ສະບາຍດີເພື່ອນໆ ແຟນຄັບຂອງ LomKan.com, ຫວັງວ່າພວກທ່ານທຸກໆຄົນ ຄົງຈະໄດ້ມອບ ແລະ ຮັບ ຄວາມສຸກຈາກຄົນທີ່ທ່ານຮັກ ກັນຢ່າງເຕັມອີ່ມ ໃນຊ່ວງເທດສະການວາເລນໄທນ໌ ທີ່ຫາກໍ່ຜ່ານມາສົດໆຮ້ອນໆນີ້. ສຳລັບທ່ານທີ່ຍັງຊອກຫາຄົນໆນັ້ນບໍ່ທັນພົບ, ຂ້າພະເຈົ້າເຄີຍຖືຄະຕິວ່າ: ຖ້າຈະມີ ຕໍ່ຕ້ອງແມ່ນຄົນດີ ທີ່ຮັກເຮົາແທ້. ຄົນບໍ່ດີບໍ່ໄດ້ວ່າຊິເອົາມາໃຫ້ປວດຫົວ ແລະ ທຸກໃຈ. ຮັກຜູ້ບັງເກີດເກົ້າເຮົາດີກວ່າ ເພາະວ່າພວກເພິ່ນຮັກເຮົາໂດຍບໍ່ມີເງື່ອນໄຂ ແລະ ຮັກຢ່າງບໍ່ມີວັນເຊື່ອມຄາຍ. ເວົ້າແທ້, ຮັກໝາຮັກແມວພວກມັນກະຍັງຮັກເຮົາຄືນ. ສຳລັບຄົນທີ່ຄິດວ່າ ຈະຄວງຄົນທີ່ຕົນບໍ່ຮັກປານໃດ ຫຼື ຄວງຄົນທີ່ບໍ່ຮັກຕົນ ໄປຊາມຊາ ພໍ້ຄົນດີ, ຂໍບອກວ່ານີ້ແມ່ນຄວາມຄິດທີ່ຜິດທີ່ສຸດເດີ! ເວລາເຮົາມີຄູ່ຄວງເປັນຕົນເປັນໂຕຢູ່, ຄົນດີໆບໍ່ເຂົ້າມາແຊກແຊງຊີວິດເຮົາດອກ. ຢ່າຫຼອກໂຕເອງ! ຂໍໂທດເດີ, ຂ້າພະເຈົ້າຖືວ່າໂຕເອງອາຍຸຫຼາຍກວ່າຫຼາຍໆທ່ານທີ່ເປັນແຟນຄັບຂອງລົມກັນດອດຄຳແລ້ວ, ແລະ ໄດ້ມາຢືນຢູ່ໃນຈຸດທີ່ຕົນຖືວ່າດີທີ່ສຸດແລ້ວ ໃນເລື່ອງຄວາມຮັກ, ກໍ່ເລີຍຢາກຂໍແລກປ່ຽນປະສົບການ (ລະບາຍ) ກ່ຽວກັບປະເດັນທີ່ມັນຄັນປາກຄັນໃຈນີ້ອອກໄປໃຫ້ແລ້ວໆກ່ອນຊ໋ະ. ທັງນີ້ກໍ່ຍ້ອນວ່າຂ້າພະເຈົ້າຢາກໃຫ້ບັນດາທ່ານທີ່ຍັງບໍ່ທັນພົບຄວາມສຸກດ້ານນີ້ ໄດ້ລິ້ມລອງລົດຊາດຂອງມັນຈິງໆ. ເອົາລະ, ບາດນີ້ມາເຂົ້າເລື່ອງການຫຼຸດນ້ຳໜັກ. ບໍ່ຢາກເຊື່ອ ກໍ່ຕ້ອງໄດ້ເຊື່ອລະວ່າອາທິດນີ້ ນ້ຳໜັກຂອງຂ້າພະເຈົ້າຫຼຸດລົງ 1.5 ກິໂລ. ມື້ນີ້ນ້ຳໜັກຂອງຂ້າພະເຈົ້າສັ່ງໄດ້ 121 … Continue reading ບັນທຶກການຫຼຸດນ້ຳໜັກ – ຮອດ 6 ອາທິດແລ້ວ! →
