Category Archives: ຫຼຸດ​ນ້ຳ​ໜັກ

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – ຮອດ 6 ອາ​ທິດ​ແລ້ວ!

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ຫວັງ​ວ່າ​ພວກ​ທ່ານ​ທຸກໆ​ຄົນ ຄົງ​ຈະ​ໄດ້​ມອບ ແລະ ຮັບ ຄວາມ​ສຸກ​ຈາກ​ຄົນ​ທີ່​ທ່ານ​ຮັກ​ ກັນ​ຢ່າງ​ເຕັມ​ອີ່ມ ໃນ​ຊ່ວງ​ເທດ​ສະ​ການ​ວາ​ເລນ​ໄທ​ນ໌ ທີ່​ຫາກໍ່​ຜ່ານ​ມາ​ສົດໆ​ຮ້ອນໆ​ນີ້. ສຳ​ລັບ​ທ່ານ​ທີ່​ຍັງ​ຊອກ​ຫາ​ຄົນໆ​ນັ້ນ​ບໍ່​ທັນ​ພົບ, ຂ້າ​ພະ​ເຈົ້າ​ເຄີຍ​ຖືຄະ​ຕິ​​ວ່າ: ຖ້າ​ຈະ​ມີ ຕໍ່​ຕ້ອງ​ແມ່ນ​ຄົນ​ດີ ທີ່​ຮັກ​ເຮົາ​ແທ້. ຄົນ​ບໍ່​ດີບໍ່​ໄດ້​ວ່າ​ຊິ​ເອົາ​ມາ​ໃຫ້​ປວດ​ຫົວ ແລະ ທຸກ​ໃຈ. ຮັກ​ຜູ້​ບັງ​ເກີດ​ເກົ້າ​ເຮົາ​ດີກວ່າ ເພາະ​ວ່າ​ພວກ​ເພິ່ນ​ຮັກ​ເຮົາ​ໂດຍບໍ່​ມີ​ເງື່ອນ​ໄຂ ແລະ ຮັກຢ່າງບໍ່​ມີ​ວັນ​ເຊື່ອມ​ຄາຍ. ເວົ້າ​ແທ້, ຮັກ​ໝາ​ຮັກ​ແມວພວກ​ມັນ​ກະ​ຍັງ​ຮັກ​ເຮົາ​ຄືນ. ສຳ​ລັບ​ຄົນ​ທີ່​ຄິດ​ວ່າ ຈະ​ຄວງ​ຄົນ​ທີ່​ຕົນ​ບໍ່​ຮັກ​ປານ​ໃດ ຫຼື ຄວງ​ຄົ​ນທີ່ບໍ່​ຮັກຕົນ ໄປ​ຊາມ​ຊາ ພໍ້​ຄົນ​ດີ, ຂໍ​ບອກວ່ານີ້​ແມ່ນ​ຄວາມ​ຄິດ​ທີ່​ຜິດ​ທີ່​ສຸດ​ເດີ! ເວ​ລາ​ເຮົາ​ມີ​ຄູ່​ຄວງ​ເປັນ​ຕົນ​ເປັນ​ໂຕ​ຢູ່, ຄົນ​ດີໆ​ບໍ່​ເຂົ້າ​ມາ​ແຊກ​ແຊງ​ຊີ​ວິດ​ເຮົາ​ດອກ. ຢ່າ​ຫຼອກ​ໂຕ​ເອງ! ​ຂໍ​ໂທດ​ເດີ, ຂ້າ​ພະ​ເຈົ້າ​ຖື​ວ່າ​ໂຕ​ເອງ​ອາ​ຍຸຫຼາຍກວ່າຫຼາຍໆ​ທ່ານ​ທີ່​ເປັນ​ແຟນ​ຄັບ​ຂອງ​ລົມ​ກັນ​ດອດ​ຄຳ​ແລ້ວ, ແລະ ໄດ້​ມາ​ຢືນ​ຢູ່​ໃນ​ຈຸດ​ທີ່​ຕົນ​ຖື​ວ່າ​ດີ​ທີ່​ສຸດ​ແລ້ວ ໃນ​ເລື່ອງ​ຄວາມ​ຮັກ, ກໍ່​ເລີຍ​ຢາກຂໍ​ແລກ​ປ່ຽນ​ປະ​ສົບ​ການ (ລະ​ບາຍ) ກ່ຽວ​ກັບປະ​ເດັນ​ທີ່​ມັນ​ຄັນ​ປາກ​ຄັນ​ໃຈນີ້​ອອກ​ໄປ​ໃຫ້​ແລ້ວໆ​ກ່ອນ​ຊ໋ະ. ທັງ​ນີ້ກໍ່​ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ບັນ​ດາ​ທ່ານ​ທີ່​ຍັງ​ບໍ່​ທັນ​ພົບ​ຄວາມ​ສຸກ​ດ້ານນີ້ ໄດ້​ລິ້ມ​ລອງ​ລົດ​ຊາດ​ຂອງ​ມັນ​ຈິງໆ.

ເອົາ​ລະ, ບາດນີ້​ມາ​ເຂົ້າ​ເລື່ອງ​ການຫຼຸດ​ນ້ຳ​ໜັກ. ບໍ່​ຢາກ​ເຊື່ອ ກໍ່​ຕ້ອງ​ໄດ້​ເຊື່ອ​ລະ​ວ່າ​ອາ​ທິດນີ້ ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 1.5 ກິ​ໂລ. ມື້ນີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ສັ່ງ​ໄດ້ 121 ປອນ, ຫຼື​ເທົ່າ​ກັບ 54.8 ກິ​ໂລ. ໄຊ​ໂຍ!!!! (ໃກ້​ລະ, ໃກ້ໆ​ຊິ​ມີ​ຄວາມ​ຮູ້​ສຶກ​ຢາກ​​ບອກ​ຄົນ​ຕຸ້ຍທີ່​ນັ່ງ​ກິນ​ຟາ​ສ​ຟູດ​ຢູ່​ຕາມມອ​ລ​ວ່າ ຄັນ​ມີ​ຄວາມ​ຕັ້ງ​ໃຈ​ແທ້, ​ພວກ​ເຂົາ​ເຈົ້າ​ກໍ່ສາ​ມາດ​ມີ​ຫຸ່ນ​ດີ, ມີ​ສຸ​ຂະ​ພາບ​ແຂງ​ແຮງ​ໄດ້​ຄື​ກັນ. ໂອ້ຍ, ນິ​ໄສເກົ່າ – ສັນ​ດານ​ – ມັນ​ດັດ​ຍາກ).

OLYMPUS DIGITAL CAMERA

ໃຊ້​ດຳ​ແບ​ລ​ເບົາໆ, ແຕ່​ຍົກຫຼາຍໆ​ເທື່ອ​ເອົາ.
ອາ​ກາດ​ໜາວ  (12 – 15 C ພໍ​ດີ​ງາມ) ຊ່ວຍ​ໃຫ້​ເຮົາ​ເຜົາ​ຜານ​ພະ​ລັງ​ງານ​ໄດ້ຫຼາຍກວ່າ​ເກົ່າ.

ກັງ​ວົນ​ຢູ່​ເລີຍ​ວ່າ​ນີ້​ແມ່ນ​ອາ​ທິດ​ສຸດ​ທ້າຍ​ແລ້ວ, ຈະ​ເຮັດ​ຈັ່ງ​ໃດ​ຈຶ່ງ​ຈະ​ໄດ້​ໃຫ້​ຕາມ​ເປົ້າ​ໝາຍ​ທີ່​ຕົນ​ຕັ້ງ​ໄວ້ ຈາກ 58 ກິ​ໂລ ລົງ​ມາຢູ່ 55. ຄິດ​ວ່າ​ເຮັດ​ຫ​ຍັງ​ກະ​ເຮັດ​ໄປ​ແລ້ວ, ແຕ່​ນ້ຳ​ໜັກ​ພັດ​ບໍ່​ລົງ. ຊ້ຳ​ບໍ່​ໜຳອາ​ທິດ​ແລ້ວນີ້​ມັນຍັງ​ເພີ້ມ​ຂຶ້ນ 500 ກ​ຣາມ. ໄປຢູ່​ທີ່ 56.3 ກິ​ໂລ. ທຳ​ອິດ​ຄິດ​ວ່າ​ຊິ​ກິນ​ທູ​ນາ​ສະຫຼັດ​ກັບ​ຜັກ (ແບບບໍ່​ໃສ່​ນ້ຳ​ມັນຫຼື​ຄ​ຣີມ) ໄປ​ຕະຫຼອດ​ທິດ. ແຕ່​ມັນ​ກືນບໍ່​ຄ່ອຍ​ລົງ. ຄິດ​ຊື່ໆ​ກະ​ຍັງ​ຮູ້​ສຶກ​ຝືດ​ຄໍ. ອີກ​ທັງ, ທິດ​ທີ່​ຜ່ານ​ມານີ້​ ຂ້າ​ພະ​ເຈົ້າ​ມີ​ໜັງ​ສື​ທີ່​ຕ້ອງ​ຂຽນ​ໃຫ້​ແລ້ວ. ຂຽນ​ໜັງ​ສື​ແບບ​ຮີບ​ຮ້ອນ​ຍາມ​ໃດ, ຂ້າ​ພະ​ເຈົ້າ​ກໍ່​ຕ້ອງ​ໄດ້​ກິນ​ທາດ​ແປ້ງ. ລົດ​ຊາດບໍ່​ຫວານ​ແຮງ, ກອບນອກ, ນຸ້ມ​ໃນ – ມັນ​ແມ່ນ​ນ້ຳ​ຕານ​ທີ່​ສະ​ໝອງ​ສາ​ມາດ​ນຳ​ໄປ​ໃຊ້​ເລີຍ. ຂ້າ​ພະ​ເຈົ້າ​ກໍ່​ເລີຍ​ໄດ້​ຂໍ​ຮ້ອງ​ໃຫ້​ສາ​ມີ​ໃຈ​ດີ ຊື້​ແຄຼັກ​ເກີ ແນວ​ໂປຼດ​ມາ​ໃຫ້. ສັນ​ຍາ​ວ່າ​ຊິ​ກິນ​ເທື່ອ​ລະ 15 ອັນ (ມັນ​ເປັນ​ຮູບ​ສັດ​, ປ່ຽງ​ນ້ອຍກວ່າ​ສອງ​ນິ້ວ​ມື. 15 ໂຕ ມີ​ປະ​ມານ 120 ແຄ​ລໍ​ຣີ, ຊຶ່ງ​ກະ​ຖື​ວ່າບໍ່ຫຼາຍ). ແຕ່​ບາດ​ເອົາ​ອີ່ຫຼີ, ຄົນມັນ​ຊີ​ຣຽ​ສ​ກັບ​ການ​ຂຽນ ກະ​ເລີຍ​ກິນງົວ, ​ເສືອ, ສິງ, ກະ​ທິງ, … ກິນ​ຮອດຊ້າງ, ຮອດ​ແຮດ ແລະ ໄດ​ໂນ​ເສົາ ຊຸດ​ລະ 15 ໂຕ ໄປ 3 ຫຼື 4 ເທືີ່ອ ຕໍ່​ມື້ (ຄູນ​ເລກ​ເບິ່ງ​ແຄ​ລໍ​ຣີ​ເອົາ​ເອງ​ເດີ!).

???????????????????????????????

ເຮັດ squat ມື້​ລະ 60 ເທື່ອ ​ຈຶ່ງ​ພໍ​ເຫັນ​ເງົາ​ຂອງ​ບັ້ນ​ທ້າຍ​ອອກ​ມາ​ແນ່​ໜ້ອຍ​ໜຶ່ງ.
ຊິ​ເຮັດ​ຈັ່ງ​ໃດ​ໄດ້, ພໍ່​ແມ່​ເຮົາ​ບໍ່​ໄດ້​ໃຫ້​ມາ.

ເຊີນ​ຫັດ​ກາຍ​ໄປ​ໂລດ​ລະ, ກິນແປ້ງຫຼາຍ​ແນວນີ້​ຈັ່ງ​ໃດ​ນ້ຳ​ໜັກ​ກະ​ບໍ່​ລົງ​ດອກ, ມີ​ແຕ່​ຊິ​ກຽມ​ເປັນ​ຊູ​ໂມ​ເທົ່າ​ນັ້ນ​ລະ! ຂ້າ​ພະ​ເຈົ້າ​ຄິດ​ເຢາະ​ເຢີ້ຍ​ຕົນ​ເອງ​ຢູ່​ໃນ​ໃຈ, ທັງໆ​ທີ່​ປາກກໍ່​ຍັງ​ຫ​ຍ້ຳ​ແຄຼັກ​ເກີ, ແລະ ມື​ໜຶ່ງ​ກຽມ​ພ້ອມ​ຊິ​ປ່ອນ​ປາ​ວານ​ເຂົ້າປາກ.

ຊິ​ເຮັດ​ແນວ​ໃດ​ຈຶ່ງ​ຊິ​ຊ່ວຍ​ຮ່າງ​ກາຍ​ຍ່ອຍ​ອາ​ຫານ ແລະ ບັນ​ເທົາ​ອາ​ການ​ທ້ອງ​ອືດ​ຈາກ​ການ​ກິນ​ທາດ​ແປ້ງ​ເກີນ​ຂອບ​ເຂດ? ຂ້າ​ພະ​ເຈົ້າ​ບີບ​ນ້ຳ​ໝາກ​ນາວ​ສົດ​ໃສ່​ນ້ຳ​ອຸ່ນ. ໝາກ​ນາວ​ໃຫ​ຍ່​ໜ່ວຍ​ໜຶ່ງ ກັບ​ນ້ຳ​ອຸ່ນ​ຈອກ​ໃຫ​ຍ່​ໜຶ່ງ – ມັນ​ສົ້ມ​ຈົນ​ຂົມ​ພຸ້ນ​ລະ. ບໍ່​ໄດ້​ໃສ່​ນ້ຳ​ເຜີ້ງ ຫຼື ໂຊ​ດາ​ຄື​ໝູ່​ວ່າ​ດອກ. ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ການ​ແຄ​ລໍ​ຣີ​ເພີ້ມ. ໃຊ້​ທໍ່​ດູດ ດື່ມ, ເພາະ​ບໍ່​ຢາກ​ໃຫ້​ຄວາມ​ສົ້ມ​ລະ​ດັບ​ສູງ ໄປ​ທຳ​ລາຍ​ແຂ້ວ – ຄັນ​ພວກ​ທ່ານ​ຊິ​ດື່ມ​ນ້ຳ​ໝາກ​ນາວ, ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຈຸດນີ້ ເພື່ອບໍ່​ໃຫ້​ແຂ້ວ​ເສັຍ. ຂ້າ​ພະ​ເຈົ້າ​ດື່ມ​ນ້ຳ​ໝາກ​ນາວ​ຕອນ​ເຊົ້າເວ​ລາ​ທ້ອງວ່າງ. ນ້ຳ​ໝາກ​ນາວນີ້​ດື່ມ​ໄວ​ແນ່, ເພາະຫຼັງ​ຈາກ​ນັ້ນຕ້ອງ​ໄດ້ຖ້າ 30 ນາ​ທີ​ກ່ອນ​ຈຶ່ງ​ດື່ມ​ກາ​ເຟ ແລະ ກິນ​ອາ​ຫານ​ອື່ນໆ. ຮູ້​ສຶກ​ສະ​ບາຍ​ທ້ອງ, ສະ​ບາຍ​ໂຕ​ທີ່​ສຸດ. (ກ່ອນນອນ, ເຮັດ​ອີກກະໄ​ດ້, ແຕ່​ມັນ​ຊິ​ພາ​ໃຫ້​ທ່ານ​ລຸກ​ເບົາ​ໝົດ​ຄືນ). ສູດນີ້​ຊ່ວຍ​ໄດ້​ແທ້ໆ.

ບໍ່​ມີ​ແຕ່​ເທົ່າ​ນັ້ນ, ຍ້ອນ​ຢ້ານວ່າ​ໝາກ​ນາວ​ໜ່ວຍ​ດຽວ​ຊິ​ບໍ່​ສາ​ມາດ​ຊ່ວຍໃຫ້ຫຼຸດ​ນ້ຳ​ໜັກ​ໄດ້​ໄວ​ເທົ່າ​ທີ່​ຕົນ​ຢາກ​ໄດ້, ພາຍຫຼັງ​ກິນ​ກາ​ເຟ​ແລ້ວ, ຂ້າ​ພະ​ເຈົ້າ​ຍັງໄດ້​ຫັນ​ໄປ​ໃຊ້ຢາ​ພື້ນ​ເມືອງ​ອະ​ເນກ​ປະ​ສົງ​ຂອງ​ຄົນ​ອາ​ເມ​ລິ​ກາ – ນ້ຳ​ສົ້ມ​ໝາກ​ແອ​ປ​ເປີ້​ລ ແນວ​ທີ່​ມັນ​ຂຽນ​ໃສ່​ວ່າ ນ້ຳ​ສົ້ມ​ດິບທີ່​ຍັງມີ​ແມ່​ນ້ຳ​ສົ້ມ​ຢູ່ (Raw apple cider vinegar with the mother) – ຕື່ມ​ອີກ. ນ້ຳ​ສົ້ມ​ປະ​ເພດນີ້​ຍັງ​ມີ​ສາ​ຍາ​ເປັນ​ພາ​ສາ​ອັງ​ກິດ​ວ່າ, “A workout in a bottle!” ຫຼື​ແປງ່າຍໆ​ເປັນ​ພາ​ສາ​ລາວ​ເຮົາ​ວ່າ “ຢາຫຼຸດ​ນ້ຳ​ໜັກ” ຫັ້ນ​ລະ. ຂ້າ​ພະ​ເຈົ້າ​ເອົາ​ນ້ຳ​ສົ້ມ​ທີ່​ວ່ານີ້ 1 ບ່ວງ​ກາ​ເຟ ໃສ່​ໃນ​ນ້ຳ​ອຸ່ນ​ຈອກ​ໃຫ​ຍ່ (ຈອກ​ຂ້າ​ພະ​ເຈົ້າ​ໃສ່​ນ້ຳ​ໄດ້ 10 ອອນ​ຊ໌). ທຽວ​ກິນ​ນ້ຳ​ໝົດ​ມື້. ບໍ່​ແມ່ນ​ກິນ​ລົງ​ບາດ​ດຽວຈົນ​ທ້ອງ​ຄັບ​ເດີ, ກິນ​ແບບຈິບ​ໄປ​ເທື່ອ​ລະ​ເລັກ​ລະ​ນ້ອຍ ໝົດ​ມື້ ໂດຍໃຊ້​ທໍ່​ດູດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອາ​ຊິດ​ໄປ​ທຳ​ລາຍແຂ້ວ​ເຮົາ (ມື້​ນຶ່ງ​ດື່ມ​ນ້ຳ​ໝາກ​ນາວ 1 ຈອກ, ກິນ​ກາ​ເຟ​ຈອກ​ໃຫຍ່​ໜຶ່ງ, ຈິບນ້ຳ​ປະ​ສົມ​ນ້ຳ​ສົ້ມ​ໝາກ​ແອ​ປ​ເປີ້​ລ 4-5 ຈອກ, ແລະ ນ້ຳ​ລ້າ 2-3 ຈອກ). ນ້ຳ​ປະ​ສົມ​ນີ້​ຈະ​ພາ​ໃຫ້​ລະ​ບາຍ, ທຽວ​ໄປ​ເບົາ​ເລີຍໆ ແລະ ໄປ​ໜັກ​ກໍ່​ສະ​ດວກ. ໃຫ້​ທ່ານ​ສັງ​ເກດ​ເອົາ​ເອງ, ຄັນທ່ານ​ໄປ​ເບົາ​ແລ້ວ​ຮູ້​ສຶກ​ລະ​ຄາຍ​ເຄືອງ, ນັ້ນ​ໝາຍ​ວ່າ​ມີ​ນ້ຳ​ສົ້ມ​ໃນ​ຮ່າງ​ກາຍ​ທ່ານ​ຫຼາຍ​ເກີນ​ໄປ​ແລ້ວ. ຈົ່ງ​ຈີບນ້ຳ​ລ້າ​ສະຫຼັບ​ກັນ​ໄປ. ຖ້າ​ກິນ​ພໍ​ເໝາະ​ພໍ​ດີ, ເວ​ລາ​ລົງ​ໄປ​ຮອດ​ທ້ອງ​ເຮົາ, ນ້ຳ​ໝາກ​ນາວ ແລະ ນ້ຳ​ສົ້ມ​ຈະ​ໄປ​ປັບ​ໃຫ້​ທ້ອງ​ໄສ້​ເຮົາ​ເປັນ​ດ່າງ, ຊ່ວຍ​ຂ້າ​ພະ​ຍາດ​ ແລະ ອະ​ນຸ​ມູນ​ອິດ​ສະຫຼະຕ່າງໆ. ຮູ້​ສຶກ​ມີ​ກຳ​ລັງ ແລະ ຢູ່​ສະ​ດວກ.

OLYMPUS DIGITAL CAMERA
ແມ່ນ​ແລ້ວ, ຂ້າ​ພະ​ເຈົ້າ​ດຶງ​ກ້າມ​ທ້ອງ​ໄວ້ ຈຶ່ງ​ໄດ້​ຊ່ຳ​ນີ້.
ທ້ອງ​ນ້ອຍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ຈຸດ​ທີ່​ຂ້າ​ພະ​ເຈົ້າ​ຍັງຕ້ອງ​ໄດ້​ພະ​ຍາ​ຍາມຫຼາຍກວ່າ​ເກົ່າ.
ເກືອບ​ລືມ​ໄປ, ສາມ​ເດືອນ​ກ່ອນ​ໜ້ານີ້ ໂສ້ງ​ຜືນນີ້​ຂຶ້ນ​ມາ​ກາຍ​ຫົວ​ເຂົ່າ​ຂ້າ​ພະ​ເຈົ້າ​ໜ້ອຍ​ໜຶ່ງເທົ່າ​ນັ້ນ. ດຽວນີ້​ມັນຫຼົມ​ແລ້ວ. ໂສ້ງ​ເກົ່າ ທີ່​ຂ້າ​ພະ​ເຈົ້າ​ເກັບ​ໄວ້​ເຕືອນ​ໃຈ​ວ່າ​ຄັນ​ນຸ່ງ​ເຂົ້າ, ສະ​ແດງວ່າບໍ່​ຕຸ້ຍ.

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເລົ່າ​ໃຫ້​ຟັງ​ນີ້ ແມ່ນ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ. ພວກ​ເຮົາ​ແຕ່​ລະ​ຄົນ​ມີ​ປະ​ຫວັດ​ດ້ານ​ສຸ​ຂະ​ພາບ​ທີ່​ແຕກ​ຕ່າງ​ກັນ, ຖ້າ​ພວກ​ທ່ານ​ຈະ​ກິນ​ຫ​ຍັງ, ດື່ມ​ຫ​ຍັງ​ໃຫ້​ເປັນ​ຢາ, ພວກ​ທ່ານ​ຕ້ອງ​ປຶກ​ສາ​ກັບ​ແພດ​ຂອງ​ຕົນ​ໃຫ້​ແນ່​ໃຈ​ສາ​ກ່ອນ​ເດີ! ອີກ​ຢ່າງ, ສຳ​ລັບ​ທ່ານ​ທີ່​ມີ​ຄວາມ​ດັນ​ຕ່ຳ, ມັນ​ຈະຫຼຸດ​ຄວາມ​ດັນ​ທ່ານ​ລົງ​ອີກ, ສະ​ນັ້ນ ຈຳ​ເປັນ​ທີ່​ສຸດ ທີ່​ຕ້ອງ​ໄດ້​ປຶກ​ສາ​ໝໍ​ກ່ອນ.

Lomkan 007 Opening photo

6 ອາ​ທິດ ສາ​ມາດ​ປ່ຽນ​ແປງ​ໄດ້​ແນວນີ້​ລະ

ຫົກ​ອາ​ທິດ​ຜ່ານ​ໄປ​ແລ້ວ, ຖ້າ​ທ່ານ​ໄດ້​ອ່ານ​ບົດ​ຄວາມ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ຄົງ​ຈະ​ຈື່​ຮູບ​ຖ່າຍ​ເຄິ່ງ​ໂຕ (ຂ້າງ​ຊ້າຍ) ຂອງ​ຂ້າ​ພະ​ເຈົ້າ​ໄດ້. ​ຂ້າ​ພະ​ເຈົ້າ​ມັກ​ຮູບ​ແຜ່ນນີ້. ມັນ​ເປັນ​ຕົວ​ແທນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ດີ. ໂຕ​ເອງ​ຄິດ​ວ່າ​ຕົນ​ເອງ​ຍິ້ມ​ຢູ່, ແຕ່​ຄົນ​ອື່ນ​ຍັງ​ວ່າ​ຂ້າ​ພະ​ເຈົ້າ​ຂຶງໆ. ຕົນ​ເອງ​ຄິດ​ວ່າ​ວ່າ​ຕົນ​ບໍ່​ຕຸ້ຍ, ແຕ່​ບາດ​ມາ​ທຽບ​ໃສ່ຮູບ​ຂ້າງ​ຂວາທີ່​ຂ້າ​ພະ​ເຈົ້າ​ຖ່າຍ​ເຊ​ລ​ຟີ​ໄປ​ສອງມື້ຫຼັງ​ນີ້ ຈຶ່ງ​ເຫັນ​ວ່າ​ຕອນ​ນັ້ນ​ໂຕ​ເອງອວບຫຼາຍ​ພໍ​ສົມ​ຄວນ.

ສຳ​ລັບ​ມາດ​ຕະ​ຖານ​ຂອງຄົນ​ອາ​ຊີເຮົາ, ສ່ວນ​ສູງ 1.58 ມ, ນ້ຳ​ໜັກ 54.8 ກ​ລ ນີ້ ບໍ່​ຖື​ວ່າ​ຈ່ອຍດອກ (ຄວາມ​ຈິງ ຫຼາຍ​ທ່ານ​ອາດ​ຍັງ​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ຕຸ້ຍ​ຢູ່). ແຕ່​ວ່າ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ກັບ​ໂຕ​ເອງ​ແລ້ວ. ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ຫັດ​ກາຍ ແລະ ເລືອກ​ກິນ​ແຕ່​ອາ​ຫານ​ທີ່​ດີ​ຕໍ່​ສຸ​ຂະ​ພາບ. ອາດ​ຈະ​ກິນ​ເຄັກ (ເຄັກ​ວັນ​ເກີດ​ທີ່​ຍັງ​ເຫຼືອນີ້ ແຊບ​ສຸດໆ​ເລີຍ) ເປັນ​ບາງມື້ ແລ້ວກິນ​ສະຫຼັດ​ກັບ​ປາ​ໄປ 3-4 ຄາບ, ກ່ອນ​ຊິ​ໄປ​ກິນ​​ກະ​ດູກ​ຂ້າງ​ໝູປີ້ງ​ແຊບໆ​ຈັກ​ເທື່ອ. ຢາກ​ໃຊ້​ຊີ​ວິດ​ແບບບໍ່​ຕ້ອງ​ກັງ​ວົນ​ກັບ​ນ້ຳ​ໜັກ​ຂອງ​ຕົນ​ເອງ​ຕະຫຼອດ​ເວ​ລາ​ເບິ່ງ​ຈັກ​ເທື່ອ. ຢາກ​ຮູ້​ວ່າ​ມັນ​ຊິ​ເປັນ​ຈັ່ງ​ໃດ.

ຂ້າ​ພະ​ເຈົ້າ​ເວົ້າຫຼາຍ​ເກີນ​ໄປ​ແລ້ວ. ອາດ​ນ້ຳ​ຖ້ວມ​ທົ່ງ​ແດ່. ຖ້າ​ທ່ານ​ໃດ ມີ​ຂໍ້​ສົນ​ໃຈ​ອັນ​ໃດ, ກະ​ຣຸ​ນາ​ຖາມ​ມາ​ໄດ້​ເລີຍ​ເດີ. ຫຼື​ຖ້າ​ທ່ານ​ມີ​ປະ​ສົບ​ການ​ອື່ນໆ​ຢາກ​ແລກ​ປ່ຽ​ນກໍ່​ຂໍ​ເຊີນ. ​ຂ້າ​ພະ​ເຈົ້າ​ຍິນ​ດີ​ຮັບ​ຟັງ​ສະ​ເໝີ.

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 5 ອາ​ທິດ​ຜ່ານ​ໄປ

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ຂ້າ​ພະ​ເຈົ້າ​ກຳ​ລັງ​ນັ່ງ​ລົດ​ກັບ​ບ້ານ. ມື້ນີ້​ກັບ​ມື້​ອື່ນ ອາ​ກາດ​ຢູ່​ຣັດ South Carolina ອຸ່ນ​ຂຶ້ນ. ອຸນ​ຫະ​ພູມມື້ນີ້ ແມ່ນ 70 ຟ​າ​ເຣນ​ໄຮ​ທ໌ ຫຼື ປະ​ມານ 21 ອົງ​ສາ​ເຊ​ລ​ຊຽ​ສ ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ​ກະ​ເລີຍ​ເຮັດ ເຊີ​ຣ໌​ໄພ​ຣ​ສ໌ ດ້ວຍ​ການ​ພາ​ຄອບ​ຄົວ (ຂ້າ​ພະ​ເຈົ້າ ແລະ ໝາເວ​ສ​ຕີ້ ຂອງ​ພວກ​ເຮົາ) ໄປ​ທ່ຽວ​ທະ​ເລ. ພວກ​ເຮົາ​ໄປ​ນອນ​ຄືນ​ຢູ່ Myrtle Beach, ຊຶ່ງ​ຫ່າງ​ຈາກ​ບ້ານ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄປ​ປະ​ມານ 3 ຊົ່ວ​ໂມງ​ທາ​ງ​ລົດ.

Anong_2_2_004

ກະ​ໂປ່ງ​ໂຕນີ້​ຂ້າ​ພະ​ເຈົ້າ​ໃສ່​ບໍ່​​ເຂົ້າເກືອບ 7 ປີ​ແລ້ວ. ຫາກໍ່​ມາ​ໃສ່​ໄດ້​ຄືນ.

ຄື​ກັບ​ເທື່ອ​ກ່ອນໆ, ອາ​ທິດ​ທີ່​ຜ່ານ​ມານີ້ ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ເລື່ອງ​ການ​ກິນ​ຜັກ ແລະ ປາ. ຜັກ​ດິບ, ຜັກ​ລວກ, ຕຳ​ໝາກ​ຫຸ່ງ, ປາ​ເອາະ, ປາ​ປີ້ງ. ກິນ​ທາດ​ແປ້ງ​ແຕ່​ຄາບ​ເຊົ້າ – ຊີ​ຣຽ​ລ​ທີ່​ເຮັດ​ຈາກ​ເຂົ້າ​ອົບ. ສຳ​ລັບ​ການ​ອອກ​ກຳ​ລັງ​ກາຍ ຂ້າ​ພະ​ເຈົ້າ​ບໍ່​ຄ່ອຍ​ໄດ້​ເຕັ້ນ​ລຳ​ຢ່າງ​ຈິງ​ຈັງ – ຮູ້​ສຶກ​ເຊັງໆ​ກັບ​ມັນ ກະ​ເລີຍ​ປ່ຽນ​ມາ​ເນັ້ນ​ໜັກ​ການ​ຍົກ​ດຳ​ແບ​ລ 1 ແລະ 2 ກິ​ໂລ​ແທນ. ນອກ​ຈາກນີ້​ແລ້ວ​ຂ້າ​ພະ​ເຈົ້າ​ຍັງ​ນັ່ງ​ທ່າ​ຢອງໆ (squat) ອີກ​ຕັ້ງ​ວ່າ 40-60 ເທື່ອ​ຕໍ່​ມື້. ດຽວນີ້​ກ້າມ​ສະ​ໂພກ​ຂອງ​ຂ້າ​ພະ​ເຈົ້າ​ແຂງ​ແຮງ​ຂຶ້ນກວ່າ​ເກົ່າ​ຫຼາຍ ເວ​ລາ​ຫັດ​ຈຶ່ງບໍ່​ຄ່ອຍ​ເຈັບ​ຄື​ແຕ່​ກ່ອນ. ສຳ​ລັບ​ການ​ຝຶກ​ໜ້າ​ທ້ອງ, ອາ​ທິດ​ຜ່ານ​ມານີ້​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຍົກ​ຂາ​ຂຶ້ນ​ຕາມ​ຄຳ​ແນະ​ນຳ​ຂອງ​ແມ່. ມັນ​ຍາກ​ໂພດ, ກະ​ເລີຍ​ຫັນ​ໄປ​ໃຊ້​ເຄື່ອງ​ຊ່ວຍ​ຫັດ​ໜ້າ​ທ້ອງ​ຊຶ່ງ​ຕົນ​ເອງ​ເຄີຍ​ໃຊ້​ມາຫຼາຍ​ປີ. ມັນ​ແມ່ນ​ໂຄງ​ເຫຼັກ​ທີ່​ມີ​ໝອນ​ໝູນ​ຫົວເພື່ອປ້ອງ​ກັນ​ບໍ່​ໃຫ້​ເຈັບ​ຄໍ​ເວ​ລາ​ຫ​ຍໍ້​ທ້ອງ​ຂຶ້ນ. ຫຼາຍໆ​ທ່ານ​ອາດ​ເຫັນ​ວ່າ​ມັນ​ບໍ່​ມີ​ປະ​ສິດ​ທິ​ຜົນ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ການ​ຝຶກ​ຄ່ອຍໆ​ແຕ່ຫຼາຍ​ເທື່ອ – ຂ້າ​ພະ​ເຈົ້າ​ໃຊ້​ເຄື່ອງນີ້ ຊ່ວຍ​ຕົນ​ຫ​ຍໍ້​ກ້າມ​ທ້ອງ​ດ້ານ​ກົງ​ເທື່ອ​ລະ 1000 ຄັ້ງ, ຂ້າງ​ຊ້າຍ 200 ຄັ້ງ ແລະ ຂ້າງ​ຂວາ​ອີກ 200 ຄັ້ງ – ມັນ​ທັງ​ໄດ້​ຜົນ ແລະ ບໍ່​ສົ່ງ​ຜົນ​ຮ້າຍ​ໃຫ້​ຮ່າງ​ກາຍ.

ເວົ້າ​ໄປ​ຈົນ​ຍືດ​ຍາວ. ຜົນ​ອອກ​ມາ​ຂອງ​ທິດ​ແລ້ວນີ້ກໍ່​ຄື: ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ເພີ້ມ​ຂຶ້ນ 500 ກຼາມ. ແມ່ນ​ແທ້​ຫວະນີ້? ມັນ​ເປັນ​ໄປ​ໄດ້​ຈັ່ງ​ໃດ? ຂ້າ​ພະ​ເຈົ້າ​ຕັ້ງ​ຄຳ​ຖາມ​ເຫຼົ່າ​ນີ້​ກັບ​ຕົນ​ເອງ ໃນ​ຂະ​ນະ​ທີ່​ກ້າວ​ຂາ​ລົງ​ຈາກ​ຊິງ ແລ້ວ​ກະ​ກ້າວ​ຂາ​ຂຶ້ນ​ສັ່ງ​ໃໝ່​ອີກ​ສອງ-ສາມ​ເທື່ອ. ຕົວ​ເລກ​ຢູ່​ຊິງ​ມັນ​ຍັງ​ອອກ​ມາ​ຄື​ເກົ່າ. 56.3 ກິ​ໂລ!!!

ໃນ​ທາງ​ທິດ​ສະ​ດີ​ນັ້ນ ພວກ​ເຮົາ​ຕ່າງກໍ່​ຮູ້ຫຼາຍ​ຢູ່: ກ້າມ​ຊີ້ນ​ໜັກ​ກວ່າ​ນ້ຳ​ມັນ, ຊຶ່ງ​ໝາຍ​ຄວາມ​ວ່າ ນ້ຳ​ໜັກ​ເຮົາ​ອາດ​ເພີ້ມ​ຂຶ້​ນ ໃນ​ຂະ​ນະ​ທີ່​ຮ່າງ​ກາຍ​ເຮົາ​ເບິ່ງ​ຟິດກວ່າ​ເກົ່າ; ການ​ບໍ​ລິ​ຫານ​ຮ່າງ​ກາຍ​ດ້ວຍ​ການ​ຍົກ​ນ້ຳ​ໜັກ ຈະ​ພາ​ໃຫ້​ມີ​ກ້າມ​ຊີ້ນ; ກ້າມ​ຈະຊ່ວຍ​ເຜົາ​ໄໝ້​ໄຂ​ມັນ ແມ່ນ​ກະ​ທັ້ງ​ເວ​ລາ​ທີ່​ເຮົາ​ເຊົາ​ອອກ​ກຳ​ລັງ​ກາຍ​ແລ້​ວ…

ແຕ່​ວ່າຫຼາຍ​ເທື່ອ ຄວາມ​ຮູ້​ດ້ານ​ທິດ​ສະ​ດີ ກະ​ບໍ່​ສາ​ມາດຊ່ວຍ​ໃຫ້​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ດີ​ຂຶ້ນ. ສິ່ງ​ທີ່​ຕາມ​ມາກໍ່​ຄື: ພໍ​ແຕ່​ເຈັກ​ອິນ​ເຂົ້າ​ໂຮງ​ແຮມ​ແລ້ວ ສັ່ງ​ສາ​ມີ​ເລີຍ, “ທີ່​ຮັກ, ເວ​ລາ​ເຈົ້າອອກໄປ​ຮ້ານ​ຄ້າ​ຫັ້ນ ​ຢ່າ​ລືມຊື້​ເບັຍ​ກັບ Cheetos Puffs ມາໃຫ້​ຂ້ອຍ​ແນ່​ເດີ! ຊິ​ກິນ​ມັນຫຼາຍໆ​ໂລດ​ລະ​ຂອງ​ຕຸ້ຍໆ​ຫັ້ນ.” ທາງ​ສາ​ມີ​ກະ​ຢ້ານ​ແຕ່ບໍ່​ໄດ້​ຕົວ​ເດັ່ນ, ເຫັນ​ວ່າ​ເຮົາ​ມີ​ ສ​ຕໍ​ເບີ​ຣ໌​ຣີ ຢູ່​ແລ້ວ ກະ​ຊື້​ກະ​ແລັມ Haagen-Dazs, whipped cream, white chocolate & chocolate-covered caramel ມາ​ພ້ອມ. ຂ້າ​ພະ​ເຈົ້າ​ກະ​ເລີຍ​ຈັດ​ການ​ໄປ​ຊ໋ະ – ກະ​ແລັມ ໃສ່​ ສ​ຕໍ​ເບີ​ຣ໌​ຣີ ແລະ ວິ​ປ​ຄ​ຣີມ 2 ຈາ​ນ​ໃຫ​ຍ່. ​ຈາກ​ນັ້ນ​ກະ​ກິນ Cheetos Puffs ກັບ​ເບັຍ. ກິນ​ມັນ​ຈົນ​ວິນ​ຫົວ.

