້​ສຶກຄື​ກັບວ່າ​ຕົນເອງ​ຫາກໍ່​ໂພ​ສ ບົດ​ຄວາມ​ບົດ​ທຳ​ອິດ​ ກ່ຽວ​ກັບບັນ​ທຶກ​ການ​ຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນຂອງ​ຕົນ​ໄ​ປຫວ່າງ​ສອ​ງ​ສາມມື້​ຜ່ານ​ມາ​ນີ້ ແລະ ມື້ນີ້ກໍ່​ຮອດ​ເວ​ລາ​ທີ່​ຕ້ອງ​ໄດ້​ມາ​ນັ່ງສະຫຼຸບ​ຜົນ​ຄືບ​ໜ້າ​ພາຍ​ໃນ​ອາ​ທິດ​ທີ​ໜຶ່ງໃຫ້​ພວກ​ທ່ານ​ຊາບແລ້ວ​. ​ຊິ​ເວົ້າ​ຄວາມ​ຈິງ​ໃຫ້​ຟັງ, ມືນ​ຕາ​ຂຶ້​ນ​ມາມື້​ເຊົ້າ​ນີ້ ມີ​ອາ​ການ​ຮ້ອນໆ​ໜາວໆ​ ເພາະບໍ່​ແນ່​ໃຈ​ວ່າ​ຜົນ​ມັນ​ຈະ​ອອກ​ມາ​ຄື​ແນວ​ໃດ. ເພື່ອ​ໃຫ້​ພວກ​ທ່າ​ນ​ຫາຍ​ສົງ​ໄສ​ ຂ້າ​ພະ​ເຈົ້າຈະຕັດ​ ດ​ຣາມ​ມາ ອອກ​. ​ຂໍ​ແຈ້ງ​ໃຫ້​ພວກ​ທ່ານ​ຊາບ​ເລີຍ​ວ່າ ຜົນ​ໄດ້​ຮັບ​ແມ່ນເປັນ​ທີ່ພໍ​ໃຈ. ຕົວ​ເລກ​ຢູ່​ຊິງ ເຕັ້ນ​ໄປ​ເຕັ້ນ​ມາ ລະ​ຫວ່າງ 126 ແລະ 127 ປອນ (2.2046 ປອນ = 1 ກິ​ໂລ). ນີ້​ໝາຍ​ຄວ​າມ​ວ່າ ຢ່າງ​ໜ້ອຍ​ທີ່​ສຸດຂ້າ​ພະ​ເຈົ້າກໍ່ຫຼຸດ​ໄດ້ 1 ປອນ ຫຼື​ເກືອບ​ເທົ່າ​ກັບ​ເຄິ່ງ​ກິ​ໂລ ຈາກ​ອາ​ທິດ​ຜ່ານ​ມາ ຊຶ່ງຢູ່​ທີ່ 128 ປອນ. ຖ້າ​ພວກ​ທ່ານ​ຢາກ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ເຮັດ​ແນວ​ໃດ, ກະ​ລຸ​ນາ​ອ່ານ​ຕໍ່. ຂ້າ​ພະ​ເຈົ້າ​ປິດ​ບົດ​ຄວາມ​ທີແລ້ວດ້ວຍ​ການ​ເອີ່ຍ​ເຖິງ​ເຄັກ​ວັນ​ເກີດເຄິ່ງ​ກ່ອນ​ໃຫຍ່ ຊຶ່ງ​ຄົນ​ຂ້າງ​ບ້ານ​ໃຈ​ດີ ໄດ້ເອົາ​ມາ​ໃຫ້. ພາຍຫຼັງ​ໂພ​ສ​ບົດ​ຄວາມ​ລົງ​ໃນ​ເວັບ​ໄຊ​ທ໌​ແລ້ວ ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນຕໍ່​ການ​ກະ​ທຳ​ຂອງ​ຕົນ​ທີ່​ສຸດ. ຄວາມ​ໝັ້ນ​ໃຈ​ວ່າ ຕົນ​ຈະ​ຕ້ອງ​ເຮັດ​ສຳ​ເລັດ​ແນ່​ນ່ອນ​ນັ້ນ ໄດ້​ພາ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ຕົນ​ເອງ​ຫາກອອກ​ກຳ​ລັງ​ກາຍ​ທຸກໆ​ມື້ ​ເຄັກ​ມື້​ລະ​ປ່ຽງ ມັນ​ຊິ​ມີ​ລີ​ກີຫຍັງ. ຂ້າ​ພະ​ເຈົ້າ​ເຮັດ​ຕາມ​ນັ້ນ​ແທ້… ​ກາ​ເຟ​ຮ້ອນ​ໆ ກັບ​ເຄັກ​ແຊບໆ … Continue reading ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ (1 ອາ​ທິດ​ຜ່ານ​ໄປ)

Weight Loss Journal

Happy New Year 2015! My name is Sianong Phomkong. I’m the editor-in-chief and founder of LomKan.com. This site is mainly targeted at Lao audience. But some of our foreign friends have suggested that we offer it in English also, in case some foreigners stumble on it. So, here we are giving you a loosely translated … Continue reading Weight Loss Journal

ມາຫຼຸດ​ນ້ຳ​ໜັກ​ກັນ​ເທາະ!