ສະບາຍດີເພື່ອນໆ ແຟນຄັບຂອງ LomKan.com, ຂ້າພະເຈົ້າກຳລັງນັ່ງລົດກັບບ້ານ. ມື້ນີ້ກັບມື້ອື່ນ ອາກາດຢູ່ຣັດ South Carolina ອຸ່ນຂຶ້ນ. ອຸນຫະພູມມື້ນີ້ ແມ່ນ 70 ຟາເຣນໄຮທ໌ ຫຼື ປະມານ 21 ອົງສາເຊລຊຽສ ສາມີຂອງຂ້າພະເຈົ້າກະເລີຍເຮັດ ເຊີຣ໌ໄພຣສ໌ ດ້ວຍການພາຄອບຄົວ (ຂ້າພະເຈົ້າ ແລະ ໝາເວສຕີ້ ຂອງພວກເຮົາ) ໄປທ່ຽວທະເລ. ພວກເຮົາໄປນອນຄືນຢູ່ Myrtle Beach, ຊຶ່ງຫ່າງຈາກບ້ານຂອງພວກຂ້າພະເຈົ້າໄປປະມານ 3 ຊົ່ວໂມງທາງລົດ. ກະໂປ່ງໂຕນີ້ຂ້າພະເຈົ້າໃສ່ບໍ່ເຂົ້າເກືອບ 7 ປີແລ້ວ. ຫາກໍ່ມາໃສ່ໄດ້ຄືນ. ຄືກັບເທື່ອກ່ອນໆ, ອາທິດທີ່ຜ່ານມານີ້ ຂ້າພະເຈົ້າເນັ້ນໜັກເລື່ອງການກິນຜັກ ແລະ ປາ. ຜັກດິບ, ຜັກລວກ, ຕຳໝາກຫຸ່ງ, ປາເອາະ, ປາປີ້ງ. ກິນທາດແປ້ງແຕ່ຄາບເຊົ້າ – ຊີຣຽລທີ່ເຮັດຈາກເຂົ້າອົບ. ສຳລັບການອອກກຳລັງກາຍ ຂ້າພະເຈົ້າບໍ່ຄ່ອຍໄດ້ເຕັ້ນລຳຢ່າງຈິງຈັງ – ຮູ້ສຶກເຊັງໆກັບມັນ ກະເລີຍປ່ຽນມາເນັ້ນໜັກການຍົກດຳແບລ 1 … Continue reading ບັນທຶກການຫຼຸດນ້ຳໜັກ – 5 ອາທິດຜ່ານໄປ →
ສະບາຍດີເພື່ອນໆ ແຟນຄັບຂອງ LomKan.com, ອາທິດທີ່ຜ່ານມານີ້ນ້ຳໜັກຂອງຂ້າພະເຈົ້າຫຼຸດລົງ 2 ປອນ ຫຼືເກືອບເທົ່າກັບ 900 ກຣາມ – ຈາກ 56.7 ກິໂລ ລົງມາເປັນ 55.8 ກລ (123 ປອນ). ແອບຫວັງໄວ້ວ່າມັນຈະຫຼຸດລົງຫຼາຍກວ່ານີ້ ເພາະວ່າອາທິດແລ້ວນີ້ບໍ່ລົງຈັກດີ້. ແຕ່ຊິເຮັດຈັ່ງໃດໄດ້ລະ? ລະບົບເຜົາຜານພະລັງງານຂອງຮ່າງກາຍເຮົາມັນສະຫຼັບສັບຊ້ອນ ແລະ ຂຶ້ນກັບຫຼາຍໆປັດໄຈ. ທີ່ເຮົາເຮັດໄດ້ກໍ່ຄືການສືບຕໍ່ມອງປະເດັນໃນແງ່ບວກ – ລົງ 900 ກຣາມ ກະຍັງດີກວ່າບໍ່ລົງ, ແລະ ດີຫຼາຍໆກວ່າກໍລະນີທີ່ນ້ຳໜັກເພີ້ມຂຶ້ນ. ພວກທ່ານອາດຈະເລີ້ມໄດ້ຍິນວິທະຍາກອນຂອງລາຍການໂທລະພາບ ເວົ້າເຖິງຄວາມຫຼົ້ມເຫຼວຂອງປະນິທານທີ່ຜູ້ຄົນຕັ້ງໄວ້ໃນວິນາທີຕົ້ນໆຂອງປີໃໝ່, ໂດຍສະເພາະແມ່ນກ່ຽວກັບການຫຼຸດນ້ຳໜັກ. ມັນເປັນແນວນີ້ທຸກໆປີ. ຄົນເປັນລ້ານໆຄົນ ຕັ້ງໃຈວ່າປີນີ້ຕົນຈະເປັນຄົນໃໝ່, ຈະກິນແຕ່ອາຫານທີ່ມີສຸຂະພາບດີ ແລະ ຈະອອກກຳລັງກາຍຫຼາຍໆ ເພື່ອຫຼຸດນ້ຳໜັກສ່ວນເກີນໃຫ້ໄດ້. ແລະແລ້ວ, ພະລັງ ແລະ ຄວາມຕັ້ງໃຈເຫຼົ່ານັ້ນກໍ່ອ່ອນເພັຍ ແລະ ຈາງຫາຍໄປ ເມື່ອການປະຕິບັດຕົວຈິງນັ້ນ ມັນບໍ່ງ່າຍຄືຄວາມຕັ້ງໃຈ. ຂ້າພະເຈົ້າຟັງແລ້ວກະຍິ້ມໆ ເພາະຕົນເອງບໍ່ໄດ້ຢູ່ໃນກຸ່ມຄົນທີ່ວິທະຍາກອນເຫຼົ່ານີ້ ພວມປອບໃຈ ແລະ … Continue reading ບັນທຶກການຫຼຸດນ້ຳໜັກ – 4 ອາທິດຜ່ານໄປ →
ສະບາຍດີເພື່ອນໆ ແຟນຄັບຂອງ LomKan.com, ນ້ຳໜັກຂອງຂ້າພະເຈົ້າບໍ່ຫຼຸດລົງເລີຍແມ່ນແຕ່ຂີດດຽວ. ຍັງຢູ່ທີ່ 125 ປອນ ຫຼື ເກືອບເທົ່າກັບ 56.7 ກິໂລ. ກະຄິດໆຢູ່ວ່າມັນອາດອອກມາໃນຮູບນີ້ ເພາະກຳລັງຢູ່ໃນເວລານັ້ນຂອງເດືອນ, ຊຶ່ງຕາມປົກກະຕິ ນ້ຳໜັກຂອງຂ້າພະເຈົ້າຈະເພີ້ມຂຶ້ນ ບາງຄັ້ງເຖິງ 1.5 ກິໂລ. ຖືເອົາປັດໄຈອັນນີ້ເປັນສາເຫດ ກະເລີຍເຮັດໃຫ້ຂ້າພະເຈົ້າຍັງມອງໂລກເປັນສີກຸຫຼາບຢູ່. ຊິບໍ່ໃຫ້ຄິດໃນແງ່ບວກໄດ້ຈັ່ງໃດ, ຂ້າພະເຈົ້າອອກກຳລັງກາຍທຸກໆມື້. ເຕັ້ນລຳເປັນຊົ່ວໂມງໆ (ດຽວນີ້ແມ່ນແຕ່ເວລາຂີດຂຽນກໍ່ຢືນເອົາ ເພາະທັງຟັງເພງ ແລະ ເຕັ້ນລຳໄປນຳ). ຕອນເຊົ້າໆກໍ່ໄດ້ອອກໄປຫັດກາຍຢູ່ຂັ້ນໃດຫຼັງບ້ານ. ກ້າວຂາຂຶ້ນ, ກ້າວຂາລົງ, ໂດຍທີ່ມືທັງສອງຂ້າງກໍ່ຖືດຳແບລ 2 ປອນ ໄປພ້ອມ (ມື້ລະ 100 ຂັ້ນຕໍ່ຂາໜຶ່ງຂ້າງ). ສິ່ງໜຶ່ງທີ່ຂ້າພະເຈົ້າຕື່ມເຂົ້າໃສ່ໂປຼແກັມຫັດກາຍໃນອາທິດທີ່ຜ່ານມານີ້ ແມ່ນການນັ່ງຢອງໆເພື່ອຝຶກກ້າມສະໂພກ (ຈື່ທີ່ຂ້າພະເຈົ້າເຄີຍເລົ່າວ່າຕົນເອງບໍ່ມີທ້າຍບໍ່?). ມີແຜນວ່າຈະເຮັດໄປເທື່ອລະໜ້ອຍ ໂດຍເລີ້ມເຮັດ 35 ບາດຕໍ່ມື້. ໂອ້ຍ ເຈັບກ້າມສະໂພກເດ! ແຕ່ວ່າເຈັບຫັ້ນລະດີ. ໝາຍວ່າເຮົາກຳລັງເຮັດໄດ້ຜົນ. ຕື່ນມາແຕ່ລະມື້ກໍ່ຮູ້ສຶກວ່າຕົນໂຕເບົາລົງກວ່າເກົ່າ ຮູ້ສຶກດີໃຈຮຸ່ມໆ. ຕອນທ້າຍໆອາທິດ ມາສັງເກດເບິ່ງຕົນເອງຢູ່ໃນແວ່ນ ເຫັນວ່າ ທ້ອງນ້ອຍແມ່ນບ່ອນທີ່ຍັງມີບັນຫາກວ່າໝູ່. … Continue reading ບັນທຶກການຫຼຸດນ້ຳໜັກ (3 ອາທິດຜ່ານໄປ) →