OLYMPUS DIGITAL CAMERA

ພໍ​ຮອດເວ​ລາ​ດິນ​ເນີ, ທີ່​ຮ້ານ​ອາ​ຫານ​ໄທ​ແຫ່ງ​ໜຶ່ງ​ກາງ​ເມືອງ​ເມີ​ຣ໌​ເຕີ​ລ​ບີ​ຈ໌, ທ່ານ​ສາ​ມີ​ສັ່ງ​ເອົາ​ສະ​ເຕ​ໄກ່​ມາ​ຍົວະ​ນ້ຳ​ລາຍ ກ່ອນ​ຈະ​ເຂົ້າ​​ເມ​ນູຫຼັກ​ຂອງ​ເພິ່ນເປັນ​ຕົ້ມ​ຍຳ​ກຸ້ງ​. ສ່ວນ​ຂ້າ​ພະ​ເຈົ້າ​ນັ້ນ ​ສັ່ງ​ກິນ​ຜັດ​ເປັດ​ກ​ຣອບ. ຄັນ​ທ່ານ​ໃດ​ບໍ່​ຮູ້​ວ່າ​ເມ​ນູນີ້​ເປັນ​ແນວ​ໃດ ກະ​ໃຫ້​ວາດ​ພາບ​ເບິ່ງ​ເປັດ​ອາ​ເມ​ລິ​ກາ​ໂຕ​ຕຸ້ຍໆ ເຄິ່ງ​ໂຕ, ຖືກ​ຕັດ​ເປັນ​ຕອນ​ລະ​ນິ້ວ​ໜຶ່ງ​ເຖິງ​ສອງ​ນິ້ວ, ເອືອບ​ເຄື່ອງ​ປຸງ​ແລ້ວທອດ​ຈົນ​ກ​ຣອບໆ​ທີ່​ສຸດ. ຈາກ​ນັ້ນ​ກະ​ນຳ​ເອົາ​ມາ​ຜັດ​ໃສ່​ຫົວ​ຜັກ​ທຽມ, ​ບົວ​ລະ​ພາ, ຫອມ​ບົ່ວ​ໃຫ​ຍ່ ແລະ ໝາກ​ເຜັດ​ໃຫ​ຍ່. ເສີບ​ກັບ​ເຂົ້າ​ອີກ​ອູບ​ບັກ​ໃຫ​ຍ່. ສາມີ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ໃຊ້​ສະ​ເນ່​ຂອງ​ເພິ່ນ ຂໍ​ເອົາ​ໝາກ​ເຜັດ​ຂີ້​ໜູ​ຈາກ​ເຈົ້າ​ຂອງ​ຮ້ານ​ມາ​ກັດ​ໃສ່​ອີກ. ທາງ​ຮ້ານ​ຄິດ​ວ່າ​ພວກ​ເຮົາ​ແຊ​ອາ​ຫານ​ກັນ, ກະ​ເອົາ​ຈານ​ເສີບ​ມາ​ໃຫ້​ພ້ອມ. ຂ້າ​ພະ​ເຈົ້າ​ກະ​ລຸຍ​ເລີຍ, ກິນ​ແບບ​ບໍ່​ມີມື້​ອື່ນ.

ຕົກ​ກາງ​ຄືນ​ມາ, ທ້ອງ​ໄສ້​ມັນ​ປັ່ນ​ປ່ວນ. ເຈັບ​ກະ​ເພາະ. ຫຼັບ​ຕາ​ໄວ້, ແຕ່ນອນ​ບໍ່ຫຼັບ, ກະ​ເລີຍ​ໄດ້​ຟັງ​ສຽງ​ຄື້ນ​ທະ​ເລ ຈົນ​ເກືອບ​ແຈ້ງ​ຈ່າງ​ປ່າງ (​ປົກ​ກະ​ຕິ​ໂຕ​ເອງ​ມັກ​ຟັງສຽງ​ຄື້ນ​ກະ​ທົບ​ຝັ່ງ ຈຶ່ງ​ເປີດ​ປະ​ຕູ​ສູ່​ລະ​ບຽງງັບ​ແງ​ໄວ້​ສະ​ເໝີ. ໃນ​ກໍ​ລະ​ນີ​ອາ​ກາດ​ຈະ​ໜາວຄື​ຍາມນີ້ ກໍ່​ຈະ​ເປີດ​ອາຍ​ອຸ່ນ​ແຮງໆ​ເຕີ້​ໃສ່). ທັງ​ເຈັບ ທັງ​ຄິດ​ເອືອມ​ລະ​ອາ​ຕົນ​ເອງ ທີ່ປ່ອຍ​ໃຫ້​ອາ​ລົມ​ຊົ່ວ​ວູບ​ເຂົ້າ​ມາ​ເປັນ​ເຈົ້າ​ການ​ໃນ​ການ​ຕັດ​ສິນ​ໃຈ​ຕ່າງໆ. ພໍ​ຕອນ​ຕາ​ເວັນ​ກຳ​ລັງ​ຊິ​ຂຶ້ນ, ​ທ້ອງ​ໄສ້​ມັນ​ຜ່ອນ​ຄາຍ​ຄວາມ​ຄຽດ​ລົງ ໂຕ​ເອງ​ກະ​ເລີຍ​ພໍ​ນອນ​ໄດ້​ແນ່. ສາ​ມີ​ພັດ​ມາປຸກ​ໃຫ້​ຕື່ນ​ໄປ​ເບິ່ງ​ຕາ​ເວັນ​ຂຶ້ນ – ຂອງ​ມັກ​ຄື​ກັນ. ຂ້າ​ພະ​ເຈົ້າ​ກະ​ໄດ້​ແຕ່​ຕອບ​ໄປ​ວ່າ, “ຕາ​ເວັນ​ມັນ​ກະ​ຂຶ້ນ​ທາງ​ທິດ​ຕາ​ເວັນ​ອອກ​ຈັ່ງ​ຊີ້​ທຸກ​ມື້​ຫັ້ນ​ລະ. ຂໍ​ນອນ​ດີກວ່າ.”

ມາ​ລຸກ​ຂຶ້ນ​ໄດ້​ອີ່ຫຼີ​ແມ່ນ​ຕອນ ເກືອບ 8 ໂມງ​ເຊົ້າ. ຫຼັງ​ຈາກ​ກິນ Cheetos Puffs (ເຈັບ​ບໍ່​ຈຳ) ແທນ ຊີ​ຣຽ​ລ ກັບ​ກາ​ເຟ​ຮ້ອນ​ໄປ​ແລ້ວ ສາ​ມີ​ໃຈ​ດີ ຊວນ​ລົງ​ໄປ​ອາບ​ນ້ຳ​ຢູ່​ປີ​ຊິນ​ອຸ່ນ. ທຳ​ອິດບໍ່​ແນ່​ໃຈ​ວ່າ​ໂຕ​ເອງຄວນ​ນຸ່ງ​ຊຸດ​ອາບ​ນ້ຳ​ໄປ​ອາບ​ລວມ​ນຳ​ໝູ່ຫຼືບໍ່ ເພາະ​ວ່າ​ກິນ​ໄປຫຼາຍ​ໂພດແລ້ວ, ຄື​ຊິ​ຕຸ້ຍ​ປະ​ໂທ​ລະ​ບາດນີ້. ແຕ່​ພໍ​ໃສ່​ຊຸດ​ເຂົ້າ​ໄປ, ຄວາມ​ຮູ້​ສຶກ​ມັນ​ປ່ຽນ. ໂອ, ການ​ທີ່​ເຮົາ​ຄະ​ລຳ​ຂອງ​ກິນ ແລະ ຫັດ​ກາຍ​ມາ​ເປັນ​ເວ​ລາ 5 ອາ​ທິດນີ້ ຄວາມ​ຈິງ​ແລ້ວ​ມັນ​ໄດ້​ຜົນ​ຢູ່​ເດ! ຂ້າ​ພະ​ເຈົ້າ​ຊື້​ຊຸດ​ລອຍ​ນ້ຳ​ໂຕນີ້ ເປັນ​ເວ​ລາ 10 ກວ່າ​ປີ​ແລ້ວ. ມັກ​ມັນ, ແຕ່​ໃສ່​ຍາມ​ໃດ​ກະ​ຄື​ວ່າ​ຍັງ​ຄັບໆ​ຢູ່, ກະ​ເລີຍ​ໄດ້​ຊື້​ໂຕ​ອື່ນ​ໃສ່​ແທນ. ເຊົ້າມື້ນີ້ ໃສ່​ມັນ​ເຂົ້າ​ໄປ​ແລ້ວ​ພໍ​ດີ​ເລີຍ (ຄວາມ​ຈິງ ຖ້າ​ອີກ​ຈັກ​ໜ່ອຍ​ມັນ​ອາດຫຼົມ​ເກີນ​ໄປ ດ້ວຍ​ຊ້ຳ). ໃຊ້​ເວ​ລາ​ລອຍ​ນ້ຳ​ຢູ່ ໜຶ່ງ​ຊົ່ວ​ໂມງ​ເຕັມໆ ຮູ້​ສຶກວ່າ​ເຜົາ​ໄໝ້​ເປັດ​ກ​ຣອບ ແລະ Cheetos Puffs ໄປຫຼາຍ​ເຕີບ.

ສາ​ມີ​ໃຈ​ດີ​ຂອງ​ຂ້າ​ພະ​ເຈົ້າ​ໜ້າ​ຕາ​ເປັນ​ຈັ່ງ​ຊີ້​ລະ :-)

OLYMPUS DIGITAL CAMERA

ພວກ​ທ່ານ​ຜູ້​ທີ່​ກຳ​ລັງ​ອອກ​ກຳ​ລັງ​ກາຍ ແລະ ຫຼຸດ​ນ້ຳ​ໜັກ​ໄປ​ກັບ​ຂ້າ​ພະ​ເຈົ້າ​ເດ, ມີ​ຄວາມ​ຄືບ​ໜ້າ​ແນວ​ໃດ​ແນ່​ແລ້ວ? ເລົ່າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ແນ່. ຄວາມ​ໝັ້ນ​ໃຈ​ໂຕ​ເອງ​ຂອງ​ທ່ານ ມັນ​ຂຶ້ນໆ​ລົງໆ​ຄື​ທີ່​ຂ້າ​ພະ​ເຈົ້າ​ເປັນຫຼືບໍ່? ພວກ​ທ່ານ​ມີ​ຄົນ​ໃກ້​ຊິດ​ໃຫ້​ກຳ​ລັງ​ໃຈ ຫຼື ຄອຍ​ກັ່ນ​ແກ້ງ​ດ້ວຍ​ການ​ເອົາ​ອາ​ຫານ​ແຊບໆ​ມາ​ກິນ​ລໍ້​ໜ້າຫຼືບໍ່?

ອາ​ທິດ​ໜ້ານີ້ກໍ່​ຈະ​ຮອດ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ຕັ້ງ​ເປົ້າ​ໄວ້​ແຕ່​ຕົ້ນ ວ່າ​ຕ້ອງຫຼຸດ​ນ້ຳ​ໜັກ​ຈາກ 58 ກິ​ໂລ ລົງ​ໄປ​ເປັນ 55 ກິ​ໂລ​ແລ້ວ. ຍ້ອນ​ວ່າ​ທິດ​ຜ່ານ​ມານີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ເພີ້ມ​ຂຶ້ນ 500 ກ​ຣາມ, ຖ້າ​ຢາກ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ, ພາຍ​ໃນ​ໜຶ່ງ​ອາ​ທິດ​ຕໍ່​ໜ້ານີ້ ຂ້າ​ພະ​ເຈົ້າ​ຕ້ອງຫຼຸດໃຫ້​ໄດ້​ເຖິງ 1.3 ກິ​ໂລ ເປັນ​ຢ່າງ​ຕ່ຳ. ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ.

Anong at the beach

ກ່ອນ​ຈາກ​ກັນ ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ກຳ​ລັງ​ໃຈ​ໄປ​ໃຫ້​ແຟນ​ຄັບ ແລະ ແຂກ​ທີ່​ເຂົ້າ​ມາ​ຢ້ຽມ​ຢາມ​ບ​ລອກ​ຂອງ​ພວກ​ເຮົາ​ທຸກໆ​ທ່ານ ທີ່​ກຳ​ລັງ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ຂອງ​ຕົນ​ຢູ່. ຂໍ​ໃຫ້​ຮູ້​ວ່າ​ທ່ານມີ​ເພື່ອນ​ຮ່ວມ​ຮົບທີ່​ຄອຍ​ໃຫ້​ກຳ​ລັງ​ໃຈ ແລະ ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ປະ​ສົບ​ການ​ກັບ​ທ່ານ. ຂໍ​ປ່ຽນ​ສຸ​ພາ​ສິດ​ອັງ​ກິດ​ No pain, no gain ໃຫ້​ມາ​ເຂົ້າ​ກັບ​ຫົວ​ຂໍ້​ຂອງ​ພວກ​ເຮົາ​ເປັນ No pain, no loss!

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 4 ອາ​ທິດ​ຜ່ານ​ໄປ

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ອາ​ທິດ​ທີ່​ຜ່ານ​ມານີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 2 ປອນ ຫຼືເກືອບເທົ່າ​ກັບ 900 ກ​ຣາມ – ຈາກ 56.7 ກິ​ໂລ ລົງ​ມາ​ເປັນ 55.8 ກ​ລ (123 ປອນ). ແອບ​ຫວັງ​ໄວ້​ວ່າ​ມັນ​ຈະ​ຫຼຸດລົງ​ຫຼາຍກວ່ານີ້ ເພາະ​ວ່າ​ອາ​ທິດ​ແລ້ວນີ້ບໍ່​ລົງ​ຈັກ​ດີ້. ແຕ່​ຊິ​ເຮັດ​ຈັ່ງ​ໃດ​ໄດ້​ລະ? ລະ​ບົບ​ເຜົາ​ຜານ​ພະ​ລັງ​ງານ​ຂອງຮ່າງ​ກາຍ​ເຮົາມັນ​ສະຫຼັບ​ສັບ​ຊ້ອນ​ ແລະ ຂຶ້ນ​ກັບຫຼາຍໆ​ປັດ​ໄຈ. ທີ່​ເຮົາ​ເຮັດ​ໄດ້​ກໍ່​ຄື​ການ​ສືບ​ຕໍ່​ມອງ​ປະ​ເດັນໃນ​ແງ່​ບວກ – ລົງ 900 ກ​ຣາມ ກະ​ຍັງ​ດີກວ່າບໍ່​ລົງ, ແລະ ດີຫຼາຍໆ​ກວ່າ​ກໍ​ລະ​ນີ​ທີ່​ນ້ຳ​ໜັກ​​ເພີ້ມ​ຂຶ້ນ.

ພວກ​ທ່ານອາດ​ຈະ​ເລີ້ມ​ໄດ້​ຍິນ​ວິ​ທະ​ຍາ​ກອນ​ຂອງ​ລາຍ​ການ​ໂທ​ລະ​ພາບ ເວົ້າ​ເຖິງຄວາມຫຼົ້ມ​ເຫຼວ​ຂອງປະ​ນິ​ທານທີ່​ຜູ້​ຄົນ​ຕັ້ງ​ໄວ້​ໃນ​ວິ​ນາ​ທີ​ຕົ້ນໆຂອງ​ປີ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ການຫຼຸດ​ນ້ຳ​ໜັກ. ມັນ​ເປັນ​ແນວນີ້​ທຸກໆ​ປີ. ຄົນ​ເປັນ​ລ້ານໆ​ຄົນ ຕັ້ງ​ໃຈ​ວ່າ​ປີນີ້​ຕົນ​ຈະ​ເປັນ​ຄົນ​ໃໝ່, ຈະ​ກິນ​ແຕ່​ອາ​ຫານ​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ ຈະ​ອອກ​ກຳ​ລັງ​ກາຍຫຼາຍໆ ເພື່ອຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ໃຫ້​ໄດ້. ແລະ​ແລ້ວ, ພະ​ລັງ ແລະ ຄວາມ​ຕັ້ງ​ໃຈ​ເຫຼົ່າ​ນັ້ນ​ກໍ່​ອ່ອນ​ເພັຍ ແລະ ຈາງ​ຫາຍ​ໄປ ເມື່ອການ​ປະ​ຕິ​ບັດ​ຕົວ​ຈິງ​ນັ້ນ ມັນ​ບໍ່​ງ່າຍ​ຄື​ຄວາມ​ຕັ້ງ​ໃຈ.

IMG_3013

ຂ້າ​ພະ​ເຈົ້າ​ຟັງ​ແລ້ວ​ກະ​ຍິ້ມໆ ເພາະ​ຕົນ​ເອງບໍ່​ໄດ້​ຢູ່​ໃນ​ກຸ່ມ​ຄົນ​​ທີ່​ວິ​ທະ​ຍາ​ກອນ​ເຫຼົ່າ​ນີ້ ພວມ​ປອບ​ໃຈ ແລະ ປຸກ​ລະ​ດົມ​ໃຫ້​ສືບ​ຕໍ່ຫັດ​ກາຍ ແລະ ອົດ​ອາ​ຫານ. ຂ້າ​ພະ​ເຈົ້າ​ຍັງ​ປະ​ຕິ​ບັດ​ມັນ​ດ້ວຍ​ຄວາມເຕັມ​ໃຈເປັນ​ຢ່າງ​ຍິ່ງ! ຄວາມຄືບ​ໜ້າ​ຂອງ​ຂ້າ​ພະ​ເຈົ້າໃນ​ການຫຼຸດ​ນ້ຳ​ໜັກ​ເທື່ອນີ້ ເປັນ​ໄປ​ຢ່າງ​ຊ້າໆ, ແຕ່​ແນ່ນອນ. 4 ອາ​ທິດ​ຜ່ານ​ໄປ​ແລ້ວ, ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ຈາກ 58 ກິ​ໂລ ລົງ​ມາ​ຢູ່​ທີ່ 55.8. ຮູ້​ດີວ່າ​ມັນ​ຍັງ​ແມ່ນ​ຕົວ​ເລກ​ສູງ​ຢູ່ ສຳ​ລັບ​ມາດ​ຕະ​ຖານ​ຄົນ​ລາວ. ແຕ່​ສຳ​ລັບ​ມາດ​ຕະ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ແລ້ວ, ຕົວ​ເລກນີ້​ແມ່ນ​ດີຫຼາຍ. ບໍ່​ເຫັນ​ມັນຕັ້ງ​ແຕ່​ປີ 2009 ພຸ້ນ. ມື້ນີ້ ຮອບ​ແອວ​ຂອງ​ຂ້າ​ພະ​ເຈົ້າຫຼຸດ​ລົງ 3½ ນິ້ວ ທຽບ​ໃສ່ 4 ອາ​ທິດ​ທີ່​ຜ່ານ​ມາ (ຢ່າ​ຟ້າວ​ໃຫ້​ບອກ​ເລີຍ​ວ່າ​ຕົວ​ເລກ​ຕົວ​ຈິງ​ນັ້ນ​ແມ່ນ​ຫ​ຍັງ​ແທ້. ມັນ​ຍັງ​ຂີ​ຮ້າຍ​ໂພດ. ເອົາ​ໄວ້​ໄປ​ເປີດເຜີຍ​ເວ​ລາ​ໂຄງ​ການນີ້​ຊິ້ນ​ສຸດ​ດີກວ່າ).