  ສະ​ບາຍ​ດີ​ປີ​ໃໝ່ 2015!  ຂ້າ​ພະ​ເຈົ້າ​ຊື່​ວ່າ​ ສີ​ອາ​ນົງ ພົມ​ກອງ, ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການ ແລະ ຜູ້ກໍ່​ຕັ້ງ LomKan.com. ​ບົດ​ຄວາມ​ປະ​ຖົມ​ມະ​ເລີກ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ນຳ​ມາ​ສົນ​ທະ​ນາ​ໃນ ບ​ລອກ ຂອງ​ພວກ​ເຮົາ ແມ່ນ​ການ​ຫຼຸດ​ນ້ຳ​ໜັກ. ປີ​ເກົ່າ 2014 ຜ່ານ​ໄປ, ປີ​ໃໝ່ 2015 ເຄື່ອນ​ເຂົ້າ​ມາ​ແທນ. ໃຜໆ​ກໍ່​ຕັ້ງປະ​ນິ​ທານວ່າ​ຈະ​ເຮັດ​ອັນ​ນັ້ນ​ອັນ​ນີ້​ໃຫ້​ສຳ​ເລັດພາຍ​ໃນ​ປີ​ໃໝ່​ນີ້. ບໍ່​ວ່າ​ປີ​ໃດ​ກໍ່​ຄື​ກັນ ປະ​ເດັນ​ການຫຼຸດ​ນ້ຳ​ໜັກ ຈະ​ຢູ່​ໃນ​ອັນ​ດັບ​ຕົ້ນໆ (ຖ້າ​ບໍ່​ແມ່ນ​ຢູ່​ອັນ​ດັບ​ໜຶ່ງ​ເລີຍ) ຂອງ​ຈຳ​ນວນ​ປະ​ນິ​ທານ ທີ່​ຜູ້​ຄົນ​ຕັ້ງ​ໃຈ​ວ່າ​ຈະ​ເຮັດ​ໃຫ້​ໄດ້. ຂ້າ​ພະ​ເຈົ້າ​ກໍ່​ແມ່ນ​ໜຶ່ງ ໃນ​ຈຳ​ນວນ​ຜູ້​ຄົນ ທີ່​ເຮັດ​ໃຫ້​ປະ​ນິ​ທານ​ຂໍ້​ນີ້ ພົ້ນ​ເດັ່ນ​ຢູ່​ຕະຫຼອດ. ແຕ່​ວ່າ ​ກ່ອນ​ໜ້ານີ້ ຂ້າ​ພະ​ເຈົ້າ​​ຕັ້ງ​ມັນ​ຢູ່​ໃນ​ວົງ​ແຄບ, ບອກ​ໃຫ້​ແຕ່​ເພື່ອນ​ສະ​ໜິດ​ມິດ​ສະ​ຫາຍ​ຮູ້. ມາ​ປີນີ້ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ສົມ​ຄວນ​ແລ້ວ ທີ່​ຈະ​ຈັດ​ການ​ກັບ​ບັນ​ຫາ​ຄວາມ​ອ້ວນນີ້​ຢ່າງ​ເອົາ​ຈິງ​ເອົາ​ຈັງ – ຊິ​ປ​ະ​ກາດ​ໃຫ້​ຄົນ​ທັງ​ໂລກ​ຮູ້​ເລີຍ​ໂລດ​ລະ ​ວ່າ​ຕົນ​ຊິກຳ​ຈັດ​ນ້ຳ​ໜັກ​ສ່ວນ​ເກີນ​ອອກ​ໃຫ້​ໄດ້​… ໂດຍ​ຖາ​ວອນ! (ເພາະ​ຜ່ານ​ມາກໍ່​ເຄີຍຫຼຸດ​ໄດ້​ແລ້ວ​ຫຼາຍ​ຄັ້ງຫຼາຍ​ຄາວ ແຕ່​ມັນ​ກໍ່​ກັບ​ຄືນ​ມາ​ອີກ). ແມ່ນ​ລະ, ເມື່ອ​ເວົ້າ​ເຖິງ​ວິ​ທີການຫຼຸດ​ນ້ຳ​ໜັກ​ທີ່​ໄດ້​ຜົນ​ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ການ​ຄຳ​ແນະ​ນຳ​ຈາກ​ໃຜ. ເຮັດ​ມາ​ແລ້ວຫຼາຍ​ເທື່ອ. ​ເທື່ອ​ທຳ​ອິດທີ່​ຂ້າ​ພະ​ເຈົ້າຫຼຸດ​ນ້ຳ​ໜັກ​ໄດ້​ອີ່ຫຼີ (ຈາກ​ທີ່ບໍ່​ເຄີຍ​ເຊື່ອ​ເລີຍ​ວ່າຊາດນີ້​ຕົນ​ເອງ​ຈະ​ສາ​ມາດ​ຈ່ອຍ​ໄດ້) ແມ່ນຫຼຸດ​ຈາກ​ນ້ຳ​ໜັກ 74 ກິ​ໂລ ໄປ​ຢູ່​ທີ່ 49 … Continue reading ມາຫຼຸດ​ນ້ຳ​ໜັກ​ກັນ​ເທາະ!

Contact Us

If you need to contact us for any reason, just fill out the form below, and we’ll get back with you ASAP.

About Us

We are a group of people who love to share knowledge and experience with others. On this website we discuss anything and everything we believe is worthy. Also, we enjoy listening to other people’s opinion. Come join us. Everyone is welcome to our discussion. Lets Lom Kan!