ສະບາຍດີ ແຟນໆ ຂອງ LomKan.com ແລະ ບັນດາແຂກທີ່ແວະເຂົ້າມາຢ້ຽມຢາມເວັບໄຊທ໌ຂອງພວກເຮົາ, ຮອດເວລາມາລົມກັນອີກແລ້ວ. ອາທິດນີ້ ຂ້າພະເຈົ້າຕື່ນເຕັ້ນໝົດອາທິດ ຢາກຂຶ້ນຊິງສັ່ງເບິ່ງຜົນຄືບໜ້າຂອງຕົນ. ອົດໃຈລໍມາຈົນຮອດເຊົ້າມື້ນີ້ (ວັນເສົາ ທີ 17). ຜົນອອກມາເປັນທີ່ພໍໃຈທີ່ສຸດ. ມື້ນີ້ນ້ຳໜັກຂອງຂ້າພະເຈົ້າລົງມາຢູ່ທີ່ 125 ປອນ ຫຼື ທຽບເທົ່າກັບ 56.7 ກິໂລ. ໄຊໂຍ!!! ວິທີການຫຼັກທີ່ຂ້າພະເຈົ້າປະຕິບັດພາຍໃນໜຶ່ງອາທິດທີ່ຜ່ານມານີ້ແມ່ນ: 1. ດ້ານການກິນ: ຕັດທາດແປ້ງອອກເຖິງ 90%, ຈົ່ງໄວ້ແຕ່ຊີຣຽລ ໃນຍາມເຊົ້າ ເພື່ອບໍ່ໃຫ້ຮ່າງກາຍກະຫາຍທາດແປ້ງເກີນໄປ. ຂ້າພະເຈົ້າກິນເຂົ້າອົບຂອງ Kellogg’s. ກິນລ້າໆ, ໃຊ້ມືຈັບເອົາເທື່ອລະຕ່ອນສອງຕ່ອນ. ກິນໄປ, ດື່ມກາເຟໄປນຳ. ຂ້າພະເຈົ້າເຮັດແນວນີ້ ເພື່ອຫຼີກເວັ້ນການດື່ມນົມສົດຫຼາຍເກີນໄປ. ຕົນເອງບໍ່ມັກລົດຊາດຂອງນົມສົດຜ່ອງມັນເນີຍ (ໄຂມັນ 1% ຫຼື 2%) ຢູ່ໃນກາເຟ, ກະເລີຍຕັດອັດຕານ້ຳນົມອອກຈາກຊີຣຽລ ເພື່ອໃຫ້ຕົນໄດ້ໃຊ້ນ້ຳນົມທຳມະດາ (ໄຂມັນ 4%) ໃນກາເຟ. ອາຫານທີ່ຂ້າພະເຈົ້າເລືອກກິນໃນອາທິດນີ້ ແມ່ນສະຫຼັດ ແລະ ໂປຼຕີນທີ່ມີໄຂມັນຕ່ຳ … Continue reading ບັນທຶກການຫຼຸດນ້ຳໜັກ – 2 ອາທິດຜ່ານໄປ →
ສະບາຍດີທຸກໆຄົນ, ເວລາຜ່ານໄປໄວອີ່ຫຼີ. ຂ້າພະເຈົ້າຮູ້ສຶກຄືກັບວ່າຕົນເອງຫາກໍ່ໂພສ ບົດຄວາມບົດທຳອິດ ກ່ຽວກັບບັນທຶກການຫຼຸດນ້ຳໜັກສ່ວນເກີນຂອງຕົນໄປຫວ່າງສອງສາມມື້ຜ່ານມານີ້ ແລະ ມື້ນີ້ກໍ່ຮອດເວລາທີ່ຕ້ອງໄດ້ມານັ່ງສະຫຼຸບຜົນຄືບໜ້າພາຍໃນອາທິດທີໜຶ່ງໃຫ້ພວກທ່ານຊາບແລ້ວ. ຊິເວົ້າຄວາມຈິງໃຫ້ຟັງ, ມືນຕາຂຶ້ນມາມື້ເຊົ້ານີ້ ມີອາການຮ້ອນໆໜາວໆ ເພາະບໍ່ແນ່ໃຈວ່າຜົນມັນຈະອອກມາຄືແນວໃດ. ເພື່ອໃຫ້ພວກທ່ານຫາຍສົງໄສ ຂ້າພະເຈົ້າຈະຕັດ ດຣາມມາ ອອກ. ຂໍແຈ້ງໃຫ້ພວກທ່ານຊາບເລີຍວ່າ ຜົນໄດ້ຮັບແມ່ນເປັນທີ່ພໍໃຈ. ຕົວເລກຢູ່ຊິງ ເຕັ້ນໄປເຕັ້ນມາ ລະຫວ່າງ 126 ແລະ 127 ປອນ (2.2046 ປອນ = 1 ກິໂລ). ນີ້ໝາຍຄວາມວ່າ ຢ່າງໜ້ອຍທີ່ສຸດຂ້າພະເຈົ້າກໍ່ຫຼຸດໄດ້ 1 ປອນ ຫຼືເກືອບເທົ່າກັບເຄິ່ງກິໂລ ຈາກອາທິດຜ່ານມາ ຊຶ່ງຢູ່ທີ່ 128 ປອນ. ຖ້າພວກທ່ານຢາກຮູ້ວ່າຂ້າພະເຈົ້າເຮັດແນວໃດ, ກະລຸນາອ່ານຕໍ່. ຂ້າພະເຈົ້າປິດບົດຄວາມທີແລ້ວດ້ວຍການເອີ່ຍເຖິງເຄັກວັນເກີດເຄິ່ງກ່ອນໃຫຍ່ ຊຶ່ງຄົນຂ້າງບ້ານໃຈດີ ໄດ້ເອົາມາໃຫ້. ພາຍຫຼັງໂພສບົດຄວາມລົງໃນເວັບໄຊທ໌ແລ້ວ ຂ້າພະເຈົ້າຕື່ນເຕັ້ນຕໍ່ການກະທຳຂອງຕົນທີ່ສຸດ. ຄວາມໝັ້ນໃຈວ່າ ຕົນຈະຕ້ອງເຮັດສຳເລັດແນ່ນ່ອນນັ້ນ ໄດ້ພາໃຫ້ຂ້າພະເຈົ້າຄິດວ່າ ຖ້າຕົນເອງຫາກອອກກຳລັງກາຍທຸກໆມື້ ເຄັກມື້ລະປ່ຽງ ມັນຊິມີລີກີຫຍັງ. ຂ້າພະເຈົ້າເຮັດຕາມນັ້ນແທ້… ກາເຟຮ້ອນໆ ກັບເຄັກແຊບໆ … Continue reading ບັນທຶກການຫຼຸດນ້ຳໜັກສ່ວນເກີນ (1 ອາທິດຜ່ານໄປ) →
Happy New Year 2015! My name is Sianong Phomkong. I’m the editor-in-chief and founder of LomKan.com. This site is mainly targeted at Lao audience. But some of our foreign friends have suggested that we offer it in English also, in case some foreigners stumble on it. So, here we are giving you a loosely translated … Continue reading Weight Loss Journal →