ເຫດ​ຜົນ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເດັດ​ດ່ຽວ​ຢາກຫຼຸດ​ນ້ຳ​ໜັກ​ໃຫ້​ສຳ​ເລັດ ແມ່ນ​ຍ້ອນ​ຂ້າ​ພະ​ເຈົ້າ​ໄດ້​ປະ​ກ​າດ​ໃຫ້​ທຸກ​ຄົນ​ໃນ​ໂລກ​ອອນ​ໄລ​ນ໌ຮູ້ວ່າ​ຕົນ​ຈະຫຼຸດ​ນ້ຳ​ໜັກ. ການ​ກະ​ທຳ​ດັ່ງ​ກ່າວໄດ້​ກາຍ​ເປັນ​ເໝືອນ​ແສງ​ກະ​ບອງ​ຮຸ່ງ​ມຽງໆ​ຢູ່​ປາກ​ຖ້ຳ ລໍ້​ຕາ​ລໍ້​ໃຈ​ໃຫ້​ຂ້າ​ພະ​ເຈົ້າ​ບຸກ​ບືນ​ກ້າວ​ໄປ​ເຖິງ. ອີກ​ທັງ​, ມັນເປັນເໝືອນ​ໄມ້​ຄ້ຳ​ຄໍ ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ກົ້ມ​ຫົວ​ໃຫ້​ແກ່​ອຸ​ປະ​ສັກ​ກີດ​ຂວາງ​ໃດໆ. ກຽດ​ຂອງ​ຄົນ​ຜູ້​ໜຶ່ງ, ເມື່ອ​ຫຼັ່​ນ​ວາ​ຈາ​ວ່າ​ຈະ​ເຮັດ ກໍ່​ຕ້ອງ​ເຮັດ​ໃຫ້​ໄດ້. ທັງໆ​ທີ່​ຂ້າ​ພະ​ເຈົ້າ​ກໍ່​ຮູ້​ດີ​ວ່າ ຊິ​ມີ​ຈັກ​ກີ່​ຄົນແທ້ ​ທີ່​ເຂົ້າ​ມາ​ອ່ານ​ຄໍ​ລຳ​ຂອງ​ຂ້າ​ພະ​ເຈົ້າ.

ສຳ​ລັບ​ບັນ​ດາ​ທ່ານ​ທີ່​ເຂົ້າ​ມາ​ແວະ​ອ່ານ ແລະ ໃຫ້​ກຳ​ລັງ​ໃຈ​ຂ້າ​ພະ​ເຈົ້າ, ຖ້າ​ວ່າ​ຕົວ​ທ່ານ​ເອງກໍ່​ພວມ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້. ຈົ່ງຢ່າ​ທໍ້​ແທ້, ເພາະຜົນ​ໄດ້​ຮັບ​ມັນ​ຄຸ້ມ​ຄ່າ​ອີ່ຫຼີ. 4 ອາ​ທິດ​ຜ່ານ​ໄປ​ແລ້ວ​, ຂ້າ​ພະ​ເຈົ້າ​ໄດ້​ມາ​ຢືນ​ຢູ່​ໃນ​ຈຸດ​ທີ່ໝັ້ນ​ຄົງ​ກວ່າ​ຂອງ​ເສັ້ນ​ທາງ​ສາຍນີ້. ການ​ຕັດ​ທາດ​ແປ້ງ, ທາດ​ນ້ຳ​ຕານ ແລະ ນ້ຳ​ມັນ​ອອກ​ຈາກ​ອາ​ຫານ ແລະ ການ​ອອກ​ກຳ​ລັງ​ກາຍ​ທຸກໆ​ວັນ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ຕົນ​ສະ​ບາຍ​ໂຕກວ່າ​ເກົ່າຫຼາຍ. ດຽວນີ້ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ກະ​ຊັບ​ເຂົ້າ. ສ່ວນ​ເວົ້າ​ສ່ວນ​ໂຄ້ງ ປະ​ກົດ​ຊັດ​ເຈນ​ຂຶ້ນກວ່າ​ເກົ່າຫຼາຍ. ຂ້າ​ພະ​ເຈົ້າ​ພໍ​ໃຈ​ກັບ​ສິ່​ງທີ່​ຂ້າ​ພະ​ເຈົ້າ​ແນມ​ເຫັນ​ຢູ່​ໃນ​ແວ່ນ. ໂສ້ງ​ຢີນ​ທີ່​ເຄີຍ​ດຶງ​ມາ​ຄ້າງ​ຢູ່​ກາງ​ຂາ, ກະ​ໂປ່ງ​ຕົວ​ໂປດ​ທີ່​ຮີດ​ຊິບບໍ່​ໄດ້, ດຽວນີ້​ຂ້າ​ພະ​ເຈົ້າ​ນຸ່ງ​ໄດ້​ເກືອບ​ໝົດ​ທຸກ​ໂຕແລ້ວ.

ອີກ​ເທື່ອ​ໜຶ່ງ, ວິ​ທີ​ຫັດ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ມີ​ແຕ່​ແນວ​ງ່າຍໆ, ເຮັດ​ໄດ້​ຢູ່​ໃນ​ເຮືອນ​ຕົນ​ເອງ (ລະ​ອຽດ ເບິ່ງ​ຢູ່​ຄໍ​ລຳ​ກ່ອນ​ໆ​ຂອງ​ຂ້າ​ພະ​ເຈົ້າ). ອຸ​ປະ​ກອນ​ທີ່​ຈຳ​ເປັນ​ແມ່ນ​ດຳ​ແບ​ລ ຂະ​ໜາດ 1 ແລະ 2 ກິ​ໂລ, ຂັ້ນ​ໃດ, ເພງ​ເຕັ້ນ​ລຳ​ຈັງ​ຫວະ​ທີ່​ຖືກ​ໃຈ​ຜູ້​ເຕັ້ນ. ອາ​ທິດ​ແລ້ວນີ້ ຂ້າ​ພະ​ເຈົ້າ​ປຶກ​ສາ​ກັບ​ແມ່​ຂອງ​ຕົນ ເລື່ອງ​ບັນ​ຫາ​ນ້ຳ​ມັນ​ໜ້າ​ທ້ອງ​ນ້ອຍ. ແມ່​​ແນະ​ນຳ​ໃຫ້​ນອນ​ລົງ ແລ້ວ​ຍົກ​ຂາ​ຂຶ້ນ. ເພິ່ນບອກ​ໃຫ້​ຍົກ​ເບື້ອງ​ລະ 300 ເທື່ອ. ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ແລ້ວ ແຕ່​ເຮັດ​ບໍ່​ໄດ້ຫຼາຍ​ຄື​ແມ່. ເຮັດ​ໄດ້​ແຕ່ 100 ເທື່ອ​ຕໍ່​ເບື້ອງ, ຊຶ່ງ​ມັນ​ກໍ່​ໄດ້​ຜົນ​ເຊັ່ນ​ກັນ. ທ້ອງ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ກະ​ຊັບ​ຂຶ້ນຫຼາຍ.

ໂອ, ເຄັດ​ລັບ​ເລື່ອງ​ການ​ກິນ​ອາ​ຫານ – ຫຼັງ​ຈາກ​ເຄັ່ງ​ຄັດ​ກັບການ​ກິນແຕ່​ອາ​ຫານ​ທີ່​ດີ​ມີ​ຄຸນ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍມາ 5-6 ວັນ ຕໍ່​ອາ​ທິດ, ຂ້າ​ພະ​ເຈົ້າ​ຈະ​ກິນ​ຕາມ​ໃຈ​ຕົນ​ເອງ 1-2 ຄາບ. ເຮັດ​ແນວນີ້ ມັນ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​​ຮູ້​ສຶກວ່າ​ຕົນ​ເອງບໍ່​ໄດ້ອົດ​ຫິວ. ອີກ​ທັງ, ດອກ​ເຕີຫຼາຍໆ​ຄົນ​ເວົ້າ​ວ່າ ຖ້າ​ເຮົາ​ກິນ​ໜ້ອຍ​ຕະຫຼອດ, ຮ່າງ​ກາຍ​ເຮົາ​ຈະ​ປັບ​ລະ​ບົບ​ເຜົາ​ຜານ​ລົງ ເພາະ​ມັນ​ຕ້ອງໄດ້​ປະ​ຢັດ​ນ້ຳ​ມັນ​ໃນ​ຮ່າງ​ກາຍ​ເຮົາ​ໄວ້ສຳ​ລັບ​ກໍ​ລະ​ນີ​ສຸກ​ເສີນ.

ມື້​ວານນີ້ ຂ້າ​ພະ​ເຈົ້າ​ອອກ​ໄປ​ກິນ​ເຂົ້າ​ນອກ​ກັບ​ສາ​ມີ ກະ​ເລີຍສັ່ງ​ກິນ BBQ ກະ​ດູກ​ຂ້າງ​ໝູ ກັບ​ຈືນ​ມັນ​ດ້າງ ແລະ ປີ້ງໝາກ​ອຶ​ຍາວ (ເບິ່ງ​ໃນ​ຮູບ). ບໍ່​ໄດ້​ກິນ​ໝົດ​ດອກ, ເພາະ​ກ່ອນ​ອາ​ຫານ​ຈານ​ໃຫ​ຍ່ນີ້​ມາ​ຮອດ ກໍ່​ໄດ້​ກິນ​ສະຫຼັດ​ໄປ​ແລ້ວ​ຈານ​ໜຶ່ງ.

BBQ Rib

ສ່ວນມື້​ເຊົ້າ​ນີ້ ສອງ​ຜົວ​ເມັຍ​ຕັດ​ສິນ​ໃຈ​ອອກ​ໄປ​ກິນ​ເຂົ້າ​ເຊົ້າ​ຢູ່ iHOP. ຂ້າ​ພະ​ເຈົ້າ​ສັ່ງ​ເອົາ ແພນ​ເຄັກ​ແບບ​ກິນ​ຕາມ​ໃຈ​ມັກ, ແຕ່​ບາດ​ເອົາ​ອີ່ຫຼີ​ເຂົ້າ ກະ​ກິນ​ໝົດ​ແຕ່​ຈານ​ດຽວ​ນັ້ນ​ລະ. ບໍ່​ໄດ້​ຂໍ​ເພີ້ມ​ອີກ. ສາວ​ເສີບ​ກະ​ງົງໆ​ຢູ່.

IMG_3019

 ຍັງ​ບໍ່​ທັນ​ແລ້ວ​ເທົ່າ​ນັ້ນ. ແລງມື້ນີ້ ແມ່ນມືີ້​ທີມ​ອາ​ເມ​ລິ​ກັນ​ຟຸດບອ​ລ ສອງ​ທີມ ກຳ​ລັງ​ຈະ​ແຂ່ງ​ຊີງ​ຊະ​ນະ​ເລີດ ຊຶ່ງ​ເອີ້ນ​ວ່າ Super Bowl. ຈຳ​ເປັນ​ຕ້ອງ​ກິນ​ກັນ​ອີກ​ແລ້ວ. ບໍ່ຫຼາຍດອກ, ກິນ​ແບບ​ຄົນ​ກຳ​ລັງຫຼຸດ​ຄວາມ​ອ້ວນ – ເບັຍ ກັບ​ໄສ້​ກອກ​ລາວ, ເຂົ້າ​ໜຽວ​ຈ້ຳ​ແຈ່ວ ແລະ ລາບ​ໄກ່​ງວງ. ຫຼັງ​ຈາກ​ເຂົ້າ​ແລງມື້ນີ້​ໄປ​ແລ້ວ​ກະ​ຊິ​ກັ​ບ​ໄປ​ກິນ​ສະຫຼັດ​ກັບ​ປາ​ປີ້ງ, ໄຂ່​ຕົ້ມ ຈັກ 5-6 ມື້​ລຽນ​ກັນ​ອີກ.

ຢາກ​ຟັງ​ຄວາມ​ຄືບ​ໜ້າ​ຈາກ​ແຟນໆ ມີ​ໃຜ​ແນ່​ທີ່​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ຢູ່ ແລະ ເຮັດ​ໄດ້​ຊ່ຳ​ໃດ​ແລ້ວ. ກະ​ລຸ​ນາ​ເລົ່າ​ໃຫ້​ຟັງ​ແນ່.

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ (3 ອາ​ທິດ​ຜ່ານ​ໄປ)

 

ສະ​ບາຍ​ດີ​ເພື່ອນໆ ແຟ​ນ​ຄັບ​ຂອງ LomKan.com,

ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຫຼຸດ​ລົງ​ເລີຍ​ແມ່ນ​ແຕ່​ຂີດ​ດຽວ. ຍັງ​ຢູ່​ທີ່ 125 ປອນ ຫຼື ເກືອບ​ເທົ່າ​ກັບ 56.7 ກິ​ໂລ. ກະ​ຄິດໆ​ຢູ່​ວ່າ​ມັນ​ອາດ​ອອກ​ມາ​ໃນ​ຮູບນີ້ ເພາະ​ກຳ​ລັງ​ຢູ່​ໃນ​ເວ​ລາ​ນັ້ນ​ຂອງ​ເດືອນ, ຊຶ່ງ​ຕາມ​ປົກ​ກະ​ຕິ ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເພີ້ມ​ຂຶ້ນ ບາງ​ຄັ້ງ​ເຖິງ 1.5 ກິ​ໂລ. ຖື​ເອົາປັດ​ໄຈ​ອັນ​ນີ້​ເປັນ​ສາ​ເຫດ ກະ​ເລີຍ​ເຮັດ​ໃຫ້ຂ້າ​ພະ​ເຈົ້າ​ຍັງ​ມອງ​ໂລກ​ເປັນ​ສີ​ກຸຫຼາບ​ຢູ່.

ຊິບໍ່​ໃຫ້​ຄິດ​ໃນ​ແງ່ບວກໄດ້​ຈັ່ງ​ໃດ, ຂ້າ​ພະ​ເຈົ້າ​ອອກ​ກຳ​ລັງ​ກາຍ​ທຸກໆ​ມື້. ເຕັ້ນ​ລຳເປັນ​ຊົ່ວ​ໂມງໆ (ດຽວນີ້​ແມ່ນ​ແຕ່​ເວ​ລາ​ຂີດ​ຂຽນ​ກໍ່​ຢືນ​ເອົາ ເພາະ​ທັງ​ຟັງ​ເພງ ແລະ ເຕັ້ນ​ລຳ​ໄປ​ນຳ). ຕອນ​ເຊົ້າໆ​ກໍ່​ໄດ້​ອອກ​ໄປ​ຫັດ​ກາຍ​ຢູ່​ຂັ້ນ​ໃດຫຼັງ​ບ້ານ. ກ້າວ​ຂາ​ຂຶ້ນ, ກ້າວ​ຂາ​ລົງ, ໂດຍທີ່​ມື​ທັງ​ສອງ​ຂ້າງກໍ່​ຖືດຳ​ແບລ 2 ປອນ​ ໄປ​ພ້ອມ (ມື້​ລະ 100 ຂັ້ນ​ຕໍ່​ຂາ​ໜຶ່ງ​ຂ້າງ). ​ສິ່ງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຕື່ມ​ເຂົ້າ​ໃສ່​ໂປຼ​ແກັມ​ຫັດ​ກາຍ​ໃນ​ອາ​ທິດ​ທີ່​ຜ່ານ​ມານີ້ ແມ່ນ​ການ​ນັ່ງ​ຢອງໆ​ເພື່ອ​ຝຶກ​ກ້າມ​ສະ​ໂພກ (ຈື່​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເລົ່າ​ວ່າ​ຕົນ​ເອງບໍ່​ມີ​ທ້າຍບໍ່?). ມີ​ແຜນ​ວ່າ​ຈະ​ເຮັດ​ໄປ​ເທື່ອ​ລະ​ໜ້ອຍ ໂດຍ​ເລີ້ມ​ເຮັດ 35 ບາດ​ຕໍ່​ມື້. ໂອ້ຍ ເຈັບ​ກ້າມ​ສະ​ໂພກ​ເດ! ແຕ່​ວ່າ​ເຈັບ​ຫັ້ນ​ລະ​ດີ. ໝາຍ​ວ່າ​ເຮົາ​ກຳ​ລັງ​ເຮັດ​ໄດ້​ຜົນ. ຕື່ນ​ມາ​ແຕ່​ລະ​ມື້ກໍ່​ຮູ້​ສຶກວ່າ​ຕົນ​ໂຕ​ເບົາ​ລົງກວ່າ​ເກົ່າ ຮູ້​ສຶກ​ດີ​ໃຈ​ຮຸ່ມໆ. ຕອນ​ທ້າຍໆ​ອາ​ທິດ ມາ​ສັງ​ເກດ​ເບິ່ງ​ຕົນ​ເອງ​ຢູ່​ໃນ​ແວ່ນ ເຫັນ​ວ່າ ທ້ອງ​ນ້ອຍ​ແມ່ນ​ບ່ອນ​ທີ່​ຍັງມີ​ບັນ​ຫາກວ່າ​ໝູ່. ລົມ​ໃຫ້​ແມ່​ຟັງ, ເພິ່ນ​ເວົ້າ​ມາທາງ​ໂທ​ລະ​ສັບດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ:

ແມ່:    “ມັນ​ຊິ​ຍາກ​ອີ່​ຫຍັງ. ນອນ​ຫງາຍ, ຍົກ​ຂາ​ຊ້າຍ​ຂຶ້​ນ 600 ຄັ້ງ, ຈາກ​ນັ້ນ​ກະ​ຍົກ​ຂາ​ຂວາ​ຂຶ້ນ​ອີກ 600 ຄັ້ງ. ນອນ​ສະ​ແຄງ, ຍົກ​ຂາ​ທາງ​ລຸ່ມ​ຂຶ້ນ 6–.”

ຂ້າ​ພະ​ເຈົ້າ:  “ລູກ​ເຮັດ​ບໍ່​ໄດ້​ດອກ. ມັນຫຼາຍ​ໂພດ,” ຂ້າ​ພະ​ເຈົ້າ​ຕັດ​ຄວາມ. ໃນ​ໃຈ​ກໍ່ຄິດ​ຢາກ​ຫົວ​ທີ່ແມ່​ບໍ່​ເຫັນ​ວ່າ​ເປັນ​ເລື່ອງ​ຍາກ, ທັງ​ໆ​ທີ່​ຊ່ຽວ​ຊານ​ເລື່ອງ​ການ​ຫຼຸດ​ນ້ຳ​ໜັກ​ຕ່າງກໍ່​ເຫັນ​ເປັນ​ສຽງ​ດຽວ​ກັນ​ວ່າຫຼຸດ​ນ້ຳ​ມັນ​ທ້ອງ​ນ້ອຍນີ້​ຍາກ​ກວ່າ​ໝູ່.

ແມ່:       “ເປັນ​ຫຍັງ​ຊິ​ເຮັດ​ບໍ່​ໄດ້. ລູກ​ຍັງ​ໜຸ່ມ​ຢູ່. ຄັນ​ດອກ​ເຕີ​ແມ່ບໍ່​ຫ້າມ, ປານນີ້​ແມ່​ຍັງ​ເຮັດ​ຢູ່. ຍ້ອນດອກ​ເຕີ​ຂໍ​ຮ້ອງ, ແລະ ຍ້ອນດຽວນີ້​ອາ​ກາດຢູ່​ວຽງ​ໜາວໂພດ ແມ່​​ໄດ້​ນຸ່ງ​ໂສ້ງ​ຫຼາຍ​ໂຕ​ຊ້ອນ​ກັນ, ແມ່​ກະ​ເລີຍ​ຍົກ​ແຕ່ 300 ເທື່ອ ຕໍ່​ຂາ.”

ຂ້າ​ພະ​ເຈົ້າ:  ລູກ​ຊິ​ພະ​ຍາ​ຍາມ​ເຮັດ​ເດີ​ຊັ້ນ​ນ່າ.

ຊິ​ໃຫ້​ຂ້າ​ພະ​ເຈົ້າ​ຕອບ​ແນວ​ອື່ນ​ໄດ້​ຈັ່ງ​ໃດ? ແມ່​ຂອງ​ຂ້າ​ພະ​ເຈົ້າ​ອາ​ຍຸ​ໄດ້ 78 ປີ​ແລ້ວ, ແຕ່​ໃຈເພິ່ນ​ຍັງ​ເອົາ​ຢູ່.

ຄັນ​ພວກ​ທ່ານ​ຜູ້​ໃດ​ມີ​ວິ​ທີ​ການ​ດີໆ​ກ່ຽວ​ກັບ​ການຫຼຸດ​ນ້ຳ​ມັນ​ທ້ອງ​ນ້ອຍ ກະ​ຂໍ​ເຊີນ​ນຳ​ມາ​ເລົ່າ​ໃຫ້​ກັນ​ຟັງ​ແນ່. ມື້​ຄືນ​ວານນີ້ ຂ້າ​ພະ​ເຈົ້າ​ອອກ​ເດດ​ກັບ​ສາ​ມີ. ເຫັນ​ວ່າ​ກິນ​ໜ້ອຍ​ມາ​ໝົດ​ອາ​ທິດ ແລະ ກິນ​ແຕ່​ຂອງ​ມີ​ສຸ​ຂະ​ພາບ ກະ​ເລີຍ​ກິນ​ເບັຍ​ໄປ​ສະ​ 2 ແກ້ວ. ອັດ​ທ້າຍ​ດ້ວຍ​ຈີ​ສ​ເຄັກ.

IMG_2969

ຢ່າ​ໃຫ້​ຮູບນີ້ຫຼອກ​ຕາ​ທ່ານ​ເດີ! ຍ້ອນ​ວ່າ​ຈານ​ໃນ​ຮ້ານ​ອາ​ຫານ​ອາ​ເມ​ລິ​ກາ​ມັນ​ໃຫຍ່​ໂພດ ເຄັກ​ຈຶ່ງ​ຄື​ວ່າ​ນ້ອຍໆ. ຕົວ​ຈິງ​ແລ້ວ ເຄັກ​ປ່ຽງ​ນີ້​ໃຫຍ່ກວ່າ Philadelphia cream cheese ຂະ​ໜາດ 8 ອອນ​ຊ໌ ພຸ້ນ​ນ່າ. ແລະ ຂ້າ​ພະ​ເຈົ້າ​ກິນ​ຈົນ​ໝົດ!!!

ກິນ​ແລ້ວ​ກະ​ຮູ້​ສຶກ​ຜິດ ຈຶ່ງ​ໄດ້​ກັບ​ມາ​ເຕັ້ນ​ລຳ​ຢູ່​ເຮືອນ​ອີກ​ເປັນ​ຊົ່ວ​ໂມງ. ເພງ​ທີ່​ຖືກ​ໃຈ​ຂ້າ​ພະ​ເຈົ້າ​ທີ່​ສຸດ​ໃນອາ​ທິດທີ່​ຜ່ານ​ມານີ້ ແມ່ນ​ເພງ​ຂອງ Cher: Believe, Song for the Lonely, The Shoop Shoop Song… ແຕ່​ເພງ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ມາ​ລົງ​ໃນ​ຄໍ​ລຳ​ອາ​ທິດນີ້​ແມ່ນ​ເພງ If I Could Turn Back Time. ໃນ​ວີ​ດີ​ໂອນີ້ Cher ແຕ່ງ​ໂຕ​ເຊັກ​ຊີຫຼາຍ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຖື. ຂ້າ​ພະ​ເຈົ້າ​ຊື່ນ​ຊົມ​ຄວາມ​ສາ​ມາດ ແລະ​ ພອນ​ສະ​ຫວັນ​ຂອງ​ລາວ.

ຫວັງ​ວ່າ​ບົດ​ຄວາມ​ອັນ​ນີ້​ຈະ​ຊ່ວຍ​ເປັນ​ກຳ​ລັງ​ໃຈ​ບໍ່ຫຼາຍກໍ່​ໜ້ອຍ ໃຫ້​ບັນ​ດາ​ທ່ານ​ທີ່​ພວມ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ຢູ່. ຂໍ​ໃຫ້​ທຸກໆ​ທ່ານ​ທີ່​ເຂົ້າ​ມາ​ອ່ານ ແລະ ລົງ​ຄວາມ​ເຫັນ ຈົ່ງມີ​ສຸ​ຂະ​ພາບ​ແຂງ​ແຮງ, ຫຸ່ນ​ດີ​ກັນ​ທຸກ​ຄົນ​ເດີ!

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ – 2 ອາ​ທິດ​ຜ່ານ​ໄປ

 

ສະ​ບາຍ​ດີ ແຟ​ນໆ​ ຂອງ LomKan.com ແລະ ບັນ​ດາແຂກ​ທີ່​ແວະ​ເຂົ້າ​ມາ​ຢ້ຽມ​ຢາມ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ,

ຮອດ​ເວ​ລາ​ມາ​ລົມ​ກັນ​ອີກ​ແລ້ວ. ອາ​ທິດນີ້ ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ໝົດ​ອາ​ທິດ ຢາກ​ຂຶ້ນ​ຊິງ​ສັ່ງ​ເບິ່ງ​ຜົນ​ຄືບ​ໜ້າ​ຂອງ​ຕົນ. ອົດ​ໃຈ​ລໍ​ມາ​ຈົນ​ຮອດ​ເຊົ້າ​ມື້ນີ້ (ວັນ​ເສົາ ທີ 17). ຜົນ​ອອກ​ມາ​ເປັນ​ທີ່​ພໍໃຈ​ທີ່​ສຸດ. ມື້ນີ້​ນ້ຳ​ໜັກ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ມາ​ຢູ່ທີ່ 125 ປອນ ຫຼື ທຽບ​ເທົ່າ​ກັບ 56.7 ກິ​ໂລ. ໄຊ​ໂຍ!!!

ວິ​ທີ​ການຫຼັກ​ທີ່​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ພາຍ​ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມານີ້ແມ່ນ:

1. ດ້ານ​ການ​ກິນ: ຕັດ​ທາດ​ແປ້ງ​ອອກ​ເຖິງ 90%, ຈົ່ງ​ໄວ້​ແຕ່​ຊີ​ຣຽ​ລ ໃນ​ຍາມ​ເຊົ້າ ເພື່ອບໍ່​ໃຫ້​ຮ່າງ​ກາຍ​ກະ​ຫາຍ​ທາດ​ແປ້ງ​ເກີນ​ໄປ. ຂ້າ​ພະ​ເຈົ້າ​ກິນເຂົ້າ​ອົບ​ຂອງ Kellogg’s. ກິນ​ລ້າໆ, ໃຊ້​ມື​ຈັບ​ເອົາ​ເທື່ອ​ລະ​ຕ່ອນ​ສອງ​ຕ່ອນ. ກິນ​ໄປ, ດື່ມ​ກາ​ເຟ​ໄປ​ນຳ. ຂ້າ​ພະ​ເຈົ້າ​ເຮັດ​ແນວນີ້ ເພື່ອ​ຫຼີກ​ເວັ້ນ​ການ​ດື່ມ​ນົມ​ສົດຫຼາຍ​ເກີນ​ໄປ. ຕົນ​ເອງບໍ່​ມັກ​ລົດ​ຊາດ​ຂອງ​ນົມ​ສົດ​ຜ່ອງ​ມັນ​ເນີຍ​ (ໄຂ​ມັນ 1% ຫຼື 2%) ຢູ່​ໃນ​ກາ​ເຟ, ກະ​ເລີຍ​ຕັດອັດ​ຕາ​ນ້ຳ​ນົມ​ອອກ​ຈາກ​ຊີ​ຣຽ​ລ ເພື່ອ​ໃຫ້​ຕົນ​ໄດ້​ໃຊ້​ນ້ຳ​ນົມ​ທຳ​ມະ​ດາ (ໄຂ​ມັນ 4%) ໃນ​ກາ​ເຟ. ອາ​ຫານ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ກິນ​ໃນ​ອາ​ທິດນີ້ ແມ່ນ​ສະຫຼັດ ແລະ ໂປຼ​ຕີນ​ທີ່​ມີ​ໄຂ​ມັນ​ຕ່ຳ – ປາ​ເຊ​ລມອນ (ປີ້ງ​ກະ​ແຊບ, ເຮັດ​ກ້ອຍ​ກິນ​ແຮງ​ແຊບ), ທູ​ນາ (ກະ​ປ໋ອງ), ໄຂ່​ໄກ່​ຕົ້ມ, ໄກ່​ງວງ (ຊື້​ເອົາ​ໄກ່​ງວງ​ບົດ​ຢູ່​ຮ້ານ​ຄ້າມາ​ເຮັດ​ລາບ​ກິນ – ງ່າຍໆ​ ແຕ່ແຊບ​ອີ່ຫຼີ). ຂ້າ​ພະ​ເຈົ້າ​ຮູ້​ວ່າ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ ເຮັດ​ໃຫ້​ຕົນ​ສາ​ມາດ​ຄວບ​ຄຸມ​ອາ​ຫານ ໄດ້​ງ່າຍກວ່າ​ບັນ​ດາ​ທ່ານ​ທີ່​ຢູ່​ປະ​ເທດ​ລາວ. ວິ​ຖີ​​ຊີ​ວິດ​ຂອງ​ຄົນ​ບ້ານ​ເຮົາ​ແມ່ນ​ມີ​ລັກ​ສະ​ນະ​ລວມ​ໝູ່​ທີ່​ສຸດ. ເຮົາ​ບໍ່​ຢາກ, ແຕ່​ໝູ່ຫຼາຍ​ຄົນ​ຢາກ. ເຮົາ​ຫິວ, ໝູ່​ຍັງ​ບໍ່​ຫິວ. ເຮົາ​ອີ່ມ, ໝູ່​ພັດ​ຄຸມ​ໃຫ້​ນັ່ງ​ຕໍ່. ຂໍ້​ແນະ​ນຳ​ສຳ​ລັບ​ການຄວບ​ຄຸມ​ອາ​ຫານ​ຢູ່​ລາວ: ແມ່ນ​ວ່າ​ພວກ​ທ່ານ​ຕ້ອງ​ວາງ​ແຜນ​ການ ແລະ ກະ​ກຽມ​ລ່ວງ​ໜ້າ​ວ່າ​ຈະ​ກິນ​ຫຍັງ. ດີ​ແທ້ ແມ່ນ​ຕ້ອງ​ໃຫ້​ແນ່​ໃຈ​ອີກວ່າ ຮອດ​ເວ​ລາ​ກິນ ຕົນ​ຕ້ອງ​ໄດ້​ກິນອາ​ຫານ​ເຫຼົ່າ​ນັ້ນ. ເພາະ​ວ່າ​ພວກ​ເຮົາ​ກິນ​ແຕ່​ໃນ​ປະ​ລິ​ມານພໍ​ດີ, ​ຮອດ​ຍາມ​ກິນ​ມາ​​ມັນ​ຈຶ່ງ​ຫິວ​ແຮງ. ຖ້າບໍ່​ໄດ້​ກິນ ແມ່ນຕະ​ບະ​ແຕກ​ແນ່ນອນ – ເວົ້າ​ຈາກ​ປະ​ສົບ​ການ​ຕົວ​ເອງ. ຖ້າ​ພວກ​ທ່ານ​ເຮັດ​ໄດ້, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້ຕັດ​ທາດ​ແປ້ງ​ອອກ – ເວົ້າ​ງ່າຍ, ກະ​ທຳ​ຍາກ​ໃນ​ຕອນ​ທຳ​ອິດ. ແຕ່​ເມື່ອ​ເຮັດ​ໄປ​ແລ້ວ 4-5 ມື້ ທ່ານກໍ່​ຈະ​ລຶ້ງ​ເອງ. ຫຼັງ​ຈາກນັ້ນ ທ່ານ​ຈະ​ຮູ້​ສຶກ​ເບົາ​ຕົນ​ເບົາ​ໂຕ, ສຸ​ຂະ​ພາບ​ຈະ​ແຂງ​ແຮງ​ຂຶ້ນ​ອີກ​ຕ່າງ​ຫາກ. ຄັນ​ຕັດ​ບໍ່​ໄດ້​ແທ້ໆ, ກໍ່​ໃຫ້​ຜ່ອນ​ປະ​ລິ​ມານ​ລົງ​.

2. ອອກ​ກຳ​ລັງ​ກາຍ: ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຸກ​ກັບ​ການ​ເຕັ້ນ​ລຳ. ເພງ​ຮິດ​ສຳ​ລັບ​ອາ​ທິດນີ້ ແມ່ນ​ເພງ I’m all about that bass ຂອງ Meghan Trainor. ຈັງ​ຫວະ​ຄຶກ​ຄັກ​ແບບ​ໜ້າ​ຮັກ, ຄວາມ​ໝາຍ​ດີໆ ສຳ​ລັບ​ຄົນ​ອວບໆ​ແບບ​ພວກ​ເຮົາ. ຄັນ​ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ເພງນີ້, ລອງ​ເຂົ້າ​ໄປ​ຟັງ​ໃນ ຢູ​ທູບ ເບິ່ງ​ແມ໋! ບາງ​ເຊົ້າ ຂ້າ​ພະ​ເຈົ້າ​ຟັງ​ມັນ​ກັບ​ໄປ​ກັບ​ມາ 10 ເທື່ອ, ຊຶ່ງ​ພໍ​ດີ​ເທົ່າ​ກັບ​ໄດ້​ເຕັ້ນ​ລຳ​ໄປແລ້ວ 30 ນາ​ທີ.

 

ນອກ​ຈາກ​ເຕັ້ນ​ລຳ​ແລ້ວ ຂ້າ​ພະ​ເຈົ້າ​ຍັງ​ໃຊ້​ເວ​ລາ​ຫັດ​ກ້າມ​ແຂນ. ວິ​ທີ​ງ່າຍໆ ທີ່ບໍ່​ຕ້ອງ​ໄດ້​ໃຊ້​ອຸ​ປະ​ກອນ​ຫຍັງ, ແຕ່​ວ່າ​ມັນ​ໄດ້​ຜົນ​ແທ້ໆ (ບໍ່​ເຊື່ອ ກໍ່​ເຮັດ​ລອງ​ເບິ່ງ) ແມ່ນ​ຂອງ Tracy Campoli ເຂົ້າ​ໄປ​ຕາມ​ລິງ​ຄ໌ ນີ້ https://www.youtube.com/watch?v=i299Oy_zRz0&index=13&list=WL ລາວ​ຍັງ​ມີ​ວິ​ທີ​ຫັດ​ກາຍອີກຫຼາຍໆອັນ​ທີ່​ຖືກ​ໃຈ​ຂ້າ​ພະ​ເຈົ້າ. (ພວກ​ທ່ານ​ຕ້ອງ​ໄດ້​ກອບ​ປີ້ ລິງ​ຄ໌ນີ້ ແລ້ວ​ໄປ​ໂພ​ສ​ໃສ່ ອາ​ແດຼ​ສບອກ​ສ໌ ເອົາ​ເອງ ເພາະ Tracy ລາວບໍ່​ອະ​ນຸ​ຍາດ​ໃຫ້​ລິງ​ຄ໌​ໂດຍ​ກົງ. ຮັບ​ຮອງວ່າ​ຄຸ້ມ).

3. ການ​ໃຊ້​ຄວາມ​ເຢັນ​ໃຫ້​ເປັນ​ປະ​ໂຫຍດ: ອາ​ທິດ​ແລ້ວນີ້ ຂ້າ​ພະ​ເຈົ້າ​ເອີ່ຍ​ໄວ້​ວ່າ ຄວາມ​ເຢັນ​ມີ​ປະ​ໂຫຍດ​ສຳ​ລັບ​ຜູ້​ທີ່​ຢາກຫຼຸດ​ນ້ຳ​ໜັກ. ກໍ່​ພໍ​ດີ​ມາ​ປະ​ຈວບ​ເໝາ​ະ​ກັບ​ທີ່​ອາ​ກາດ​ຢູ່​ປະ​ເທດ​ລາວ ເຢັນ​ລົງຫຼາຍ​ໃນ​ໄລ​ຍະ​ນີ້. ສຳ​ລັບ​ທ່ານ​ທີ່​ຍັງ​ບໍ່​ຮູ້​ເທື່ອ, ຄວາມ​ເຢັນ​ຊ່ວຍ​ໃຫ້ຮ່າງ​ກາຍເຮົາ​ດຶງ​ເອົາ​ນ້ຳ​ມັນ​ສ່ວນ​ເກີນ​ມາ​ເຜົາ​ໄໝ້​​ເພື່ອ​ສ້າງ​ຄວາມ​ອຸ່ນ. ທ່ານ​ເຄີຍ​ຮູ້​ບໍ​ວ່າ​ໃນ​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ນີ້ ມີ​ນ້ຳ​ມັນ​ສອງ​ປະ​ເພດ? ນ້ຳ​ມັນ​ສີ​ນ້ຳ​ຕານ ແລະ ນ້ຳ​ມັນ​ສີ​ຂາວ. ນ້ຳ​ມັນ​ສີ​ນ້ຳ​ຕານ ຈະ​ໂຮມ​ໂຕ​ກັນ​ຢູ່​ທາງຫຼັງ​ສ່ວນ​ບົນ. ທີ່​ພວກ​ມັນ​ເປັນສີ​ນ້ຳ​ຕານ ກໍ່​ເພາະ​ມັນ​ມີ​ປະ​ລິ​ມານ​ທາດ​ເຫຼັກ​ສູງ. ໜ້າ​ທີ່​ຂອງ​ມັນ​ແມ່ນ​​ເປັນ​ວັດ​ຖຸເຜົາ​ໄໝ້​ໃຫ້​ຄວາມ​ອົບ​ອຸ່ນ​​ແກ່​ອະ​ໄວ​ຍະ​ວະ​ທີ່​ສຳ​ຄັນ​ຂອງ​ຮ່າງ​ກາຍ​ຄົນ. ນ້ຳ​ມັນ​ພວກນີ້​ຈະ​ມີຫຼາຍ (ຕາມອັດ​ຕາ​ສ່ວນ​ຮ້ອຍ) ໃນ​ຕົວ​ຂອງ​ເດັກ​ນ້ອຍ, ແລະ ຫຼຸດ​ລົງ​ເປັນ​ລຳ​ດັບ​ເມື່ອ​ຄົນ​ໃຫຍ່​ຂຶ້ນ. ເພາະ​ສະ​ນັ້ນ, ພວກ​ເຮົາ​ຈຶ່ງ​ພົບ​ວ່າ​ເດັກ​ນ້ອຍບໍ່​ຂີ້ໜາວຄື​ຜູ້​ໃຫຍ່, ແລະ ຜູ້​ເຖົ້າ​ຈະ​ໜາວ​ໄວ​ກວ່າ​ຜູ້​ໜຸ່ມ. ສ່ວນ​ນ້ຳ​ມັນ​ສີ​ຂາວ ແມ່ນ​ນ້ຳ​ມັນ​ທີ່​ເປັນ​ອັນ​ຕະ​ລາຍຕໍ່​ສຸ​ຂະ​ພາບ​ຄົນ ຊຶ່ງ​ພວກ​ເຮົາ​ພະ​ຍາ​ຍາມ​ກຳ​ຈັດ​ຖິ້ມ​ຢູ່ນີ້. ຂ່າວ​ດີ​ມີ​ຢູ່​ວ່າ ຫວ່າງ​ສອງ​ສາມ​ປີ​ມານີ້ ນັກ​ວິ​ທະ​ຍາ​ສາດ​ໄດ້​ຄົ້ນ​ພົບ​ວ່າ ຄວາມ​ເຢັນ ເມື່ອ​ຢູ່​ໃນ​ລະ​ດັບ​ທີ່​ພໍ​ດີ (ປະ​ມານ 12 ອົງ​ສາເຊ​ລ​ຊຽ​ສ – ເພາະ​ເຢັນ​ກວ່ານີ້ກໍ່​ຈະ​ເປັນ​ອັນ​ຕະ​ລາຍ​ແກ່​ສຸ​ຂະ​ພາບ​ເຮົາ) – ແລະ ໃນໄລ​ຍະເວ​ລາ​ທີ່​ພໍ​ດີ ຈະ​ຊ່ວຍ​ໃຫ້​ຮ່າງ​ກາຍເລີ່ມ​ປ່ຽນ​ແປງ​ນ້ຳ​ມັນສີ​ຂາວ​ໃຫ້​ເປັນ​ນ້ຳ​ມັນສີ​ນ້ຳ​ຕານ ແລ້ວ​ເຜົາ​ໄໝ້​ພວກ​ມັນ​ເພື່ອ​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ຮ່າງ​ກາຍ. ຕາມ​ການ​ທົດ​ລອງ ສະຫຼຸບ​ໄດ້​ວ່າ ຖ້າ​ຄົນ​ເຮົາ​ຫາກ​ໄປ​ຢູ່​ໃນ​ແວດ​ລ້ອມ​ທີ່​ມີ​ອາ​ກາດ​ເຢັນ (12 ເຊ​ລ​ຊຽ​ສ) ຈົນ​ຮ່າງ​ກາຍ​ສັ່ນ ໄດ້​ເຖິງ 15 ນາ​ທີ ກໍ່​ຈະ​ສາ​ມາດ​ເຜົາ​ຜານ​ພະ​ລັງ​ງານ​ທຽບ​ເທົ່າ​ກັບ​ທີ່​ໄດ້​ອອກ​ກຳ​ລັງ​ກາຍ​ໜັກໆ ໄປ​ເຖິງ 1 ຊົ່ວ​ໂມງ. ທ່ານ​ສາ​ມາດ​ເຂົ້າ​ໄປ​ອ່ານ​ເພີ້ມ​ເຕີມ​ໄດ້​ຕາມ​ລິງ​ຄ໌ນີ້: http://news.nationalgeographic.com/news/2014/02/140211-shivering-cold-exercise-brown-fat-white-fat-irisin-metabolism-weight-loss/ ນອກ​ຈາກນີ້​ແລ້ວ ທ່ານ​ຍັງ​ສາ​ມາດ​ກູ​ເກີ​ລ​ເບິ່ງ​ເອງ​ໄດ້. ມີ​ຂໍ້​ມູນ​ຫຼວງຫຼາຍ​ສຳ​ລັບ​ຫົວ​ຂໍ້​ນີ້. ຮູ້​ແລ້ວ​ບາດນີ້ ກໍ່​ຈົ່ງ​ຍິ້ມ​ຮັບ​ຄວາມ​ເຢັນ ແລະ ໃຊ້​ມັນ​ໃຫ້​ເປັນ​ປະ​ໂຫຍດ. ສຳ​ຄັນ​ແມ່ນ​ຢ່າ​ຢູ່​ໜາວ​ເກີນ​ໄປ​ດົນ​ເກີນ​ໄປ, ເພາະ​ຖ້າ​ທ່ານ​ຈັບ​ໜາວ ກໍ່​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ​ໄດ້.