ສະບາຍດີປີໃໝ່ 2015! ຂ້າພະເຈົ້າຊື່ວ່າ ສີອານົງ ພົມກອງ, ເປັນຫົວໜ້າບັນນາທິການ ແລະ ຜູ້ກໍ່ຕັ້ງ LomKan.com. ບົດຄວາມປະຖົມມະເລີກທີ່ຂ້າພະເຈົ້າເລືອກນຳມາສົນທະນາໃນ ບລອກ ຂອງພວກເຮົາ ແມ່ນການຫຼຸດນ້ຳໜັກ. ປີເກົ່າ 2014 ຜ່ານໄປ, ປີໃໝ່ 2015 ເຄື່ອນເຂົ້າມາແທນ. ໃຜໆກໍ່ຕັ້ງປະນິທານວ່າຈະເຮັດອັນນັ້ນອັນນີ້ໃຫ້ສຳເລັດພາຍໃນປີໃໝ່ນີ້. ບໍ່ວ່າປີໃດກໍ່ຄືກັນ ປະເດັນການຫຼຸດນ້ຳໜັກ ຈະຢູ່ໃນອັນດັບຕົ້ນໆ (ຖ້າບໍ່ແມ່ນຢູ່ອັນດັບໜຶ່ງເລີຍ) ຂອງຈຳນວນປະນິທານ ທີ່ຜູ້ຄົນຕັ້ງໃຈວ່າຈະເຮັດໃຫ້ໄດ້. ຂ້າພະເຈົ້າກໍ່ແມ່ນໜຶ່ງ ໃນຈຳນວນຜູ້ຄົນ ທີ່ເຮັດໃຫ້ປະນິທານຂໍ້ນີ້ ພົ້ນເດັ່ນຢູ່ຕະຫຼອດ. ແຕ່ວ່າ ກ່ອນໜ້ານີ້ ຂ້າພະເຈົ້າຕັ້ງມັນຢູ່ໃນວົງແຄບ, ບອກໃຫ້ແຕ່ເພື່ອນສະໜິດມິດສະຫາຍຮູ້. ມາປີນີ້ ຂ້າພະເຈົ້າຄິດວ່າມັນສົມຄວນແລ້ວ ທີ່ຈະຈັດການກັບບັນຫາຄວາມອ້ວນນີ້ຢ່າງເອົາຈິງເອົາຈັງ – ຊິປະກາດໃຫ້ຄົນທັງໂລກຮູ້ເລີຍໂລດລະ ວ່າຕົນຊິກຳຈັດນ້ຳໜັກສ່ວນເກີນອອກໃຫ້ໄດ້… ໂດຍຖາວອນ! (ເພາະຜ່ານມາກໍ່ເຄີຍຫຼຸດໄດ້ແລ້ວຫຼາຍຄັ້ງຫຼາຍຄາວ ແຕ່ມັນກໍ່ກັບຄືນມາອີກ). ແມ່ນລະ, ເມື່ອເວົ້າເຖິງວິທີການຫຼຸດນ້ຳໜັກທີ່ໄດ້ຜົນແລ້ວ ຂ້າພະເຈົ້າບໍ່ຕ້ອງການຄຳແນະນຳຈາກໃຜ. ເຮັດມາແລ້ວຫຼາຍເທື່ອ. ເທື່ອທຳອິດທີ່ຂ້າພະເຈົ້າຫຼຸດນ້ຳໜັກໄດ້ອີ່ຫຼີ (ຈາກທີ່ບໍ່ເຄີຍເຊື່ອເລີຍວ່າຊາດນີ້ຕົນເອງຈະສາມາດຈ່ອຍໄດ້) ແມ່ນຫຼຸດຈາກນ້ຳໜັກ 74 ກິໂລ ໄປຢູ່ທີ່ 49 … Continue reading ມາຫຼຸດນ້ຳໜັກກັນເທາະ! →
If you need to contact us for any reason, just fill out the form below, and we’ll get back with you ASAP.
We are a group of people who love to share knowledge and experience with others. On this website we discuss anything and everything we believe is worthy. Also, we enjoy listening to other people’s opinion. Come join us. Everyone is welcome to our discussion. Lets Lom Kan!