ຂໍ​ໂພ​ສ​ຮູບ​ທີ່​ຂ້າ​ພະ​ເຈົ້າ​ຖ່າຍ​ ກ່ອນ​ອອກ​ໄປ​ກວາດ​ໃບ​ໄມ້​ຢູ່​ເດີ່ນຫຼັງ​ບ້ານ​ຕອນ​ສວາຍນີ້ ໃຫ້​ພວກ​ທ່ານ​ເບິ່ງ. ອາ​ກາດ​ຢູ່​ເມືອງ​ຂ້າ​ພະ​ເຈົ້າ​ມື້ນີ້ກໍ່​ອຸ່ນ​ຂຶ້ນ​ມາ​ຢູ່​ທີ່ 12 ອົງ​ສາ​ເຊ​ລ​ຊຽ​ສ​ພໍ​ດີ​ເລີຍ. ກວາດ​ໄປ​ໄດ້ 5 ນາ​ທີ ກໍ່​ຕ້ອງ​ໄດ້​ແກ້​ເສື້ອ​ກັນ​ໜາວ​ອອກ ເພາະຮ່າງ​ກາຍ​ເລີ່ມ​ເຜົາ​ໄໝ້​ນ້ຳ​ມັນ​ແລ້ວ. ໂອ, ຂໍ​ບອກ​ໃຫ້​ຮູ້​ເລີຍ​ວ່າ​ໃນ​ຮູບນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄອນ​ທົວ​ຣ໌ ແກ້ມ​ເດີ! ຕັ້ງ​ແມ່ນ​ຍ້ອນ​ຈ່ອຍ​ລົງ​ແທ້ໆ!

Anong 01_17_15_004

ຫວັງ​ວ່າ​ພວກ​ທ່ານ​ທີ່​ພະ​ຍາ​ຍາມຫຼຸດ​ຄວາມ​ອ້ວນ​ໄປ​ກັບ​ຂ້າ​ພະ​ເຈົ້າ ຕ່າງກໍ່​ພວມ​ມີ​ຄວາມ​ຄືບ​ໜ້າອັນ​ເປັນ​ທີ່​ເພິ່ງພໍ​ໃຈ. ຊ່ວຍລົງ​ຄອມ​ເມັນ​ທ໌ ມາ​ບອກ​ໃຫ້​ຮູ້​ແນ່.

ບັນ​ທຶກ​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ (1 ອາ​ທິດ​ຜ່ານ​ໄປ)

 

ສະ​ບາຍ​ດີ​ທຸກ​ໆ​ຄົນ,

ເວ​ລາຜ່ານໄປ​ໄວ​ອີ່ຫຼີ. ຂ້າ​ພະ​ເຈົ້າ​ຮູ້​ສຶກຄື​ກັບວ່າ​ຕົນເອງ​ຫາກໍ່​ໂພ​ສ ບົດ​ຄວາມ​ບົດ​ທຳ​ອິດ​ ກ່ຽວ​ກັບບັນ​ທຶກ​ການ​ຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນຂອງ​ຕົນ​ໄ​ປຫວ່າງ​ສອ​ງ​ສາມມື້​ຜ່ານ​ມາ​ນີ້ ແລະ ມື້ນີ້ກໍ່​ຮອດ​ເວ​ລາ​ທີ່​ຕ້ອງ​ໄດ້​ມາ​ນັ່ງສະຫຼຸບ​ຜົນ​ຄືບ​ໜ້າ​ພາຍ​ໃນ​ອາ​ທິດ​ທີ​ໜຶ່ງໃຫ້​ພວກ​ທ່ານ​ຊາບແລ້ວ​.

​ຊິ​ເວົ້າ​ຄວາມ​ຈິງ​ໃຫ້​ຟັງ, ມືນ​ຕາ​ຂຶ້​ນ​ມາມື້​ເຊົ້າ​ນີ້ ມີ​ອາ​ການ​ຮ້ອນໆ​ໜາວໆ​ ເພາະບໍ່​ແນ່​ໃຈ​ວ່າ​ຜົນ​ມັນ​ຈະ​ອອກ​ມາ​ຄື​ແນວ​ໃດ.

ເພື່ອ​ໃຫ້​ພວກ​ທ່າ​ນ​ຫາຍ​ສົງ​ໄສ​ ຂ້າ​ພະ​ເຈົ້າຈະຕັດ​ ດ​ຣາມ​ມາ ອອກ​. ​ຂໍ​ແຈ້ງ​ໃຫ້​ພວກ​ທ່ານ​ຊາບ​ເລີຍ​ວ່າ ຜົນ​ໄດ້​ຮັບ​ແມ່ນເປັນ​ທີ່ພໍ​ໃຈ. ຕົວ​ເລກ​ຢູ່​ຊິງ ເຕັ້ນ​ໄປ​ເຕັ້ນ​ມາ ລະ​ຫວ່າງ 126 ແລະ 127 ປອນ (2.2046 ປອນ = 1 ກິ​ໂລ). ນີ້​ໝາຍ​ຄວ​າມ​ວ່າ ຢ່າງ​ໜ້ອຍ​ທີ່​ສຸດຂ້າ​ພະ​ເຈົ້າກໍ່ຫຼຸດ​ໄດ້ 1 ປອນ ຫຼື​ເກືອບ​ເທົ່າ​ກັບ​ເຄິ່ງ​ກິ​ໂລ ຈາກ​ອາ​ທິດ​ຜ່ານ​ມາ ຊຶ່ງຢູ່​ທີ່ 128 ປອນ. ຖ້າ​ພວກ​ທ່ານ​ຢາກ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ເຮັດ​ແນວ​ໃດ, ກະ​ລຸ​ນາ​ອ່ານ​ຕໍ່.

ຂ້າ​ພະ​ເຈົ້າ​ປິດ​ບົດ​ຄວາມ​ທີແລ້ວດ້ວຍ​ການ​ເອີ່ຍ​ເຖິງ​ເຄັກ​ວັນ​ເກີດເຄິ່ງ​ກ່ອນ​ໃຫຍ່ ຊຶ່ງ​ຄົນ​ຂ້າງ​ບ້ານ​ໃຈ​ດີ ໄດ້ເອົາ​ມາ​ໃຫ້. ພາຍຫຼັງ​ໂພ​ສ​ບົດ​ຄວາມ​ລົງ​ໃນ​ເວັບ​ໄຊ​ທ໌​ແລ້ວ ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນຕໍ່​ການ​ກະ​ທຳ​ຂອງ​ຕົນ​ທີ່​ສຸດ. ຄວາມ​ໝັ້ນ​ໃຈ​ວ່າ ຕົນ​ຈະ​ຕ້ອງ​ເຮັດ​ສຳ​ເລັດ​ແນ່​ນ່ອນ​ນັ້ນ ໄດ້​ພາ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ຕົນ​ເອງ​ຫາກອອກ​ກຳ​ລັງ​ກາຍ​ທຸກໆ​ມື້ ​ເຄັກ​ມື້​ລະ​ປ່ຽງ ມັນ​ຊິ​ມີ​ລີ​ກີຫຍັງ.

ຂ້າ​ພະ​ເຈົ້າ​ເຮັດ​ຕາມ​ນັ້ນ​ແທ້… ​ກາ​ເຟ​ຮ້ອນ​ໆ ກັບ​ເຄັກ​ແຊບໆ ຕ້ອນ​ຮັບ​ຮຸ່ງ​ອາ​ລຸນ​ຂອງມື້​ໃໝ່ (ຄວາມຈິງ ແມ່ນ​ຫ້າວ​ຫັນຕື່ນ​ມາ​ກິນ​ຕັ້ງແຕ່ 5:30 ໂມງ​ເຊົ້າພຸ້ນ – 2 ຊົ່ງ​ໂມງ ກ່ອນ​ທີ່​ຕາ​ເວັນ​ຈະ​ໂຜ່​ຂຶ້ນ). ກິນ​ແລ້ວກໍ່ເຂົ້າ​ເຮັດ​ວຽກ​ຂີດ​ຂຽນ​ຂອງ​ຕົນ​. ຄຽງ​ຄູ່​ກັນ​ນັ້ນ ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຫັດ​ກາຍ​ຕາມ​ວິ​ທີທີ່​ໄດ້ບອກ​ໃຫ້​ພວກ​ທ່ານ​ຊາບກ່ອນ​ແລ້ວ – ເຕັ້ນ​ລຳ, ຍົກ​ນ້ຳ​ໜັກ ແລະ ປັ່ນ​ລົດ​ຖີບ. ຊີ​ວິດ​ຈັ່ງ​ແມ່ນ​ລຽບ​ງ່າຍ ແລະ ມີ​ແບບ​ມີ​ແຜນ. ທຸກ​ຢ່າງ​ເປັນ​ໄປ​ຕາມ​ແຜນ​ການ​ທີ່ວາງ​ໄວ້!

ສອງມື້​ຜ່ານ​ໄປດ້ວຍ​ດີ. ມື້​ທີ​ສາມ (ແນ່ນອນ, ກິນເຄັກ​ອັດ​ຕາ​ຂອງມື້​ນັ້ນ​ໄປລຽບ​ລ້ອຍ​ແລ້ວ) ໃນ​ຂະ​ນະ​ທີ່​ພວມ​ນັ່ງ​ຫຼິ້ນ​ເຟ​ສ​ບຸກ​ຢູ່​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ສຶກຄັບໆຢູ່​ສອງ​ຂອກ​ຂ້າງ​ຂອງຫຼັງ. ມັນຄື​ກັບ​ວ່າ​ມີ​ຫຍັງ​ພະ​ຍາ​ຍາມ​ດັນ​ອອກ​ມາ. ເປັນ​ໄປ​ບໍ່​ໄດ້​ທີ່ເຮົາ​​​ກຳ​ລັງ​ຈະ​ມີ​ປີກປົ່ງອອກ​ມາ! ພາຍຫຼັງ​ບິດ​ຂ້າງ​ບິດ​ແອວ ຍືດ​ເສັ້ນ​ຍືດສາຍ​, ແຕ່​ອາ​ການ​ແໜ້ນໆ​ຄັບໆ ຢູ່​ສອງ​ດ້ານນອກ​ຂອງຫຼັງ (ລຸ່ມ​ຂີ້​ແຮ້, ເໜືອ​ແອວ) ກໍ່​ບໍ່​ຫາຍ​ໄປ ຂ້າ​ພະ​ເຈົ້າ​​ຈຶ່ງ​ສະຫຼຸບເອົາວ່າ ຮ່າງ​ກາຍ​ຂອງ​ຕົນ​ກຳ​ລັງ​ສະ​ສົມ​ນ້ຳ​ມັນ​ຢູ່​ສອງ​ບ່ອນ​ນັ້ນ. ເຄັກ​ນໍ​ເຄັກ. ເຫັນ​ສີ​ງາມໆ, ເນື້ອນຸ້ມໆ​, ​​ຣົດ​ຊາດຫວານໆ; ໃນ​ຄວາມ​ເປັນ​ຈິງ​ແມ່ນ​ເຕັມ​ໄປ​ດ້ວຍ​ພິດ​ດ້ວຍ​ໄພ. ຄຳ​ສຸ​ພາ​ສິດ​ທີ່​ວ່າ “ລົງ​ທ້ອງ​ເຮົາ ເປັນ​ຂອງ​ເຮົາ” ນັ້ນ ເຫັນ​ທີ​ຈະໃຊ້​ກັບ​ກໍ​ລະ​ນີນີ້ບໍ່​ໄດ້​ສາ​ແລ້ວ. ອັນ​ນີ້​ມັນ​ແມ່ນ “​ລົງ​ທ້ອງ​ເຮົາ, ເຮົາເປັນ​ມັນ”, ຫຼື ອີກ​ຈັ່ງ​ໜຶ່ງ​ແມ່ນ “ເຮົາ​ກິນ​ມັນ, ມັນ​ກິນ​ເຮົາ​ຕາມຫຼັງ” ເພາະ​ວ່າແທນ​ທີ່ຈະ​ຖືກເຜົາ​ຜານໄປ, ມັນ​ພັດ​ຄົງ​ຢູ່. ມັນ​ພຽງ​ແຕ່ປ່ຽນ​ຮູບ​ໄປ​ເປັນ​ນ້ຳ​ມັນ ແລ້ວ​ທ້ອນ​ໂຮມ​ກັນຂຶ້ນ​ຢູ່​ໃນ​ໂຕ​ເຮົາ. ຂ້າ​ພະ​ເຈົ້າ​ຈ້ອງ​ເບິ່ງ​ເຄັກ​ສ່ວນ​ທີ່​ຍັງ​ເຫຼືອ​ດ້ວຍ​ຄວາມ​ນັບ​ຖື. ຕໍ່​ໄປ​ຊິບໍ່​ປະ​ໝາດ​ມັນ​ອີກ​ແລ້ວ.

ວ່າ​ແຕ່​ວ່າ​ຊິ​ຈັດ​ການ​ກັບ​ບັນ​ຫານີ້​ແນວ​ໃດ​ດີ? ອອກ​ກຳ​ລັງ​ກາຍ​ທຸກໆ​ມື້​ຢູ່​ແລ້ວ.

ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ເພີ້ມ​ກິດ​ຈະ​ກຳກວາດ​ໃບ​ໄມ້ຢູ່ຫຼັງ​ບ້ານ​ເຂົ້າ​ໃສ່​. ເດີ່ນ​ຫຼັງ​ບ້ານ​ເຮົາ​ບໍ່​ໄດ້​ໃຫຍ່​ໂຕ​ພີ​ລຶກຫຍັງ. ປະ​ມານ 25 ມ x 20 ມ, ແຕ່​ພັດ​ມີ​ໃບ​ໄມ້​ແຫ້ງ​ປົກ​ເຕັມ​ໄປ​ໝົດ (ເບິ່ງ​ໃນ​ຮູບ).

OLYMPUS DIGITAL CAMERA

ກວາດ​ໃບ​ໄມ້​ໃສ່​ຜ້າ​ໃບ​ກັນ​ນ້ຳ ຂະ​ໜາດ 2.5 ມ x 3 ມ ແລ້ວ​ແກ່​ໄປ​ຖິ້ມ​ຢູ່​ດິນ​ປ່າ​ສະ​ຫງວນນອກ​ຮົ້ວ​ເຮົາ. ສອງ​ຊົ່ວ​ໂມງ​ຜ່ານ​ໄປ, ເຮັດ​ໄດ້​ແຕ່​ປະ​ມານ 1 ສ່ວນ 5 ຂອງ​ເນື້ອ​ທີ່. ໃບ​ໄມ້ຫຼາຍ​ແທ້ໆ. ອາ​ກາດ​ໜາວ ເປັນ​ເພື່ອນ​ທີ່​ດີ​ຂອງ​ຄົນ​ທີ່​ຢາກ​ຫຼຸດນ້ຳ​ໜັກ​ສ່ວນ​ເກີນ (ຈະ​ອະ​ທິ​ບາຍ​ປະ​ໂຫຍດ​ຂອງ​ຄວາມ​ເຢັນ ຕໍ່​ການ​ລົດ​ຄວາມ​ອ້ວນ ໃຫ້​ທ່ານ​ຟັງ​ໃນ​ໂອ​ກາດ​ໜ້າ). ຂ້າ​ພະ​ເຈົ້າ​ເລືອກ​ອອກ​ໄປ​ກວາດ​ໃບ​ໄມ້​ເວ​ລາ​ທີ່​ອຸນ​ຫະ​ພູມ​ຢູ່​ປະ​ມານ 10 ເຖິງ 15 ອົງ​ສາ​ເຊ​ລ​ຊຽສ (ອຸ່ນ​ທີ່​ສຸດ​ໃນ​ມື້​ນັ້ນໆ). ຕ່ຳ​ກວ່າ​ນັ້ນ​ກໍ່​ຢ້ານ​ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ. ທຳ​ອິດ​ໃສ່​ເສື້ອ​ກັນ​ໜາວ. ເມື່ອ​ຮ່າງ​ກາຍ​ເລີ້ມ​ຜະ​ລິດ​ອາຍ​ອຸ່ນ​ອອກ​ມາ​ຈົນ​ຮ້ອນ​ແລ້ວກໍ່​ແກ້​ເສື້ອ​ກັນ​ໜາວ​ອອກ. ຕະ​ຫຼອດ​ເວ​ລາ​ຂອງ​ການ​ແກວ່ງ​ແຂນກວາດ​ໃບ​ໄມ້ ກໍ່​ຄຶງ​ກ້າມ​ທ້ອງ​ໄປ​ພ້ອມ – ນີ້​ແມ່ນກ້າມ​ສ່ວນ​ສູນ​ກາງ​ຂອງ​ຮ່າງ​ກາຍ. ​ເຮັດ​ຢູ່​ຈັ່ງ​ຊັ້ນສາມມື້​ລຽນ​ກັນ ຮູ້​ສຶກ​ເບົາ​ຕົນ​ເບົາ​ໂຕ, ກ້າມ​ທ້ອງ​ແຂງ​ແຮງກວ່າ​ເກົ່າ.

ຈົນມາ​ຮອດ​ມື້​ວານ​ນີ້ ອອກ​ໄປ​ກິນ​ເຂົ້າ​ນອກບ້ານເອົາ​ໃຈ​ສາ​ມີ. ໂຕ​ຂ້າ​ພະ​ເຈົ້າ​ເອງ​ນັ້ນ​ມີ​ຄວາມ​ຕັ້ງ​ໃຈ​ດີ​ຢູ່​ແລ້ວ. ກິນ​ເຂົ້າ​ນອກ ຫຼື ກິນ​ຢູ່​ເຮືອນ​ເຮົາ​ເອງກໍ່​ຕ້ອງ​ກິນ​ແຕ່​ອາ​ຫານ​ທີ່​ເປັນ​ປະ​ໂຫຍດ. ສັ່ງເລີຍ, “​ສະ​ເຕັກ​ທູ​ນາ​ກັບ​ສະຫຼັດອາ​ຊີ”. ທາງ​ຝ່າຍ​ສາ​ມີ (ຜູ້ຊຶ່ງບໍ່​ກັງ​ວົນ​ເລື່ອງ​ຄວາມ​ອ້ວນ ເພາະ​ມີນ້ຳ​ໜັກ 79 ກິ​ໂລ​ ທຽບ​ໃສ່​ສ່ວນ​ສູງ 1.93 ມ) “ຂໍ​ເປັນ ຕັກ​ໂກ​ໝູ​ອົບ ກັບ​ມັນ​ຝ​ຣັ່ງ​ຈືນ​​.” ບໍ່​ຮູ້​ວ່າ​ລາວ​ຄິດ​ຫຍັງ, ບາດ​ສາວ​ເສີບ​ເອົາ​ອາ​ຫານ​ມາ​ວາງ​ໃສ່​ໂຕະ, ທ່ານ​ສາ​ມີ ຊຸກ​ຖ້ວຍມັ​ນ​ຝ​ຣັ່ງ​ມາ​ໃສ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ. ຄິດ​ວ່າ​ຊິ​ກິນ​ແຕ່​ຕ່ອນ​ດຽວ… ເອົາ​ໄປ​ເອົາ​ມາ ໂຕ​ເອງ​ກິນຫຼາຍກວ່າ​ສາ​ມີ​ອີກ ຂອງວ່າ​ມັນ​ແມ່ນ​ແນວ​ເຮົາ (ຄົນ​ຕຸ້ຍ) ມັກ.

IMG_2926

ເຊົ້າ​ມື້ນີ້ ຕົນ​ເອງ​ກະ​ເລີຍ​ລັ່ງໆ​ລໍໆ ບໍ່​ຢາກກ້າວ​ຂາຂຶ້ນ​ຊິງ. ແຕ່​ວ່າ​ໃນ​ທີ່​ສຸດກໍ່ຕ້ອງ​ເຮັດ​ໃນ​ສິ່ງ​ທີ່​ຕ້ອງ​ໄດ້​ເຮັດ. ໃຄ​ແຕ່​ວ່າຜົນ​ອອກ​ມາ​ເປັນ​ໜ້າ​ພໍ​ໃຈ – ຫຼຸດ​ໄປ​ຢ່າງ​ໜ້ອຍ​ເຄິ່ງ​ກິ​ໂລ. ນ້ຳ​ໜັກ​ສັ່ງ​ໄດ້​ໃນ​ມື້ນີ້: 57 ເຖິງ 57.5 ກິ​ໂລ. ດີ​ໃຈ​ໝົດ​ມື້​ເລີຍ!

ບົດ​ຮຽນ​ສຳ​ຄັນທີ່​ຂ້າ​ພະ​ເຈົ້າ​ຖອດ​ຖອນ​ໄດ້​ຈາກ​ຄວາມ​ພະ​ຍາ​ຍາມຫຼຸດ​ນ້ຳ​ໜັກ​ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມາ ແມ່ນ: ເຖິງ​ຈະ​ໝັ້ນ​ໃຈ​ຕົນ​ເອງຊ່ຳ​ໃດ​ ກໍ່​ບໍ່​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ຕົນເຜີ​ທຳ​ຜິດ​ໄດ້​ງ່າຍໆ – ຢ່າ​ເກັບ​ອາ​ຫານ​ທີ່​ຈະ​ພາ​ໃຫ້​ຕຸ້ຍ ໄວ້​ໃນ​ເຮືອນ (ແລະ ຢ່າ​ກິນ​ອາ​ຫານ​ທີ່​ຕົນ​ບໍ່​ໄດ້​ສັ່ງ!). ຖ້າ​ຫ້າມ​ໃຈ​ບໍ່​ໄດ້, ຫຼົງກິນ​ອາ​ຫານ​ພວກ​ນັ້ນ​ໄປ​ແລ້ວ ຫຼື ກິນຫຍັງ​ກໍ່​ຕາມ ຫຼາຍ​ເກີນ​ຂອບ​ເຂດ​ແລ້ວ ຈົ່ງ​ຢ່າ​ຄິດ​ວ່າ​ຕົນ​ເອງຫຼົ້ມ​ເຫຼວ ແລ້ວ​ຕີ​ໂພຍ​ຕີ​ພາຍ​ໄປ​ວ່າໂຄງ​ການຫຼຸດ​ນ້ຳ​ໜັກ​ຂອງ​ໂຕ​ນັ້ນ​ເປັນ​ໂມ​ຄະ​ໄປ​ແລ້ວ ຈາກ​ນັ້ນ​ກໍ່​ຖື​ເອົາເປັນ​ເຫດ​ຜົນ​ໃຫ້​ຕົນກັບ​ໄປ​ກິນ​ຂອງໂລ​ເລ ແລະ ເຊົາ​ອອກ​ກຳ​ລັງ​ກາຍ. ກົງ​ກັນ​ຂ້າມ, ເມື່ອ​ຮູ້​ໂຕວ່າ​ອອກນອກ​ລູ້​ນອກ​ທາງ ກໍ່​ຈົ່ງ​ຍິ້ມ​ຮັບ​ບັນ​ຫາ ແລະ ຊອກ​ເວ​ລາ​ອອກ​ກຳ​ລັງ​ກາຍ​ໃຫ້​ໄວ​ເທົ່າ​ທີ່​ຮ່າງ​ກາຍ​ຈະ​ອະ​ນຸ​ຍາດ​ໃຫ້​ເຮັດ (ບໍ່​ແມ່ນ​ກິນ​ເຕັມ​ພຸງ​ແລ້ວ​ລຸກ​ໄປ​ແລ່ນ​ເລີຍ) ແລະ ອອກ​ໃຫ້ເໝາະ​ສົມ​ກັບ​ຈຳ​ນວນ​ພະ​ລັງ​ງານ​ທີ່​ຕົນ​ເອງ​ກິນ​ເຂົ້າ​ໄປ​.

ສຳ​ລັບ​ທ່ານ​ທີ່​ຍັງ​ບໍ່​ທັນ​ຮູ້, 3,500 ແຄ​ລໍ​ຣີ ເຜົາ​ໄໝ້​ນ້ຳ​ມັນໃນ​ຮ່າງ​ກາຍ​ຄົນ​ໄດ້ປະ​ມານ 1 ປອນ. ຂ້າ​ພະ​ເຈົ້າ​ບໍ່​ມັກ​ໄປ​ອອກ​ກຳ​ລັງ​ກາຍ​ຢູ່​ໂຮງ​ຢິມ, ຈຶ່ງ​ໄດ້​ສະ​ແຫວງ​ຫາ​ວິ​ທີ​ຫັດ​ກາຍ​ງ່າຍໆ​ຢູ່​ກັບ​ເຮືອນ ແບບ​ໄດ້​ຜົນ. ວິ​ທີ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ນຳ​ມາ​ບອກ​ບັນ​ດາ​ທ່ານມື້ນີ້ ແມ່ນ​ການ​ຂຶ້ນ​ຂັ້ນ​ໄດ. ມັນ​ໄດ້​ຜົນ​ແທ້ໆ. ສິບກວ່າ​ປີ​ກ່ອນ​ໜ້ານີ້ ຂ້າ​ພະ​ເຈົ້າ​ເຄີຍ​ອ່ານ​ຢູ່​ວາ​ລະ​ສານ​ເພື່ອ​ສຸ​ຂະ​ພາບ​ສະ​ບັບ​ໜຶ່ງວ່າ ການ​ຍ່າງ​ຂຶ້ນ​ລົງ​ຂັ້ນ​ໃດ​ເຮືອນ​ຊັ້ນ​ໜຶ່ງນີ້ ສາ​ມາດ​ເຜົາ​ໄໝ້​ພະ​ລັງ​ງານ​ເຖິງ 10 ແຄ​ລໍ​ຣີ. ຍ່າງ​ຂຶ້ນ​ຍ່າງ​ລົງ 10 ຖ້ຽວ ກະ​ເຜົາ​ໄໝ້​ໄດ້​ປະ​ມານ 100 ແຄ​ລໍ​ຣີ. ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ຄວາມ​ຟິດ​ທາງ​ຮ່າງ​ກາຍ ຂ້າ​ພະ​ເຈົ້າ​ເຄີຍ​ຍ່າງ​ມາ​ແລ້ວ 50-60 ຖ້ຽວ ຕໍ່​ເທື່ອ (ເຜົາ​ໄໝ້​ແຄ​ລໍ​ຣີ​ໄດ້​ເທົ່າ​ໆ​ກັບ​ການ​ເຮັດ​ຄາ​ດີ​ໂອ​ໜັກໆ ເປັນ​ຊົ່ວ​ໂມງ). ມື້​ລະ 500 ແຄ​ລໍ​ຣີ x 7 ມື້ ໃນ​ໜຶ່ງ​ອາ​ທິດ = 3,500. ​ແນ່ນອນ​ວ່ານີ້​ແມ່ນ​ໂຕ​ເລກ​ສະ​ເລັ່ຍ. ມັນ​ຍັງ​ມີອີກຫຼາຍໆ​ປັດ​ໄຈ​ທີ່​ກຳ​ນົດ​ວ່າ​ຄົນ​ຜູ້​ໜຶ່ງ​ຈະ​ເຜົາ​ໄໝ້​ນ້ຳ​ມັນ​ໃນ​ຮ່າງ​ກາຍ​ໄດ້ຫຼາຍ​ປານ​ໃດ.

ຖ້າ​ທ່ານບໍ່​ຢາກ​ເຮັດ​ແນວ​ນັ້ນ, ທ່ານ​ສາ​ມາດ​ກ້າວ​ຂາ​ຂຶ້ນ ແລະ ລົງ ຢູ່​ຂັ້ນ​ໃດ​ຂັ້ນ​ທຳ​ອິດ​ຂອງ​ເຮືອນ. ໃຊ້​ຂາ​ຂວາ​ກ້າວ​ຂຶ້ນ​ກ່ອນ, ຕາມ​ດ້ວຍ​ຂາ​ຊ້າຍ. ເຮັດ​ຈັ່ງ​ຊັ້ນ 10 ເທື່ອ ແລ້ວ​ປ່ຽນ ໄປ​ກ້າວ​ຂາ​ຊ້າຍ​ຂຶ້ນ​ກ່ອນ ຕາມ​ດ້ວຍ​ຂາ​ຂວາ. ເຮັດ 10 ເທື່ອ ແລ້ວ​ປ່ຽນ​ໄປ ປ່ຽນ​ມາ (ເຮັດ​ໃຫ້​ສະ​ເໝີ​ກັນ ເພື່ອ​ໃຫ້​ຂາ​ສອງ​ຂ້າງ​ໄດ້​ອອກ​ກຳ​ລັງ​ກາຍ​ເທົ່າ​ກັນ). ​ເວ​ລາ​ທ່ານ​ອອກ​ກຳ​ລັງ​ກາຍ​ແບບນີ້ ຈົ່ງ​ຖື​ດຳ​ແບ​ລຂະ​ໜາດເບົາໆ (ຄັນ​ບໍ່​ມີດຳ​ແບລ ກະ​ຖື​ກະ​ປ໋ອງ​ໝາກ​ໄມ້ ແນວ​ໃດ​ທີ່​ຈັບ​ໄດ້​ໝັ້ນ ເພື່ອ​ຮັບ​ປະ​ກັນ​ບໍ່​ໃຫ້​ມັນຫຼຸດ​ມື​ລົງ​ໄປ​ໃສ່​ພື້ນ​ເຮືອນ​ງາມໆ ຫຼື ເຟີ​ນີ​ເຈີ​ລາ​ຄາ​ແພງ​ຂອງ​ທ່ານ) ແລ້ວ​ແກວ່ງ​ແຂນ​ໄປ​ມາ ເພື່ອ​ຝຶກ​ກ້າມ​ແຂນ​ໄປ​ນຳ. ຂໍ້​ສຳ​ຄັນ​ຂອງ​ການ​ຍ່າງ​ຂຶ້ນ​ຂັ້ນ​ໄດ​ນີ້ ແມ່ນ​ທ່ານ​ຕ້ອງ​ຫັດ​ວາງ​ນ້ຳ​ໜັກ​ໃສ່​ກ້າມ​ກົກ​ຂາ ແລະ ກ້າມ​ກົ້ນ​ຂອງ​ທ່ານ. ພະ​ຍາ​ຍາມຫຼີກ​ເວັ້ນ​ການວາງ​ນ້ຳ​ໜັກ​ໃສ່​ຫົວ​ເຂົ່າ​! ຂໍ້​ນີ້ສຳ​ຄັນ​ຕໍ່​ສຸ​ຂ​ະ​ພາບ​ຫົວ​ເຂົ່າ – ຄວາມ​ສາມ​າດ​ເຄື່ອນ​ໄຫວ​ໄປ​ມາ​ຂອງ​ທ່ານ – ທີ່​ສຸດ. ບໍ່​ວ່າ​ທ່ານ​ຈະ​ຫັດ​ກາຍ ຫຼື ໃຊ້​ຂັ້ນ​ໄດຕາມ​ປົກ​ກະ​ຕິໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ ກໍ່​ຕ້ອງ​ມີ​ສະ​ຕິເລື່ອງນີ້. ວ່າ​ກັນ​ວ່າ​ຜູ້​ຍິງ​ສ່ວນ​ໃຫຍ່​ມັກ​ວາງ​ນ້ຳ​ໜັກ​ໃສ່​ຫົວ​ເຂົ່າ ຈຶ່ງ​ພາ​ໃຫ້​ເຈັບ​ເຂົ່າ ເມື່ອ​ອາ​ຍຸ​ເຂົ້າ​ສູ່​ເລກ 40.

ກ້າມ​ຂາ ແລະ ກ້າມ​ສ່ວນ​ກົ້ນ ແມ່ນ​ກ້າມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຮ່າງ​ກາຍ​ຄົນ. ຖ້າ​ທ່ານ​ອອກ​ກຳ​ລັງ​ກາຍ​ໃຫ້​ພວກ​ມັນ​ຂະ​ຫຍາຍ​ໃຫຍ່​ຂຶ້ນ, ພວກ​ມັນ​ຈະ​ຊ່ວຍ​ໃຫ້​ການຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ຂອງ​ທ່ານ​ເປັນ​ໄປ​ໄດ້​ໄວ​ກວ່າ​ເກົ່າຫຼາຍ.

ໝາຍ​ເຫດ: ຖ້າ​ວ່າ​ທ່ານ​ຫາກ​ມີ​ນຳ​ໜັກ​ສ່ວນ​ເກີນຫຼາຍ​ໂພດ, ການ​ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ຂຶ້​ນ​ຂັ້ນ​ໃດ​ນີ້ ອາດບໍ່​ເໝາະ​ສົມ​ກັບ​ທ່ານ. ​ຖ້າ​ມີ​ໂອ​ກາດ​ໄປລອຍ​ນ້ຳ​ໄດ້ ແມ່ນ​ດີ​ທີ່​ສຸດ.

ຫວັງ​ວ່າ​ບົດ​ຄວາມນີ້ ຈະ​ເປັນ​ປະ​ໂຫຍດ ແລະ ກຳ​ລັງ​ໃຈ ໃຫ້​ແກ່​ບັນ​ດາ​ທ່ານ​ທີ່​ຕ້ອງ​ການ​ຢາກຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ​ຂອງ​ຕົນ. ຖ້າ​ທ່ານ​ໃດ​ມີ​ຂໍ້​ຂ້ອງ​ໃຈ​ອັນ​ໃດ ທີ່​ກ່ຽວ​ຂ້ອງ​ກັບ​ບົດ​ຄວາມນີ້ ຫຼື ຖ້າ​ທ່ານ​ໃດ​ຫາກ​ມີ​ຄຳ​ເຫັນ, ມີ​ບົດ​ຮຽນ ທີ່​ຄິດ​ວ່າ​ຈະ​ເປັນ​ປະ​ໂຫຍດ​ແກ່​ຂ້າ​ພະ​ເຈົ້າ ຫຼື ແກ່​ຜູ້​ອ່ານ​ຄົນ​ອື່ນໆ, ກະ​ລຸ​ນາ​ລົງ​ຄວາມ​ເຫັນ​ຂອງ​ທ່ານ ໃສ່​ແບບ​ຟອມ​ຂ້າງ​ລຸ່ມນີ້. ຂອບ​ໃຈ​ທີ່​ແວະ​ເຂົ້າ​ມາ​ອ່ານ​ບົດ​ຄວາມ​ຂອງ​ພວກ​ເຮົາ.

ມາຫຼຸດ​ນ້ຳ​ໜັກ​ກັນ​ເທາະ!

 

ສະ​ບາຍ​ດີ​ປີ​ໃໝ່ 2015!

ANong 10_18_14

 ຂ້າ​ພະ​ເຈົ້າ​ຊື່​ວ່າ​ ສີ​ອາ​ນົງ ພົມ​ກອງ, ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການ ແລະ ຜູ້ກໍ່​ຕັ້ງ LomKan.com. ​ບົດ​ຄວາມ​ປະ​ຖົມ​ມະ​ເລີກ​ທີ່​ຂ້າ​ພະ​ເຈົ້າ​ເລືອກ​ນຳ​ມາ​ສົນ​ທະ​ນາ​ໃນ ບ​ລອກ ຂອງ​ພວກ​ເຮົາ ແມ່ນ​ການ​ຫຼຸດ​ນ້ຳ​ໜັກ.

ປີ​ເກົ່າ 2014 ຜ່ານ​ໄປ, ປີ​ໃໝ່ 2015 ເຄື່ອນ​ເຂົ້າ​ມາ​ແທນ. ໃຜໆ​ກໍ່​ຕັ້ງປະ​ນິ​ທານວ່າ​ຈະ​ເຮັດ​ອັນ​ນັ້ນ​ອັນ​ນີ້​ໃຫ້​ສຳ​ເລັດພາຍ​ໃນ​ປີ​ໃໝ່​ນີ້. ບໍ່​ວ່າ​ປີ​ໃດ​ກໍ່​ຄື​ກັນ ປະ​ເດັນ​ການຫຼຸດ​ນ້ຳ​ໜັກ ຈະ​ຢູ່​ໃນ​ອັນ​ດັບ​ຕົ້ນໆ (ຖ້າ​ບໍ່​ແມ່ນ​ຢູ່​ອັນ​ດັບ​ໜຶ່ງ​ເລີຍ) ຂອງ​ຈຳ​ນວນ​ປະ​ນິ​ທານ ທີ່​ຜູ້​ຄົນ​ຕັ້ງ​ໃຈ​ວ່າ​ຈະ​ເຮັດ​ໃຫ້​ໄດ້. ຂ້າ​ພະ​ເຈົ້າ​ກໍ່​ແມ່ນ​ໜຶ່ງ ໃນ​ຈຳ​ນວນ​ຜູ້​ຄົນ ທີ່​ເຮັດ​ໃຫ້​ປະ​ນິ​ທານ​ຂໍ້​ນີ້ ພົ້ນ​ເດັ່ນ​ຢູ່​ຕະຫຼອດ. ແຕ່​ວ່າ ​ກ່ອນ​ໜ້ານີ້ ຂ້າ​ພະ​ເຈົ້າ​​ຕັ້ງ​ມັນ​ຢູ່​ໃນ​ວົງ​ແຄບ, ບອກ​ໃຫ້​ແຕ່​ເພື່ອນ​ສະ​ໜິດ​ມິດ​ສະ​ຫາຍ​ຮູ້. ມາ​ປີນີ້ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ສົມ​ຄວນ​ແລ້ວ ທີ່​ຈະ​ຈັດ​ການ​ກັບ​ບັນ​ຫາ​ຄວາມ​ອ້ວນນີ້​ຢ່າງ​ເອົາ​ຈິງ​ເອົາ​ຈັງ – ຊິ​ປ​ະ​ກາດ​ໃຫ້​ຄົນ​ທັງ​ໂລກ​ຮູ້​ເລີຍ​ໂລດ​ລະ ​ວ່າ​ຕົນ​ຊິກຳ​ຈັດ​ນ້ຳ​ໜັກ​ສ່ວນ​ເກີນ​ອອກ​ໃຫ້​ໄດ້​… ໂດຍ​ຖາ​ວອນ! (ເພາະ​ຜ່ານ​ມາກໍ່​ເຄີຍຫຼຸດ​ໄດ້​ແລ້ວ​ຫຼາຍ​ຄັ້ງຫຼາຍ​ຄາວ ແຕ່​ມັນ​ກໍ່​ກັບ​ຄືນ​ມາ​ອີກ).

ແມ່ນ​ລະ, ເມື່ອ​ເວົ້າ​ເຖິງ​ວິ​ທີການຫຼຸດ​ນ້ຳ​ໜັກ​ທີ່​ໄດ້​ຜົນ​ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ການ​ຄຳ​ແນະ​ນຳ​ຈາກ​ໃຜ. ເຮັດ​ມາ​ແລ້ວຫຼາຍ​ເທື່ອ. ​ເທື່ອ​ທຳ​ອິດທີ່​ຂ້າ​ພະ​ເຈົ້າຫຼຸດ​ນ້ຳ​ໜັກ​ໄດ້​ອີ່ຫຼີ (ຈາກ​ທີ່ບໍ່​ເຄີຍ​ເຊື່ອ​ເລີຍ​ວ່າຊາດນີ້​ຕົນ​ເອງ​ຈະ​ສາ​ມາດ​ຈ່ອຍ​ໄດ້) ແມ່ນຫຼຸດ​ຈາກ​ນ້ຳ​ໜັກ 74 ກິ​ໂລ ໄປ​ຢູ່​ທີ່ 49 ກິ​ໂລ ພາຍ​ໃນ​ເວ​ລາ​ສາມ​ເດືອນ​ເຄິ່ງ ດ້ວຍ​ວິ​ທີ​ການ​ກິນກວ້າຍ​ນ້ຳຫວ້າ (ຢ່າງ​ເຕັມ​ອີ່ມ) ແທນ​ເຂົ້າ​ສວາຍ, ແລະ ກິນ​ແກງ​ກະ​ລ່ຳ​ແທນ​ເຂົ້າ​ແລງ ແລ້ວ​ຄ່ອຍໆ​ປ່ຽນໄປ​ເປັນ​ກິນ​ປາ​ກັບ​ຜັກ​ໃນ​ຕອນ​ແລງ. ​ຄຽງ​ຄູ່​ກັນ​ນັ້ນ​ກໍ່​ຫັດ​ກາຍ​ຢ່າງ​ໜ້ອຍມື້​ລະ​ໜຶ່ງ​ຊົ່ວ​ໂມງ​ດ້ວຍ​ການ​ເຕັ້ນ​ລຳ​ໃສ່​ເພງ​ທີ່​ຕົນ​ມັກ. ຫຼັງ​ຈາກທຳ​ສຳ​ເລັດ​ແລ້ວ ຄວາມ​ຮູ້​ສຶກ​ມັນຄື​ກັບວ່າ​ໄດ້​ເກີດ​ໃໝ່. ​ເຖິງ​ຂັ້ນ​ທີ່​ວ່າ ເຄີຍ​ເຫັນ​ຄົນ​ຕຸ້ຍ​ຢືນ​ຢູ່​ແຄມ​ທາງ​ເມືອງວຽງ​ຈັນ ກະຢາກ​ຈອດ​ລົດ​ລົງ​ໄປ​ບອກ​ເຂົາ​ເຈົ້າ​ວ່າ “ຄັນພວກ​ເຈົ້າ​ຕັ້ງ​ໃຈ​ແທ້, ພວກເຈົ້າ​ກະ​ສາ​ມາດ​ຈ່ອຍ​ໄດ້​ຄື​ກັນ.” ຕອນ​ນັ້ນ​ມີ​ຄວາມ​ພໍ​ໃຈ​ໃນ​ຮູບ​ຮ່າງ​ຂອງ​ໂຕ​ເອງ​ຂະ​ໜາດ. ຂອງ​ແນວ​ວ່າບໍ່​ບ້າ​ແຟ​ຊັນປານ​ໃດ​ແນ່, ຫຸ່ນ​ດີ​ຂຶ້ນ​ກະ​ມີ​ໂອ​ກາດ​ໄດ້ແຕ່ງ​ໂຕ​ງາມໆ ເຮັດ​ວຽກ​ຢູ່​ອົງ​ການ UNIDO ກາງ​ເມືອງ​ໂຕ​ກຽວ. ຊາ​ໄປ​ມາຫຼາຍ​ປະ​ເທດ​ແລ້ວ​ເຫັນ​ວ່າ ສາວໆ​ຍີ່​ປຸ່ນກ້າ​ສະ​ແດງ​ອອກທາງ​ແຟ​ຊັນຫຼາຍ ແລະ ແຕ່ງ​ໂຕ​ມີ​ໄຕ​ລ໌​ທີ່​ສຸດ. ເຮົາ​ເອງ​ກະ​ເຂົ້າ​ກັບ​ແວດ​ລ້ອມ​ອັນ​ນັ້ນ​ຢ່າງ​ແຍກບໍ່​ອອກ. ຈົນ​ຢູ່​ມາ​ວັນ​ໜຶ່ງ ໃນ​ຂະ​ນະ​ທີ່​ພວມຍ່າງ​ແຫຍ້​ຜູ້​ຄົນຂ້າມ​ທາງ​ຢູ່ ຊີ​ບູ​ຢ້າ ແນມ​ໄປ​ເຫັນ​ຜູ້​ຍິງຍີ່​ປຸ່ນ​ຄົນ​ໜຶ່ງ​ທ້າຍ​ແປ​ແລບ​ແຊບ ພາ​ໃຫ້​​ຈື່ໄດ້​ວ່າ​ຕອນ​ຍັງ​ນ້ອຍມີ​ຄົນ​ເຄີຍ​ເວົ້າ​ວ່າ​ເຮົາ​ບໍ່​ມີ​ກົ້ນ…ຈາກ​ນັ້ນ ​ກະ​ວາດ​ພາບ​​ໄປເຫັນ​ທ້າຍ​ຂອງ​ຕົນ​ເອງ ​ຄື​ຊິ​ຄື​ຂອງ​ຜູ້​ຍິງ​ຄົນ​ນີ້ ນີ້​ລະ  ແລ້ວກໍ່​ເລີຍ​ເກີດ​ແນວ​ຄວາມ​ຄິດ​ວ່າ​ຕ້ອງ​ຕຸ້ຍ​ຂຶ້ນ​ໜ້ອຍ​ໜຶ່ງ ເພື່ອ​ໃຫ້​ມີ​ກົ້ນ. ​ໂອ໋ຍ ຈັ່ງ​ແມ່ນ​ມັນ​ເປັນ​ຄວາມ​ຄິດ​ທີ່ບໍ່​ຖືກ​ຕ້ອງ!!! ຈາກມື້​ນັ້ນ​ມາ​ຮອດມື້ນີ້ ຕົນ​ເອງ​ກະ​ເລີຍ​ໄດ້​ຕຸ້ຍ​ຂຶ້​ນ, ຈ່ອຍ​ລົງ ຫຼາຍ​ຮອບ​ຈົນ​ຂີ້​ຄ້ານ​ນັບ​ແລ້ວ.

ສິ່ງ​ທີ່​ຂ້າ​ພະ​ເຈົ້າຕ້ອງ​ການ​ຢາກ​ຮູ້ ແລະ ເຮັດ​ໃຫ້​ໄດ້ ດຽວນີ້ ແມ່ນ​ວິ​ທີ​ປ້ອງ​ກັນບໍ່​ໃຫ້​ນຳ​ໜັກ​ສ່ວນ​ເກີນ​ກັບ​ມາ​ອີກ.

ຂ້າ​ພະ​ເຈົ້າ​ແມ່ນ​ຄົນ​ປະ​ເພດ​ທີ່​ເພິ່ນ​ເອີ້ນ​ວ່າ Emotional Eater, ຊຶ່ງໝາຍ​ເຖິງພວກ​ທີ່​ໃຊ້​ອາ​ຫານ​ເປັນ​ເຄື່ອງ​ລະ​ບາຍ​ຄວາມ​ຄຽດ, ​ລະ​ບາຍຄວາມ​ກັງ​ວົນ​ທັງຫຼາຍ. ແຮງ​ກັງ​ວົນ, ແຮງ​ກິນ, ແຮງ​ກິນ, ພັດ​ແຮງ​ຕຸ້ຍ ແລະ ເຮັດ​ໃຫ້​ຄຽດ​ກວ່າ​ເກົ່າ​ອີກ. ຍາມ​ໃດ​ທີ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຸກ, ມີ​ສະ​ຕິ​ສົມ​ບູນ, ຂ້າ​ພະ​ເຈົ້າ​ຈະ​ກິນ​ແຕ່​ພໍ​ຄວນ ແລະ ນ້ຳ​ໜັກ​ຈະ​ຄ່ອຍໆຫຼຸດ​ລົງ. ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຄິດ​ວ່າ ກຳ​ລັງ​ໃຈ​ຈາກ​ຄົນ​ອ້ອມ​ຂ້າງ ແມ່ນ​ສິ່ງ​ປະ​ເສີດ​ທີ່​ສຸດ.

ອະ​ລຳ​ພະ​ບົດ​ໄປຫຼາຍກໍ່​ຍືດ​ຍາວ​ໄປ​ຊື່ໆ. ເນື້ອ​ໃນ​ສຳ​ຄັນ​ຂອງ​ບົດ​ຄວາມນີ້ ແມ່ນ​ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ວ່າ​ຕົນຈະຫຼຸດ​ນ້ຳ​ໜັກ​ສ່ວນ​ເກີນ ແລະ ຢາກ​ເຊີນ​ຊວນ​ໃຫ້​ບັນ​ດາ​ທ່ານ​ຜູ້​ອ່ານ​ທີ່​ສົນ​ໃຈ​ຢາກຫຼຸດ​ນ້ຳ​ໜັກ ມາ​ເຂົ້າກຸ່ມ​ເປັນ​ເພື່ອນຫຼຸດ​ນ້ຳ​​ໜັກ​ກັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເຄີຍ​ເຂົ້າ​ກຸ່ມຫຼຸດ​ນ້ຳ​ໜັກ​ແບບນີ້​ກັບ​ໝູ່ ໂດຍ​ໄດ້​ຜົນ​ມາ​ແລ້ວ. ພວກ​ເຮົາ​ແຕ່​ລະ​ຄົນ​ໄດ້​​ລາຍ​ງານ​ຜົນ​ຄືບ​ໜ້າ​ຂອງ​ຕົນ​ໃຫ້​ຜູ້​ອື່ນ​ຮູ້ ອາ​ທິດ​ລະ​ເທື່ອ. ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ບອກ​ໃຫ້​ໝູ່​ໃນ​ກຸ່ມ​ຮູ້​ວ່າ​ຕົນ​ເຮັດ​ຫຍັງ​ແນ່ນ້ຳ​ໜັກ​ຈຶ່ງ​ລົງ, ຄົງ​ທີ່ ຫຼື ເພີ້ມ​ຂຶ້ນ – ຫັດ​ກາຍ​ວິ​ທີ​ໃດ, ກິນ​ອາ​ຫານ​ປະ​ເພດ​ໃດ, ເປັນ​ຕົ້ນ – ແລະ ນອກ​ຈາກ​ນັ້ນ​ກໍ່​ໄດ້​ໃຫ້​ກຳ​ລັງ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ພວກ​ທ່ານ​ທີ່ບໍ່​ເຄີຍ​ເຂົ້າ​ກຸ່ມ​ແບບນີ້​ອາດບໍ່​ເຊື່ອ​ວ່າ​ມັນ​ຈະ​ໄດ້​ຜົນ, ແຕ່​ວ່າ​ຄວາມ​ຈິງ​ແລ້ວ​ມັນ​ມີ​ປະ​ສິດ​ທິ​ຜົນ​ແທ້ໆ. ສະ​ມາ​ຊິກ​ຂອງ​ກຸ່ມຫຼຸດ​ນ້ຳ​ໜັກ​ຂອງ​ພວກ​ຂ້າ​ພ​ະ​ເຈົ້າ​ຕອນ​ນັ້ນ ແມ່ນ ຢູ່​ອາ​ເມ​ລິ​ກາ (ຂ້າ​ພະ​ເຈົ້າ​ເອງ), ຢູ່​ລາວ ແລະ ອອ​ສ​ເຕຼ​ເລັຍ. ພວກ​ເຮົາ​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ ແລະ ຕ່າງກໍ່​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ຜິດ​ຫວັງ ຈຶ່ງ​ໄດ້​ຕັ້ງ​ໃຈ​ອອກ​ກຳ​ລັງ​ກາຍ ແລະ ເລືອກ​ກິນ​ແຕ່​ອາ​ຫານ​ທີ່​ມີ​ປະ​ໂຫຍດ.

ພວກ​ທ່ານບໍ່​ຈຳ​ເປັນ​ຕ້ອງສະແດງ​ຕົວ​ໃຫ້​ຂ້າ​ພະ​ເຈົ້າ​ ແລະ ຜູ້​ອ່ານ​ຄົນ​ອື່ນໆ ຮູ້​ວ່າ​ທ່ານ​ແມ່ນ​ໃຜ, ມີ​ນ້ຳ​ໜັກ​ເທົ່າ​ໃດ ແລະ ຢາກຫຼຸດ​ລົງ​ຈັກ​ກິ​ໂລ. ທ່ານ​ພຽງ​ແຕ່​ຈົດ​ກ່າຍ​ຕົວ​ເລກ​ເຫຼົ່າ​ນັ້ນ​ໄວ້​ໃຫ້​ທ່ານ​ເອງ​ໄດ້​ຮັບ​ຮູ້ ແລະ ທຽບ​ຄຽງ​ຜົນ​ຄວາມ​ຄືບ​ໜ້າ​ຂອງ​ທ່ານ ກັບ​ຂອງ​ຂ້າ​ພະ​ເຈົ້າ. ກົງ​ກັນ​ຂ້າມ, ຂ້າ​ພະ​ເຈົ້າ​ຈະ​ເປີດ​ເຜີຍ​ ແລະ ກົງ​ໄປ​ກົງ​ມາ​ກັບ​ພວກ​ທ່ານ ແລະ ຈະ​ບອກ​ໃຫ້​ພວກ​ທ່ານ​ຮູ້​ໃນ​ທຸກໆ​ອາ​ທິດ​ ເຖິງ​ຜົນ​ຄືບ​ໜ້າ​ຂອງ​ຂ້າ​ພະ​ເຈົ້າ.

ມາ​ເລີ້ມ​ກັນ​ເທາະ!

ຂ້າ​ພະ​ເຈົ້າ​ອາ​ຍຸ 45 ປີ, ສ່ວນ​ສູງ 1.58 ມ, ນ້ຳ​ໜັກ​ປະ​ຈຸ​ບັນ: 58 ກິ​ໂລ. ເປົ້າ​ໝາຍ​ທີ່​ຂ້າ​ພະ​ເຈົ້າ​ຕັ້ງ​ໄວ້ ແມ່ນ ຮອດ​ວັນ​ວາ​ເລນ​ໄທ​ນ໌ ຂ້າ​ພະ​ເຈົ້າ​ຈະ​ຫຼຸດ​ນ້ຳ​ໜັກ​ໄປ​ຢູ່​ທີ່ 55 ກິ​ໂລ. ວິ​ທີ​ການ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໃຊ້​ແມ່ນ ຈະ​ປະ​ສົມ​ປະ​ສານ ການ​ເຕັ້ນ​ລຳ, ປັ່ນ​ລົດ​ຖີບ, ຍ່າງ​ຢູ່​ຈັກ​ຍ່າງ ແລະ ການ​ຍົກ​ນ້ຳ​ໜັກ – 1 ແລະ 2.5 ກິ​ໂລ. ນອກ​ຈາກ​ນັ້ນ​ກໍ່​ຈະ​ກິນ​ແຕ່​ອາ​ຫານ​ທີ່​ມີ​ປະ​ໂຫຍດ ເປັນ​ສ່ວນ​ໃຫຍ່. ສາມ​ຄຳ​ເວົ້າ​ຂ້າງຫຼັງ​ນີ້ ຖືກຕື່ມ​ໃສ່ ຍ້ອນ​ວ່າ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ພວມ​ຂຽນ​ບົດ​ຄວາມນີ້​ຢູ່ ມີ​ຄົນ​ຂ້າງ​ບ້ານ​ເອົາ​ເຄັກ​ວັນ​ເກີດ​ຂອງ​ເຂົາ​ເຈົ້າ​ມາ​ໃຫ້​ເຄິ່ງ​ກ້ອນ (ເຄິ່ງ​ກ້ອນ​ໃຫຍ່ – ໜັກ 5 ປອນ). ເບິ່ງ​ໃນ​ຮູບນີ້​ແມ໋ ວ່າ​ມັນ​ເປັນ​ຕາ​ແຊບ​ຂະ​ໜາດ​ໃດ *_^

OLYMPUS DIGITAL CAMERA

ຊີ​ວິດ​ກະ​ເປັນ​ແບບນີ້​ລະ, ມີ​ຄວາມ​ຕັ້ງ​ໃຈ ແລ້ວ ກະ​ມີ​ອຸ​ປະ​ສັກ​ມາ​ທ້າ​ທາຍ​ເຮົາ​ໂລດ.

ອີກ​ອາທິດ​ໜຶ່ງ​ຈຶ່ງມາ​ເບິ່ງ​ນຳ​ກັນວ່າ ລະ​ຫວ່າງ​ເຄັກ​ກ້ອນນີ້ ກັບ​ຂ້າ​ພະ​ເຈົ້າ ໃຜ​ຈະ​ຊະ​ນະ.

ຢ່າ​ລືມ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ກ່ຽວ​ກັບ​ບົດ​ຄວາມນີ້. ພວກຂ້າ​ພະ​ເຈົ້າ​ຍິນ​ດີ​ຮັບ​ຟັງ​ຄຳ​ຕຳ​ນິ​ຕິ​ຊົມ​ແບບ​ສ້າງ​ສັນ​ຂອງ​ທ່ານ. ເຖິງວ່າ​ແບບ​ຟອມ​ຂອງພວກ​ເຮົາ​ຍັງ​ບໍ່​ທັນ​ມີ​​ຄຳ​ອະ​ທິ​ບາຍ​ເປັນ​ພາ​ສາ​ລາວ, ແຕ່ທ່ານກໍ່​ສາ​ມາດ​ຂຽນ​ພາ​ສາ​ລາວ​ໃສ່​ໃນ​ຟອມໄດ້.